ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ພື້ນຖານເສດຖະກິດ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຍົກອອກທິດທາງ, ເປົ້າໝາຍພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ໃນປີຈະມາເຖິງ.

ໃນບົດລາຍງານກ່ຽວກັບສະພາບການເສດຖະກິດ - ສັງຄົມ ທີ່ວາລະໄຂກອງປະຊຸມສະໄໝສາມັນເທື່ອທີ 6 ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV, ໃນຕອນເຊົ້າວັນທີ 23 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຍົກອອກທິດທາງ, ເປົ້າໝາຍພັດທະນາເສດຖະກິດ - ສັງຄົມຂອງ ຫວຽດນາມ ໃນປີຈະມາເຖິງ. ພ້ອມກັນນັ້ນແມ່ນບັນດາມາດຕະການແກ້ໄຂຈຸດສຸມເຊິ່ງລັດຖະບານ ຫວຽດນາມ ຈະຜັນຂະຫຍາຍ. ບົດລາຍງານສະແດງໃຫ້ເຫັນຄວາມຕັດສິນໃຈຂອງ ຫວຽດນາມ ສຸມແຫຼ່ງກຳລັງໃຫ້ແກ່ການເຕີບໂຕ, ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ພື້ນຖານເສດຖະກິດ.

ໃນສະພາບເສດຖະກິດໂລກພວມມີການຫັນປ່ຽນຢ່າງວ່ອງໄວ, ເກີດສິ່ງທ້າທາຍຫຼາຍຢ່າງເມື່ອທຽບໃສ່ການຄາດຄະເນ, ເສດຖະກິດຫວຽດນາມ ໄດ້ຮັບຜົນກະທົບຈາກຫຼາຍປັດໄຈທີ່ຂາດຄວາມສະດວກຈາກພາຍນອກ, ພ້ອມກັບສິ່ງຄົງຄ້າງຢູ່ພາຍໃນທີ່ແກ່ຍາວມາເປັນເວລາຫຼາຍປີ ໄດ້ປະກົດຢ່າງຈະແຈ້ງກວ່າໃນຄວາມຫຍຸ້ງຍາກນີ້...

ເສດຖະກິດຟື້ນຟູຢ່າງໄວ, ທີ່ຕັ້ງຂອງ ຫວຽດນາມ ໄດ້ຮັບການຍົກສູງຂຶ້ນ

ດ້ວຍທິດນຳທີ່ວ່າ “ຄວາມສາມັກຄີມີລະບຽບວິໄນ, ຄຸນນະທາດມີໄຫວພິບ, ມີນະວັດຕະກຳ, ທັນການ ມີປະສິດທິຜົນ”, ນັບແຕ່ຕົ້ນປີມາຮອດປະຈຸບັນ, ລັດຖະບານ ຫວຽດນາມ ໄດ້ສຸມໃສ່ຊີ້ນຳການປະຕິບັດບັນດານະໂຍບາຍປີການເງິນ, ເງິນຕາ ແລະ ບັນດານະໂຍບາຍອື່ນຢ່າງຄົບຊຸດ ເພື່ອໃຫ້ບຸລິມະສິດແກ່ການຊຸກຍູ້ການເຕີບໂຕ, ຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ.

ໝາກຜົນບັນລຸໄດ້ແມ່ນ, ການເຕີບໂຕ GDP ໃນ 9 ເດືອນຕົ້ນປີບັນລຸ 4,24%. ດັດຊະນີລາຄາໃຊ້ສອຍ (CPI) ຄິດສະເລ່ຍໃນ 9 ເດືອນຕົ້ນປີເພີ່ມຂຶ້ນ 3,16%. ການສົ່ງອອກ - ນຳເຂົ້າຄ່ອຍໆເພີ່ມຂຶ້ນຜ່ານແຕ່ລະເດືອນ, ໃນ 9 ເດືອນ ການສົ່ງອອກເກີນດຸນແມ່ນ 22 ຕື້ USD. ຄວາມໝັ້ນຄົງດ້ານພະລັງງານ ແລະ ສະບຽງອາຫານແມ່ນໄດ້ຮັບປະກັນ. ການປ່ອຍເງິນລົງທຶນສາທາລະນະຮອດເດືອນ ກັນຍາ ສູງກວ່າ 4,68% ເທື່ອທຽບໃສ່ໄລຍະດຽວກັນ; ເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ໄດ້ປະຕິບັດບັນລຸປະມານ 16 ຕື້ USD, ເພີ່ມຂຶ້ນ 2.2%.

ລາຍຈ່າຍງົບປະມານເກີນດຸ່ນ ແລະ ບັນດາຄາດໝາຍກ່ຽວກັບໜີ້ສາທາລະນະໄດ້ຮັບການຄວບຄຸມຕ່ຳກວ່າລະດັບກຳນົດ ແລະ ລະດັບກ່າວເຕືອນ. ມາຮອດປະຈຸບັນ, ການຫັກເງິນເພື່ອສ້າງກອງທຶນເງິນເດືອນແມ່ນໄດ້ປະມານ 560.000 ຕື້ດົ່ງ (23,5 ຕື້ USD), ຮັບປະກັນແຫຼ່ງເງິນຢ່າງພຽງພໍເພື່ອປະຕິບັດການປະຕິຮູບເງິນເດືອນໃນເວລາ 3 ປີ 2024 – 2026. ດ້ວຍບັນດາຜົນງານເຫຼົ່ານັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ໃຫ້ຮູ້ວ່າ:

“ມີຫຼາຍອົງການຈັດຕັ້ງສາກົນທີ່ມີອິດທິພົນຊື່ສຽງໄດ້ຕີລາຄາສູງໝາກຜົນ ແລະ ແງ່ຫວັງຂອງພື້ນຖານເສດຖະກິດ ແລະ ຄາດຄະເນວ່າ ຫວຽດນາມ ຈະຟື້ນຟູຢ່າງວ່ອງໄວໃນໄລຍະຈະມາເຖິງ; ມູນຄ່າເຄື່ອງໝາຍການຄ້າແຫ່ງຊາດຂອງ ຫວຽດນາມ ບັນລຸ 431 ຕື້ USD, ເລື່ອນ 1 ຂັ້ນ ຢືນອັນດັບທີ 32/100 ເຄື່ອງໝາຍການຄ້າແຫ່ງຊາດທີ່ເຂັ້ມແຂງໃນໂລກ.”

ພ້ອມກັບການບໍລິຫານບັນດາບັນຫາຢູ່ພາຍໃນປະເທດ, ຫວຽດນາມ ກໍ່ເອົາໃຈໃສ່ເຖິງຂົງເຂດການຕ່າງປະເທດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຢືນຢັນວ່າ:

“ວຽກງານພົວພັນຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນໄດ້ຮັບການຜັນຂະຫຍາຍຢ່າງຟົດຟື້ນ, ຕໍ່ເນື່ອງ ແລະ ແມ່ນຈຸດພົ້ນເດັ່ນຂອງປີ 2023, ບັນລຸຜົນງານສຳຄັນຫຼາຍຢ່າງມີລັກສະນະປະຫວັດສາດ, ສ້າງທ່ວງທ່າ, ກາລະໂອກາດໃໝ່, ເພື່ອພັດທະນາປະເທດຊາດ ແລະ ຍົກສູງບົດບາດ, ທີ່ຕັ້ງ, ອິດທິພົນຊື່ສຽງຂອງ ຫວຽດນາມ ບົນເວທີສາກົນ. ມາຮອດປະຈຸບັນ, ຫວຽດນາມ ໄດ້ມີການພົວພັນຄູ່ຮ່ວມມືຍຸດສາດຮອບດ້ານ ຫຼື ຄູ່ຮ່ວມມືຍຸດສາດກັບທັງ 5 ປະເທດສະມາຊິກຖາວອນປະຈຳສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ຫຼາຍປະເທດ G20; ປະກອບສ່ວນຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ເພື່ອສ້າງສາ ແລະ ປົກປັກຮັກສາປະເທດຊາດ”.

ປີ 2024: ຜ່ານຜ່າຄວາມຫຍຸ້ງຍາກ, ສຸມແຫຼ່ງກຳລັງໃຫ້ແກ່ການເຕີບໂຕ

ເຖິງຢ່າງໃດກໍ່ຕາມ, ທ່ານນາຍົກລັດຖະມົນຕີກໍ່ມີຄຳເຫັນຢ່າງກົງໄປກົງມາວ່າ ການເຕີບໂຕ GDP ຂອງປີ 2023 (ຄາດວ່າກວ່າ 5%) ຍັງບໍ່ທັນບັນລຸໄດ້ຄາດໝາຍທີ່ໄດ້ວາງອອກ (6,5%), ການຜະລິດອຸດສາຫະກຳຟື້ນຟູຢ່າງຊັກຊ້າ, ໂດຍສະເພາະແມ່ນອຸດສາຫະກຳປຸງແຕ່ງ, ປະດິດສ້າງ… ຍິ່ງໄປກວ່ານັ້ນ, ປີ 2024, ຄາດວ່າ, ພື້ນຖານເສດຖະກິດ ຫວຽດນາມ ຈະຍັງຖືກຜົນກະທົບຫຍໍ້ທໍ້ຄວບຄູ່, ສິ່ງທ້າທາຍຫຼາຍກວ່າ…

ເພື່ອປະຕິບັດສຳເລັດເປົ້າໝາຍດັ່ງກ່າວ, ນອກຈາກການບໍລິຫານນະໂຍບາຍເງິນຕາຢ່າງມີໄຫວພິບ, ເປີດກວ້າງນະໂຍບາຍປີການເງິນແລ້ວ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ, ຈະສືບຕໍ່ສູ້ຊົນຫຼຸດຜ່ອນອັດຕາດອກເບ້ຍລະດັບເພດານສຳລັບການກູ້ຢຶມ; ສຸມໃສ່ເຂົ້າບ້ວງສິນເຊື່ອໃຫ້ແກ່ບັນດາກຳລັງໜູນຂອງການເຕີບໂຕ (ການລົງທຶນ, ໃຊ້ສອຍ, ການສົ່ງອອກ), ບັນດາຂົງເຂດໃຫ້ບຸລິມະສິດ, ລັດຖະບານກໍ່ຈະຍູ້ແຮງການກໍ່ສ້າງ, ພັດທະນາລະບົບພື້ນຖານໂຄງລ່າງຢ່າງຄົບຊຸດ, ທັນສະໄໝ…

“ກໍ່ສ້າງສຳເລັດບາງໂຄງການພື້ນຖານໂຄງລ່າງຄົມມະນາຄົມສຳຄັນ; ພ້ອມທັງ, ຊຸກຍູ້ບັນດາໂຄງການເສັ້ນທາງບົກຄວາມໄວສູງ ເພື່ອຮັບປະກັນປະຕິບັດສຳເລັດເປົ້າໝາຍທີ່ວ່າ ມີເສັ້ນທາງບົກຄວາມໄວສູງກວ່າ 3.000 ກມ ໃນປີ 2025. ສືບຕໍ່ລົງທຶນພັດທະນາພື້ນຖານໂຄງລ່າງດີຈີຕອນ, ພື້ນຖານໂຄງລ່າງກະສິກຳ, ຊົນນະບົດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພື້ນຖານໂຄງລ່າງເຂດອຸດສາຫະກຳ, ພື້ນຖານໂຄງລ່າງພະລັງງານ… ເດັດດ່ຽວບໍ່ປະໃຫ້ເລື່ອງສະໜອງໄຟຟ້າໃຫ້ແກ່ການຜະລິດ, ດຳເນີນທຸລະກິດ ແລະ ການໃຊ້ສອຍບໍ່ພຽງແຕ່”

ໃນການໜູນຊ່ວຍສັງຄົມ, ລັດຖະບານຈະສືບຕໍ່ຜັນຂະຫຍາຍແຜນຮ່າງລົງທຶນກໍ່ສ້າງ ເຮືອນຢູ່ສັງຄົມຮອດປີ 2030 ຢ່າງໜ້ອຍສຸດໃຫ້ໄດ້ 1 ລ້ານຫຼັງ. ປະຕິບັດບັນດາຍະໂຍບາຍຊົນເຜົ່າ, ສາສະໜາ, ການເຫຼື້ອມໃສເຊື່ອຖື… ໃຫ້ເປັນຢ່າງດີ. ກ່ຽວກັບການຕ້ານການປ່ຽນແປງຂອງດິນຟ້າອາກາດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຢືນຢັນວ່າ:

“ເດັດດ່ຽວຜັນຂະຫຍາຍໂຄງການກະທຳປະຕິບັດບັນດາຄຳໝັ້ນສັນຍາທີ່ກອງປະຊຸມສຸດຍອດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງສະຫະປະຊາຊາດປີ 2021 (COP 26) ແລະ ຖະແຫຼງການເມືອງກ່ຽວກັນການຫັນປ່ຽນພະລັງງານຍຸຕິທຳ (JETP); ຍູ້ແຮງການຫັນເປັນພະລັງງານສີຂຽວ, ພັດທະນາພະລັງງານທົດແທນ, hydrogen; ປະຕິບັດສຳເລັດການສຳຫຼວດ, ຕີລາຄາພະລັງງານທົດແທນຢູ່ກາງທະເລ”.

ນອກນັ້ນ, ຫວຽດນາມ ກໍ່ຈະຍົກສູງປະສິດທິຜົນວຽກງານການທູດເສດຖະກິດ. ຍູ້ແຮງການພົວພັນ 2 ຝ່າຍ, ຫຼາຍຝ່າຍຢ່າງແທດຈິງ, ບັນລຸປະສິດທິຜົນ; ຊຸກຍູ້ການທູດວັດທະນະທຳ, ການພົວພັນແລກປ່ຽນປະຊາຊົນ; ປະຕິບັດວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດເປັນຢ່າງດີ, ປົກປ້ອງພົນລະເມືອງ; ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ແລະ ສ້າງເງື່ອນໄຂສະດວກ, ດຶງດູດບັນດາແຫຼ່ງກຳລັງເພື່ອຮັບໃຊ້ການພັດທະນາປະເທດຊາດ, ປັບປຸງ ແລະ ຍົກສູງທີ່ຕັ້ງ, ບົດບາດ, ອິດທິພົນຊື່ສຽງຂອງ ຫວຽດນາມ ບົນເວທີສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ