ສື່ສານເປັນເຈົ້າການສື່ຂ່າວເພື່ອກຳນົດທິດສັງຄົມ

ສື່ສານເປັນເຈົ້າການສື່ຂ່າວເພື່ອກຳນົດທິດສັງຄົມ - ảnh 1
ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ, ​ເຈືອງ​ມິ​ງຕ໋ວນ
(ພາບ: mic.gov.vn)

(vovworld) - ປີ 2015, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ຫວຽດນາມ ຈະ​ເພີ່ມ​ທະວີ​ວຽກ​ງານ​ຄຸ້ມ​ຄອງ​ລັດ​ໃນ​ທຸກ​ຂົງ​ເຂດ​ຄື​: ສື່​ມວນ​ຊົນ, ພິມ​ຈຳໜ່າຍ, ​ໄປສະ​ນີ, ​ໂທລະ​ຄົມ, ​ເຕັກ​ໂນ​ໂລ​ຢີຂໍ້​ມູນຂ່າວສານ​ ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ໃນ​ການ​ສື່​ຂ່າວ… ສິ່ງ​ດັ່ງກ່າວ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​ມະຕິ​ກອງ​ປະຊຸມ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ ຄັ້ງ​ທີ 10 ຢ່າງ​ແທດ​ຈິງ, ​ໃນ​ນັ້ນ​ມີ​ເນື້ອ​ໃນ​ວາງ​ແຜນ​ພັດທະນາ​ສື່​ມວນ​ຊົນ​ຫວຽດນາມ​ ເຖິງ​ປີ 2025.

        ​ໃນ​ການ​ຕອບ​ສຳ​ພາດຕໍ່ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ຫວ່າງ​ແລ້ວ​ນີ້​, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ, ​ເຈືອງ​ມິ​ງຕ໋ວນ, ​ໄດ້​ຢືນຢັນ​​ເຖິງບັນດາ​ທິດ​ທາງ​ພັດທະນາ​ ຂົງ​ເຂດ​ສື່ສານ​ໄລຍະ​ຈະ​ມາ​ເຖິງ, ​ໃນ​ນັ້ນວຽກ​ງານ​ຈຸດ​ສຸມ​ແມ່ນ​ການວາງ​ແຜນ​ພັດທະນາ​ສື່​ມວນ​ຊົນ.

        ປັບປຸງ​ແຜນ​ຮ່າງ​ກ່ຽວ​ກັບແຜນ​ພັດທະນາ ​ແລະ ຄຸ້ມ​ຄອງ​ສື່​ມວນ​ຊົນ​ເຖິງ​ປີ 2025

        ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ, ​ເຈືອງ​ມິ​ງຕ໋ວນ ​ເນັ້ນ​ໜັກ​ວ່າ, ກະຊວງ​ຖະແຫຼ​ງຂ່າວ ​ແລະ ສື່ສານພວມ ປັບປຸງ​ແຜນ​ຮ່າງ ​ວາງ​ແຜນ​ພັດທະນາ ​ແລະ ຄຸ້ມ​ຄອງ​ສື່​ມວນ​ຊົນ​ເຖິງ​ປີ 2025 ​ເພື່ອ​ຍື່ນ​ຕໍ່​ກົມ​ການ​ເມືອງ​ໃນ​ໄລຍະ​ຈະ​ມາ​ເຖິງ. ແຜນ​ຮ່າງ​ວາງ​ແຜນ​ພັດທະນາ ​ແລະ ຄຸ້ມ​ຄອງ​ສື່​ມວນ​ຊົນ​ ​ເພື່ອ​ແນ​ໃສ່​ສ້າງ​ພື້ນຖານ​ນິຕິ​ກຳ​ໃຫ້​ສື່​ມວນ​ຊົນ​ພັດທະນາ​ຢ່າງ​ປອດ​ໄສ, ຖືກ​ທິດ. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ ​ເຈືອງ​ມິ​ງຕ໋ວນ, ​ໃຫ້​ຮູ້​ວ່າ:

        “ແຜນ​ຮ່າງ​ວາງ​ແຜນ​ພັດທະນາ ​ແລະ ຄຸ້ມ​ຄອງ​ສື່​ມວນ​ຊົນ​ເຖິງ​ປີ 2025 ​ເນັ້ນ​ໜັກ​ເຖິງ​ເລື່ອງ​ພັດທະນາ​ໄປ​ຄຽງ​ຄູ່​ກັບ​ການ​ຄຸ້ມ​ຄອງ​ທີ່​ດີ. ມີ​ຫຼາຍ​ຄົນ​ຄິດ​ວ່າ​ແຜນ​ຮ່າງ​ມີ​ແຕ່​ຊັບຊ້ອນ​ສື່​ມວນ​ຊົນ​ຄືນ​ໃຫມ່​ເທົ່າ​ນັ້ນ, ​ແຕ່ຄວາມ​ຈິງ​ແລ້ວ​ແມ່ນ​ຊັບຊ້ອນບົນ​ພື້ນຖານ​ເພື່ອ​ໃຫ້​ສື່​ມວນ​ຊົນ​ພັດທະນາ​ຢ່າງ​ແຮງ ​ແລະ ຖືກ​ທິດ​ກວ່າ, ​ເພື່ອ​ສື່​ຂ່າວ​ເຖິງ​ປະຊາຊົນ​ຢ່າງ​ຄົບ​ຖ້ວນ, ຊັດ​ເຈນ​ກວ່າ. ສື່​ມວນ​ຊົນ​ຫວຽດນາມ​ ​ແມ່ນ​ສື່​ມວນ​ຊົນ​ປະຕິວັດ. ສື່​ມວນ​ຊົນ​ຕ້ອງ​ແມ່ນ​ອົງການ​ກະບອກ​ສຽງ, , ​ແມ່ນ​ເວທີ​ປາ​ໄສ​ຂອງ​ປະຊາຊົນ, ຍົກ​ອອກ​ບັນດາ​ບັນຫາ​ທີ່​ປະຊາຊົນ​ເອົາ​ໃຈ​ໃສ່ ​ແລະ ​ໂຄສະນາ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ນະ​ໂຍບາຍ​ຂອງ​ລັດ​ເຖິງ​ປະຊາຊົນ. ຍ້ອນ​ເຫດ​ນັ້ນ, ສື່​ມວນ​ຊົນ​ຕ້ອງ​ມີ​ລັກສະນະ​ພາວະ​ວິ​ໄສ, ບໍລິສຸດ ​ແລະ ສະດຸ​ງ​ໄວ“.

        ປະຈຸ​ບັນ, ຫວຽດນາມ​ ມີ 845 ອົງການ​ສື່​ມວນ​ຊົນ. ຕາມທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ ​ເຈືອງ​ມິ​ງຕ໋ວນ ​ແລ້ວ, ​ເລື່ອງ​ຈັດ​ຕັ້ງ, ຊັບຊ້ອນ​ບັນດາ​ອົງການ​ສື່​ມວນ​ຊົນ​ຈະ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຕາມ​ທິດ​ສ້າງ​ຕັ້ງ​ບັນດາ​ອົງການ​ສື່​ມວນ​ຊົນ​ຫຼາຍ​ຮູບ​ການ. ສິ່ງ​ສຳຄັນ​ກວ່າ​ນັ້ນ​ແມ່ນ​ບັນດາ​ສື່​ສິ່ງ​ພິມທີ່​ຂາດ​ສີສັນ​ຊາດ, ​ໃຫ້​ຂ່າວ​ບໍ່​ຖືກ​ກັບ​ຄະຕິ​ທຳ,​ຈຸດປະສົງ, ຜິດ​ກັບ​ຄວາມ​ຈິງ, ລະ​ເມີດ​ລິ​ຂະ​ສິດ​ຈະ​ຖືກ​ຍຸບ​ເລີກ. ບັນດາ​ອົງການ​ສື່​ມວນ​ຊົນ​ກໍ່​ຈະ​ມີ​ເງື່ອນ​ໄຂ​ດີ​ທີ່​ສຸດ​ເພື່ອ​ພັດທະນາ​ໃຫ້​ທັນ​ກັບ​ວິວັດ​​ແຫ່ງການ​ພັດທະນາ​ຂອງ​ວິທະຍາສາດ​ເຕັກ​ໂນ​ໂລ​ຢີ.

        ການພັດທະນາ​ໄປ​ຄຽງ​ຄູ່​ກັບ​ການ​ຄຸ້ມ​ຄອງ

        ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ ​ເຈືອງ​ມິ​ງຕ໋ວນ, ​ໃຫ້​ຮູ້​ວ່າ, ອິນ​ເຕີ​ແນ​ດ ​ແລະ ເວັບ​​ໄຊສັງຄົມ​ນັບ​ມື້​ນັບ​ພັດທະນາ. ນີ້​ແມ່ນ​ທ່າ​ອ່ຽງ​ລວມຂອງ​ໂລກ ​ແລະ ຫວຽດນາມ ​ກໍ່​ນອນ​ໃນ​ທ່າ​ອ່ຽງນັ້ນ. ​ເລື່ອງອິນ​ເຕີ​ແນ​ດ ​ແລະ ເວັບ​​ໄຊສັງຄົມ​ຢູ່​ຫວຽດນາມ ​ພັດທະນາ​ຢ່າງ​ແຮງ ຈະ​ແມ່ນ​ໂອກາດ​ເພື່ອ​ໃຫ້​ປະຊາຊົນ​ສຳ​ພັດ​ກັບ​ຂໍ້​ມູນ​ຂ່າວໄວ​ທີ່​ສຸດ ​ແລະ ຮອບດ້ານ​ທີ່​ສຸດ, ​ແຕ່​ກໍ່​​ເປັນ​ການ​ທ້າ​ທາຍ​​ໃຫ້​ວຽກ​ງານ​ຄຸ້ມ​ຄອງ​ສື່​ມວນ​ຊົນ, ສື່ສານ​ຢູ່​ຫວຽດນາມ. ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ສຳຄັນ​ເຊິ່ງກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ຫວຽດນາມ​ໄດ້​ວາງ​ອອກ​ໃນ​ປີ 2015 ນັ້ນ​ແມ່ນ​, ຕ້ອງ​ຄຸ້ມ​ຄອງ​ຄື​ແນວ​ໃດ​ເພື່ອ​ບໍ່​ໃຫ້​ຂ່າວ​ບໍ່​ດີ​ສົ່ງ​ຜົນ​ສະທ້ອນ​ເຖິງສະພາບ​ແວດ​ລ້ອມ​ແຫ່ງ​ການ​ສື່ສານ​ຂອງ​ຫວຽດນາມ. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ ​ເຈືອງ​ມິ​ງຕ໋ວນ, ​ຢືນຢັນວ່າ:

        “​ໃນ​ຂົງ​ເຂດ​ສື່​ຂ່າວ, ຂໍ້​ມູນ​ຂ່າວ​ໃດ​ໄດ້​ຮັບ​ການ​ໂຄສະນາ​ກ່ອນ​, ແມ່ນ​ມີ​ປະ​ໂຫຍ​ດກວ່າ. ຍ້ອນ​ເຫດ​ນັ້ນ, ພວກ​ເຮົາ​ຕ້ອງ​ເປັນ​ເຈົ້າ​ການ​ໃນ​ການ​ສື່​ຂ່າວ ​ແລະ ບັນດາ​ອົງການ​ສື່​ມວນ​ຊົນ​ຕ້ອງ​ເຂົ້າ​ຮ່ວມ, ​ເພື່ອ​ເປັນ​ເຈົ້າ​ການ​ສະໜອງ​ຂໍ້​ມູນ​ຂ່າວ​ໃຫ້​ທົ່ວ​ປວງ​ຊົນ​ໄດ້​ຮັບ​ຊາບ, ທີສອງ​ແມ່ນ, ບັນດາ​ອົງການ​ຂອງ​ລັດ​ກໍ່​ຕ້ອງ​ເປັນ​ເຈົ້າ​ການ​ສະໜອງ​ຂໍ້​ມູນ​ຂ່າວ, ພິ​ເສດ​ແມ່ນ​ສຳລັບ​ຂົງ​ເຂດ​ທີ່​ປະຊາຊົນ​ມີ​ຄວາມ​ສົນ​ໃຈ“.

        ກ່ຽວຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ພິມ​ຈຳໜ່າຍ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ ​ເຈືອງ​ມິ​ງຕ໋ວນ, ​​ເນັ້ນ​ໜັກ​ວ່າ: ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ​ສື່ສານ ກໍ່​ຈະ​ມີ​ມາດ​ຕະການ​ຕ່າງໆ​ເພື່ອ​ຮັບປະກັນ​ໃຫ້​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ພິມ​ຈຳໜ່າຍ​ໃນ​ປີ 2015 ມີ​ຄວາມ​ປອດ​ໄສ. ພ້ອມ​ກັບ​​ເລື່ອງ​ຍູ້​ແຮງການ​ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ພິມ​ຈຳໜ່າຍ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ ຈະ​ສືບ​ຕໍ່ປະກາດ​ໃຊ້​ບັນດາ​ເອກະສານ​ນິຕິ​ກຳ ​ເພື່ອ​ປະຕິບັດ​ການ​ຮ່ວມ​ສຳພັນພິມ​ຈຳໜ່າຍ ​ແລະ ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ, ກວດກາ​ວຽກ​ງານ​ຮ່ວມສຳພັນ​ພິມ​ຈຳໜ່າຍ, ນັບ​ແຕ່​ຂອດ​ສະໜອງ​ໜັງສື​ອະນຸຍາດ, ການ​ຈົດ​ທະບຽນ​ພິມ​ຈຳໜ່າຍ, ການກວດ​ຕົ້ນ​ສະບັບ, ການ​ພິມ ​ແລະ ຈຳໜ່າຍ.

ຂ່າວ/ບົດ​ອື່ນ