ສື່ມວນຊົນ ແລະ ການເຫັນເປັນດີຈີຕອນ: ການຫັນເປັນດີຈີຕອນສ້າງຍຸກສະໄໝສະໜອງຂໍ້ມູນຂ່າວສານຢ່າງໄວວາ

(VOVWORLD) -ການປະຕິວັດອຸດສາຫະກຳ 4.0 ພວມດຳເນີນໄປຢ່າງແຮງ, ດ້ວຍການພັດທະນາເຕັກໂນໂລຊີສື່ສານໃໝ່ ໄດ້ສ້າງຄວາມກົດດັນຕໍ່ບັນດາອົງການສື່ມວນຊົນຕ້ອງຫັນປ່ຽນສູ່ດີຈີຕອນໃນໄລຍະໃໝ່.
ສື່ມວນຊົນ ແລະ ການເຫັນເປັນດີຈີຕອນ: ການຫັນເປັນດີຈີຕອນສ້າງຍຸກສະໄໝສະໜອງຂໍ້ມູນຂ່າວສານຢ່າງໄວວາ - ảnh 1ຜູ້ເຮັດວຽກງານສື່ມວນຊົນປ່ຽນແປງໃໝ່ດ້ວຍຕົນເອງ ເພື່ອທຽບທັນກັບທ່າອ່ຽງລວມຂອງການພັດທະນາ
(ພາບປະກອບ: TTXVN)

ການຫັນປ່ຽນສູ່ດີຈີຕອນແມ່ນໜຶ່ງໃນບັນດາເປົ້າໝາຍເຊິ່ງໄດ້ຮັບຄວາມເອົາໃຈໃສ່ແຖວໜ້າຈາກລັດຖະບານຫວຽດນາມ ມຸ່ງໄປເຖິງການປະຕິວັດອຸດສາຫະກຳຄັ້ງທີ 4. ສື່ມວນຊົນດ້ວຍຖານະແມ່ນຂະແໜງອາຊີບສຳຜັດໄວກ່ອນໝູ່, ມີປະຕິກິລິຍາຢ່າງໄວວາກວ່າໝູ່ຕໍ່ທຸກການເຄື່ອນໄຫວຂອງສັງຄົມ, ຖືກຜົນກະທົບໂດຍກົງຈາກການຫັນເປັນດີຈີຕອນ.

ການປະຕິວັດອຸດສາຫະກຳ 4.0 ພວມດຳເນີນໄປຢ່າງແຮງ, ດ້ວຍການພັດທະນາເຕັກໂນໂລຊີສື່ສານໃໝ່ ໄດ້ສ້າງຄວາມກົດດັນຕໍ່ບັນດາອົງການສື່ມວນຊົນຕ້ອງຫັນປ່ຽນສູ່ດີຈີຕອນໃນໄລຍະໃໝ່. ສິ່ງດັ່ງກ່າວກໍ່ສ້າງກາລະໂອກາດເພື່ອໃຫ້ແຕ່ລະອົງການສື່ມວນຊົນ ແລະ ຜູ້ເຮັດວຽກງານສື່ມວນຊົນປ່ຽນແປງໃໝ່ດ້ວຍຕົນເອງ ເພື່ອທຽບທັນກັບທ່າອ່ຽງລວມຂອງການພັດທະນາ.

ການຫັນເປັນດີຈີຕອນ: ຄວາມຮຽກຮ້ອງມີລັກສະນະເປັນຕາຍສຳລັບບັນດາອົງການສື່ມວນຊົນ

ການຫັນເປັນດີຈີຕອນໄດ້ຊ່ວຍໃຫ້ສື່ມວນຊົນພິສູດໄດ້ກຳລັງດຶງດູດຕໍ່ມະຫາຊົນ, ດ້ວຍຄວາມສາມາດສົ່ງສານເຖິງຜູ້ອ່ານຢ່າງວ່ອງໄວເກືອບທຽບທັນກັບເຫດການ. ນຳໃຊ້ທ່າແຮງກ່ຽວກັບເຕັກໂນໂລຊີ, ບາງອົງການສື່ມວນຊົນໄດ້ສ້າງສຳນັກບັນນາທິການເຕົ້າໂຮມຫຼາຍປະເພດໂດຍໄວ, ດ້ວຍສະພາບແວດລ້ອມແຫ່ງການເຮັດວຽກທີ່ນັບມື້ນັບທັນສະໄໝ. ພ້ອມກັນນັ້ນ, ເລື່ອງສ້າງເນື້ອໃນສື່ມວນຊົນທີ່ມີຄຸນນະພາບສູງ, ນຳໃຊ້ເຕັກໂນໂລຊີປັນຍາປະດິດ (AI) ເພື່ອສ້າງຄວາມສະດວກໃຫ້ແກ່ມະຫາຊົນ. ເຕັກໂນໂລຊີດີຈີຕອນກໍ່ໜູນຊ່ວຍໃຫ້ນັກຂ່າວຈາກຂອດຮັບຂໍ້ມູນ, ໄຈ້ແຍກຂໍ້ມູນ ຕະຫຼອດຮອດການຜະລິດເນື້ອໃນ ແລະ ອອກພິມຈຳໜ່າຍ.

ເຖິງຢ່າງໃດກໍ່ຕາມ, ສິ່ງທ້າທາຍຂອງບັນດາອົງການສື່ມວນຊົນທີ່ຕ້ອງເວົ້າເຖິງນັ້ນແມ່ນການແກ່ງແຍ້ງຢ່າງຂ້ຽວຂາດຂອງບັນດາຮູບແບບສື່ມວນຊົນໃໝ່, ໃນນັ້ນມີສື່ສັງຄົມອອນລາຍ. ພ້ອມກັນນັ້ນ, ໂລກລະບາດໂຄວິດ-19 ກໍ່ພວມສົ່ງຜົນສະທ້ອນເຖິງການເຄື່ອນໄຫວຂອງສື່ມວນຊົນຫວຽດນາມ, ຍ້ອນນັກຂ່າວໄປເຮັດວຽກອາດຕ້ອງປະເຊີນໜ້າກັບຄວາມສ່ຽງຈາກໂລກລະບາດ. ຄວາມຫຍຸ້ງຍາກໃນການເຮັດວຽກ, ຄວາມຫຍຸ້ງຍາກໃນການຮັບເອົາຂໍ້ມູນຂ່າວສານ ໃນຂະນະທີ່ຂໍ້ມູນຂ່າວສານທາງສື່ສັງຄົມອອນລາຍບໍ່ຕ້ອງຢັ້ງຢືນຄວາມຈິງຂອງເນື້ອໃນຂ່າວ ແລະ ສາມາດອອກຂ່າວໂດຍໄວ.

ດ້ວຍພົນລະເມືອງເກືອບ 100 ລ້ານຄົນ, ຫວຽດນາມ ມີກວ່າ 60 ລ້ານຄົນພວມນຳໃຊ້ສື່ສັງຄົມອອນລາຍ, ກໍ່ແມ່ນຜູ້ສາມາດລົງຂ່າວ ກໍຄືການຫັນປ່ຽນສູ່ດີຈີຕອນດ້ວຍຕົນເອງເພື່ອຮັບໃຊ້ຊີວິດການເປັນຢູ່, ວຽກງານຂອງຕົນເອງ. ສື່ມວນຊົນທາງການເຖິງວ່າແມ່ນມີຫຼາຍ ແຕ່ຍັງຖືກຈຳກັດຍ້ອນຄວາມໄວ ສະນັ້ນສື່ມວນຊົນຕ້ອງມີການປ່ຽນແປງໃໝ່ຢ່າງຮອບດ້ານ ເພື່ອຊ່ອງແສງບັນດາຂໍ້ມູນຂ່າວສານຢ່າງຊັດເຈນ, ປະກອບສ່ວນກຳນົດທິດຫາງສຽງ, ບໍ່ຖືກຕົກຢູ່ໃນທ່າຮັບຈາກລະດັບຄວາມໄວຂອງສື່ສັງຄົມອອນລາຍ. ນັກຂ່າວ ໂຮ່ກວາງເລີ້ຍ, ຮອງປະທານຜູ້ປະຈຳການສະມາຄົມນັກຂ່າວຫວຽດນາມ, ໃຫ້ຮູ້ວ່າ:

“ຫັນສື່ມວນຊົນເປັນດີຈີຕອນບໍ່ພຽງແຕ່ແມ່ນການລົງພິມຂໍ້ມູນຂ່າວສານໃນອີນເຕີເນັດເທົ່ານັ້ນ, ຫາກມັນຍັງສະແດງອອກຢູ່ທັງການເຄື່ອນໄຫວທີ່ມີລັກສະນະຫຼັກແຫຼ່ງ ນັ້ນແມ່ນການປ່ຽນແປງໃໝ່ໃນໂຄງປະກອບ, ການຈັດຕັ້ງ, ຖືເອົາການພິມຈຳໜ່າຍດີຈີຕອນເປັນໃຈກາງ ແລະ ມີຄວາມເປັນເອກະພາບ, ຈັດແບ່ງໜ້າທີ່ລະຫວ່າງບັນດາພາກສ່ວນໃນການພິມຈຳໜ່າຍ, ກະຈາຍສຽງ, ໂທລະພາບ, ໜັງສືພິມເອເລັກໂຕນິກ ເຖິງມະຫາຊົນຢ່າງມີປະສິດທິຜົນທີ່ສຸດ. ຂ້າພະເຈົ້າຄິດວ່າ, ການຫັນເປັນດີຈີຕອນແມ່ນບັນຫາສຳຄັນຂອງທຸກການເຄື່ອນໄຫວເສດຖະກິດ-ສັງຄົມຂອງປະເທດຊາດ.”

ຫັນປ່ຽນເພື່ອຮັບມື

ການຫັນເປັນດີຈີຕອນແມ່ນສິ່ງທ້າທາຍໄປພ້ອມກັບຄວາມຮຽກຮ້ອງປ່ຽນແປງໃໝ່, ແຕ່ກໍ່ສ້າງກາລະໂອກາດໃຫ້ແກ່ສື່ມວນຊົນ. ມີການປ່ຽນແປງໃໝ່ຫຼາຍຢ່າງໃນໄລຍະຜ່ານມາຂອງບັນດາອົງການສື່ມວນຊົນໄດ້ເປັນການສະແດງໃຫ້ເຫັນການປ່ຽນແປງໃໝ່ຢ່າງເຫັນໄດ້ຊັດ. ໂດຍແມ່ນໜຶ່ງໃນບັນດາໜັງສືພິມເອເລັກໂຕນິກທາງການຢູ່ພາຍໃນປະເທດ, ສື່ເອເລັກໂຕນິກ VietnamPlus ຂອງສຳນັກຂ່າວສານຫວຽດນາມ ໄດ້ຜັນຂະຫຍາຍສຳນັກບັນນາທິການຫຼາຍປະເພດ, ເຊື່ອມຕໍ່ກັບຜູ້ອ່ານຢ່າງສະດວກມາແຕ່ດົນ. ດ້ວຍເລື່ອງລົງນາມຂໍ້ຕົກລົງຮ່ວມມືກັບ Insider ໃນວັນທີ 06 ມັງກອນ 2021, VietnamPlus ໄດ້ມີບັນດາມາດຕະການແກ້ໄຂ ແລະ ເຄື່ອງມືນຳໃຊ້ປັນຍາປະດິດ (AI) ເພື່ອແນໃສ່ເພີ່ມຈຳນວນຜູ້ນຳໃຊ້.

ສື່ມວນຊົນ ແລະ ການເຫັນເປັນດີຈີຕອນ: ການຫັນເປັນດີຈີຕອນສ້າງຍຸກສະໄໝສະໜອງຂໍ້ມູນຂ່າວສານຢ່າງໄວວາ - ảnh 2(ນັກຂ່າວ ຟ້າມແມ້ງຮຸ່ງ, ຮອງຜູ້ອຳນວຍການໃຫຍ່ VOV)

ວິທະຍຸກະຈາຍສຽງຫວຽດນາມ (VOV) ແມ່ນໜຶ່ງໃນຈຳນວນບັນດາອົງການສື່ມວນຊົນຫຼັກແຫຼ່ງຂອງປະເທດຊາດ. ດ້ວຍທ່າແຮງແມ່ນອົງການສື່ມວນຊົນຫຼາຍປະເພດ, ບັນດາບົດປະພັນສື່ມວນຊົນຂອງ VOV ໄດ້ສະແດງໃຫ້ເຫັນຄວາມເປັນມືອາຊີບ ແລະ ອອກຂ່າວຜ່ານສື່ມວນຊົນຫຼາຍປະເພດ, ຊ່ວຍໃຫ້ VOV ຢັ້ງຢືນທີ່ຕັ້ງ, ບົດບາດ, ຄວາມສາມາດສຳຜັດກັບມະຫາຊົນຢ່າງຫຼວງຫຼາຍ. ນັກຂ່າວ ຟ້າມແມ້ງຮຸ່ງ, ຮອງຜູ້ອຳນວຍການໃຫຍ່ VOV, ໃຫ້ຮູ້ວ່າ:

“ເພື່ອຮັບມືກັບສະພາບແວດລ້ອມແຫ່ງການແກ່ງແຍ້ງຂໍ້ມູນຂ່າວສານຢ່າງຂ້ຽວຂາດຄືໃນປະຈຸບັນ, ສຳລັບ VOV ແລ້ວ ນັ້ນແມ່ນສິ່ງທ້າທາຍ ແລະ ກໍ່ແມ່ນກາລະໂອກາດ. ດ້ວຍການເຮັດວຽກທີ່ເປັນມືອາຊີບຂອງຖັນແຖວນັກຂ່າວ, ບັນນາທິການແມ່ນປັດໄຈແຖວໜ້າ, ຫຼັງຈາກນັ້ນແມ່ນການໜູນຊ່ວຍຂອງບັນດາເຄື່ອງມື ແລະ ພື້ນຖານເຕັກນິກ ຄືລະບົບກະຈາຍສຽງ, ໂທລະພາບ, ໜັງສືພິມເອເລັກໂຕນິກ. ລັກສະນະມືອາຊີບຂອງລະບົບ, ສົມທົບກັບບັນດາຜົນງານທາງດ້ານເຕັກໂນໂລຊີຂອງ VOV ໄດ້ ອອກຂ່າວຢ່າງໄວທີ່ສຸດ, ສົ່ງເຖິງມະຫາຊົນເກືອບວ່າໂດຍທັນທີ. ໄຊຊະນະຢູ່ທີ່ຄຸນນະພາບຂອງຂໍ້ມູນຂ່າວສານ, ໃຫ້ຂ່າວຢ່າງຊັດເຈນ, ມີວິຊາຊີບ”.

ການປ່ຽນແປງໃໝ່ເພື່ອຮັບມືກັບບັນດາການຫັນປ່ຽນທາງດ້ານເຕັກໂນໂລຊີເຮັດວຽກງານສື່ມວນຊົນ, ວິທີສຳຜັດກັບຂໍ້ມູນຂ່າວສານຂອງມະຫາຊົນ, ສື່ມວນຊົນໄດ້ ແລະ ພວມປະກອບສ່ວນຊ່ວຍໃຫ້ສື່ມວນຊົນຫວຽດນາມ ໄປທັນກັບທ່າອ່ຽງພັດທະນາລວມຂອງສື່ມວນຊົນຢູ່ພາກພື້ນ ແລະ ໃນໂລກ. ການປ່ຽນແປງດັ່ງກ່າວນັ້ນກໍ່ແມ່ນພາກສ່ວນສຳຄັນຂອງການເຄື່ອນໄຫວເສດຖະກິດ-ສັງຄົມຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ