ສປປ ເກົາຫລີ ຊອກຫາຄູ່ຮ່ວມມືໃຫມ່ຢູ່ ເອີລົບ

(vovworld) -ທ່ານ Kang Sok Ju, ເລ​ຂາ​ທິ​ການ​, ຮັບ​ຜິດ​ຊອບ​ບັນ​ຫາ​ການ​ຕ່າງ​ປະ​ເທດ​ຂອງ​ພັກ​ແຮງ​ງານ ສ​ປ​ປ ເກົາ​ຫລີ ພວມ​ໄປຢ້ຽມ​ຢາມ​ເອີ​ລົບ. ນີ້​ແມ່ນ​ການ​ຢ້ຽມ​ຢາມ​ເອີ​ລົບ  ​ທີ່ບໍ່​ຄ່ອຍ​ມີ ຂອງ​ເຈົ້າ​ຫ​ນ້າ​ທີ່​ຂັ້ນ​ສູງ ສ​ປ​ປ ເກົາ​ຫລີ ໃນ​ໄລ​ຍະ​ມໍ່ໆ​ມານີ້. ການ​ຢ້ຽມ​ຢາມ​ໄດ້​ຮັບ​ຖື​ວ່າ ແມ່ນ​ສັນ​ຍານ​ຂອງ​ເລື່ອງ ພຽງ​ຢາງ ເລີ່ມ​ຕົ້ນ​ວິ​ທີ​ການ​ສຳ​ພັດ​ທາງ​ການ​ທູດ​ເປັນ​ເຈົ້າ​ການກວ່າ​ກັບ​ໂລກ​ພາຍນອກ.

        ໃນ​ການ​ຢ້ຽມ​ຢາມ​ເອີ​ລົບ ມາ​ເປັນ​ເວ​ລາກວ່າ ອາ​ທິດ​ຫ​ນຶ່ງ, ເລີ່ມ​ຕົ້ນ​ແຕ່​ວັນ​ທີ 6/9, ທ່ານ Kang Sok Ju, ຊື່ງ​ແມ່ນ​ຜູ້​ສວມ​ບົດ​ບາດ​ຫລັກ​ແຫລ່ງ​ໃນ​ໄລ​ຍະ​ຍາວໃນ​ການ​ແກ້​ໄຂ​​ການ​ພົວ​ພັນ​ລະ​ຫວ່າງ ສ​ປ​ປ ເກົາ​ຫລີ ກັບ​ບັນ​ດາ​ປະ​ເທດ  ຈ​ະ​ເດີນ​ທ​າງ​ເຖິງ ແບນ​ຊິກ, ສະ​ວິດ ແລະ ປະ​ເທດ ເອີ​ລົບ ຈຳ​ນວນ​ຫ​ນຶ່ງ. ນີ້​ເປັນ​ຄັ້ງ​ທຳ​ອິດ ທ່ານ Kang Sok Ju ໄປ​ຢ້ຽມ​ຢາມ​ຕ່າງ​ປະ​ເທດ ນັບ​ແຕ່​ເມື່ອ​ທ່ານ​ຮັບ​ດຳ​ລົງ​ຕຳ​ແຫ​ນ່ງ​ເປັນ​ເລ​ຂາ​ທິ​ການ ຮັບ​ຜິດ​ຊອບ​ບັນ​ຫາ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ ຂອງ​ພັກ​ແຮງ​ງານ ສ​ປປ ເກົາ​ຫລີ ແຕ່​ເດືອນ 4 ຜ່ານ​ມາ.

ສປປ ເກົາຫລີ ຊອກຫາຄູ່ຮ່ວມມືໃຫມ່ຢູ່ ເອີລົບ - ảnh 1
ທ່ານ Kang Sok Ju
photo:internet

        ຊອກ​ວິ​ທີ​ຫລ​ຸດ​ພົ້ນ​ອອກ​ຈາກ​ຄວາມ​ໂດດ​ດ່ຽວ​ກ່ຽວ​ກັບ​ການ​ພ​ົວ​ພັນ​ກັບ​ຕ່າງ​ປະ​ເທດ ແລະ ເສດ​ຖະ​ກິດ

        ການ​ຢ້ຽມ​ຢາມ​ເອີ​ລົບ ​ຂອງ ທ່ານ Kang Sok Ju ນອນ​ໃນ​ຂອບ​ເຂດ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ພຽງ​ຢາງ ​ຫວ່າງ​ແລ້ວນີ້ ເພື່ອ​ຫລຸດ​ພົ້ນ​ອອກ​ຈາກ​ສະ​ພາບ​ຖືກ​ໂດດ​ດ່ຽວ. ຕາມ​ວາ​ລະ​ສານ​ການ​ເມືອງ​ໂລກ​ຂອງ ຝ​ລັ່ງ ສະ​ບັບ​ອອກ​ເດືອນ 2/2014, ໃນ​ຍອດ​ວົງ​ເງິນ​ສິນ​ຄ້າ​ນຳ​ເຂົ້າ​ຂອງ ສ​ປ​ປ ເກົາ​ຫລີ, ຈີນ ກວມ​ເອົາ 67,2 %, ສ​ເກົາ​ຫລີ ກວມ​ເອົາ 19,4% ແລະ ສະ​ຫະ​ພາບ​ເອີ​ລົບ (EU) ກວມ​ເອົາ 3,6%. ສ່ວນ​ສິນ​ຄ້າ​ສົ່ງ​ອອກ​ຂອງ ສ​ປ​ປ ເກົາ​ຫລີ ໄປ​ຍັງ ຈີນ ກວມ​ເອົາ 61,6%, ໄປ​ຍັງ ສ​ເກົາ​ຫລີ ກວມ​ເອົາ 20% ແລະ ໄປ​ຍັງ EU 4%. ມາ​ຮອດ​ປະ​ຈຸ​ບັນ, ສ​ປ​ປ ເກົາ​ຫລີ ມີ​ເຂດ​ເສດ​ຖະ​ກິດ​ພິ​ເສດ 3 ແຫ່ງ ແລະ ມີ​ແຜນ​ການ​ກໍ່​ສ້າງ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ຕື່ມ​ອີກ 19 ແຫ່ງ ເພື່ອ​ດຶງ​ດູດ​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ. ໃນ​ສະ​ພາບ​ການ​ນັ້​ນ, ຄຳ​ສັ່ງ​ລົງ​ໂທດ​ຂອງ​ປ​ະ​ຊາ​ຄົມ​ໂລກ ໄດ້​ສົ່ງ​ຜົນ​ກະ​ທົບ​ບໍ່​ຫ​ນ້ອຍເຖິງແຜ​ນ​ການນີ້​ຂອງ ພຽງ​ຢາງ. ນັບ​ທັງ​ການ​ພົວ​ພັນ​ແບບ​ພິ​ເສດ​ກັບ​ຈີນ ກໍ​ຖືກ​ເສຍ​ຫາຍ. ທ່ານ Yun Byung se, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ​ເກົາ​ຫລີ ໄດ້​ໃຫ້​ຂ​ໍ້​ສັງ​ເກດ​ວ່າ: ພຽງ​ຢາງ ພວມ​ຕົກ​ໃນ​ສະ​ພາບ​ຄວາມຫ​ຍຸ້ງ​ຍາກ​ກ່ຽວ​ກັບ​ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ ແລະ ເສດ​ຖະ​ກິດ ຍິ່ງກວ່າ​ເວ​ລາ​ໃດ​ໝົດ ຍ້ອນ​ຄຳ​ສັ່ງ​ລົງ​ໂທດ​ຈາກ​ປະ​ຊາ​ຄົມ​ໂລກ ທີ່​ກ່ຽວ​ຂ້ອງ​ເຖິງ​ບັນ​ຫາ​ຍິງທົດ​ລອງ​ລູກ​ສອນ​ໄຟ ແລະ ​ນິວ​ເຄຼຍ.

ໃນ​ສະພາບ​ການນີ້​ກໍ່​ຕ້ອງຄິດ​ໄລ່​ຊັ່ງຊາ​ເຖິງ​ການ​ພົວພັນ​ລະຫວ່າງ ສປປ ​ເກົາຫຼີ ກັບ 3 ປະ​ເທດ: ສ. ​ເກົາຫຼີ, ອາ​ເມ​ລິ​ກາ ​ແລະ ຈີນ. ​ໃນ​ຕົວ​ຈິງ​​ແລ້ວ, ​ນະ​ໂຍບາຍ​ສຳລັບທັງ 3 ປະ​ເທດດັ່ງກ່າວ, ສປປ ​ເກົາຫຼີ ລ້ວນ​ແຕ່​ມານະ​ພະຍາຍາມ​ຮັບປະກັນ​ຄວາມ​ສະຫງົບ​ຂອງ​ປະ​ເທດ, ພັດທະນາ​ບັນດາການ​ພົວພັນ​ດ້ານເສດຖະກິດ​ຢ່າງ​ສະ​ດວກ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ​ໄລຍະ​ມໍ່ໆ​ມາ​ນີ້, ການ​ພົວພັນ​ຕ່າງປະ​ເທດ ຂອງ ສປປ ​ເກົາຫຼີ ​ໄດ້ປະ​ເຊີນໜ້າ​ກັບ​ບັນ​ດາບ​ັນຫາ​ກັບ​ທັງ 3 ປະ​ເທດ​ດັ່ງກ່າວ.

        ສຳລັບ ອາ​ເມ​ລິ​ກາ, ​​ເງື່ອນ​ໄຂ​ທຳ​ອິດ​ເພື່ອ​ປັບ​ປຸງການ​ພົວພັນ​ກັບ ສປປ ​ເກົາຫຼີ ​ຕ້ອງ​​ແມ່ນ​ການ​ປະຕິ​ເສດ​ຂອງ ພຽງ​ຢາງ ກັບ​ໂຄງການອາວຸດ​ນິວ​ເຄຼຍ. ​ແຕ່​ວ່າ, ສປປ ​ເກົາຫຼີ ຖື​ນີ້​ແມ່ນ​ຄຳ​ຮຽກຮ້ອງ​ບໍ່​ສາມາດ​ຮັບ​ຮູ້​ໄດ້.

        ການ​ພົວພັນ​ກັບ ສ. ​ເກົາຫຼີ ກໍ່​ຊົ່ວ​ຮ້າ​ຍລົງ​ຫຼາຍ​ພໍ​ສົມຄວນ​ນັບ​ແຕ່​ປີ 2008. ຄວາມ​ເຄັ່ງ​ຕຶງ​ລະ​ຫວ່າງ 2 ພາກ ​ເກົາຫຼີ ຍັງ​ສືບ​ຕໍ່​ເກີດ​ຂຶ້ນ. ການ​ຖົກ​ຖຽງ​ກັນ, ຄວາມ​ບໍ່​ລົງ​ລອຍ​ກັນ​ຍັງ​ຄົງ​ເກີດ​ຂຶ້ນ ​ແທນ​ທີ​ການ​ສ້າງ​ຕັ້ງ​ບັນດາ​ການ​ຮ່ວມ​ມື​ທີ່​ຕັ້ງໜ້າ.

        ການ​ພົວພັນ​ຂອງ ສປປ ​ເກົາຫຼີ ກັບ ຈີນ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້​ກໍ່ບໍ່​ສະ​ດວກ​ປານ​ໃດ. ​ເລື່ອງ​ທ່ານ​ປະທານ​ປະ​ເທ​ດ ຈີນ ສີຈີ້​ນຜິ​ງ ພາຍຫຼັງ​ຮັບດຳລົງ​ຕຳ​ແໜ່​ງ​ໄດ້​​ໄປ​ປະຕິບັດ​ງານ​ຢູ່ ສ ​ເກົາຫຼີ ​ແທນ​ທີ ຢ້ຽມຢາມ ສປປ ​ເກົາຫຼີ ຄື​ມູນ​ເຊື້ອ​ສະ​ແດງ​ໃຫ້​ເຫັນ​ວ່າການ​ພົວພັນ​ລະຫວ່າງ 2 ປະ​ເທດ​ບໍ່​ຄື​ເກົ່າ​ອີກ​ແລ້ວ. ຊ້ຳ​ບໍ່​ໜຳ, ​ໃນ​ສື​່​ມວນ​ຊົນ ສປປ ​ເກົາຫຼີ ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ​ໄດ້​ເລີ່​ມປະກົດ​ອອກ​ບັນດາ​ຄຳ​ຕຳ​ນິຕິ​ຕຽນ​ແນ​ໃສ່ ຈີນ.

        ​​ໃນຕົວ​ຈິງ​ແລ້ວ, ​ໄລ​ຍະ​ມໍ່​ໆ​ມາ​ນີ້, ພຽງ​ຢາງ ພະຍາຍາມ​ປັບປຸງ​ການ​ພົວພັນ​ກັບ ລັດ​ເຊຍ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ວິ​ກິດ​ການ​ຢູ່ ຢູ​ແກຼນ ​ແລະ ການ​ພົວພັນ ລັດ​ເຊຍ - ຝ່າຍ​ຕາ​ເວັນ​ຕົກ ພວມ​ຊົ່ວ​ຮ້າຍ​ລົງ ​ໄດ້​ສົ່ງ​ຜົນ​ກະທົບ​ໃດ​ໜຶ່ງ​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ ມົດສກູ ​ຕໍ່ ພຽງ​ຢາງ.

        ທຸກໆ​ສາຍ​ເຫດ​ເຫຼົ່າ​ນັ້ນ ​ໄດ້​ເຮັດ​ໃຫ້ ພຽງ​ຢາງ ຕົກລົງ​ຫັນ​ທິດ​ໄປ​ສູ່ ​ເອີ​ລົບ.

        ແງ່​ຫ​ວັງ​ແຫ່ງ​ການ​ຮ່ວມ​ມື​ກັບ ເອີ​ລົບ​ອາດ​ຈະ​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ

        ວົງ​ການ​ນັກ​ໄຈ້​ແຍກ​ຖື​ວ່າ: ປະ​ຈຸ​ບັນ​ຍາກ​ທີ່​ຄາດ​ຄະ​ເນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ພຽງ​ຢາງ ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ ເອີ​ລົບ ຈະ​ສຳ​ເລັດ​ຜົນ​ຄື​ແນວ​ໃດ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນ​ດາ​ການ​ນຳ ເອີ​ລົບ ບໍ່​ສ້າງ​ຄວາມ​ຫ​ຍຸ້ງ​ຍາກ​ປານ​ໃດຕໍ່ ສ​ປ​ປ ເກົາ​ຫລີ ເມື່ອ​ທຽບ​ໃສ່​ກັບ​ການ​ນຳ ອາ​ເມ​ລິ​ກາ ຫລື ສ​ເກົາ​ຫລີ ແຕ່​ບັນ​ຫາ​ນິວ​ເຄຼຍ ກໍ​ຄື​ເນື້ອ​ແທ້​ນະ​ໂຍ​ບາຍ​ພາຍ​ໃນ​ຂອງ ພຽງ​ຢາງ ອາດ​ຈະ​ເປັນ​ສິ່ງ​ກີດ​ຂວາງບໍ່​ຫ​ນ້ອຍ​ສຳ​ລັບ​ການ​ປັບ​ປຸງ​ສາຍ​ພົວ​ພັນ​ລະ​ຫວ່າງ 2 ຝ່າຍ. ນອກນັ້ນ ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ເອີ​ລົບ ຜ່ານ​ຜ່າ​ວິ​ກິດ​ການ​ຢ່າງ​ຫ​ນັກ​ຫ​ນ່ວງ,ສະ​ນັ້ນ​ເຂົາ​ເຈົ້າ​ກໍ​ບໍ່​ອາດສາ​ມາດ​ຫ​ນູນ​ຊ່ວຍ​ໃນ​ຈຸດ​ເວ​ລານີ້.

        ​ມີແຫລ່ງ​ຂ່າວ​ໃຫ້​ຮູ້​ວ່າ ພ້ອມ​ກັບ​ການ​ຢ້ຽມ​ຢາມ ເອີ​ລົບ ຂອງ​​ທ່ານ Kang Sok Ju, ເລ​ຂາ​ທິ​ການ ຮັບ​ຜິດ​ຊອບ​ບັນ​ຫາ​ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ ຂອງ​ພັກ​ແຮ​ງ​ງານ ສ​ປ​ປ ເກົາ​ຫລີ, ຄາດ​ວ່າ ທ່ານ Ri Su Yong, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ​ປ​ປ ເກົາ​ຫລີ  ຈະ​ເດີນ​ທາງ​ເຖິງ ນິວຢອກ ໃນ​ທ້າຍ​ເດືອນ 9 ນີ້ ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂອງ​ສະ​ພາ​ຄວາມ​ໝັ້​ນ​ຄົງ ສ​ປ​ຊ. ຖ້າ​ຫາກ​ແຜນ​ການນີ້ ໄດ້​ຮັບ​ການ​ຜັນ​ຂະ​ຫ​ຍາຍ ນີ້​ຈະ​ເປັນ​ຄັ້ງ​ທຳ​ອິດ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ​ປ​ປ ເກົາ​ຫລ​ີ ເດີນ​ທາງ​ເຖິງ ອາ​ເມ​ລິ​ກາ ໃນ​ຮອບ​ເວ​ລາ 15 ປີ​ຜ່ານ​ມາ ແລະ ເປັນ​ສັນ​ຍານ​ຕັ້ງ​ຫ​ນ້າ​ຈາກ ຝ່າຍ ພຽງ​ຢາງ.

        ດ້ວຍ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ສ​ປ​ປ ເກົາ​ຫລີ ເພື່ອ​ຕັ້ງ​ຫ​ນ້າ​ຫັນ​ສາຍ​ພົວ​ພັນ​ຂອງ​ເຂົາ​ເຈົ້າ​ກັບ​ໂລກ​ພາຍນອກ​ທີ່​ໄດ້​ຮັບ​ຖື​ວ່າ​ແມ່ນ​ກຳ​ລັງ​ຫ​ນູນ​ໃຫມ່​ໃນ​ວິ​ວັດ​ການ​ເຮັດ​ໃຫ້​ສ​ະ​ພາບ​ການ​ຢູ່​ແຫລມ​ເກົາ​ຫລີ​ປອດ​ໃສ​ກວ່າ. ເຖິງ​ຢ່າງ​ໃດ​ກ​ໍ​ຕາມ, ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມນີ້​ສາ​ມາດ​ບັນ​ລຸ​ໝາກ​ຜົນ​ດີ​ຫລືບໍ່ ຍັງ​ອີງ​ໃສ່​ຫລາຍ​ປັດ​ໄຈ, ຄຽງ​ຂ້າງ​ເຈດ​ຕະ​ນາ​ດີ​ຂອງ​ພຽງ​ຢາງ.

ຕອບກັບ

ຂ່າວ/ບົດ​ອື່ນ