ສຸມພູມປັນຍາຄົ້ນຄວ້າ,ວາງອອກບັນດາແຜນນະໂຍບາຍ,ລັດຖະນະໂຍບາຍທີ່ຖືກຕ້ອງ

(VOVWORLD) -ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຢືນຢັນບົດລາຍງານການເມືອງ ແມ່ນເອກະສານສຳຄັນເປັນຈຸດສຸມຂອງກອງປະຊຸມໃຫຍ່, ແມ່ນພື້ນຖານເພື່ອສ້າງເອກະສານສະບັບຕ່າງໆ.

ສຸມພູມປັນຍາຄົ້ນຄວ້າ,ວາງອອກບັນດາແຜນນະໂຍບາຍ,ລັດຖະນະໂຍບາຍທີ່ຖືກຕ້ອງ - ảnh 1 ກອງປະຊຸມຄັ້ງທີ 11 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 12

(ພາບ: dangcongsan.vn)

ທີ່ກອງປະຊຸມຄັ້ງທີ 11 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພວມດຳເນີນຢູ່ຮ່າໂນ້ຍ, ບັນດາຜູ້ແທນຈະປະກອບຄຳເຫັນໃສ່ບັນດາຮ່າງເອກະສານເພື່ອຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ; ບົດລາຍງານສະພາບເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດປີ 2019, ຄາດຄະເນແຜນການພັດທະນາເສດຖະກິດ - ສັງຄົມ, ງົບປະມານແຫ່ງລັດປີ 2020 ແລະ ບາງບັນຫາສຳຄັນອື່ນໆອີກ. ໃນບົດກ່າວປາໄສໄຂກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຊີ້ແຈ້ງບາງບັນຫາທີ່ຄວນເອົາໃຈໃສ່ປຶກສາຫາລື, ປະກອບຄຳເຫັນທີ່ກອງປະຊຸມຄັ້ງນີ້.

        ກ່ຽວກັບຮ່າງບົດລາຍງານການເມືອງ ແລະ ບົດລາຍງານ 10 ປີແຫ່ງການປະຕິບັດໂຄງການການເມືອງ 2011 ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຢືນຢັນບົດລາຍງານການເມືອງ ແມ່ນເອກະສານສຳຄັນເປັນຈຸດສຸມຂອງກອງປະຊຸມໃຫຍ່, ແມ່ນພື້ນຖານເພື່ອສ້າງເອກະສານສະບັບຕ່າງໆ.

ປະຊາຊົນມີຄວາມຫວັງຈະສ້າງໄດ້ບົດລາຍງານການເມືອງທີ່ທຽບເທົ່າ

        ທ່ານເລຂາທິການໃຫຍ່, ປະທານປະເທດ ສະເໜີໃຫ້ບັນດາຄະນະກຳມະການສູນກາງຄົ້ນຄວ້າຢ່າງລະອຽດ, ປຶກສາຫາລື, ປະກອບຄຳເຫັນໃສ່ບົດລາຍງານການເມືອງ, ພິເສດເອົາໃຈໃສ່ເຖິງບັນດາບັນຫາໃຫຍ່, ບັນດາເນື້ອໃນສຳຄັນກ່ຽວກັບທັດສະນະ, ແນວຄິດຊີ້ນຳນຳພາ, ບັນດາແຜນນະໂຍບາຍ, ນະໂຍບາຍ, ມາດຕະການປ່ຽນແປງໃໝ່ທີ່ສຳຄັນ, ມີຄວາມໝາຍຍຸດທະສາດ, ມີລັກສະນະບຸກທະລຸ, ມີຄວາມເປັນໄປໄດ້ສູງ ແລະ ບັນດາບັນຫາທີ່ຍັງມີຄວາມເຫັນແຕກຕ່າງກັນ. ຕາມທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ແລ້ວ, ສຳລັບແຕ່ລະບັນຫາ, ຕ້ອງລົງເລິກໄຈ້ແຍກ, ຕີລາຄາສະພາບການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ ແລະ ບັນດາມະຕິສູນກາງພັກ; ຊີ້ແຈ້ງບັນດາ ແຜນນະໂຍບາຍ, ນະໂຍບາຍໃດຂອງພັກທີ່ໄດ້ຮັບການຊາບຊຶມ, ຫັນເປັນລະອຽດ, ຫັນເປັນລະບອບລະບຽບການ ແລະ ຈັດຕັ້ງການປະຕິບັດເປັນຢ່າງດີ, ບັນລຸໝາກຜົນແທດຈິງ; ບັນດາແຜນນະໂຍບາຍ, ນະໂຍບາຍໃດທີ່ຍັງຊັກຊ້າ ຫຼື ຍັງບໍ່ທັນນຳເຂົ້າໃນການປະຕິບັດ, ຍັງບໍ່ທັນເສີມຂະຫຍາຍຄຸນປະໂຫຍດໄດ້ເທື່ອ; ສາຍເຫດແມ່ນຍ້ອນຫຍັງ? ຈາກນັ້ນ, ຢືນຢັນລັກສະນະສືບທອດ, ເພີ່ມເຕີ່ມ, ພັດທະນາບັນດາຄາດໝາຍ, ທັດສະນະ, ແຜນນະໂຍບາຍ, ນະໂຍບາຍ ແລະ ທິດທາງ, ໜ້າທີ່ໃດ ເພື່ອສືບຕໍ່ປະຕິບັດການປ່ຽນແປງໃໝ່ຢ່າງຮອບດ້ານ, ຄົບຊຸດ, ເໝາະສົມກັບສະພາບຕົວຈິງຢູ່ພາຍໃນປະເທດ ແລະ ຕ່າງປະເທດ ເພື່ອແນໃສ່ສືບຕໍ່ກໍ່ສ້າງພັກ ແລະ ລະບົບການເມືອງໃຫ້ປອດໃສ, ໝັ້ນຄົງເຂັ້ມແຂງ; ສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຢ່າງວ່ອງໄວ ແລະ ຍືນຍົງກວ່າໃນໄລຍະຈະມາເຖິງ.

        ກ່ຽວກັບຮ່າງບົດລາຍງານເສດຖະກິດ - ສັງຄົມ ຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ, ເນັ້ນໜັກວ່າ ນີ້ແມ່ນບົດລາຍງານສຳຄັນພິເສດ, ໄດ້ຊຶມເລິກເຂົ້າຂົງເຂດພື້ນຖານ, ໜ້າທີ່ຈຸດສຸມຂອງພາລະກິດແຫ່ງການປ່ຽນແປງໃໝ່, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ສະເໜີໃຫ້ສູນກາງພັກ ອີງໃສ່ສະພາບຕົວຈິງຂອງປະເທດຊາດນັບແຕ່ຕົ້ນອາຍຸການມາຮອດປະຈຸບັນ ແລະ ແຜນການ 5 ປີ, ຍຸດທະສາດ 10 ປີກ່ຽວກັບການພັດທະນາເສດຖະກິດ - ສັງຄົມ, ສຸມໃສ່ປຶກສາຫລື, ຕີລາຄາຢ່າງພາວະວິໄສ, ມີວິທະຍາສາດກ່ຽວກັບສະພາບການປະຕິບັດເປົ້າໝາຍ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີ 2016 – 2020 ແລະ ໄລຍະ 10 ປີ 2011 – 2020 ເພື່ອສະໜີຕໍ່ກອງປະຊຸມໃຫຍ່ຂອງພັກ 2 ຄັ້ງ; ກຳນົດຢ່າງຈະແຈ້ງ, ຖືກຕ້ອງທີ່ຕັ້ງ, ກຳລັງໜູນ, ແຫຼ່ງກຳລັງຂອງປະເທດຊາດ, ກຳລັງແຮງຂອງຊາດ ກ່ອນທີ່ຈະກ້າວເຂົ້າສູ່ອາຍຸການແຜນການ 5 ປີ, ຍຸດທະສາດ 10 ປີແຫ່ງການພັດທະນາເສດຖະກິດ - ສັງຄົມໃໝ່.

        “ບົນພື້ນຖານການຕີລາຄາສະພາບການເສດຖະກິດ - ສັງຄົມຂອງປະເທດຫວຽດນາມ ໃນປະຈຸບັນຢ່າງຖືກຕ້ອງ, ຄິດໄລ່ກາລະໂອກາດ, ຄວາມສະດວກທີ່ຫາກໍ່ປະກົດຂຶ້ນ ແລະ ຄາດຄະເນລ່ວງໜ້າບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍທີ່ຕ້ອງຜ່ານຜ່າໃນສະພາບການໂລກ, ພາກພື້ນມີການຜັນແປຢ່າງວ່ອງໄວ, ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4 ທີ່ສົ່ງຜົນກະທົບຢ່າງແຮງ, ຫຼາຍແງ່ມູມສຳລັບທຸກໆປະເທດ, ຊົນຊາດ, ບົດລາຍງານເສດຖະກິດ - ສັງຄົມຄວນກຳນົດທິດທາງ, ທັດສະນະ, ເປົ້າໝາຍ, ບັນດາຂອດບຸກທະລຸຍຸດທະສາດ, ໜ້າທີ່ ແລະ ມາດຕະການແກ້ໄຂໃນການພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີ 2021 – 2025 ແລະ ໄລຍະ 10 ປີ 2021 – 2030 ເຮັດແນວໃດໃຫ້ຖືກຕ້ອງ, ຕິດພັນກັບສະພາບຕົວຈິງຂອງປະເທດຊາດ ແລະ ໃນສະພາບສາກົນ, ພາກພື້ນ”.

        ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ໄດ້ໃສ່ໃຈບັນດາເປົ້າໝາຍ, ໜ້າທີ່ລະອຽດ, ບັນດາກົນໄກ, ນະໂຍບາຍ, ມາດຕະການໃໝ່ມີລັກສະນະບຸກທະລຸ, ສາມາດເປັນໄປໄດ້ສູງ, ປະກອບສ່ວນຢ່າງແທດຈິງເຂົ້າໃນການເສີມຂະຫຍາຍ, ນຳໃຊ້ທຸກແຫຼ່ງກຳລັງທັງຢູ່ພາຍໃນ ແລະ ຕ່າງປະເທດຢ່າງມີປະສິດທິຜົນ ເພື່ອແນໃສ່ແກ້ໄຂບັນດາບັນຫາເສດຖະກິດ - ສັງຄົມ ທີ່ພວມພົ້ນເດັ່ນຂຶ້ນ ແລະ ບັນດາບັນຫາຍຸດທະສາດ, ຍາວນານສົ່ງຜົນກະທົບໂດຍກົງເຖິງການພັດທະນາຢ່າງວ່ອງໄວ, ໝັ້ນຄົງຂອງປະເທດຊາດ; ປົວແປງ, ຍົກສູງຊີວິດການເປັນຢູ່ນັບທັງທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ປະຊາຊົນ.

ບົດລາຍງານວຽກງານກໍ່ສ້າງພັກ ແມ່ນຫົວເລື່ອງສະເພາະສຳຄັນພິເສດ

        ກ່ຽວກັບຮ່າງບົດລາຍງານສະຫຼຸບໄລຍະ 5 ປີແຫ່ງການປະຕິບັດວຽກງານກໍ່ສ້າງພັກ, ປະຕິບັດກົດລະບຽບຂອງພັກອາຍຸການຊຸດທີ 12, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ງ ໃຫ້ຮູ້ວ່າ, ນີ້ແມ່ນບົດລາຍງານຫົວເລື່ອງສະເພາະມີຄວາມໝາຍສຳຄັນພິເສດໃນກອງປະຊຸມໃຫຍ່ແຕ່ລະຄັ້ງ, ກ່ຽວຂ້ອງເຖິງການປະຕິບັດໜ້າທີ່ຫຼັກແຫຼ່ງຂອງພັກ. ຮ່າງບົດລາຍງານຊີ້ແຈ້ງບັນດາໝາກຜົນທີ່ພົ້ນເດັ່ນ ແລະ ບັນລຸໄດ້ຢ່າງຮອບດ້ານພໍສົມຄວນ; ສະເໜີທິດທາງ ແລະ 10 ໜ້າທີ່, ມາດຕະການແກ້ໄຂສືບຕໍ່ປ່ຽນແປງໃໝ່, ຍົກສູງຄຸນນະພາບ, ປະສິດທິຜົນໃນວຽກງານກໍ່ສ້າງພັກ ໃນອາຍຸການຊຸດທີ 13 ຂອງພັກ, ໃນນັ້ນກຳນົດຢ່າງຈະແຈ້ງ 3 ໜ້າທີ່ຈຸດສຸມ ແລະ 3 ຂອດບຸກທະລຸ. ພ້ອມທັງ, ສະຫຼຸບການປະຕິບັດກົດລະບຽບຂອງພັກ; ສັງລວມຂໍ້ສະເໜີເພີ່ມເຕີມ, ປັບປຸງກົດລະບຽບຂອງພັກ ຂອງອົງຄະນະພັກທຸກຂັ້ນ, ອົງການຈັດຕັ້ງຂອງພັກ ແລະ ຄຳເຫັນຂອງກົມການເມືອງ ສະເໜີແນະຕໍ່ສູນກາງພັກກ່ຽວກັບບັນຫາດັ່ງກ່າວ. ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ, ຊີ້ແຈ້ງວ່າ.

        “ເອົາໃຈໃສ່ໄຈ້ແຍກ, ຊີ້ແຈ້ງບັນດາໜ້າທີ່, ມາດຕະການແກ້ໄຂທີ່ວາງອອກໃຫ້ຕິດແທດກັບສະພາບຕົວຈິງ, ຖືກກັບຈຸດສຸມຫຼືບໍ່, ຄວນສຸມໃສ່ໃຫ້ບຸລິມະສິດການປະຕິບັດບັນດາໜ້າທີ່, ມາດຕະການແກ້ໄຂໃດ; ບັນດາສິ່ງຈຳກັດ, ສິ່ງທີ່ຍັງຄົງຄ້າງໃດ ຍ້ອນຂັ້ນຕອນໃດປະຕິບັດຍັງບໍ່ທັນໄດ້ດີ, ການແນະນຳຍັງບໍ່ທັນຈະແຈ້ງ; ບັນດາຂໍ້ຈຳກັດ, ສິ່ງທີ່ຍັງຄົງຄ້າງໃດຍ້ອນຂໍ້ກຳນົດໃນກົດລະບຽບຂອງພັກ, ບັນຫາຢູ່ໃນລະດັບໃດ, ຕ້ອງໄດ້ຮັບການເພີ່ມເຕີມ, ປັບປຸງກົດລະບຽບ ຫຼື ບໍ່, ຫຼືພຽງປັບປຸງດ້ວຍຂໍ້ກຳນົດ, ການແນະນຳຈາກສູນກາງ, ກົມການເມືອງ, ຄະນະເລຂາທິການ?”.

        ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ງ ເນັ້ນໜັກວ່າ, ປີ 2020 ແມ່ນປີສຸດທ້າຍຂອງອາຍຸການຊຸດທີ 12 ແລະ ແມ່ນປີຈະດຳເນີນກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ກ້າວໄປເຖິງກອງປະຊຸມໃຫຍ່ທົ່ວປະເທດຊຸດທີ 13 ຂອງພັກ. ເນື້ອໃນລາຍການກອງປະຊຸມສູນກາງພັກໃນຄັ້ງນີ້ມີຄວາມໝາຍສຳຄັນພິເສດຕໍ່ການຊີ້ນຳນຳພາປະຕິບັດບັນດາໜ້າທີ່ຂອງປີ 2019 – 2020 ໃຫ້ເປັນຢ່າງດີ ກໍຄືທັງອາຍຸການ ແລະ ຈັດຕັ້ງກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ ກ້າວໄປເຖິງກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກໃຫ້ປະສົບຜົນສຳເລັດ. ສະນັ້ນ, ບັນດາຄະນະກຳມະການສູນກາງພັກ ຕ້ອງເສີມຂະຫຍາຍຈິດໃຈຄວາມຮັບຜິດຊອບຢ່າງສູງຕໍ່ພັກ, ຕໍ່ປະຊາຊົນ ແລະ ຕໍ່ປະເທດຊາດ, ສຸມພູມປັນຍາເພື່ອຄົ້ນຄວ້າ, ປຶກສາຫາລືຢ່າງລະອຽດ, ປະກອບຄຳເຫັນເພື່ອສືບຕໍ່ສ້າງບັນດາຮ່າງບົດລາຍງານໃຫ້ສົມບູບແບບ ແລະ ພິຈາລະນາ, ຕັດສິນບັນດາບັນຫາສຳຄັນອື່ນໆໃນລາຍການຂອງກອງປະຊຸມ.

ຕອບກັບ

ຂ່າວ/ບົດ​ອື່ນ