ສຸມ​ໃສ່​ຟື້ນ​ຟູ​ເສດ​ຖະ​ກິດ, ຮັກ​ສາ​ກຳ​ລັງ​ໜູນໃນ​ການ​ເຕີບ​ໂຕ

(VOVWORLD) -ໃນບົດລາຍງານກ່ຽວກັບສະພາບການເສດຖະກິດ - ສັງຄົມ ປີ 2021 ການຄາດຄະເນ ແຜນການພັດທະນາເສດຖະກິດ ສັງຄົມ ປີ 2022, ຢູ່ວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 2 ສະພາແຫ່ງຊາດຊຸດທີ XV ທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 20 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະຫຼຸບໂດຍສັງເຂບຄືນ ໝາກຜົນສຳຄັນ ເຊິ່ງ ຫວຽດນາມ ບັນລຸໄດ້ໃນຫຼາຍຂົງເຂດ, ໃນນັ້ນ ໄດ້ເນັ້ນໜັກເຖິງເປັນພິເສດວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ທ່ານນາຍົກລັດຖະມົນຕີ ກໍ່ໄດ້ຍົກອອກເປົ້າໝາຍຈຸດສຸມ ໃນການພັດທະນາເສດຖະກິດ, ສັງຄົມ ປີ 2022 ແລະ ມາດຕະການຄົບຊຸດ ເພື່ອຟື້ນຟູເສດຖະກິດ, ຮັກສາກຳລັງໜູນໃນການເຕີບໂຕ.

ສຸມ​ໃສ່​ຟື້ນ​ຟູ​ເສດ​ຖະ​ກິດ, ຮັກ​ສາ​ກຳ​ລັງ​ໜູນໃນ​ການ​ເຕີບ​ໂຕ - ảnh 1ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ XV (ພາບ: TTXVN)

ເມື່ອຕີລາຄາສະພາບການ, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ ໂລກລະບາດໂຄວິດ - 19 ແຜ່ລະບາດຮອບທີ 4 ຢູ່ ຫຼາຍທ້ອງຖິ່ນ, ດ້ວຍການປະກົດຕົວຂອງ ໄວເຊື້ອໄວຣັດສາຍພັນ Delta ທີ່ມີການແຜ່ລະບາດໄວ, ແຊກຊຶມ ເຂົ້າສູນເສດຖະກິດຫຼາຍແຫ່ງ, ບັງຄັບ ໃຫ້ຫວຽດນາມ ຕ້ອງນຳໃຊ້ຫຼາຍມາດຕະການທີ່ບໍ່ເຄີຍມີມາກ່ອນຢ່າງແຮງ ແລະ ຂ້ຽວຂາດ ໂດຍໃຫ້ບຸລິມະສິດຢູ່ ເໜືອກ່ວາສິ່ງໃດກ່ອນອື່ນໝົດ ແມ່ນ ການປົກປ້ອງສຸຂະພາບ ແລະ ຊີວິດອິນຊີຂອງ ປະຊາຊົນ.

ວຽກງານ ປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແມ່ນການບຸລິມະສິດແຖວໜ້າໃນການຊີ້ນຳ, ບໍລິຫານ

ຕາມທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລ້ວ, ຊຸມເດືອນຜ່ານມາ, ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແມ່ນການບຸລະມະສິດແຖວໜ້າໃນການຊີ້ນຳ, ບໍລິຫານຢ່າງແຮງ ແລະ ຂ້ຽວຂາດ ຂອງ ລັດຖະບານ, ທຸກຂັ້ນ, ທຸກຂະແໜງການ, ທຸກທ້ອງຖິ່ນ; ດ້ວຍຈິດໃຈ ທັງສືບທອດ ແລະ ທັງປ່ຽນແປງໃໝ່, ຕິດແທດກັບຄວາມຮຽກຮ້ອງຕ້ອງການຕົວຈິງ, ເໝາະສົມກັບເຊື້ອໄວຣັດສາຍພັນໃໝ່. ຍ້ອນມີການເຂົ້າຮ່ວມຢ່າງຂ້ຽວຂາດຂອງ ທົ່ວລະບົບການເມືອງ ແລະ ທົ່ວປວງຊົນ, ວຽກງານປ້ອງກັນ, ຕ້ານໂລກລະບາດ ນັບມື້ນັບມີການຜັນປ່ຽນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນກ່ວາອີກ. ເປັນຕົ້ນແມ່ນ ພາຍຫຼັງ ການຍົກລະດັບ, ບູລະນະປັບປຸງຄະນະຊີ້ນຳແຫ່ງຊາດ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ຈັດສົ່ງກຳລັງຂະໜາດໃຫຍ່ທີ່ບໍ່ເຄີຍມີມາກ່ອນຢ່າງທັນການ, ໃນໄລຍະເວລາສັ້ນທີ່ສຸດ ດ້ວຍພະນັກງານ, ນັກຮົບ ກຳລັງການແພດ ກອງທັບ, ຕຳຫຼວດ ປະມານ 300.000 ເທື່ອຄົນ ຈາກສູນກາງ ແລະ ທ້ອງຖິ່ນ ຕ່າງໆເພື່ອມາໜູນຊ່ວຍໃຫ້ແກ່ທ້ອງຖິ່ນທີ່ປະຕິບັດການແຍກຫ່າງ ແລະ ເພີ່ມທະວີການແຍກຫ່າງໃນສັງຄົມ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ:

        ອາດເວົ້າໄດ້ວ່າ, ພວກເຮົາໄດ້ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ໃນເງື່ອນໄຂທີ່ສາມາດ. ໝາກຜົນບັນລຸໄດ້ຄື ສູນກາງໄດ້ຕີລາຄາວ່າ: “ແຜນນະໂຍບາຍ, ນະໂຍບາຍ, ມາດຕະການທີ່ຜັນຂະຫຍາຍໃນໄລຍະຜ່ານມາ ແມ່ນຖືກຕ້ອງ, ທັນການ ແລະ ການຊີ້ນຳ, ຈັດຕັ້ງປະຕິບັດຢ່າງຮີບດ່ວນ, ຂ້ຽວຂາດນັ້ນ, ບັນລຸໄດ້ໝາກຜົນທີ່ສຳຄັນຫຼາຍຢ່າງ. ມາຮອດປັດຈຸບັນ,  ພວກເຮົາສາມາດຄວບຄຸມໂລກລະບາດໂຄວິດ - 19ໄດ້ ໂດຍພື້ນຖານ ໃນຂອບເຂດທົ່ວປະເທດ ແລະ ພວມປະຕິບັດວິວັດການຮັບມືຢ່າງປອດໄພ, ຄ່ອງຕົວມີໄຫວພິບ; ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ ຢູ່ຫຼາຍທ້ອງຖິ່ນ”. ສິ່ງພົ້ນເດັ່ນແມ່ນ, ໃນໄລຍະປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຢ່າງຮ້າຍແຮງທີ່ສຸດຂອງໂລກລະບາດນັ້ນ, ຈິດໃຈມະຫາສາມັກຄີທົ່ວປວງຊົນທັງຊາດ ໄດ້ເສີມຂະຫຍາຍຢ່າງແຮງ, ໄດ້ປະກົດມີຫຼາຍແບບຢ່າງ, ການກະທຳອັນສູງສົ່ງ ແລະ ສະເທືອນໃຈຄົນ.

ບໍ່ປະໃຫ້ກຳລັງໜູນການເຕີບໂຕຫຼຸດລົງໃນໄລຍະຍາວ

ສຸມ​ໃສ່​ຟື້ນ​ຟູ​ເສດ​ຖະ​ກິດ, ຮັກ​ສາ​ກຳ​ລັງ​ໜູນໃນ​ການ​ເຕີບ​ໂຕ - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ (ພາບ: VGP)

ຕາມທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລ້ວ, ຍ້ອນຜົນກະທົບຈາກໂລກລະບາດໂຄວິດ - 19, ຄາດວ່າ ມີ 4 ໃນຈຳນວນ 12 ດັດຊະນີເສດຖະກິດ - ສັງຄົມຂອງປີ 2021 ຍັງບໍ່ທັນບັນລຸໄດ້ຄາດໝາຍທີ່ວາງອອກ, ກຳລັງຮັບມືຂອງ ພື້ນຖານເສດຖະກິດຫຼຸດລົງ, ຈຳນວນຜູ້ອອກແຮງງານຖືກຢຸດວຽກຊົ່ວຄາວ ຫຼື ເສຍວຽກເຮັດງານທຳເພີ່ມຂຶ້ນ. ນອກຈາກນັ້ນ, ຈຳນວນວິສາຫະກິດໄດ້ຢຸດດຳເນີນທຸລະກິດ, ຢຸດເຄື່ອນໄຫວຊົ່ວຄາວ ຫຼື ລໍຖ້າການຍຸບເລີກ ເພີ່ມຂຶ້ນຢູ່ລະດັບສູງພໍສົມຄວນ.

ເມື່ອເຕື້ອງເຖິງການຄາດຄະເນແຜນການ ພັດທະນາເສດຖະກິດ ສັງຄົມ ປີ 2022, ທ່ານນາຍົກລັດຖະມົນຕີ ຖືວ່າ ຄວາມຫຍຸ້ງຍາກ, ສິ່ງທ້າຍທາຍຍັງມີຫຼາຍ. ດັ່ງນັ້ນ, ເປົ້າໝາຍລວມແມ່ນ:

ຮັບມືຢ່າງປອດໄພ, ຄ່ອງຕົວ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ປົກປ້ອງສຸຂະພາບ, ຊີວິດອິນຊີຂອງປະຊາຊົນໃຫ້ສຸດຂີດ, ພ້ອມກັບການສຸມໃສ່ຍາດແຍ່ງກາລະໂອກາດໃຫ້ເປັນຢ່າງດີ ເພື່ອຊຸກຍູ້ການຟື້ນຟູ ແລະ ພັດທະນາເສດຖະກິດ ສັງຄົມ ດ້ວຍມາດຕະການສັງລວມ ເພື່ອກະຕຸກຊຸກຍູ້ພື້ນຖານເສດຖະກິດ, ໜູນຊ່ວຍ ແລະ ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ ແລະ ປະຊາຊົນ, ບໍ່ປະໃຫ້ກຳລັງໜູນ ການເຕີບໂຕຫຼຸດລົງໃນໄລຍະຍາວ. ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄຟເງິນເຟີ້, ຮັບປະກັນຄວາມສົມດຸນໃຫຍ່, ຍົກສູງລັກສະນະເປັນເຈົ້າຕົນເອງ, ມີຄວາມສາມາດຕ້ານທານ, ຮັບມືຂອງ ພື້ນຖານເສດຖະກິດ. ຍູ້ໄວຄວາມຄືບໜ້າໃນການສ້າງລະບົບໂຄງປະກອບພື້ນຖານໂຄງລ່າງຢ່າງຄົບຊຸດ, ທັນສະໄໝ, ເປັນຕົ້ນແມ່ນບາງໂຄງການຈຸດສຸມແຫ່ງຊາດ, ລົງທຶນຍົກສູງຄຸນນະພາບຊັບພະຍາກອນມະນຸດ ຕິດພັນກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ ແລະ ປ່ຽນແປງໃໝ່, ປະດິດຄິດສ້າງ.

ທ່ານ ນາຍົກລັດຖະມົນຕີ ໄດ້ຍົກອອກ 16 ດັດຊະນີ້ຕົ້ນຕໍ ຂອງປີ 2022, ໃນນັ້ນຄວາມໄວໃນການເພີ່ມຍອດຜະລິດຕະພັນພາຍໃນປະເທດ (GDP) ຕ້ອງໃຫ້ບັນລຸລະດັບ 6 – 6,5%, ຄວາມໄວໃນການເພີ່ມດັດຊະນີຄ່າຊົມໃຊ້ (CPI) ໄລ່ສະເລ່ຍແມ່ນປະມານ 4%. ເພື່ອປະຕິບັດ 16 ດັດຊະນີນີ້, ຕ້ອງປະຕິບັດ 12 ໜ້າທີ່, ມາດຕະການຕົ້ນຕໍ, ໃນນັ້ນ, ທຳອິດ ແມ່ນສຸມໃສ່ປະຕິບັດເປົ້າໝາຍທັງປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ທັງຟື້ນຟູພັດທະນາເສດຖະກິດສັງຄົມ ຢ່າງມີໄຫວພິບ ແລະ ມີປະສິດທິຜົນ; ຖັດຈາກນັ້ນແມ່ນໃຫ້ບຸລິມະສິດວຽກງານກໍ່ສ້າງ, ປັບປຸງລະບອບລະບຽບການ, ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ປະຕິຮູບລະບຽບການບໍລິຫານ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ. ຫວຽດນາມ ກໍ່ປະຕິບັດຢ່າງແທດຈິງ ແລະ ມີປະສິດທິຜົນກ່ວາອີກ ກ່ຽວກັບການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ ຕິດພັນກັບການປ່ຽນແປງໃໝ່ ຮູບແບບການເຕີບໂຕ, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ກຳລັງແກ່ງແຍ້ງ… ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ:

ຫວຽດນາມ ຈະເດັດດ່ຽວຢຶດໝັ້ນຕໍ່ສູ້ປົກປັກຮັກສາເອກະລາດ, ອະທິປະໄຕແຫ່ງຊາດໄດ້ຢ່າງໝັ້ນຄົງ; ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບເພື່ອພັດທະນາປະເທດຊາດ. ຜັນຂະຫຍາຍການເຄື່ອນໄຫວການທູດ ຢ່າງຄົບຊຸດ, ມີປະສິດທິຜົນ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ປະກອບສ່ວນເຂົ້າໃນການປັບປຸງຖານະບົດບາດ, ອິດທິພົນຊື່ສຽງຂອງ ຫວຽດນາມ ບົນເວທີສາກົນ. ຜັນຂະຫຍາຍການເຄື່ອນໄຫວການທູດ, ເຮັດໃຫ້ການພົວພັນສອງຝ່າຍ ກັບ ຄູ່ຮ່ວມມືເລິກເຊິ່ງກ່ວາອີກ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງການເມືອງ, ແຊກຊ້ອນຜົນປະໂຫຍດ, ແກ້ໄຂການພົວພັນກັບປະເທດໃຫຍ່ຢ່າງກົມກຽວ. ເພີ່ມທະວີການເຄື່ອນໄຫວການທູດຂັ້ນສູງ, ຂຸດຄົ້ນຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດ ຄູ່ຮ່ວມມືຮອບດ້ານ, ສັນຍາການຄ້າເສລີ (FTA) ຢ່າງມີປະສິດທິຜົນ.

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຊື່ອໝັ້ນວ່າ ດ້ວຍກຳລັງແຮງຂອງມະຫາສາມັກຄີທົ່ວປວງຊົນທັງຊາດ ແລະ ຄວາມໄວ້ເນື້ອເຊື່ອໃຈຂອງ ປະຊາຊົນທີ່ມີຕໍ່ການນຳພາຂອງພັກ, ແນ່ນອນວ່າ ຫວຽດນາມ ຈະຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ ເພື່ອ ຟື້ນຟູ ແລະ ພັດທະນາເສດຖະກິດ ສັງຄົມ, ນຳປະເທດຊາດກ້າວຂຶ້ນເສັ້ນທາງປ່ຽນແປງໃໝ່, ເຊື່ອມໂຍງ ແລະ ພັດທະນາຢ່າງໜັ້ນແກ່ນ./.

ຕອບກັບ

ຂ່າວ/ບົດ​ອື່ນ