ສີລະປະວຽກງານການທູດຂອງປະທານໂຮ່ຈີມິນ- ການທູດເພື່ອມະນຸດ

(VOVWORLD) -ປະທານໂຮ່ຈີມິນ ບໍ່ພຽງແຕ່ແມ່ນນັກການເມືອງປີຊາສາມາດ, ນັກວັດທະນະທຳມີຊື່ສຽງຂອງໂລກເທົ່ານັ້ນ ຫາກຍັງແມ່ນນັກການທູດດີເລີດອີກດ້ວຍ. ແນວຄິດການຕ່າງປະເທດ ແລະ ແບບແຜນນັກການທູດຂອງເພິ່ນແມ່ນເຕົ້າໂຮມສິ່ງຍອດຢ້ຽມທີ່ເປັນມູນເຊື້ອຂອງຊາດ ແລະ ຂອງມວນມະນຸດ. ວິທີການປະພຶດດີເດັ່ນຂອງເພິ່ນໃນການເຄື່ອນໄຫວການຕ່າງປະເທດ ໄດ້ປະກອບສ່ວນບໍ່ແມ່ນຫນ້ອຍເຂົ້າໃນໄຊຊະນະຂອງການປະຕິວັດຫວຽດນາມ ກໍ່ຄືຂະບວນການຕໍ່ສູ້ເພື່ອພື້ນຖານສັນຕິພາບລວມຂອງມວນມະນຸດ.

 ສີລະປະວຽກງານການທູດຂອງປະທານໂຮ່ຈີມິນ- ການທູດເພື່ອມະນຸດ - ảnh 1ທ່ານ ເລຫາຍບີ່ງ, ຮອງຫົວຫນ້າຄະນະຊີ້ນຳວຽກງານຖະແຫລງຂ່າວການຕ່າງປະເທດ, ຄະນະໂຄສະນາສຶກສາສູນກາງ ພັກກອມມູນິດຫວຽດນາມ (ພາບ: TTXVN) 

ຕາມທ່ານ ເລຫາຍບີ່ງ, ຮອງຫົວຫນ້າຄະນະຊີ້ນຳວຽກງານຖະແຫລງຂ່າວການຕ່າງປະເທດ, ຄະນະໂຄສະນາສຶກສາສູນກາງ ພັກກອມມູນິດຫວຽດນາມ ແລ້ວ, ແບບແຜນນັກການທູດໂຮ່ຈີມິນ ແມ່ນການສົມທົບໂດຍມີການຄັດເລືອກລະຫວ່າງ ລັດທິຮັກຊາດ, ວັດທະນະທຳຂອງຊາດ ແລະ ມູນເຊື້ອການທູດຂອງຫວຽດນາມ, ສ້າງເປັນສີສັນສະເພາະໃຫ້ແກ່ການທູດຫວຽດນາມ.

ຄຸນນະທາດຂອງວັດທະນະທຳອະນາຄົດ

ທ່ານ ເລຫາຍບີ່ງ ຢືນຢັນວ່າ: ປະທານໂຮ່ຈີມິນ ແມ່ນຜູ້ນຳບໍ່ພຽງແຕ່ໄດ້ຮັບຄວາມເຄົາລົບນັບຖື, ຄວາມຮັກແພງ ຈາກປະຊາຊົນຫວຽດນາມ ເທົ່ານັ້ນ ຫາກນັບທັງເພື່ອນມິດສາກົນໃນ 5 ທະວີບອີກດ້ວຍ. ໃນຖານະເປັນປະທານປະເທດ, ທ່ານປະທານ ໂຮ່ຈີມິນ ຍາມໃດກໍ່ດຶງດູດໃຈຜູ້ຢູ່ເຊິ່ງຫນ້າ, ບໍ່ວ່າຜູ້ນັ້ນແມ່ນໃຜ ຍ້ອນເພີ່ນມີຄຸນນະທາດຂອງວັດທະນະທຳອະນາຄົດ. ຄຸນນະທາດນັ້ນ ເຮັດໃຫ້ຜູ້ຢູ່ເຊິ່ງຫນ້າ, ຜູ້ມີໂອກາດພົບປະກັບເພິ່ນ ນັບທັງສັດຕູ  ກໍ່ລ້ວນແຕ່ເຄົາລົບນັບຖື ເພິ່ນ ທີ່ສຸດ. ທ່ານ ເລຫາຍບີ່ງ ຍົກຕົວຢ່າງວ່າ:

 “ປີ 1923   ທ່ານ  Manđenxtam ນັກຂ່າວ ແລະ ນັກກະວີ ໂຊວຽດ  ມີໂອກາດໄດ້ພົບປະກັບລຸງໂຮ່ ໃນຄາວນັ້ນ ເພິ່ນ ຍັງເປັນອ້າຍບ່າວ ຫງວຽນອາຍກວັກ ໄດ້ໃຫ້ຂໍ້ສັງເກດວ່າ: “ຈາກ ຫງວຽນອາຍກວັກ ໄດ້ແຜ່ຂະຫຍາຍວັດທະນະທຳຢ່າງຫນຶ່ງ    ອາດຈະແມ່ນພື້ນຖານວັດທະນະທຳຂອງອະນາຄົດ.”

 ເມື່ອສັງເກດໂດຍສັງເຂບ, ປະທານໂຮ່ຈີມິນ ມີແນວຄິດ, ວັດທະນະທຳມະນຸດ, ເມດຕາປານີ ສຳລັບທົ່ວໂລກ.  ຍາມໃດ ເພິ່ນ ກໍ່ແມ່ນຜູ້ລຽບງ່າຍ, ການສຳຜັດການປະພຶດສຸພາບທີ່ສຸດ. ຈາກກິລິຍາທ່າທາງນັ້ນ ເປັນການສະແດງໃຫ້ເຫັນພູມປັນຍາແຕ່ເຕັມໄປດ້ວຍຄວາມໃກ້ຊິດສະຫນິດສະຫນົມ. ສະນັ້ນ ເພີ່ນຈຶ່ງໄດ້ຮັບຄວາມເຄົາລົບນັບຖືຂອງບໍ່ວ່າຜູ້ໃດເມື່ອມີໂອກາດພົບປະກັບເພີ່ນ.

   ແບບແຜນການທັກທາຍເຕັມໄປດ້ວຍຄຸນຄ່າດ້ານວັດທະນະທຳ

ມາຮອດປະຈຸບັນ, ມີເອກະສານຫລາຍສະບັບ, ຜູ້ເປັນພະຍານຫລາຍຄົນ ແລະ ບົດບັນທຶກຄວາມຊົງຈຳຂອງບັນດານັກການເມືອງ ທັງຢູ່ພາຍໃນ ແລະ ສາກົນ ລ້ວນແຕ່ເວົ້າເຖິງ ປະທານໂຮ່ຈີມິນ ດ້ວຍແບບແຜນການທັກທາຍແມ່ນລຽບງ່າຍ ໃກ້ຊິດສະຫນິດສະຫນົມ. ຕາມທ່ານ ເລຫາຍບີ່ງ ແລ້ວ, ອາດເວົ້າໄດ້ວ່າ ຢູ່ໃນໂລກ ຍາກທີ່ມີຜູ້ນຳທ່ານໃດ ທີ່ມີແບບແຜນການທັກທາຍເຕັມໄປດ້ວຍຄຸນຄ່າວັດທະນະທຳຄືປະທານໂຮ່ຈີມິນ. ຈຸດຫລັກໃນສີລະປະການປະພຶດຂອງທ່ານ ປະທານໂຮ່ຈີມິນແມ່ນຢູ່ບ່ອນວ່າ:

 ທີຫນຶ່ງ ເພິ່ນ ຍາມໃດກໍ່ກຳນົດຄວນເຮັດຫຍັງ, ການພົບປະທັກທາຍທາງການທູດແນວໃດ ຍາມໃດກໍ່ຖືຜົນປະໂຫຍດນັ້ນໃຫ້ຕິດພັນກັບຜົນປະໂຫຍດຂອງປະຊາຊົນ. ທີສອງ ໃນການປະພຶດ  ຍາມໃດກໍ່ ເພິ່ນສະແດງໃຫ້ເຫັນການປະພຶດແບບວັດທະນະທຳມະນຸດ ແລະ ມີວັດທະນະທຳ. ທີສາມ ເພິ່ນ ມີຄວາມຄ່ອງແຄ້ວໃນການຮັບຮູ້ ເປົ້າໝາຍ ເພື່ອຈາກນັ້ນມີວິທີການເໝາະສົມ”

 ທ່ານ ເລຫາຍບີ່ງ ກໍ່ຄັດສະເຫນີຄຳເວົ້າຂອງນັກການທູດ, ນັກປະຫວັດສາດ ແລະ ນັກການເມືອງ ຫລາຍທ່ານ ທີ່ເວົ້າເຖິງແບບແຜນການປະພຶດທາງການທູດຂອງ ປະທານໂຮ່ຈີມິນ ນັ້ນແມ່ນ ການ ສົມທົບຢ່າງຄ່ອງແຄ້ວລະຫວ່າງ ວັດທະນະທຳຂອງຊາດ ກັບ ຮີດຄອງປະເພນີຂອງນາໆຊາດໃນໂລກເພື່ອສ້າງເປັນສີລະປະການປະພຶດທາງການທູດ. ແນວຄິດການຕ່າງປະເທດ ແລະ ແບບແຜນການທູດຂອງ ເພິ່ນ ແມ່ນການເຕົ້າໂຮມສິ່ງຍອດຢ້ຽມມູນເຊື້ອຂອງຊາດ ແລະ ຂອງມວນມະນຸດ.

 ທ່ານ ເລຫາຍບີ່ງ ສະຫລຸບວ່າ: ວຽກງານການທູດຂອງປະທານໂຮ່ຈີມິນ ແມ່ນການທູດເພື່ອມະນຸດ ແມ່ນ ການເຕົ້າໂຮມໂດຍມີການຄັດເລືອກລະຫວ່າງ ລັດທິຮັກຊາດ, ວັດທະນະທຳຂອງຊາດ ແລະ ມູນເຊື້ອການທູດຂອງຫວຽດນາມ, ສ້າງເປັນສີສັນສະເພາະໃຫ້ແກ່ການທູດຫວຽດນາມ. ການທູດມະນຸດຕາມແບບແຜນຂອງປະທານໂຮ່ຈີມິນ ນັ້ນແມ່ນ ເຂົ້າໃຈຜູ້ອື່ນ, ແບ່ງປັນກັບຜູ້ອື່ນ ເພື່ອໃຫ້ເຂົາເຈົ້າມີຄວາມເຂົ້າໃຈຕົນກວ່າ. ແບບແຜນການທູດນີ້ ເຕັມໄປດ້ວຍສີສັນວັດທະນະທຳຫວຽດນາມ. ໂລກ ໄດ້ຍ້ອງຍໍສັນລະເສີນແບບແຜນການທູດຂອງປະທານໂຮ່ຈີມິນ ເພາະວ່າ ເພີ່ນ ແມ່ນສັນຍາລັກແຫ່ງຄວາມເປັນແບບຢ່າງກ່ຽວກັບຄຸນສົມບັດ ແລະ ແບບແຜນການທູດຂອງ ເພິ່ນ ແມ່ນແບບຢ່າງໃຫ້ແກ່ການນຳ ແລະ ນັກການເມືອງຢູ່ພາຍໃນ ແລະ ຕ່າງປະເທດຮ່ຳຮຽນຕາມ.

ຕອບກັບ

ຂ່າວ/ບົດ​ອື່ນ