ສື່ມວນຊົນຍາມໃດກໍຮ່ວມເດີນທາງພ້ອມກັບການພັດທະນາຂອງປະເທດຊາດ

(VOVWORLD) -ສື່ມວນຊົນປະຕິວັດຫວຽດນາມໄດ້ເລີ່ມເຄື່ອນໄຫວ ຂະນະທີ່ຜູ້ນຳ ຫງວຽນອ້າຍກ໋ວກ ໝາຍເຖິງປະທານໂຮ່ຈິມິນ ໄດ້ສ້າງຕັ້ງໜັງສືພິມແທງນຽນ(ແປວ່າ ໄວໜຸ່ມ)

ຊຸມວັນນີ້, ຫວຽດນາມພວມຈັດຕັ້ງສະເຫຼີມສະເຫຼີມ 92 ປີແຫ່ງວັນຄົບຮອບຂອງ ສື່ມວນຊົນປະຕິວັດ ( 21/6/1925 – 21/6/2017) ເພື່ອແນໃສ່ຢັ້ງຢືນບົດບາດ ແລະ ຄວາມຮັບຜິດຊອບທາງສັງຄົມຂອງ ສື່ມວນຊົນ, ທັງເປັນການຮັດແໜ້ນສາຍພົວພັນລະຫວ່າງສື່ມວນຊົນກັບມະຫາຊົນ, ເພີ່ມທະວີການນຳພາຂອງພັກກອມມູນິດຫວຽດນາມຕໍ່ ສື່ມວນຊົນ.

ສື່ມວນຊົນຍາມໃດກໍຮ່ວມເດີນທາງພ້ອມກັບການພັດທະນາຂອງປະເທດຊາດ - ảnh 1 ພາບປະກອບ

      ປະຈຸບັນ, ຢູ່ຫວຽດນາມມີນັກຂ່າວປະມານ 17.000 ຄົນໄດ້ຮັບບັດນັກຂ່າວ, ເຄື່ອນໄຫວໃນ 838 ອົງການສື່ມວນຊົນດ້ວຍສື່ສິ່ງພິມເກືອບ 1.100 ສະບັບ; 1 ສຳນັກຂ່າວສານ 1 ແຫ່ງ, ວິທະຍຸກະຈາຍສຽງ ແລະ ໂທລະພາບ 67 ແຫ່ງ; 74 ສື່ເອເລັກໂຕນິກ, 336 ສື່ສັງຄົມ, 1.174 ເວບໄຊ. ກ່ວາ 90% ຈຳນວນຄອບຄົວຊາວຫວຽດນາມໄດ້ຮັບຟັງວິທະຍຸກະຈາຍສຽງຫວຽດນາມ ແລະ ສະຖານີໂທລະພາບຫວຽດນາມ.

     ສ້າງເງື່ອນໄຂເພື່ອສວນມວນຊົນພັດທະນາ

      ພ້ອມກັບບັນດາຂໍ້ກຳນົດລະອຽດໃນລັດຖະທຳມະນູນ, ກົດໝາຍ, ລັດຫວຽດນາມຍາມໃດກໍເອົາໃຈໃສ່ສ້າງລະບົບກົດໝາຍໃຫ້ສົມບູນແບບ, ສ້າງເງື່ອນໄຂໃຫ້ແກ່ບັນດາອົງການ ສື່ມວນຊົນເຮັດຫຼ້ອນໜ້າທີ່, ບົດບາດ, ຄວາມຮັບຊອບທາງສັງຄົມ ແລະ ເສີມຂະຫຍາຍສິດເສລີໃນການປາກເວົ້າ, ສິດເສລີທາງ ສື່ມວນຊົນ. ຫວຽດນາມໄດ້ມີກົດໝາຍວ່າດ້ວຍ ສື່ມວນຊົນ ແລະ ດຳລັດເລກທີ 72 ວ່າດ້ວຍການຄຸ້ມຄອງ,ສະໜອງ, ນຳໃຊ້ການບໍລິການອິນເຕີເນັດ ແລະ ສື່ຂ່າວທາງເຄືອຂ່າຍອິນເຕີເນັດຊຶ່ງແມ່ນລະບົບນິຕິກຳທີ່ສຳຄັນເພື່ອໃຫ້ສື່ມວນຊົນພັດທະນາ. ປະຈຸບັນ, ກະຊວງຖະແຫຼງຂ່າວ ແລະ ສື່ສານພວມສ້າງຮ່າງແຜນກຳນົດສື່ມວນຊົນຫວຽດນາມເຖິງປີ 2020 ແນໃສ່ສ້າງພື້ນຖານສື່ມວນຊົນປະຕິວັດທີ່ໝັ້ນຄົງ ເຂັ້ມແຂງ, ທັງທັນສະໄໝ ທັງມີລັກສະນະອາຊີບສູງໃນໄລຍະຫັນປະເທດຊາດເປັນປະເທດອຸດສາຫະກຳ , ທັນສະໄໝ, ແລະ ເຊື່ອມໂຍງເຂົ້າກັບສາກົນ. ກ່ອນໜ້ານັ້ນ, ລະບົບນະໂຍບາຍສົ່ງເສີມອິນເຕີເນັດພັດທະນາ ໄດ້ນຳຫວຽດນາມກາຍເປັນປະເທດຢຶນອັນດັບທີ 3 ຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ຢືນອັນດັບທີ 8 ຢູ່ອາຊີກ່ຽວກັບຈຳນວນຜູ້ຊົມໃຊ້ອິນເຕີເນັດ, ພ້ອມທັງສ້າງເງື່ອນໄຂເພື່ອໃຫ້ລະບົບສື່ມວນຊົນຊຶ່ງລວມມີ ສື່ສິ່ງພິມ, ວິທະຍຸກະຈາຍສຽງ, ໂທລະພາບ, ສື່ເອເລັກໂຕນິດພັດທະນາຢ່າງກະໂດດຂັ້ນ.

       ສື່ມວນຊົນມີບົດບາດ ແລະ ຄວາມຮັບຜິດຊອບທາງສັງຄົມຢ່າງໃຫຍ່ຫຼວງ

 ສື່ມວນຊົນພັດທະນາບໍ່ພຽງແຕ່ຊ່ວຍຊາວຫວຽດນາມມີຄວາມພໍໃຈຕໍ່ຄວາມຕ້ອງການທາງດ້ານວັດທະນະທຳ, ຮັບເອົາຄວາມຮູ້, ພູມປັນຍາເທົ່ານັ້ນ, ຫາກຍັງເປີດບັນດາເວທີປາໄສດ້ວຍຫຼາຍຮູບແບບທີ່ອຸດົມສົມບູນ, ມີຊີວິດຊີວາເພື່ອໃຫ້ບັນດາອົງການຈັດຕັ້ງສົງຄົມ, ທຸກໆຄົນໄດ້ປະກອບຄຳເຫັນຕໍ່ບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ລັດ ແລະ ຂອງອຳນາດການປົກຄອງທຸກຂັ້ນ, ຍົກສູງປະຊາທິປະໄຕ, ປົກປ້ອງ ແລະ ເສີມຂະຫຍາຍບັນດາຄຸນຄ່າບັນດາຄຸນຄ່າຂອງສິດທິທະນຸດ. ໃນຫຼາຍກໍລະນີ, ສື່ມວນຊົນໄດ້ກາຍເປັນເຄື່ອງມືປົກປ້ອງຜົນປະໂຫຍດຂອງສັງຄົມ, ປົກປ້ອງສິດຂອງປະຊາຊົນ. ອົງການ ສື່ມວນຊົນຫຼາຍແຫ່ງຢູ່ຫວຽດນາມໄດ້ເປັນເຈົ້າການ, ຕັ້ງໜ້າຄົ້ນພົບ ແລະ ຕ່ໍສູ້ຕ້ານໄພສໍ້ລາດບັງຫຼວງ, ຕຳໜິຕິຊົມການກະທຳລະເມີດສິດຂອງປະຊາຊົນ ແລະ ປະກົດການຫຍໍ້ທໍ້ອື່ນໆ. ບັນດາການໂຕ້ວາທີ, ຊັກຖາມ, ຕີລາຄາກ່ຽວກັບບັນດາບັນຫາສຳຄັນຂອງປະເທດຊາດກໍໄດ້ຖືກເປີດເຜີຍທາງສື່ມວນຊົນ. ເປັນອັນວ່າ ສື່ມວນຊົນຫວຽດນາມກໍໄດ້ຢັ້ງຢືນຢ່າງຈະແຈ້ງກ່ຽວກັບບົດບາດ ແລະ ຄວາມຮັບຜິດຊອບທາງສັງຄົມຢ່າງໃຫຍ່ຫຼວງ, ທັງເປັນພາຫະນະທີ່ສຳຄັນໃນການປົກປ້ອງ ແລະ ເສີມຂະຫຍາຍບັນດາຄຸນຄ່າບັນດາຄຸນຄ່າຂອງສິດທິທະນຸດ.

      ສື່ມວນຊົນຮ່ວມເດີນທາງພ້ອມກັບປະເທດຊາດໃນການພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນ

    ສື່ມວນຊົນຫວຽດນາມມີບົດບາດອັນໃຫຍ່ຫຼວງໃນກິດຈະການປ່ຽນແປງໃໝ່ ແລະ ເຊື່ອມໂຍງເຂົ້າກັບສາກົນຂອງປະເທດຊາດໃນໄລຍະທີ່ຜ່ານມາ. ຄວາມຕັ້ງໜ້າ ແລະ ຮ່ວມເດີນທາງຂອງ ສື່ມວນຊົນໃນບັນດາການປ່ຽນແປງໃໝ່ຢ່າງແຂງແຮງຂອງປະເທດຊາດໄດ້ສ້າງແຫຼ່ງອາລົມ, ປະກອບສ່ວນກຳນົດທິດແກ່ທຸກໆຄົນ, ທຸກພາກສ່ວນໃນສັງຄົມເສີມຂະຫຍາຍຈິດໃຈ ແລະ ຄວາມສາມາດປະດິດຄິດສ້າງ, ຮ່ວມແຮງຮ່ວມໃຈສ້າງສັງຄົມໃຫ້ດີງາມກ່ວາ. ສື່ມວນຊົນຫວຽດນາມສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການທີ່ນັບມື້ນັບສູງຂອງສັງຄົມກ່ຽວກັບຂໍ້ມູນຂ່າວສານຂອງບັນດາອົງການສຳນັກງານແຫ່ງລັດ, ຮັບປະກັນການປະຕິບັດຫຼັກການປະຊາຊົນຮູ້, ປະຊາຊົນປຶກສາ, ປະຊາຊົນກວດກາເພື່ອໃຫ້ການເຄື່ອນໄຫວຂອງລັດຖະບານ, ກົງຈັກການປົກຄອງຂັ້ນຕ່າງໆຮັບໃຊ້ປະຊາຊົນເປັນຢ່າງດີກ່ວາ.

     ສະຕິປັນຍາ, ຄວາມກະຕືລືລົ້ນ, ຈິດໃຈຊື່ຕົງ, ກ້າຫານຂອງບັນດານັກຂ່າວຫວຽດນາມໄດ້ສ້າງຜົນງານທີ່ດີເພື່ອໃຫ້ພື້ນຖານ ສື່ມວນຊົນປະຕິວັດຫວຽດນາມຍົງຄົງສືບຕໍ່ຢັ້ງຢືນບົດບາດຮ່ວມເດີນທາງພ້ອມກັບຊາດໃນກິດຈະການເຊື່ອມໂຍງເຂົ້າກັບສາກົນ ແລະ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ