ສືບຕໍ່ເສີມຂະຫຍາຍສິດເປັນເຈົ້າຂອງ ປຊຊ ໃນການສ້າງລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ

(VOVWORLD) -ທັດສະນະ, ຄວາມຮັບຮູ້ຂອງພັກກອມມູນິດຫວຽດນາມ ກ່ຽວກັບອະທິປະໄຕ ປຊຊ, ສິດອຳນາດລັດຂຶ້ນກັບ ປຊຊ, ບົດບາດເປັນເຈົ້າກຳຂອງ ປຊຊ ນັບມື້ນັບໄດ້ເພີ່ມເຕີມ, ປັບປຸງໃຫ້ສົມບູນແບບ ແລະ ພັດທະນາ
ສືບຕໍ່ເສີມຂະຫຍາຍສິດເປັນເຈົ້າຂອງ ປຊຊ ໃນການສ້າງລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ - ảnh 1ແກ້ໄຂລະບຽບການບໍລິຫານໃຫ້ແກ່ປະຊາຊົນ
(ພາບປະກອບ: nhandan.vn)

ໜຶ່ງໃນບັນດາຄຸນຄ່າຫຼັກແຫຼ່ງຂອງລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ ແມ່ນ “ສິດອຳນາດທັງໝົດແມ່ນຂຶ້ນກັບ ປຊຊ”. ນີ້ແມ່ນກົກເຄົ້າ, ແມ່ນທາດແທ້ ແລະ ກຳລັງແຮງຂອງລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ. ຫວຽດນາມ ໄດ້ ແລະ ພວມສືບຕໍ່ຍົກສູງສິດເປັນເຈົ້າຂອງ ປຊຊ ໃນວິວັດການສ້າງຂອງ ແລະ ປັບປຸງລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບ.

ທັດສະນະ, ຄວາມຮັບຮູ້ຂອງພັກກອມມູນິດຫວຽດນາມ ກ່ຽວກັບອະທິປະໄຕ ປຊຊ, ສິດອຳນາດລັດຂຶ້ນກັບ ປຊຊ, ບົດບາດເປັນເຈົ້າກຳຂອງ ປຊຊ ນັບມື້ນັບໄດ້ເພີ່ມເຕີມ, ປັບປຸງໃຫ້ສົມບູນແບບ ແລະ ພັດທະນາ ໃນວິວັດການປະຕິບັດແຜນນະໂຍບາຍສ້າງລັດແຫ່ງກົດໝາຍສັງຄົມນິຍົມຢູ່ ຫວຽດນາມ. ຕາມນັ້ນແລ້ວ, ບັນດາກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຂອງພັກກອມມູນິດຫວຽດນາມ ລ້ວນແຕ່ຢັ້ງຢືນໜ້າທີ່ສ້າງ ແລະ ປັບປຸງລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບ ຮັບປະກັນ “ເສີມຂະຫຍາຍສິດເປັນເຈົ້າຂອງ ປຊຊ”, ຮັບປະກັນຫຼັກການສິດອຳນາດຂອງລັດທັງໝົດແມ່ນຂຶ້ນກັບ ປຊຊ. ທີ່ກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ 13, ພັກກອມມູນິດຫວຽດນາມ ໄດ້ກຳນົດທິດສ້າງ ແລະ ປັບປຸງລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ ໃຫ້ສົບບູນແບບ, ປອດໄສ, ໝັ້ນຄົງເຂັ້ມແຂງ, ກະທັດລັດ, ເຄື່ອນໄຫວຢ່າງມີປະສິດທິພາບ, ປະສິດທິຜົນ, ເພື່ອຮັບໃຊ້ ປຊຊ ແລະ ເພື່ອການພັດທະນາຂອງປະເທດຊາດໄລຍະ 2021-2030.

ສືບຕໍ່ເສີມຂະຫຍາຍສິດເປັນເຈົ້າຂອງ ປຊຊ ໃນການສ້າງລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ - ảnh 2ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຝຸກ
(ພາບ: qdnd.vn)

ຫວ່າງແລ້ວນີ້, ໃນວາລະປະຊຸມກັບບັນດາອົງການມີໜ້າທີ່ຮັບຜິດຊອບ ກ່ຽວກັບແຜນຮ່າງການສ້າງລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຝຸກ ຊີ້ແຈ້ງວ່າ:

ເອກະສານກອງປະຊຸມໃຫ່ຍຄັ້ງທີ 13 ຂອງພັກ ໄດ້ຢືນຢັນວ່າ: “ການສ້າງ ແລະ ປັບປຸງລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ ໃຫ້ສົມບູນແບບ ຂອງ ປຊຊ, ໂດຍ ປຊຊ ແລະ ເພື່ອ ປຊຊ ໂດຍພັກນຳພາ ແມ່ນໜ້າທີ່ຈຸດສຸມຂອງການປ່ຽນແປງໃໝ່ລະບົບການເມືອງ”. ອີກເທື່ອໜຶ່ງນີ້ໄດ້ຢັ້ງຢືນແຜນນະໂຍບາຍທີ່ຖືກຕ້ອງ, ສອດຄ່ອງກັບທ່າອ່ຽງຂອງຍຸກສະໄໝ, ດ້ວຍຄວາມຮຽກຮ້ອງຕ້ອງການຕົວຈິງ ແລະ ສອດຄ່ອງກັບເປົ້າໝາຍສ້າງສາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ, ນຳມາເຊິ່ງຄວາມອີ່ມໜຳສຳລານ, ຜາສຸກໃຫ້ແກ່ ປຊຊ ເຊິ່ງພັກໄດ້ວາງອອກ ແລະ ເດັດດ່ຽວປະຕິບັດ ໃນຕະຫຼອດວິວັດການປະຕິວັດຫວຽດນາມ.

ພ້ອມກັບທັດສະນະ, ຄວາມຮັບຮູ້ໃໝ່ກ່ຽວກັບອະທິປະໄຕ ປຊຊ ໃນແນວທາງສ້າງລັດແຫ່ງກົດໝາຍສັງຄົມນິຍົມຂອງພັກ, ການຈັດຕັ້ງປະຕິບັດໃນຕົວຈິງ ກໍ່ນັບມື້ນັບໄດ້ຮັບການປ່ຽນແປງໃໝ່ ແລະ ເພີ່ມທະວີ. ຕາມນັ້ນແລ້ວ, ລັດຖະທຳມະນູນປີ 2013 ໄດ້ຫັນບັນດາທັດສະນະຂອງພັກເປັນລະບອບລະບຽບການ ກ່ຽວກັບການຍົກສູງອະທິປະໄຕ ປຊຊ ໃນການສ້າງລັດແຫ່ງກົດໝາຍສັງຄົມນິຍົມຂອງ ປຊຊ, ໂດຍ ປຊຊ, ເພື່ອ ປຊຊ ຢ່າງແທ້ຈິງ, ໄດ້ຮັບຮູ້ “ປຊຊ ຫວຽດນາມ ສ້າງ, ປະຕິບັດ ແລະ ປົກປ້ອງລັດຖະທຳມະນູນສະບັບນີ້”. ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຝຸກ ຊີ້ແຈ້ງວ່າ:

ຈຸດຫຼັກແຫຼ່ງຕັດສິນຜົນສຳເລັດ, ປະລາໄຊຂອງລັດແຫ່ງກົດໝາຍ ແມ່ນລະດັບການເຂົ້າຮ່ວມ, ສຽງເວົ້າຂອງ ປຊຊ ໃນທຸກແງ່ມູມຊີວິດຂອງປະເທດຊາດ, ຂອງກົງຈັກລັດ. ສະນັ້ນ, ອາດເວົ້າໄດ້ວ່າ ບາດກ້າວບຸກທະລຸຫຼັກແຫຼ່ງທີ່ສຸດ ຂອງການສ້າງລັດແຫ່ງກົດໝາຍສັງຄົມນິຍົມ ແມ່ນການປົດປ່ອຍແຫຼ່ງກຳລັງມະນຸດ, ເສີມຂະຫຍາຍແຫຼ່ງກຳລັງນີ້ເປັນຢ່າງດີທີ່ສຸດ ຈຶ່ງຈະສ້າງປະຖົມປັດໄຈ, ພີ້ນຖານໃຫ້ແກ່ການປົດປ່ອຍທຸກແຫຼ່ງກຳລັງ ສ້າງເປັນກຳລັງແຮງສັງລວມ ນຳປະເທດ ແລະ ຊາດ ມຸ່ງໄປເຖິງວິໄສທັດ 2045 ກ່ຽວກັບປະເທດຫວຽດນາມ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ວັດທະນາຖາວອນ.

ລັດຖະທຳມະນູນຫວຽດນາມ ປີ 2013 ບໍ່ພຽງແຕ່ໄດ້ຢັ້ງຢືນທີ່ຕັ້ງ ແລະ ບົດບາດການນຳພາເທົ່ານັ້ນ, ຫາກຍັງໄດ້ເນັ້ນໜັກເຖິງຄວາມຮັບຜິດຊອບຂອງພັກ ອີກດ້ວຍ, ນັ້ນແມ່ນ: “ຮັບໃຊ້ ປຊຊ, ຕ້ອງຢູ່ພາຍໃຕ້ການຕິດຕາມກວດກາຂອງ ປຊຊ, ຮັບຜິດຊອບຕໍ່ ປຊຊ ກ່ຽວກັບບັນດາການຕັດສິນຂອງຕົນ. ລັດຖະທຳມະນູນ ໄດ້ຮັບຮູ້ຫຼາຍສິດໃໝ່ຂອງຜູ້ຄົນ, ພົນລະເມືອງ.....

ໃນໄລຍະຈະມາເຖິງ, ເປົ້າໝາຍຂອງການສືບຕໍ່ເສີມຂະຫຍາຍສິດເປັນເຈົ້າຂອງ ປຊຊ ແມ່ນບົນພື້ນຖານຍົກສູງສະຕິຄວາມຮັບຮູ້, ຫັນເປັນລະບອບລະບຽບການຢ່າງຄົບຖ້ວນ ແລະ ຈັດຕັ້ງປະຕິບັດຢ່າງຂ້ຽວຂາດກ່ວາສິດອະທິປະໄຕຂອງ ປຊຊ ແລະ ບົດບາດເປັນເຈົ້າກຳຂອງ ປຊຊ ໃນວິວັດການສ້າງ ແລະ ປັບປຸງລັດແຫ່ງກົດໝາຍສັງຄົມນິຍົມ ຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ