ສຸມໃສ່ບຸລິມະສິດຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ

(vovworld) - ຄື​ດັ່ງ​ພວກ​ເຮົາ​​ໄດ້​ໃຫ້​ຂ່າວ​ໄປ​ແລ້ວ, ທີ່​ກອງ​ປະຊຸມ​ປະ​ຈຳ​ເດືອນ 9/2012 ຂອງ​ລັດຖະບານ ຫວຽດນາມ ​ດຳ​ເນີນ​ໄປ​ຢູ່ ຮ່າ​ໂນ້ຍ ​ໃນ​ວັນ​ທີ 27/9, ລັດຖະບານ ຫວຽດນາມ ຍັງ​ຄົງ​ສືບ​ຕໍ່​ວາງ​ຈຸດໝາຍ​ຄວບ​ຄຸມ​ໄພ​​ເງິນ​ເຟີ້ ​ແລະ ຖື​ວ່າ ນີ້​ແມ່ນ​ຫນ້າ​ທີ່​ຈຸດ​ສຸມ​ຂອງ​ການ​ບໍລິຫານ, ຊີ້​ນຳ​ບັນດາ​ຫນ້າ​ທີ່​ພັດທະນາ​ເສດຖະກິດ​ສັງຄົມ​ໃນ​ໄລຍະ​ຈະ​ມາ​ເຖິງ.

        ສາຍ​ເຫດ​ຂອງ​ການ​ສຸມ​ໃສ່​ບຸລິມະສິດ​ຄວບ​ຄຸມ​ໄພ​ເງິນ​ເຟີ້​ນັ້ນແມ່ນ ດັດຊະນີ​ລາຄາ​ໃຊ້​ສອຍ​ໃນ​ເດືອນ 9/2012 ​ເພີ່ມ​ຂຶ້ນ 2,2 %, ​ແມ່ນ​ລະດັບ​ສູງ​ກວ່າ​ໝູ່​ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ. ຕາມ​ບົດ​ລາຍ​ງານ​ຂອງ​ຄະນະ​ກຳມະການ​ຕິດຕາມກວດກາ​ກາ​ນ​ເງິນ​ແຫ່ງ​ຊາດ​ແລ້ວ,​ ດັດ​ຊະນີ​ລາຄາ​ໃຊ້​ສອຍ​ໃນ​ເດືອນ 9 ​ເພີ່ມ​ຂຶ້ນ ຍ້ອນ​ບັນດາ​ໝວດ​ ​ສິນຄ້າ​ຄື: ​ອຸປະ​ກອນຮັບ​ໃຊ້​ການ​ສຶກສາ, ຢຸກ​ຢາ, ບໍລິການ​ສາທາລະນະ​ສຸກ, ນ້ຳມັນ ​ແລະ ຄ່າ​ນຳ​ນຽມຄົມມະນາຄົມ​ເພີ່ມ​ຂຶ້ນ​ສູງ. ໝວດ​ບໍລິການ​ສາທາລະນະ​ສຸກ​ເພີ່ມ​ຂຶ້ນ 23,8%, ​ໄດ້​ຮັບ​ຖື​ວ່າ​ແມ່ນ​ໝວດ​ສິນຄ້າ​ເພີ່ມ​ຂຶ້ນ​ສູງ​ກວ່າ​ໝູ່​ໃນ​ປະ​ເພດ​ສິນຄ້າ​ທັງ​ໝົດ ​ແລະ ຕາມ​ການ​ອະພິ​ປາຍ​ຂອງ​ທ່ານ​ນາງ Nguyen Thi Kim Tien ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ຫວຽດນາມ ​ແລ້ວ, ສາຍ​ເຫດ​ນັ້ນ​ແມ່ນ ​ປະກັນ​​ສຸຂະພາບ​ເພີ່ມ​ຂຶ້ນ ​ແລະ ບໍ່​ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ຜູ້​ທຸກ​ຍາກ. ທ່ານ​ນາງ Nguyen Thi Kim Tien ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ​ໃຫ້​ຮູ້​ວ່າ:

        “ບັດ​ປະກັນສຸຂະພາບ​ທັງ​ໝົດ​ຂອງ​ຜູ້​ທຸກ​ຍາກ​​ໂດຍ​ລັດຖະບານ​ຮັບຜິດຊອບ. ຫວ່າງ​ແລ້ວ​ນີ້ ລັດຖະບານ​ໄດ້​ມີ​ຂໍ້​ຕົກລົງ​ຫນູ​ນຊ່ວຍປະກັນ​ສຸຂະພາບ​ໃຫ​້​ແກ່​ຜູ້​​ເປັນ​ພະຍາດ​ຫນັກ ຄື: ຜ່າຕັດ​ໝາກ​ຫົວ​ໃຈ, ປິນປົວ​ພະຍາດ​ມະ​ເຮັງ ​ແລະຟອກ​ໝາກ​ໄຂ່ຫລັງ. 100% ຈຳນວນ​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ, ​ເດັກນ້ອຍ​ອາຍຸ​ຕຳ່​ກວ່າ 6 ປີ, ຜູ້​ມີ​ຄຸນງາມຄວາມດີ​ກໍ​ໄດ້​ຮັບ​ການ​ຫນູນ​ຊ່ວຍ​ປະກັນ​ສຸຂະ​ພາບ​ຈາກ​ລັດຖະບານ. ຄອບຄົວ​ໃກ້​ຈະ​ຖືກ​ຈັດ​ຢູ່​ໃນ​ລະດັບ​ຄອບຄົວ​ທຸກ​ຍາກ​ກໍ​ໄດ້​ຮັບ​ການ​ຫນູນ​ຊ່ວຍ 30% ປະກັນ​ສຸຂະ​ພາບ ​ແລະ ພວກ​ຂ້າພະ​ເຈົ້າ​ພວມ​ສະ​ເຫ​ນີຫນູນ​ຊ່ວຍ 100% ​ໃຫ້​ແກ່​ຜູ້​ທີ່​ຫາ​ກໍ​ຖືກ​ຫລຸດ​ຜົ້ນອອກ​ຈາກ​ຄວາມທຸກ​ຍາກ. ສຳລັບ​ຊາວ​ກະສິກອນ ​ແລະ ນັກຮຽນ​ນັກ​ສຶກສາ ຈະ​ໄດ້​ຮັບ​ການ​ຫນູນ​ຊ່ວຍ 30 - 50% ປະກັນ​ສຸຂະພາບ.”

ສຸມໃສ່ບຸລິມະສິດຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ - ảnh 1
ກອງ​ປະຊຸມ​ປະ​ຈຳ​ເດືອນ 9/2012 ຂອງ​ລັດຖະບານ ຫວຽດນາມ
ພາບ: internet

        ​ເປັນ​ອັນວ່າ, ​ສາຍ​ເຫດ​ດັດຊະນີ​ລາ​ຄາ​ໃຊ້​ສອຍ​ໃນ​ເດ​ືອນ 9/2012 ​ເພີ່ມ​ຂຶ້ນ ​​​ແມ່ນ ຍ້ອນ​ປັດ​ໄຈ​ຕາມລະດູ​ການ​ເທົ່າ​ນັ້ນ ຫາກ​ບໍ່​ແມ່ນ​ຍ້ອນ​ການກະທົບ​ຂອງ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ສິ່ງ​ດັ່ງກ່າວ​ສົ່ງຜົນ​ສະທ້ອນ​ເຖິງ​ປັດ​ໄຈດ້ານ​ຈິດຕະສາດ.  ສະ​ນັ້ນ ຫນຶ່ງ​ໃນ​ບັນດາ​ຫນ້າ​ທີ່​ຊຶ່ງ​ລັດຖະບານ​ເປັນ​ເອກະ​ພາບ​ຈະ​ສຸມ​ໃສ່​ຊີ້​ນຳ​​ປະຕິບັດ​ການ​ຄວບ​ຄຸມ​ລາຄາ​ໃຫ້​ເຂັ້ມ​ງວດໃນ​ໄລຍະ​ຈະ​ມາ​ເຖິງ​ເພື່ອບໍ່​ໃຫ້​ໄພ​ເງິນ​ເຟີ້​​​ເພີ່ມ​ຂຶ້ນ​ຢູ່​ລະດັບ 2 ຕົວ​ເລກ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຊີ້​ນຳ​ວ່າ:

        “ຕ້ອງ​ຄວບ​ຄຸມ​ລາຄາ​ຢ່າງເຂັ້ມ​ງວດ, ບໍ່​ປະໃຫ້​​ໄພ​ເງິນ​ເຟີ້​ເພີ່ມ​ຂຶ້ນ​ຢູ່​ລະດັບ 2 ຕົວ​ເລກ.​ນີ້​ແມ່ນ​ການ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ, ​​​ແລະ​ແມ່ນ​ສິ່ງ​ທີ່​ສຳຄັນ​ບໍ່​ພຽງ​ແຕ່​ບັນລຸ​ຈຸດໝາຍ​ພັດທະນາ​ໃນ​ປີ​ນີ້​​ໃຫ້​ໄດ້ເທົ່າ​ນັ້ນ ຫາກ​ຍັງເພື່ອ​ການ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ​ອີກ​ດ້ວຍ. ນອກ​ຈາກບັນດາ​ປັດ​ໄຈ​ພາວະ​ວິ​ໄສ, ​ເກີນ​ຄວາມ​ສາມາດ​ຂອງ​ພວກ​ເຮົາ​ແລ້ວ, ​ຕ້ອງເຮັດ​ແນວ​ໃດ​ບໍ່​ປະໃຫ້​ລາຄາ​ສິນຄ້າ​ໃນ​ທ້ອງ​ຕະຫລາດ​ ​​ແລະ ​ໄພ​ເງິນ​ເຟີ້ເພີ່ມ​ຂຶ້ນ ສູງ.”

        ​ໃນ​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ລັດຖະບານ ​ໄດ້​ສະ​ເຫ​ນີຍູ້​ແຮງ​ການ​ເຕີບ​ໂຕ​ສິນ​ເຊື່ອ, ຄວບ​ຄຸມ​ເງິນ​ຝາກ​ປະຢັດ​ຢ່າງ​ແຫນ້ນ​ແຟ້ນ, ຮັກສາ​ອັດຕາ​ແລກປ່ຽນ​ເງິນຕາ​ໃຫ້​ເປັນ​ປົກກະຕິ, ຄວບ​ຄຸມ​ອັດຕາ​ດອກ​ເບ້ຍ, ບໍ່​ໃຫ້​ອັດຕາ​ດອກ​ເບ້ຍ​ເພີ່ມ​ຂຶ້ນ​ສູງກວ່າ​ອີກ. ກ່ຽວ​ກັບ​ດ້ານ​ງົບ​ປະມານ, ​ໃນ​ສະພາບ​ຄວາມ​ຫຍຸ້ງຍາກ​ປະຈຸ​ບັນ, ພວມ​ມາ​ນະພະ​ຍາ​ຍາມ​ສ້າງ​ຄວາມດຸນ​ດຽງ​ລະ​ຫວ່າງລາຍ​ຮັບ​ລາຍ​ຈ່າຍ, ຈຳກັດ​ລາຍ​ຈ່າຍ​ງົບປະມານ ເກີນ​ດຸນ​ຢູ່​ໃນລະດັບ 4,8%. ລັດຖະບານ​ກໍ​ຮຽກຮ້ອງ​ຕ້ອງ​ຮັບປະກັນ​ຄວາມ​ສົມ​ດູນ​ກ່ຽວ​ກັບ​ການ​ສະ​ຫນອງ​ສິນຄ້າກັບ​ຄວາມ​ຕ້ອງການ​ສິນຄ້າ, ບໍ່​ໃຫ້​ເກີດ​ສະພາບ​ຂາດ​ແຄນ​ສິນຄ້າ, ລາຄາ​ເພີ່ມ​ຂຶ້ນ​ສູງ, ​ເປັນ​ຕົ້ນ​ແມ່ນ​ທັນ​ຍາ​ຫານ, ອາຫານ ​ແລະ ການ​ສົມ​ດູນສິນຄ້າ​ຕ້ອງ​ໄປ​ຄຽງ​ຄູ່​ກັບ​ການ​ຮັກສາ​ລາຄາ​ເປັນ​ປົກກະຕິ, ການຄວບ​ຄຸມ​ ​ແລະ ຄຸ້ມ​ຄອງ​ລາຄາ. ລັດຖະບານ​ໄດ້​ຊີ້​ນຳ ​ໃຫ້ສືບ​ຕໍ່​ປະຕິບັດ​ແຜນ​ນະ​ໂຍບາຍ​ບໍລິຫານ​ລາຄາ​ສິນຄ້າ​ຕາມ​ລາຄາ​​ໃນ​ທ້ອງ​ຕະຫລາດ​ຕາມ​ຂັ້ນ​ຕອນ, ຄິດ​ໄລ່​ຊັ່ງຊາ​ເຖິງ​ການ​ກະທົບ​​ເສດ​ຖະກິດ​ສັງຄົມ​ຢ່າງ​ລະອຽດ ພາຍຫລັງທີ່​ໄດ້​ດັດ​ປັບ​ລາຄາ.

ສຸມໃສ່ບຸລິມະສິດຄວບຄຸມໄພເງິນເຟີ້, ຮັກສາເສດຖະກິດມະຫາພາກເປັນປົກກະຕິ - ảnh 2
ຮັກສາລາຄາໃນທ້ອງຕະຫລາດໃຫ້ເປັນປົກກະຕິ
ພາບປະກອບ: sggp.org.vn

        ​ໄປ​ຄຽງ​ຄູ່​ກັບ​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ​ເພື່ອ​ບັນລຸ​ລະດັບ​ການຈະ​ເລີ​ນ​ເຕີບ​ໂຕ​ໃຫ້​ໄດ້​ກວ່າ 5% ​ໃນ​ປີ 2012, ລັດຖະບານ​ໄດ້​ຊີ້​ນຳ​ໃຫ້​ບັນດາ​ກະຊວງ, ຄະນະ, ຂະ​ແຫນງ​ການ​ສືບ​ຕໍ່​ເອົາ​ໃຈໃສ່ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ, ຍູ້​ແຮງ​ການ​ຜະລິດ, ການ​ສົ່ງ​ອອກ​ບັນດາ​ປ​​ະ​ເພດ​ສິນຄ້າ​ທີ່ມີ​ທ່າ​ໄດ້​ປຽບ​ຄື: ​ເຂົ້າສານ, ສິນ​ໃນ​ນ້ຳ, ​ເກີບຫນັງ, ​ເຄື່ອງ​ຕຳ່​​ແຜ່ນ​ຕັດຫຍິບ…. ​ເອົາ​ໃຈ​ໃສ່​ເຖິງ​ການ​ພັດທະນາ​ບັນດາ​ການບໍລິການ​ມີ​ທ່າ​ໄດ້​ປຽບ​ຄື: ການທ່ອງທ່ຽວ, ການ​ເງິນ, ທະນາຄານ, ​ໂທລະ​ຄົມມະນາຄົມ, ການບິນ ພ້ອມ​ທັງ​ສຸມ​ໃສ່​ແກ້​ໄຂ​ສະພາບ​ສິນຄ້າ​ຄ້າງ​ສາງ, ​ເປັນ​ຕົ້ນ​ແມ່ນ​ວັດ​ສະ​ດຸ​ກໍ່ສ້າງ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ຕະຫລາດ​ອະສັງຫາລິມະ​ສັບ ​ເພື່ອ​ຊຸກຍູ້​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ​ໃນ​ໄລຍະ​ຈະ​ມາ​ເຖິງ.

        ຍູ້​ແຮງ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃຫມ່, ​ໃນ​ນັ້ນ ສ້າງ​ໂຄງ​ປະກອບ​ການ​ລົງທຶນ​ຂອງ​ລັດ​ຄືນ​ໃຫມ່, ສ້າງ​ໂຄງ​ປະກອບ​ລັດ​ວິ​ສາ​ຫະກິດ​ຄືນ​ໃຫມ່ ​ແລະ ສ້າງ​ໂຄງ​ປະກອບ​ທະນາຄານ​ຄືນ​ໃຫມ່​ກໍ​ແມ່ນ​ຫນ້າ​ທີ່​ຈຸດ​ສຸມ​ຊຶ່ງ​ລັດຖະບານ​ສຸ​ມ​ໃສ່​ຊີ້​ນຳ​ປະຕິບັດ​ນັບ​ແຕ່​ນີ້​ຮອດ​ທ້າຍ​ປີ.  ​ໃນ​ໂຄງ​ປະກອບ​ສ້າງ​ລັດ​ວິ​ສາ​ຫະກິດ​ຄືນ​ໃຫມ່, ກ່ອນ​ອື່ນ​ໝົດ ລັດຖະບານ​ໄດ້​ສຸມ​ໃສ່​ສ້າງ​ໂຄງ​ປະກອບ​ບັນດາ​ກຸ່ມ​ບໍລິສັດ, ບໍລິສັດ​ໃຫຍ່​ຄືນ​ໃຫມ່, ຊັບຊ້ອນ​ຄືນ​ຂອບ​ຂະຫນາດ​ໃຫ້​ເໝາະ​ສົມ​ກັບ​ຕະຫລາດ, ກຳລັງ​ຄວາມ​ສາມາດ​ດ້ານ​ການ​ເງິນ, ສຸມ​ໃສ່​ເຂົ້າ​ໃນ​ຂະ​​ແຫນງ​ອາຊີບ​ຕົ້ນຕໍ. ພິ​ເສດ ​ເລື່ອງ​ສ້າງ​ໂຄງ​ປະກອບ​ທະນາຄານ​ຄືນ​ໃຫມ່ ​ແມ່ນ​ສຸມ​ໃສ່​ການ​ແກ້​ໄຂ​ສະພາບ​ຫນິ້​ເສຍ​ຕິດ​ພັນ​ກັບການ​ແກ້​ໄຂ​ບັນດາ​ທະນາຄານ​ອ່ອນ​ດ້ອຍ. ນອກ​ນັ້ນ ລັດຖະບານ​ກໍ​ສະ​ເຫ​ນີບັນດາ​ກະຊວງ, ຂະ​​ແຫນງ​ການ ​ແລະ ທ້ອງ​ຖິ່ນ ຕ້ອງ​ຮັບປະກັນ​ແຫ​ລ່ງ​ການ​ເງິນ​ໃຫ້​ແກ່​ນັກ​ສຶກສາທຸກ​ຍາກ​ໄດ້​ກູ້​ຢືມ​ເພື່ອ​​ໄປ​ຮຽນ, ປະຕິບັດ​ຈຸດໝາຍ​ຮັບປະກັນ​ຊີວິດ​ສັງຄົມ​ເປັນ​ຢ່າງ​ດີ.​  ນັ້ນ​ແມ່ນ​ບັນດາ​ມາດ​ຕະການ​ສັງ​ລວມ​ເພື່ອ​ບັນລຸ​ຈຸດໝາຍ​ການຈະ​ເລີ​ນ​ເຕີບ​ໂຕ​ໃນ​ປີ​ນີ້ ​ແລະ ພັດທະນາ​ແບບ​ຍືນ​ຍົງ​ໃຫ້​​ໃນ​ຊຸມປີ​ຕໍ່​ໄປ./.

ຕອບກັບ

ຂ່າວ/ບົດ​ອື່ນ