ສຸມ​ໃສ​່ສ້າງ​ສະຖຽນລະ​ພາບ​ເສດຖະກິດ​ມະຫາ​ພາກ, ປະຕິບັດ​ສໍາ​ເລັດ​ແຜນການ​ພັດທະນາ​ເສດຖະກິດ-ສັງຄົມ, ງົບປະ​ມານ​ແຫ່ງ​ລັດ ​ໄລຍະ 5 ປີ ​ແຕ່​ປີ 2016 – 2020

(VOVWORLD) - ສະພາບການເສດຖະກິດ-ສັງຄົມ ຂອງຫວຽດນາມ ໃນໄລຍະ 9 ເດືອນຕົ້ນປີ 2019 ສືບຕໍ່ບັນລຸໄດ້ບັນດາໝາກຜົນທີ່ຮອບດ້ານພໍສົມຄວນ: ການເຕີບໂຕບັນລຸລະດັບສູງພໍສົມຄວນ, ເສດຖະກິດມະຫາພາກມີສະຖຽນລະພາບ, ໄພເງິນເຟີ້ ໄດ້ຮັບການຄວບຄຸມເປັນຢ່າງດີ, ບັນດາພາກສ່ວນສໍາຄັນຂອງພື້ນຖານເສດຖະກິດໄດ້ຮັບການປັບປຸງ, ຊີວິດສັງຄົມໄດ້ຮັບຄວາມເອົາໃຈໃສ່ ແລະ ຮັບປະກັນ, ຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນກໍໄດ້ຮັບການຍົກສູງຂຶ້ນ. ປີ 2019 ແມ່ນປີທີ 2 ຢ່າງລຽນຕິດທີ່ຫວຽດນາມ ບັນລຸ ແລະ ລື່ນກາຍບັນດາຕົວເລກຄາດໝາຍຕົ້ນຕໍທັງໝົດ ໂດຍສະພາແຫ່ງຊາດໄດ້ມອບໝາຍໃຫ້; ແມ່ນພື້ນຖານອັນໝັ້ນແກ່ນ ເພື່ອປະຕິບັດສໍາເລັດແຜນການພັດທະນາເສດຖະກິດ-ສັງຄົມ, ງົບປະມານແຫ່ງລັດ ໄລຍະ 5 ປີ 2016  2020.

       

        ສະເໜີບົດລາຍການກ່ຽວກັບໝາກຜົນຂອງການພັດທະນາເສດຖະກິດ-ສັງຄົມ ປີ 2019; ແຜນການພັດທະນາເສດຖະກິດ-ສັງຄົມປີ 2020 ໃນວາລະໄຂກອງປະຊຸມສະໄໝສາມັນຄັ້ງທີ 8, ສະພາແຫ່ງຊາດຫວຽດນາມຊຸດທີ 14, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ຄາດວ່າຈະປະຕິບັດສໍາເລັດບັນດາເປົ້າໝາຍພັດທະນາເສດຖະກິດ-ສັງຄົມປີ 2019 ຢ່າງຮອບດ້ານ. ນີ້ແມ່ນປີ ທີ 2 ຢ່າງລຽນຕິດ ເຊິ່ງຫວຽດນາມບັນລຸ ແລະ ລື່ນການທັງໝົດ 12 ຕົວເລກຄາດໝາຍຕົ້ນຕໍ, ໃນນັ້ນ ມີ 5 ຄາດໝາຍບັນລຸລື່ນກາຍຄາດໝາຍທີ່ໄດ້ວາງອອກ.

ສຸມ​ໃສ​່ສ້າງ​ສະຖຽນລະ​ພາບ​ເສດຖະກິດ​ມະຫາ​ພາກ, ປະຕິບັດ​ສໍາ​ເລັດ​ແຜນການ​ພັດທະນາ​ເສດຖະກິດ-ສັງຄົມ, ງົບປະ​ມານ​ແຫ່ງ​ລັດ ​ໄລຍະ 5 ປີ ​ແຕ່​ປີ 2016 – 2020 - ảnh 1

 ວາລະໄຂກອງປະຊຸມສະໄໝສາມັນຄັ້ງທີ 8, ສະພາແຫ່ງຊາດຫວຽດນາມຊຸດທີ 14 (ພາບ: quochoi.vn)

        ຮັກສາສະຖຽນລະພາບເສດຖະກິດມະຫາພາກ

        ເຖິງວ່າຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງກໍຕາມ ແຕ່ປີ 2019, ຫວຽດນາມ ກໍບັນລຸໄດ້ບັນດາການຜັນແປຢ່າງຕັ້ງໜ້າ, ຮອບດ້ານໃນທຸກແງ່ມູມ, ບັນລຸບັນດາເປົ້າໝາຍສັງລວມ ເຊິ່ງສະພາແຫ່ງຊາດໄດ້ວາງອອກຢ່າງຄົບຊຸດພໍສົມຄວນ. ເສດຖະກິດມະຫາພາກມີສະຖຽນລະພາບ, ລະດັບການເຕີບໂຕ GDP  ຄາດວ່າຈະບັນລຸປະມານ 6,8%, ໄພເງິນເຟີ້ບັນລຸຕໍ່າກວ່າ 3% ແລະ ລາຍຈ່າຍງົບປະມານ  ເກີນດຸ່ນຢູ່ໃນລະດັບ 3,4% GDP ໃນສະພາບການໂລກ ແລະ ພາຍໃນພາກພື້ນມີການຜັນແປຫຼາຍຢ່າງ. ນະໂຍບາຍງົບປະມານ ໄດ້ຮັບການບໍລິຫານຢ່າງມີໄຫວພິບ, ມີຈຸດສຸມ. ນະໂຍບາຍປີການເງິນໄດ້ຮັບການປະຕິບັດຢ່າງເຄັ່ງຄັດ, ບັນລຸລື່ນກາຍລາຍຮັບງົບປະມານສູນກາງ. ໂຄງປະກອບເສດຖະກິດມີການຫັນປ່ຽນຕາມທິດຕັ້ງໜ້າ. ຊີວິດການເປັນຢູ່ຂອງປະຊາຊົນໃນທຸກເຂດພາກຂອງປະເທດ ລ້ວນແຕ່ມີການຜັນປ່ຽນຢ່າງຈະແຈ້ງ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ:

        “ພາຍຫຼັງປະຕິບັດ ຄໍາພິໄນກໍາຂອງປະທານໂຮ່ຈີມິນມາເປັນເວລາ ກວ່າ 50 ປີ, ສະພາບການຂອງປະເທດຊາດແມ່ນຍັງບໍ່ເຄີຍເຂັ້ມແຂງຄືວັນນີ້, ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນຄວາມພາກພູມໃຈ, ປັບປຸງຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທຸກຊັ້ນວັນນະໃນທົ່ວສັງຄົມ, ປະຊາຄົມວິສາຫະກິດ, ນັກລົງທຶນພາຍໃນ ແລະ ສາກົນ. ບັນດາອົງການຈັດຕັ້ງສາກົນທີ່ມີຄວາມໄວ້ວາງໃຈ ແລະ ຫຼາຍປະເທດ, ຄູ່ຮ່ວມມື ໄດ້ຕີລາຄາສູງ ແລະ ຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ແມ່ນຈຸດປະກາຍອັນໃສແຈ້ງຂອງພາກພື້ນ ແລະ ສາກົນ. ຫວຽດນາມ ໄດ້ຈັດເຂົ້າອັນດັບທີ 8 ໃນຈໍານວນບັນດາພື້ນຖານເສດຖະກິດລົງທຶນດີທີ່ສຸດໃນໂລກ ໃນປີ 2019. ເວທີປາໄສເສດຖະກິດສາກົນ ໄດ້ຕີລາຄາກໍາລັງຄວາມສາມາດໃນການແກ້ງແຍ້ງຂອງຫວຽດນາມວ່າ ໄດ້ຮັບການປັບປຸງຢ່າງກະໂດດຂັ້ນໃນທັງ 3 ເສົາຄໍ້າຄື: ລະບອບລະບຽບການ, ພື້ນຖານໂຄງລ່າງ ແລະ ທັກສະ”. 

        ລາຍງານກ່ຽວກັບໝາກຜົນຂອງການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ປີ 2019, ແຜນການພັດທະນາເສດຖະກິດ - ສັງຄົມ ປີ 2020, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ການຜະລິດອຸດສາຫະກຳ ຂອງ ຫວຽດນາມ ບັນລຸໄດ້ໝາກຜົນສູງດ້ວຍຈຸດສຸມແມ່ນອຸດສາຫະກຳການປຸງແຕ່ງ, ປະດິດສ້າງ. ລະດັບການເຕີບໂຕຂອງຂະແໜງກະສິກຳດີພໍສົມຄວນ, ຂະແໜງສິນໃນນ້ຳ, ເຄື່ອງປາຂອງດົງບັນລຸໄດ້ໝາກຜົນສູງ, ການຮັກສາຄວາມສະຖຽນລະພາບໃນການຜະລິດລ້ຽງສັດໄດ້ຮັບການປະຕິບັດຢ່າງເຂັ້ມງວດ. ຫວຽດນາມສືບຕໍ່ແມ່ນຈຸດນັດພົບທີ່ດຶງດູດແຂກທ່ອງທ່ຽວສາກົນ. ການເຄື່ອນໄຫວທາງການທູດ ແລະ ເຊື່ອມໂຍງເຂົ້າກັບສາກົນບັນລຸໄດ້ໝາກຜົນສຳຄັນຫຼາຍຢ່າງ, ການພົວພັນທາງການທູດລັດຖະສະພາໄດ້ຮັບການພັດທະນາຢ່າງແຮງ, ເຂົ້າສູ່ລວງເລິກ. ພ້ອມກັນນັ້ນ, ວຽກງານບໍລິຫານຂອງລັດຖະບານສືບຕໍ່ມີຫຼາຍການປ່ຽນແປງໃໝ່, ສຸມໃສ່ເຂົ້າໃນການແກ້ໄຂຫຼາຍບັນຫາຫຍຸ້ງຍາກທາງດ້ານເສດຖະກິດ - ສັງຄົມ, ໃນນັ້ນມີບັນຫາປ່ຽນແປງຂອງດິນຟ້າອາກາດຢູ່ ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.

ສຸມໃສ່ການຮັກສາສະຖຽນລະພາບເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຍົກສູງປະສິດທິຜົນ ແລະ ກຳລັງການແກ້ງແຍ່ງຂອງພື້ນຖານເສດຖະກິດ

        ຕາມທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກແລ້ວ, ການຄາດຄະເນສະພາບໂລກ ແລະ ພາກພື້ນສືບຕໍ່ມີການຜັນແປຢ່າງສັບສົນ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ເຖິງຢ່າງໃດກໍ່ຕາມ, ທ່ວງທ່າ ແລະ ກຳລັງຂອງ ຫວຽດນາມກໍ່ນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ສະພາບການເມືອງ, ສັງຄົມມີສະຖຽນລະພາບ, ຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນໄດ້ຮັບການປັບປຸງ, ແຕ່ເຖິງຢ່າງໃດກໍ່ຕາມພື້ນຖານເສດຖະກິດຍັງມີຂໍ້ຈຳກັດ, ຮ້ອນເຮັ່ງ ແລະ ສືບຕໍ່ປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ. ເພາະສະນັ້ນ, ຫວຽດນາມ ຕ້ອງຍາດແຍ່ງໂອກາດທີ່ດີຂອງ ການປະຕິວັດອຸດສາຫະກຳຄັ້ງທີ 4 ແລະ ໂຄງປະກອບພົນລະເມືອງໜຸ່ມແໜ້ນຕໍ່ສິ່ງທ້າທາຍຂອງວິວັດການເພີ່ມຂຶ້ນຂອງພົນລະເມືອງທີ່ມີອາຍຸສູງ. ສູ້ສົນປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ແຜນການປີ 2020 ແລະ 5 ປີ 2016 – 2020. ສຸມໃສ່ຮັກສາສະຖຽນລະພາບເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ການແກ້ງແຍ່ງຂອງພື້ນຖານເສດຖະກິດ. ຍູ້ແຮງການປ່ຽນແປງໃໝ່, ບູລະນະລະບອບລະບຽບການ, ສ້າງແຫຼ່ງກຳລັງ, ສ້າງສະພາບແວດລ້ອມແຫ່ງການລົງທຶນ ແລະ ດຳເນີນທຸລະກິດຢ່າງ ສົດໃສ, ສະດວກ. ປັບປຸງການປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ, ຍົກສູງປະສິດທິຜົນໃນການເຄື່ອນໄຫວທາງການທູດ ແລະ ເຊື່ອມໂຍງເຂົ້າກັບສາກົນ, ປະຕິບັດບົດບາດຕຳແໜ່ງປະທານອາຊຽນ ປີ 2020, ກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021ໃຫ້ເປັນຢ່າງດີ, ຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບໃຫ້ແກ່ການພັດທະນາ, ຍົກສູງອິດທິພົນຊື່ສຽງ ແລະ ທີ່ຕັ້ງຂອງຫວຽດນາມບົນເວທີສາກົນ. ທ່ານກ່າວວ່າ:

        ຄາດຄະເນ ບາງຕົວເລກຄາດໝາຍຕົ້ນຕໍຂອງປີ 2020, ກ່ຽວກັບເສດຖະກິດທີ່ວ່າ: ຍອດຜະລິດຕະພັນພາຍໃນປະເທດ (GDP) ເພີ່ມຂຶ້ນປະມານ 6,8%, ລະດັບເພີ່ມມູນຄ່າໃຊ້ສອຍໄລ່ສະເລ່ຍ ຕ່ຳກ່ວາ 4%, ຍອດວົງເງິນສົ່ງອອກເພີ່ມຂຶ້ນປະມານ 7%, ອັດຕາການນຳເຂົ້າເກີນດູນເມື່ອທຽບໃສ່ຍອດວົງເງິນນຳເຂົ້າຕ່ຳກ່ວາ 3%, ຍອດເງິນລົງທຶນພັດທະນາທົ່ວສັງຄົມປະມານ 33   34% GDP. ກ່ຽວກັບສັງຄົມ: ອັດຕາຄອບຄົວທຸກຍາກຫຼຸດລົງ 1 1,5% ສະເພາະແຕ່ບັນດາເມືອງທຸກຍາກຫຼຸດລົງ 4%.

        ເພື່ອປະຕິບັດສຳເລັດບັນດາເປົ້າໝາຍທີ່ໄດ້ວາງອອກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ສະເໜີໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດ… ສຸມໃສ່ປະຕິບັດ ສຳເລັດລະບອບລະບຽບການເສດຖະກິດການຕະຫຼາດຕາມທິດສັງຄົມນິຍົມ, ສ້າງເງື່ອນໄຂສະດວກຊຸກຍູ້ການພັດທະນາເສດຖະກິດສັງຄົມ. ສືບຕໍ່ຮັກສາສະຖຽນລະພາບເສດຖະກິດມະຫາພາກ, ສ້າງພື້ນຖານໃຫ້ແກ່ການພັດທະນາຢ່າງວ່ອງໄວ ແລະ ຍືນຍົງ. ພ້ອມກັນນັ້ນ, ປັບປຸງກຳລັງຄວາມສາມາດດ້ານປ້ອງກັນຊາດ ປ້ອງກັນຄວາມສະຫງົບ,  ຮັກສາຄວາມສະຖຽນລະພາບດ້ານການເມືອງ, ສັງຄົມ, ຍົກສູງປະສິດທິຜົນໃນການເຄື່ອນໄຫວທາງການທູດ ແລະ ເຊື່ອມໂຍງເຂົ້າກັບສາກົນ. ຍຶດໝັ້ນກັບແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ, ຫັນເປັນຫຼາຍຝ່າຍຫຼາຍຮູບຫຼາຍແບບ, ສືບຕໍ່ປັບປຸງການພົວພັນກັບບັນດາປະເທດ, ຄູ່ຮ່ວມມືໃຫ້ດີຍິ່ງໆຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ