ສວຍໃຊ້ສິດທິມະນຸດເພື່ອລ່ວງລະເມີດສິດທິຂອງຊາດແມ່ນສິ່ງທີ່ຜິດພາດ

(VOVWORLD) - ສວຍໃຊ້ສິດທິມະນຸດເພື່ອສື່ຂ່າວບໍ່ຖືກຕາມຄວາມຈິງກ່ຽວກັບສະພາບການຢູ່ຫວຽດນາມ ກໍ່ຄວາມແບ່ງແຍກ, ຂັດແຍ້ງ, ປຸກປັ່ນດ້ານການເມືອງ ບໍ່ແມ່ນເລື່ອງໃຫມ່ອີກແລ້ວ. ນີ້ແມ່ນເລລ່ຽມທີ່ຊີນເຄີຍ ຊື່ງບາງອິດທິກຳລັງເປັນປໍລະປັກເຄີຍນຳໃຊ້ເພື່ອແຊກແຊງ, ກ້າວໄປເຖິງການໂຄ່ນລົ້ມບັນດາລະບອບການເມືອງຢູ່ຫລາຍປະເທດ. ແຕ່ການສວຍໃຊ້ສິດທິມະນຸດເພື່ອລ່ວງລະເມີດສິດທິຂອງຊາດແມ່ນການກະທຳທີ່ຜິດພາດ.

ສວຍໃຊ້ສິດທິມະນຸດເພື່ອລ່ວງລະເມີດສິດທິຂອງຊາດແມ່ນສິ່ງທີ່ຜິດພາດ - ảnh 1ພາບປະກອບ: tuyen giao.vn

ຕາມການສະຖິຕິຈາກກະຊວງປ້ອງກັນປະເທດຫວຽດນາມ ໃຫ້ເຫັນວ່າ: ໃນປີ 2019 ບັນດາຖ້ອຍທຳນອງຕູ່ຫາ ເສກສັນປັ້ນແຕ່ງ ຫວຽດນາມ ກ່ຽວກັບສິດທິມະນຸດແມ່ນເພີ່ມຂຶ້ນຢ່າງວ່ອງໄວ. ບັນດາຖ້ອຍທຳນອງຂາດພາວະວິໄສ, ບໍ່ຖືກຕາມຄວາມຈິງນັ້ນ ບໍ່ມີຫຍັງນອກເຫນືອຈຸດປະສົງແມ່ນຢາກແຊກແຊກ, ປຸກປັ່ນ, ຍຸ້ແຍ່ແກ່ດຶງ, ກໍ່ຄວາມວຸ້ນວາຍ ຢາກກ້າວໄປເຖິງການປ່ຽນແປງລະບອບການເມືອງຢູ່ຫວຽດນາມ.

           ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເຖິງການພັດທະນາສິດທິມະນຸດ

ໃນກິດຈະການປ່ຽນແປງໃຫມ່ ແລະ ເຊື່ອມໂຍງຮອບດ້ານ ຊື່ງຫວຽດນາມ ໄດ້ປະຕິບັດໃນຫລາຍທົດສະວັດຜ່ານມາ, ສິດທິມະນຸດ, ຄຸນຄ່າຂອງມະນຸດ ຍາມໃດກໍ່ຖືເປັນບັນຫາໃຈກາງ ທັງແມ່ນຈຸດໝາຍ ທັງແມ່ນກຳລັງຫນູນຂອງທຸກນະໂຍບາຍພັດທະນາ. ສາສະນີກະຊົນ ຫວູທູຮົ່ງ, ສະມາຄົມສາສະຫນາໂປແຕສະຕັງ ຮ່າໂນ້ຍ, ທ່ານ ຫງວຽນວັນຊາງ ເຂດຊາວຄິຼດ ຕາເຈົາ, ຮ່າໂນ້ຍ, ທ່ານ ຮ່ວາງວັນດິງ ເຂດຊາວຄິຼິດ ບວນເມທວດ ຢືນຢັນເຖິງຄວາມເສລີໃນການເຫລຶ້ື້ອມໃສສາສະຫນາ, ຮັບປະກັນສິດທິມະນຸດຢູ່ຫວຽດນາມຄືດັ່ງນີ້:

 -ພັກ ແລະ ລັດ ມີຄວາມເອົາໃຈໃສ່ທີ່ສຸດເຖິງທຸກດ້ານໃນຊີວິດການເປັນຢູ່ຂອງສາສະນີກະຊົນ. ພວກຂ້າພະເຈົ້າດີໃຈຫລາຍ.

-ໂດຍໄດ້ຮັບຄວາມເອົາໃຈໃສ່ຈາກພັກ, ລັດ ແລະ ການຫນູນຊ່ວຍຈາກນະຄອນ ສະນັ້ນ ຊາວຄຼິດ ເຮັດໄດ້ຫລາຍສິ່ງຫລາຍຢ່າງທີ່ດີງາມ ເປັນຕົ້ນການການເຮັດກະສິກຳ ບັນລຸສະມັດຕະພາບສູງ. ປະຊາຊົນດີໃຈຫລາຍ ແລະ ຍາມໃດກໍ່ເຊື່ອໝັ້ນຕໍ່ແນວທາງຂອງພັກ ລັດ.

-ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນທີ່ສຸດ. ພັກ ແລະ ລັດຖະບານໄດ້ນຳເອົາຄວາມເບີກບານມ່ວນຊື່ນມາ ຄວາມຜາສຸກໃນຊີວິດການເປັນຢູ່ມາໃຫ້ພວກຂ້າພະເຈົ້າ.

ຄວາມຈິງ ສະພາບສິດທິມະນຸດຢູ່ຫວຽດນາມ ໄດ້ຮັບປະກັນ. ນີ້ແມ່ນສິ່ງ ບໍ່ພຽງແຕ່ປະຊາຊົນຫວຽດນາມ ຢືນຢັນເທົ່ານັ້ນ ຫາກຊາວຕ່າງປະເທດຢູ່ຫວຽດນາມ ກໍ່ລ້ວນແຕ່ຮູ້ສຶກໄດ້. ສິດໄດ້ສຳຜັດກັບຂໍ້ມູນຂ່າວສານ ຫລື ຄວາມເສລີໃນການນຳໃຊ້ ອິນເຕີແນັດ ແມ່ນຕົວຢ່າງຫນຶ່ງ. ທ່ານ Saadi Salama ເອກອັກຄະລັດຖະທູດ ປາແລັດສະຕີນ ຜູ້ທີ່ດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ ມາເປັນເວລາ 20 ປີ ໃຫ້ຮູ້ວ່າ:

 “ຂ້າພະເຈົ້າໄດ້ເຮັດວຽກຢູ່ຫລາຍປະເທດແລ້ວ ແລະ ຂ້າພະເຈົ້າອາດຢືນຢັນວ່າ ອິນເຕີແນັດ ແລະ ບັນດາເງື່ອນໄຂຊື່ງລັດຖະບານຫວຽດນາມ ໄດ້ນຳມາໃຫ້ບັນດາຜູ້ທີ່ພວມດຳລົງຊີວິດຢູ່ຫວຽດນາມ, ເຮັດໃຫ້ເຂົາເຈົ້າຮູ້ສຶກໄດ້ວ່າ ຫວຽດນາມ ແມ່ນປະເທດ ມີຄວາມເອົາໃຈໃສ່ເຖິງການເຊື່ອມໂຍງ, ເອົາໃຈໃສ່ເຖິງເລື່ອງຢາກກາຍເປັນເພື່ອນມິດຂອງທຸກປະເທດໃນໂລກ, ເອົາໃຈໃສ່ເຖິງເລື່ອງຫວຽດນາມ ຢາກກາຍເປັນປະເທດຮັກຫອມສັນຕິພາບ, ເຄົາລົບກົດໝາຍສາກົນ ຢາກຊຸກຍູ້ການພົວພັນດ້ານເສດຖະກິດ ແລະ ການຄ້າ ເພື່ອພັດທະນາຄຸນຄ່າມະນຸດໃນຫນ່ວຍໂລກຂອງພວກເຮົາ.”

ຕາມການສະຖິຕິຫວ່າງແລ້ວນີ້ ໃຫ້ເຫັນວ່າ ແຕ່ລະມື້ ມີປະຊາຊົນຫວຽດນາມ ປະມານ 70% ໄດ້ນຳໃຊ້ອິນເຕີແນັດ  ບໍ່ພຽງແຕ່ເພື່ອຮັບໃຊ້ການຫາລ້ຽງຊີບ, ການຮ່ຳຮຽນ, ບັນເທິງເທົ່ານັ້ນ ຫາກເພື່ອປະຕິບັດບັນດາສິດທິມະນຸດຂອງຕົນໂດຍກົງ ນັບທັງບັນດາສິດພົນລະເຮືອນ, ການເມືອງ ຄື: ເຂົ້າຮ່ວມການປະກອບຄຳເຫັນໃສ່ບັນດາແຜນຮ່າງນະໂຍບາຍ, ກົດໝາຍ.

ມາຮອດປະຈຸບັນ ຫວຽດນາມ ໄດ້ປະຕິບັດການເຜີຍແຜ່ບັນດານະໂຍບາຍກ່ຽວກັບສິດທິມະນຸດ, ປະຕິບັດການປົກປ້ອງສິດທິມະນຸດເພື່ອໃຫ້ກົມກ່ຽວກັບຂົງເຂດອື່ນເປັນຢ່າງດີ. ຫວຽດນາມ ແມ່ນປະເທດ ທຳອິດ ໃຫ້ສັດຕະຍາບັນສົນທິສັນຍາກ່ຽວກັບການຕ້ານການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ສິດທິຂອງເດັກ.

 ນັບແຕ່ເມື່ອລັດຖະທຳມະນູນປີ 2013 ໄດ້ຮັບການຮັບຮອງເອົາ, ຍາມໃດຫວຽດນາມ ກໍ່ເອົາໃຈໃສ່ເປັນພິເສດເຖິງການປັບປຸງກົດໝາຍ, ສ້າງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ ດ້ວຍການປະກາດໃຊ້ ປັບປຸງ ເພີ່ມເຕີມກົດໝາຍ ປະມວນກົດໝາຍກວ່າ 100 ສະບັບທີ່ກ່ຽວຂ້ອງເຖິງສິດທິມະນຸດ.

 ວັນທີ 20 ພະຈິກ ປີ 2019 ສະພາແຫ່ງຊາດ ໄດ້ຮັບຮອງເອົາປະມວນກົດໝາຍວ່າດ້ວຍແຮງງານ ສະບັບປັບປຸງ ດ້ວຍຂໍ້ກຳນົດໃຫມ່ຫລາຍຢ່າງ ຮັບປະກັນສິດທິມະນຸດຂອງຄົນງານກວ່າ ແລະ ເໝາະສົມກັບບັນດາສົນທິສັນຍາສາກົນທີ່ສຳຄັນຂອງ ອົງການແຮງງານສາກົນ.

ສວຍໃຊ້ສິດທິມະນຸດເພື່ອລ່ວງລະເມີດສິດທິຂອງຊາດແມ່ນການກະທຳທີ່ຜິດພາດ

ຄວາມຈິງໄດ້ພິສູດໃຫ້ເຫັນວ່າ ການຕູ່ຫາ ກ່ຽວກັບສະພາບການສິດທິມະນຸດຢູ່ຫວຽດນາມ ແມ່ນຖ້ອຍທຳນອງເສກສັນປັ້ນແຕ່ງບໍ່ຖືກຕາມຄວາມຈິງ. ເລື່ອງບາງອົງການຈັດຕັ້ງສາກົນ ບາງລັດຖະບານ ຍົກອອກບົດລາຍງານສິດທິມະນຸດທີ່ບໍ່ຖືກຕາມຄວາມຈິງກ່ຽວກັບຫວຽດນາມ ກໍ່ເປັນການສະແດງໃຫ້ເຫັນວ່າເຂົາເຈົ້າຍັງບໍ່ທັນເຂົ້າໃຈຢ່າງຈະແຈ້ງກ່ຽວກັບຫວຽດນາມ ແລະ ພວມມີການສັງເກດຂາດພາວະວິໄສ, ໃນແງ່ມູມດຽວ. ທ່ານ ເລຮ່ວາຍຈູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ໄຈ້ແຍກວ່າ:

“ການເຈລະຈາສອງຄັ້ງເມື່ອພວກເຮົາສະເຫນີບົດລາຍງານກ່ຽວກັບການຮັບປະກັນສິດທິມະນຸດຢູ່ຫວຽດນາມ ໃນຂອບເຂດການກວດກາຕາມໄລຍະກ່ຽວກັບສິດທິມະນຸດສຳລັບທຸກປະເທດສະມາຊິກ ສປຊ ທີ່ສະພາສິດທິມະນຸດ, ບັນດາປະເທດສະມາຊິກສ່ວນຫລາຍຕີລາຄາສູງຕໍ່ບັນຫາສິດທິມະນຸດຢູ່ຫວຽດນາມ. ສ່ວນຍັງເຫລືອ ເຂົາເຈົ້າຂາດຂໍ້ມູນຂ່າວສານ ຫລື ເພື່ອຈຸດປະສົງສ່ວນຕົວ. ເຂົາເຈົ້າຈຶ່ງມີຖ້ອຍທຳນອງເສກສັນປັ້ນແຕ່ງ ສະແດງໃຫ້ເຫັນວ່າ ເຂົາເຈົ້າບໍ່ເຂົ້າໃຈຫຍັງຕໍ່ກັບສະພາບການຢູ່ຫວຽດນາມ.”

 ລັດຖະບານຫວຽດນາມ ຍາມໃດກໍ່ຮັບຟັງບັນດາຖ້ອຍທຳນອງທີ່ແຕກຕ່າງ ແລະ ເຄົາລົບການປະກອບຄຳເຫັນຈາກປະຊາຄົມສາກົນ. ແຕ່ ຫວຽດນາມ ບໍ່ອາດຮັບຮູ້ໄດ້ຈີນຕະນາການແບບ ໄຈ້ແຕກຕີລາຄາຄືແນວນັ້ນເພື່ອປະຕິເສດທຸກໝາກຜົນ, ບັນດານະໂຍບາຍຊື່ງໄດ້ຮັບຮູ້ຈາກປະຊາຊົນ. ເລື່ອງສວຍໃຊ້ສິດທິມະນຸດເພື່ອລ່ວງລະເມີດສິດທິຂອງຊາດ ຢູ່ຫວຽດນາມ ເປັນທີ່ຈະແຈ້ງແລ້ວວ່າ ບັນດາການກະທຳຜິດພາດ, ແຊກແຊງເຂົ້າວຽກງານພາຍໃນຂອງຫວຽດນາມ, ໄປຝືນກັບທ່າອ່ຽງເພີ່ມຄວາມເຂົ້າໃຈ, ສັນຕິພາບ ແລະ ພັດທະນາໃຫ້ທຸກໆຊາດ, ທຸກປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ