ສຸມໃສ່ເຈດຈຳນົງ, ແຫຼ່ງກຳລັງໃຫ້ແກ່ການພັດທະນາແບບຍືນຍົງ

(VOVWORLD) - ກອງປະຊຸມປະຈຳປີກ່ຽວກັບການພັດທະນາແບບຍືນຍົງ, ແມ່ນໜຶ່ງໃນບັນດາກອງປະຊຸມສຳຄັນທີ່ສຸດຂອງລັດຖະບານໃນປີນີ້, ໂດຍສະພາແຫ່ງລັດກ່ຽວກັບການພັດທະນາແບບຍືນຍົງ ແລະ ຍົກສູງກຳລັງຄວາມສາມາດແກ່ງແຍ້ງຈັດຕັ້ງຂຶ້ນໃນວັນທີ 12 ກັນຍາ ຢູ່ຮ່າໂນ້ຍ. 

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຢັ້ງຢືນຢ່າງແຮງວ່າ: ໃນສິບປີຈະມາເຖິງ ຫວຽດນາມ ຈະສືບຕໍ່ສຸມໃສ່ທັງເຈດຈຳນົງ, ນະໂຍບາຍ ແລະ ແຫຼ່ງກຳລັງໃຫ້ແກ່ເປົ້າໝາຍພັດທະນາແບບຍືນຍົງກ່ວາ.

ສຸມໃສ່ເຈດຈຳນົງ, ແຫຼ່ງກຳລັງໃຫ້ແກ່ການພັດທະນາແບບຍືນຍົງ - ảnh 1 (ພາບປະກອບ)

        ການພັດທະນາແບບຍືນຍົງລະຫວ່າງເສດຖະກິດ - ສັງຄົມ ແລະ ສິ່ງແວດລ້ອມ ທັງແມ່ນຄວາມຕ້ອງການຢ່າງຮີບດ່ວນ, ທັງແມ່ນທ່າອ່ຽງຈຳເປັນຂອງ ຫວຽດນາມ. ສະນັ້ນ, ໄປພ້ອມກັບບັນດາມະຕິຂອງພັກ, ລັດຖະບານທີ່ໄດ້ປະກາດໃຊ້ແຜນການດຳເນີນງານລະດັບຊາດໂດຍໄວ ເພື່ອປະຕິບັດໂຄງການດຳເນີນງານ 2030 ຂອງສະຫະປະຊາຊາດກ່ຽວກັບການພັດທະນາແບບຍືນຍົງ. ໃນນັ້ນ, ຫວຽດນາມ ໄດ້ວາງອອກ 115 ເປົ້າໝາຍລະອຽດ ໃນທຸກຂົງເຂດເສດຖະກິດ - ສັງຄົມ - ສິ່ງແວດລ້ອມນັບແຕ່ນີ້ຈົນຮອດປີ 2030.

ແຜນນະໂຍບາຍສະເໝີຕົ້ນສະເໝີປາຍໃນການພັດທະນາແບບຍືນຍົງ

       ໃນ 30 ກ່ວາປີແຫ່ງການປ່ຽນແປງໃໝ່, ພິເສດແມ່ນກ່ວາ 10 ປີຜ່ານມາ, ຫວຽດນາມ ບັນລຸໄດ້ຜົນງານທີ່ເປັນໜ້າປະທັບໃຈຫລາຍຢ່າງກ່ຽວກັບການພັດທະນາແບບຍືນຍົງ. ກ່ອນການປ່ຽນແປງໃໝ່, ອັດຕາຄວາມທຸກຍາກຂອງ ຫວຽດນາມ ແມ່ນກ່ວາ 60% ແຕ່ມາໃນປັດຈຸບັນ ອັດຕານີ້ ມີພຽງກ່ວາ 5% ເທົ່ານັ້ນ. ປີ 2017, ດັດຊະນີການພັດທະນາມະນຸດ (HDI) ຂອງ ຫວຽດນາມ ແມ່ນ 0,694, ນອນໃນກຸ່ມປານກາງສູງ ໃນຈຳນວນ 189 ປະເທດໃນໂລກ. ຫວຽດນາມ ໄດ້ ແລະ ພວມຕັ້ງໜ້າເຂົ້າຮ່ວມໃນບັນດາຂໍ້ລິເລີ່ມປົກປັກຮັກສາສິ່ງແວດລ້ອມທົ່ວໂລກຢ່າງມີປະສິດທິຜົນ. ຕາມບົດລາຍງານຕີລາຄາປະຈຳປີຄັ້ງທີ 4 ກ່ຽວກັບຄວາມຄືບໜ້າໃນການປະຕິບັດບັນດາເປົ້າໝາຍພັດທະນາແບບຍືນຍົງປີ 2019, ຫວຽດນາມ ຖືກຈັດຢູ່ອັນດັບທີ 54, ເພີ່ມຂຶ້ນ 3 ຂັ້ນເມື່ອທຽບໃສ່ປີ 2018 ແລະ ດັດຊະນີການພັດທະນາແບບຍືນຍົງຢືນຢູ່ອັນດັບທີ 2 ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້.

        ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຢືນຢັນວ່າ ການພັດທະນາແບບຍືນຍົງແມ່ນຄວາມຕ້ອງການຢ່າງຮີບດ່ວນ, ທັງແມ່ນທ່າອ່ຽງຈຳເປັນໃນວິວັດທະນາການພັດທະນາຂອງ ຫວຽດນາມ. ສະນັ້ນ, ແຜນນະໂຍບາຍການພັດທະນາແບບຍືນຍົງ ຈຶ່ງໄດ້ສະແດງໃຫ້ເຫັນຄວາມສະເໝີຕົ້ນສະເໝີປາຍໃນບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ. ຫວ່າງແລ້ວນີ້, ລັດຖະບານໄດ້ປະກາດໃຊ້ແຜນການດຳເນີນງານລະດັບຊາດກ່ຽວກັບການປະຕິບັດໂຄງການດຳເນີນງານ 2030 ເພື່ອການພັດທະນາແບບຍືນຍົງ. ການພັດທະນາແບບຍືນຍົງກໍ່ແມ່ນບັນຫາທີ່ສຳຄັນ ເຊິ່ງໄດ້ວາງອອກເມື່ອສ້າງຮ່າງເອກະສານກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ 13 ຂອງພັກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ:

        “ໃນຄັ້ງນີ້, ພວກຂ້າພະເຈົ້າສ້າງເອກະສານໃຫ້ກອງປະຊຸມໃຫຍ່ທົ່ວປະເທດ ຄັ້ງທີ 13 ຂອງພັກ, ພວກຂ້າພະເຈົ້າໄດ້ວາງເປົ້າໝາຍແມ່ນພັດທະນາແບບຍືນຍົງໃຫ້ ຫວຽດນາມ. ພັດທະນາໄວ, ໝັ້ນຄົງ. ພວກຂ້າພະເຈົ້າກຳນົດວ່າ ນີ້ແມ່ນໜ້າທີ່ດ້ານການເມືອງຂອງທົ່ວພັກ, ທົ່ວປວງຊົນ, ທົ່ວລະບົບການເມືອງ ແລະ ທຸກພາກສ່ວນໃນສັງຄົມ.”

ສຸມໃສ່ທັງເຈດຈຳນົງ, ນະໂຍບາຍ ແລະ ແຫຼ່ງກຳລັງໃຫ້ແກ່ການພັດທະນາແບບຍືນຍົງ

       ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຢືນຢັນວ່າ ພັກ ແລະ ລັດ ຫວຽດນາມ ຈະສືບຕໍ່ສຸມໃສ່ທັງເຈດຈຳນົງ, ນະໂຍບາຍ ແລະ ແຫຼ່ງກຳລັງໃຫ້ແກ່ການພັດທະນາແບບຍືນຍົງ, ແນໃສ່ປະຕິບັດເປົ້າໝາຍໜຶ່ງດຽວ ນັ້ນແມ່ນຖືມະນຸດເປັນໃຈກາງຂອງວິວັດການພັດທະນາ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ມະນຸດເປັນໃຈກາງຂອງການພັດທະນາແບບຍືນຍົງ, ພ້ອມທັງ ສ້າງປະເທດຊາດໃຫ້ຮັ່ງມີເຂັ້ມແຂງ, ສັງຄົມຍຸຕິທຳ, ປະຊາທິປະໄຕ ແລະ ສີວິໄລ ແມ່ນຫຼັກການສະເໝີຕົ້ນສະເໝີປາຍໃນທຸກໄລຍະການພັດທະນາຂອງ ຫວຽດນາມ.

        ເຖິງຢ່າງໃດກໍ່ຕາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ຖືວ່າ: ປັດຈຸບັນພວມມີແຜນຍຸດທະສາດຫລາຍເກີນໄປກ່ຽວກັບການພັດທະນາໃຫ້ແກ່ບັນດາເປົ້າໝາຍທີ່ແຕກຕ່າງກັນໃນໄລຍະດຽວກັນ, ສະນັ້ນ ການປະຕິບັດຈຶ່ງບໍ່ມີປະສິດທິຜົນດີ, ບໍ່ສາມາດເຕົ້າໂຮມບັນດາແຫຼ່ງກຳລັງໄດ້. ດັ່ງນັ້ນ, ເພື່ອພັດທະນາແບບຍືນຍົງກ່ວາ, ໃນຍຸດທະສາດພັດທະນາເສດຖະກິດ - ສັງຄົມໃຫ້ 10 ປີຈະມາເຖິງ, ຫວຽດນາມ ຈະມີແຜນການ ແລະ ຄວາມຮັບຜິດຊອບລະອຽດກ່ຽວກັບການພັດທະນາແບບຍືນຍົງ ໄປພ້ອມກັບການເລັ່ງຄວາມໄວຂອງວິວັດການສ້າງໂຄງປະກອບຄືນໃໝ່ ແລະ ສ້າງລະບອບລະບຽບການເສດຖະກິດໃຫ້ສົມບູນແບບ ຕາມທິດນຳໃຊ້ຊັບພະຍາກອນທຳມະຊາດ, ປະຢັດພະລັງງານ, ຍົກສູງກຳລັງແກ່ງແຍ້ງຂອງພື້ນຖານເສດຖະກິດ, ປ່ຽນແປງໃໝ່ເຕັກໂນໂລຊີ ແລະ ປັບຕົວໃຫ້ແທດເໝາະກັບການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນກ່ວາ. ບັນດາຍຸດທະສາດແຫ່ງຊາດກ່ຽວກັບການເຕີບໂຕຂຽວ, ການປ່ຽນແປງຂອງດິນຟ້າອາກາດ, ການຫລຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ເສດຖະກິດໝູນວຽນ ເຊິ່ງປັດຈຸບັນຫລາຍທ້ອງຖິ່ນ, ບັນດາປະຊາຄົມວິສາຫະກິດໄດ້ເລີ່ມຕົ້ນຜັນຂະຫຍາຍແລ້ວ ແລະຈະໄດ້ຮັບການປະຕິບັດຢ່າງຄົບຊຸດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ:

        “ຂ້າພະເຈົ້າຢາກເນັ້ນໜັກວ່າ ການຫັນເປັນໂລກາພິວັດ ແລະ ບັນດາທ່າອ່ຽງເຕັກໂນໂລຊີ ພ້ອມກັບບັນດາຮູບການດຳເນີນທຸລະກິດທີ່ມີລັກສະນະບຸກທະລຸໄດ້ ເຮັດໃຫ້ແນວຄິດ ແລະ ວິທີການສຳຜັດໃນການດຳເນີນທຸລະກິດປ່ຽນແປງໂດຍພື້ນຖານ, ຊ່ວຍໃຫ້ບັນດາການເຄື່ອນໄຫວເສດຖະກິດ, ພົນລະເຮືອນມີຄວາມໝັ້ນຄົງກ່ວາ ແລະ ດີທີ່ສຸດ. ເຖິງຢ່າງໃດກໍ່ຕາມ, ບັນດາຄຸນຄ່າວັດທະນະທຳກົກເຄົ້າເຫງົ້າກໍ, ສີສັນຊາດຈະຍືນຍົງຄົງຕົວຈົນຊົ່ວກາລະນານ, ສ້າງຄວາມແຕກຕ່າງກັນ, ເປັນພື້ນຖານໃຫ້ຄວາມວັດທະນາຖາວອນເສດຖະກິດຍາວນານ ແລະ ແມ່ນຖານສົ່ງໃຫ້ແກ່ຄວາມກ້າວໜ້າຂອງພວກເຮົາໃນສະຕະວັດທີ 21 ແລະ ຍາວໄກກ່ວາ.”

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ພາຍຫລັງກອງປະຊຸມນີ້, ລັດຖະບານຈະປະກາດໃຊ້ມະຕິກ່ຽວກັບການພັດທະນາແບບຍືນຍົງໃນເດືອນ ຕຸລາ ຈະມາເຖິງ. ລັດຖະບານຈະມານະພະຍາຍາມພ້ອມກັບປະຊາຄົມໂລກ ນຳເອົາຂໍ້ຕົກລົງ ປາຣີ ວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດມາປະຕິບັດໃຫ້ປະກົດຜົນເປັນຈິງໂດຍໄວ. ທ່ານນາຍົກລັດຖະມົນຕີໄດ້ມອບໝາຍໃຫ້ບັນດາກະຊວງຄົ້ນຄວ້າ ເພື່ອມີການເກັບພາສີອາກອນສູງສຳລັບບັນດາການຜະລິດ ແລະ ໃຊ້ສອຍສິ່ງທີ່ມີຜົນຮ້າຍຕໍ່ການພັດທະນາແບບຍືນຍົງຂອງສັງຄົມ ກໍ່ຄືມີນະໂຍບາຍສົ່ງເສີມການໝູນໃຊ້ຮູບແບບເສດຖະກິດໝູນວຽນໃນການຜະລິດດຳເນີນທຸລະກິດ ເພື່ອຍື່ນສະເໜີຕໍ່ນາຍົກລັດຖະມົນຕີໃນໄຕມາດ 2 ປີ 2020. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ບັນດາກະຊວງຍົກອອກບັນດາກົນໄກນະໂຍບາຍ ເພື່ອຫລຸດຜ່ອນຄວາມຜິດດ່ຽງໃນການສຳຜັດກັບການບໍລິການສັງຄົມໂດຍພື້ນຖານ, ພິເສດແມ່ນຫລຸດຜ່ອນການຂາດໂພສະນາການທີ່ແກ່ຍາວໃນປະຊາຄົມຊົນເຜົ່າສ່ວນໜ້ອຍ, ພ້ອມທັງ ຮຽກຮ້ອງໃຫ້ບັນດາທ້ອງຖິ່ນ, ເປັນຕົ້ນແມ່ນ 30 ແຂວງ, ນະຄອນຍັງບໍ່ທັນປະກາດໃຊ້ແຜນການປະຕິບັດການພັດທະນາແບບຍືນຍົງ, ຕ້ອງເອົາໃຈໃສ່ເປັນພິເສດເຖິງການປະຕິບັດບັນດາເປົ້າໝາຍສັງຄົມ, ເປັນຕົ້ນແມ່ນການສຶກສາ, ສາທາລະນະສຸກ, ປົກປັກຮັກສາສິ່ງແວດລ້ອມ ແລະ ຮັກສາສີສັນວັດທະນະທຳ ./.

ຕອບກັບ

ຂ່າວ/ບົດ​ອື່ນ