ສັບ​ປະ​ດາ​ຂັ້ນ​ສູງກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ: ພາ​ກິດ​ກຳ ແລະ ສິ່ງ​ທ້າ​ທາຍ

(VOVWORLD) -ນັບແຕ່ວັນທີ 20 ຫາວັນທີ 26 ກັນຍາ, ມີການນຳປະມານ 150 ທ່ານໃນໂລກເຂົ້າຮ່ວມກອງປະຊຸມຄັ້ງທີ 77 ຂອງກອງປະຊຸມສະມັດຊາໃຫຍ່ ສປຊ ຢູ່ ນິວຢອກ, ອາເມລິກາ. ໃນສະພາບການໂລກພວມປະເຊີນໜ້າກັບສິ່ງທ້າຫຼາຍຢ່າງຄື ວິກິດການດ້ານມະນຸດສະທຳ, ການປະທະກັນກ່ຽວກັບການປະກອບອາວຸດ, ການປ່ຽນແປງຂອງດິນຟ້າອາກາດ, ເສດຖະກິດບໍ່ເປັນປົກກະຕິ…, ພາລະກຳຂອງກອງປະຊຸມສະມັດຊາໃຫຍ່ ສປຊ ແມ່ນຊອກຫາວິທີແກ້ໄຂໃຫ້ແກ່ບັນດາບັນຫານີ້ ເພື່ອຊ່ວຍກຳນົດອະນາຄົດທີ່ຍືນຍົງໃຫ້ແກ່ມວນມະນຸດ.

ສັບປະດາຂັ້ນສູງກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 77 ຖືກຈັດຂຶ້ນແບບເຊິ່ງໜ້າຢູ່ນະຄອນ ນິວຢອກ ພາຍຫຼັງຖືກຕັດຕອນ ແລະ ຈຳກັດເປັນເວລາ 2 ປີ ຍ້ອນໂລກລະບາດໂຄວິດ - 19. ເຫດການດັ່ງກ່າວໄດ້ຮັບຖືວ່າ ແມ່ນການທົດລອງສຳລັບລັດທິຫຼາຍຝ່າຍ ແລະ ນຳມາເຊິ່ງຄວາມຫວັງກ່ຽວກັບສັນຕິພາບແບບຍາວນານໃຫ້ແກ່ໂລກ.

ລັດທິຫຼາຍຝ່າຍພວມປະເຊີນໜ້າຕໍ່ສິ່ງທ້າທາຍຫຼາຍຢ່າງທີ່ບໍ່ເຄີຍມີມາກ່ອນ

        ທີ່ພິທີປິດກອງປະຊຸມສະມັດຊາໃຫຍ່ ສປຊ ຊຸດທີ 76 ທີ່ໄດ້ດຳເນີນໃນວັນທີ 12 ກັນຍາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ເນັ້ນໜັກວ່າ ລັດທິຫຼາຍຝ່າຍພວມຢືນຢູ່ຕໍ່ໜ້າສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ ແລະ ນີ້ແມ່ນການທົດລອງຄວາມສາມັກຄີ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງບັນດາປະເທດທີ່ມີຕໍ່ກັນ. ເພາະສະນັ້ນ, ຍັງບໍ່ທັນມີເວລາໃດທີ່ໂລກໄດ້ປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງຄືໃນປັດຈຸບັນ, ນັບແຕ່ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ, ໄພເງິນເຟີ້ສູງ, ລັດທິກໍ່ການຮ້າຍ ແລະ ຫົວຮຸນແຮງ ຕະຫຼອດຮອດມົນລະພິດສິ່ງແວດລ້ອມ, ນ້ຳຖ້ວມ, ໄພແຫ້ງແລ້ງ, ໂລກລະບາດໂຄວິດ - 19 ແລະ ໂລກລະບາດໃໝ່… ການປະທະກັນຕ່າງໆໃນໂລກພວມເຮັດໃຫ້ປະຊາຊົນນັບລ້ານຄົນຕ້ອງດຳລົງຊີວິດໃນສະພາບອຶດຫິວ, ທຸກຍາກ ແລະ ສະພາບຄວາມບໍ່ສະເໝີພາບ ພວມສືບຕໍ່ສົ່ງຜົນກະທົບຕໍ່ການຟື້ນຟູ ແລະ ພັດທະນາຢູ່ຫຼາຍປະເທດໃນໂລກ.

        ເຖິງຢ່າງໃດກໍຕາມ, ໃນຈຳນວນສິ່ງທ້າທາຍເຫຼົ່ານັ້ນ, ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ແລະ ວິກິດການດ້ານສະບຽງອາຫານໃນທົ່ວໂລກ ໄດ້ຮັບຖືວ່າ ແມ່ນຫົວຂໍ້ທີ່ຮ້ອນເຮັ່ງ, ມີຄວາມສຳຄັນແຖວໜ້າໃນໂຄງການດຳເນີນງານຂອງ ວາລະປຶກສາຫາລືລວມຂັ້ນສູງຂອງສະມັດຊາໃຫຍ່ ສປຊ ຊຸດທີ 77 ຄັ້ງນີ້. ການປະທະກັນລະຫວ່າງ ລັດເຊຍ ແລະ ຢູແກຼນ, ສອງປະເທດໄດ້ສົ່ງອອກທັນຍາຫານ, ປຸ໋ຍດ້ວຍຈຳນວນຫຼາຍ, ຍິ່ງເຮັດໃຫ້ສະພາບວິກິດການດ້ານສະບຽງອາຫານ ທີ່ເຄີຍຖືກຜົນກະທົບຂອງໂລກລະບາດໂຄວິດ - 19 ແລະ ການປ່ຽນແປງຂອງດິນຟ້າອາກາດ ຮ້າຍແຮງຂຶ້ນຕື່ມ. ຫວ່າງມໍ່ໆມານີ້, ອົງການສະບຽງອາຫານໂລກ ຂອງ ສປຊ  ໃຫ້ຮູ້ວ່າ ມີປະມານ 345 ລ້ານຄົນ ພວມປະເຊີນໜ້າກັບສະພາບຂາດຄວາມໝັ້ນຄົງດ້ານສະບຽງອາຫານຢູ່ 82 ປະເທດ ແລະ ເຂດແຄວ້ນ ເຊິ່ງອົງການນີ້ໄດ້ເຄື່ອນໄຫວ, ເພີ່ມຂຶ້ນທົບ 2 ເທົ່າເມື່ອທຽບໃສ່ຕົວເລກກ່ອນເກີດໂລກລະບາດໂຄວິດ - 19 ແຜ່ລະບາດ ໃນປີ 2020.

        ເຖິງຢ່າງໃດກໍຕາມ, ວົງການນັກຊ່ຽວໄດ້ໃຫ້ຂໍ້ສັງເກດວ່າ ວາລະປຶກສາຫາລືກອງປະຊຸມສະມັດຊາໃຫຍ່ ສປຊ ຈະເຫັນປະຈັກຕາການແບ່ງແຍກດ້ານການເມືອງຢ່າງເລິກເຊິ່ງລະຫວ່າງ ອາເມລິກາ ແລະ ບັນດາປະເທດສຳພັນທະມິດຕາເວັນຕົກ ໃນການແກ້ງແຍ້ງທີ່ຖືກຜົນກະທົບທາງການທູດກັບ ອາເມລິກາ. ໄລຍະຜ່ານມາ, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Antony Blinken ແລະ ທ່ານປະທານາທິບໍດີຝລັ່ງ Emmanuel Macron ລ້ວນແຕ່ມີການຢ້ຽມຢາມ ອາຟະລິກາ ເພື່ອຊອກຫາອິດທິພົນ, ຂົນຂວາຍບັນດາປະເທດສະໜັບສະໜູນຝ່າຍຕາເວັນຕົກໃນການສູ້ຢັນກັນໃນປັດຈຸບັນກັບ ລັດເຊຍ. ໃນຂະນະນັ້ນ, ຜູ້ຕາງໜ້າ ມົດສະກູ ເຂົ້າຮ່ວມວາລະປຶກສາລວມ ເຊິ່ງຄາດວ່າຈະດຳເນີນການພົບປະກັບການນຳບັນດາປະເທດປະມານ 20 ຄັ້ງຢູ່ ນິວຢອກ. ບັນດາການຜັນແປນີ້ ອາດຈະເຮັດໃຫ້ຄວາມສົນໃຈຕໍ່ວິກິດການຕ່າງໆຖືກຈາງໄປ, ເປັນຕົ້ນແມ່ນການປ່ຽນແປງຂອງດິນຟ້າອາກາດ, ວິກິດການດ້ານການສຶກສາ, ໂລກລະບາດ…

ເຄື່ອນໄຫວເພື່ອການພັດທະນາລວມ

        ໃນສະພາບການນັ້ນ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຢູ່ວາລະໄຂສັບປະດາກອງປະຊຸມສະມັດຊາໃຫຍ່ ສປຊ ໄດ້ກ່າວເຕືອນວ່າ ການປະທະກັນເກີດຂຶ້ນຢູ່ທຸກບ່ອນ, ບັນດາໄພພິບັດດ້ານດິນຟ້າອາກາດ, ຄວາມໄວ້ເນື້ອເຊື່ອໃຈຫຼຸດລົງ, ການແບ່ງແຍກ, ຄວາມບໍ່ລົງລອຍກັນ, ໄພອຶດຫິວ, ການຂາດຍຸຕິທຳ, ການຈຳແນກການປະພຶດ ແລະ ລາຄາພະລັງງານ ແລະ ສະບຽບອາຫານກໍເພີ່ມຂຶ້ນສູງ ເຮັດໃຫ້ວິວັດທະນາການ ມຸ່ງໄປເຖິງບັນດາເປົ້າໝາຍພັດທະນາແບບຍືນຍົງ ນັບມື້ນັບໄປໄກກວ່າ. ດ້ວຍຫົວຂໍ້ “ຈຸດເວລາຂອງເປົ້າໝາຍພັດທະນາແບບຍືນຍົງ”, ຜູ້ນຳໜ້າ ສປຊ ໄດ້ເນັ້ນໜັກວ່າ ວິວັດທະນາການນີ້ບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ ພວມຢືນຢູ່ຕໍ່ໜ້າຈຸດເວລາທີ່ມີລັກສະນະຕັດສິນ, ປະຊາຄົມສາກົນຕ້ອງພະຍາຍາມກວ່າອີກເພື່ອນຳໂລກກັບຄືນສູ່ເສັ້ນທາງພັດທະນາແບບຍືນຍົງຄືນໃໝ່.  ບັນດາການນຳໂລກຕ້ອງມີການເຄື່ອນໄຫວເພື່ອການພັດທະນາລວມ, ບໍ່ສາມາດຊັກຊ້າ ຫຼື ລໍຄອຍໄດ້. ລັດຖະບານບັນດາປະເທດຕ້ອງລົງທຶນຢູ່ໃນລະດັບສູງທີ່ສຸດ ອາດຈະແມ່ນດ້ານສາທາລະນະສຸກ, ການສຶກສາ ແລະ ສຸຂະພາບວົງຄະນະຍາດ, ໂດຍສະເພາະແມ່ນສຳລັບການຊ່ວຍເຫຼືອຄົນລີ້ໄພ ແລະ ອົບພະຍົບ; ຮັບປະກັນເພື່ອໃຫ້ປະຊາຊົນຜ່ານຜ່າສະພາບວິກິດການເສດຖະກິດ, ເພີ່ມວຽກເຮັດງານທຳ, ພິເສດແມ່ນໃນບັນດາຂົງເຂດເຕັກນິກດີຈີຕອນ ແລະ ພະລັງງານສີຂຽວ.

        ສະພາບການສາກົນ, ສາຍພົວພັນລະຫວ່າງບັນດາປະເທດແບບສອງຝ່າຍ ແລະ ຫຼາຍຝ່າຍຈະມີສິ່ງທ້າທາຍຫຼາຍຢ່າງທີ່ບໍ່ອາດຄາດຄະເນລ່ວງໜ້າໄດ້, ແຕ່ດ້ວຍການຮ່ວມມືໃນຫຼາຍຂົງເຂດ, ຈາກດ້ານການຄ້າຕະຫຼອດຮອດການທູດ, ການເຈລະຈາ ແລະ ໄກ່ເກ່ຍ, ສປຊ ແລະ ລະບົບຫຼາຍຝ່າຍ ເຊິ່ງປັດຈຸບັນຍັງແມ່ນຄວາມຫວັງທີ່ດີງາມສຳລັບມະນຸດໃນທົ່ວໂລກ. ກອງປະຊຸມຂັ້ນສູງປະຈຳປີຂອງສະມັດຊາໃຫຍ່ ສປຊ ແມ່ນໂອກາດເພື່ອໃຫ້ບັນດາປະເທດພ້ອມກັນຮ່ວມມື, ສ້າງຄວາມໄວ້ເນື້ອເຊື່ອໃຈ ເພື່ອອະນາຄົດແຫ່ງສັນຕິພາບ ແລະ ສວຍງາມກວ່າ./.

ຕອບກັບ

ຂ່າວ/ບົດ​ອື່ນ