ສື່ມວນ​ຊົນ​ປະ​ຕິ​ວັດ​ຮ່ວມ​ເດີນ​ທາງພ້ອ​ມ​ກັບ​ປ​ະ​ເທດ​ຊາດ

(VOVWORLD) - ວັນທີ 21 ມິຖຸນາ ປີ 1925, ໜັງສືພິມ ແທັງນຽນ (ຊາວໜຸ່ມ) ໂດຍຜູ້ນຳຫງວຽນອ໊າຍກວັກສ້າງຕັ້ງຂຶ້ນ ໄດ້ພິມຈຳໜ່າຍສະບັບທຳອິດ, ສ້າງຂີດໝາຍການກຳເນີດຂອງພື້ນຖານສື່ມວນຊົນປະຕິວັດ ຫວຽດນາມ. ໃນໄລຍະເກືອບ 1 ສະຕະວັດຜ່ານມາ, ຜູ້ເຮັດວຽກງານສື່ມວນຊົນຫຼາຍລຸ້ນຄົນ ດ້ວຍກຳລັງເຫື່ອແຮງ, ພູມປັນຍາຂອງຕົນ ໄດ້ປະກອບສ່ວນສຳຄັນເຂົ້າໃນພາລະກິດແຫ່ງການຕໍ່ສູ້ຍາດເອົາເອກະສາດແຫ່ງຊາດ, ປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ.

ສື່ມວນ​ຊົນ​ປະ​ຕິ​ວັດ​ຮ່ວມ​ເດີນ​ທາງພ້ອ​ມ​ກັບ​ປ​ະ​ເທດ​ຊາດ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ພິທີມອບລາງວັນ ຢຽນຮົ່ງ
(ພາບ: TTXVN)

ປັດຈຸບັນ ຫວຽດນາມ ມີອົງການສື່ມວນຊົນກ່ວາ 800 ແຫ່ງ, ດ້ວຍຈຳນວນບຸກຄະລາກອນໃນຂົງເຂດສື່ມວນຊົນຫຼາຍກ່ວາ 42.000 ຄົນ. ໂດຍແມ່ນກຳລັງຫຼັກແຫຼ່ງ, ສວມບົດບາດນຳໜ້າໃນແນວຮົມແນວຄິດ - ວັດທະນະທຳ, ສື່ມວນຊົນປະຕິວັດ ຫວຽດນາມ ມີການເຕີບໃຫຍ່ຢ່າງໝັ້ນແກ່ນ ແລະ ບໍ່ຢຸດຢັ້ງໃນທຸກດ້ານ, ປະກອບສ່ວນຢ່າງຍິ່ງໃຫຍ່ເຂົ້າໃນພາລະກິດປະຕິວັດຂອງປະເທດຊາດ.

ຍາມໃດກໍ່ຮ່ວມເດີນທາງກັບປະເທດຊາດ

ໃນຊຸມວັນຕໍ່ສູ້ຍາດເອົາເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບ, ມີນັກຂ່າວຫຼາຍຄົນບໍ່ຫວາດຫວັ່ນຕໍ່ຄວາມອັນຕະລາຍ, ຄວາມທຸກຍາກລຳບາດ ໄດ້ມີໜ້າຢູ່ສະໜາມຮົບ ເພື່ອເອົາຂ່າວ. ມີຫຼາຍຄົນໄດ້ເສຍສະຫຼະຊີວິດຢ່າງພິລະອາດຫານ, ສ້າງສັນຍາລັກກ່ຽວກັບຈິດໃຈຄວາມຮັບຜິດຊອບ ແລະ ນ້ຳໃຈຮັກບ້ານເກີດເມືອງນອນ ແລະ ປະເທດຊາດ.

ໃນ ຂະບວນວິວັດແຫ່ງການສ້າງສາປະເທດຊາດ, ສື່ມວນຊົນໄດ້ສ່ອງແສງບັນດາຜົນສຳເລັດ, ຄວາມມານະພະຍາຍາມຂອງພັກ, ທົ່ວປວງຊົນ ແລະ ທົ່ວກອງທັບໃນເລື່ອງ ຫວຽດນາມ ບັນລຸໄດ້ບັນດາຈຸດພົ້ນເດັ່ນກ່ຽວກັບການເຕີບໂຕ, ຟື້ນຟູເສດຖະກິດຫຼັງໂຄວິດ - 19, ປະຊາຊົນມີຄວາມໄວ້ເນື້ອເຊື່ອໃຈຕໍ່ການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້ຂອງພັກ ແລະ ລັດ.

ຫວນຄືນ 2 – 3 ປີກ່ອນນີ້, ເມື່ອທົ່ວໂລກ ຕ້ອງປະເຊີນໜ້າກັບພະຍາດໂຄວິດ - 19 ດ້ວຍຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ, ສື່ມວນຊົນປະຕິວັດ ຫວຽດນາມ ໄດ້ປະກອບສ່ວນ ສ້າງຄວາມເຫັນດີເຫັນພ້ອມ, ແບ່ງປັນ, ຮ່ວມທຸກຮ່ວມສຸກໃນປະຊາຊົນກ່ຽວກັບບັນດາມາດຕະການປ້ອງກັນຕ້ານພະຍາດໂຄວິດ - 19. ອາດເວົ້າໄດ້ວ່າ ບັນດາແຜນນະໂຍບາຍ, ນະໂຍບາຍໃຫຍ່ຂອງພັກ, ລັດ ເຂົ້າສູ່ຊີວິດຕົວຈິງ, ສ່ອງແສງຊີວິດຕົວຈິງໄດ້ເປັນຢ່າງດີນັ້ນ, ກໍ່ແມ່ນຍ້ອນມີສື່ມວນຊົນ. ກ່າວຄຳເຫັນທີ່ພິທີມອບລາງວັນ ຢຽນຮົ່ງ - ສື່ມວນຊົນທົ່ວປະເທດ ກ່ຽວກັບສະພາແຫ່ງຊາດ ແລະ ສະພາປະຊາຊົນຄັ້ງທີ 1 (ວັນທີ 9 ມິຖຸນາ ປີ 2023) - ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ເນັ້ນໜັກວ່າ:

ສື່ມວນຊົນໄດ້ເປັນເຈົ້າການໃນການໂຄສະນາ, ລະດົມກຳລັງໃຈຢ່າງຮອບດ້ານ, ທັນການ, ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດບັນດາແຜນນະໂຍບາຍ, ແນວທາງຂອງພັກ ໂດຍສະພາແຫ່ງຊາດ, ສະພາປະຊາຊົນຫັນເປັນລະບອບລະບຽບການ ດ້ວຍບັນດານະໂຍບາຍຊີ້ຂາດ ແລະ ບັນດາຂະບວນການກະທຳທົ່ວປະເທດ; ພ້ອມທັງ ສ່ອງແສງໄດ້ຢ່າງແທດຈິງ, ມີຊີວິດຊີວາກ່ຽວກັບຄວາມໃນໃຈ, ຄວາມມຸ່ງຫວັງອັນຊອບທຳຂອງທຸກຂະແໜງ, ທຸກວົງການ, ຂອງຜູ້ມີສິດເລືອກຕັ້ງ, ປະຊາຊົນໃນທົ່ວປະເທດ ແລະ ພໍ່ແມ່ປະຊາຊົນອາໄສຢູ່ຕ່າງປະເທດ. ມີນັກຂ່າວ, ບັນນາທິການຫຼາຍລຸ້ນຄົນຍາມໃດກໍ່ຮ່ວມເດີນທາງ, ອຸທິດສ່ວນ, ມີຄວາມເມົາມົວປະດິດຄິດສ້າງ, ຜ່ານນັ້ນ ມີຄວາມກ້າວໜ້າຢ່າງບໍ່ຢຸດຢັ້ງ ແລະ ເຕີບໂຫຍ່ຢ່າງຮອບດ້ານ.

ສື່ມວນ​ຊົນ​ປະ​ຕິ​ວັດ​ຮ່ວມ​ເດີນ​ທາງພ້ອ​ມ​ກັບ​ປ​ະ​ເທດ​ຊາດ - ảnh 2ທ່ານ ເລກວັກມິງ, ປະທານສະມາຄົມນັກຂ່າວ ຫວຽດນາມ, ບັນນາທິການໃຫຍ່ ໜັງສືພິມ ເຍິນເຢິນ
(ພາບ: dangcongsan.vn)

ປັບຕົວໃຫ້ແທດເໝາະກັບຍຸກສະໄໝ

ໃນສະພາບການເຕົ້າໂຮມດ້ານເຕັກໂນໂລຢີສື່ສານໃນປັດຈຸບັນ, ການເຄື່ອນໄຫວຂອງບັນດາອົງການສື່ມວນຊົນຄ່ອຍໆຫັນປ່ຽນໄປສູ່ຮູບແບບອົງການສື່ມວນຊົນຫຼາຍປະເພດ, ຫຼາຍຮູບແບບ, ຕອບສະໜອງຄວາມຮຽກຮ້ອງຕ້ອງການທາງດ້ານຂໍ້ມູນຂ່າວສານທີ່ນັບມື້ນັບສູງຂຶ້ນ ແລະ ເປັນຫຼາຍຮູບຫຼາຍແບບຂອງມະຫາຊົນ.

ຍຸດທະສາດ “ຫັນປ່ຽນສື່ມວນຊົນເປັນດີຈີຕອນຮອດປີ 2025, ກຳນົດທິດຮອດປີ 2030” ໂດຍທ່ານນາຍົກລັດຖະມົນຕີ ຮັບຮອງເອົາເມື່ອເດືອນເມສາຜ່ານມາ ໄດ້ກຳນົດວ່າ: ຮອດປີ 2030, ມີ 100% ອົງການສື່ມວນຊົນໄດ້ເອົາເນື້ອໃນລົງບັນດາພື້ນຖານດີຈີຕອນ. ຍຸດທະສາດຫັນເປັນດີຈີຕອນສະແດງໃຫ້ເຫັນວິໄສທັດທີ່ຍາວໄກກ່ຽວກັບການພັດທະນາລວມ ຂອງພື້ນຖານສື່ມວນຊົນ ຫວຽດນາມ ເພື່ອມີການພັດທະນາທຽບເທົ່າກັບສືມວນຊົນໂລກ.

ຕາມນັກຂ່າວ ເລກວັກມິງ, ປະທານສະມາຄົມນັກຂ່າວ ຫວຽດນາມ, ບັນນາທິການໃຫຍ່ ໜັງສືພິມ ເຍິນເຢິນແລ້ວ, ຫຼາຍອົງການສື່ມວນຊົນໄດ້ ແລະ ພວມປະຕິບັດການຫັນເປັນດີຈີຕອນຢ່າງແຮງ.

ບັນດາເນື້ອໃນມີລັກສະນະຫຼາຍປະເພດ, ຫຼາຍພື້ນຖານ ໂດຍ ບັນດາອົງການສື່ມວນຊົນສະແດງໃຫ້ເຫັນຢ່າງຈະແຈ້ງ, ມີຊີວິດຊີວາ ແລະ ຕອບສະໜອງໄດ້ບັນດາເນື້ອໃນຂອງເອກະສານ, ຮູບພາບ. ພິເສດ, ບັນດາອົງການສື່ມວນຊົນກໍ່ມີຄວາມກ້າຫານກ່ວາໃນການສົມທົບກັນລະຫວ່າງບັນດາຜະລິດຕະພັນສື່ມວນຊົນ ທີ່ຂຶ້ນກັບຫຼາຍພື້ນຖານທີ່ແຕກຕ່າງກັນ, ຜັນຂະຫຍາຍບັນດາເນື້ອໃນຢ່າງມີຫົວຄິດປະດິດສ້າງກ່ວາເກົ່າ.

ນັກຂ່າວ ຟ້າມແມັ້ງຮຸ່ງ, ຮອງຜູ້ອຳນວຍການສະຖານີວິທະຍຸກະຈາຍສຽງ ຫວຽດນາມ (VOV) ໃຫ້ຮູ້ວ່າ ວິທະຍຸກະຈາຍສຽງ ຫວຽດນາມ ກໍ່ເຂົ້າຮ່ວມການຫັນເປັນດີຈີຕອນເພື່ອຮັບໃຊ້ມະຫາຊົນດີຈີຕອນ.

ສະພາບແວດລ້ອມດີຈີຕອນ ແລະ ບັນດາຜະລິດຕະພັນສື່ມວນຊົນດີຈີຕອນຈະສ້າງບັນດາທ່າດີໃຫ້ແກ່ການພັດທະນາ. ມີຫຼາຍຫົວໜ່ວຍຂອງ ສະຖານີວິທະຍຸກະຈາຍສຽງ ໄດ້ເປັນເຈົ້າການໃນການກຳແໜ້ນທ່າອ່ຽງນີ້ ແລະ ເອົາລົງຫຼາຍເນື້ອໃນບົນພື້ນຖານດີຈີຕອນ. ຢູ່ ສະຖານີວິທະຍຸກະຈາຍສຽງ, ນອກຈາກ ມີ 2 ໜັງສືພິມເລັກໂຕນິກແລ້ວ ສະຖານທີ່ໂທລະພາບເຕັກນິກດີຈີຕອນ VTC ມີພື້ນຖານ VTCNow ເພື່ອອອກອາກາດບັນດາເນື້ອໃນໂທລະພາບ. ໄປຄຽງຄູ່ກັນນັນ, ດ້ານການກະຈາຍສຽງມີບັນດາພື້ນຖານຄື:  VOVmedia, VOVLine, ແລະ ພື້ນຖານຕ່າງໆອີກດ້ວຍເພື່ອຖ່າຍທອດທາງອອນໄລບັນດາຊ່ອງກະຈາຍສຽງ.

ສື່ມວນຊົນປະຕິວັດຫວຽດນາມ ໄດ້ຜ່ານໄລຍະ 95 ປີແຫ່ງການສ້າງຕັ້ງ ແລະ ຂະຫຍາຍຕົວ. ບັນດາການປະກອບສ່ວນຂອງສື່ມວນຊົນໃນໄລຍະເກືອບ 1 ສະຕະວັດຜ່ານມາ ຢັ້ງຢືນໄດ້ບົດບາດຂອງສື່ມວນຊົນຕໍ່ການພັດທະນາຂອງປະເທດຊາດ, ປະກອບສ່ວນສຳຄັນເພື່ອໃຫ້ປະເທດມີຖານະບົດບາດ, ຄວາມສາມາດບົ່ມຊ້ອນ ແລະ ອິດທິພົນຊື່ສຽງສາກົນຄືໃນປັດຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ