ສະກັດກັ້ນແຫຼ່ງການເງິນ, ການສູ້ຮົບທີ່ສຳຄັນໃນ ຍຸດທະສາດຮ່ວມຕ້ານກໍໍ່ການຮ້າຍ

ບັ້ນ​ຮົບ​ຕ້ານກຳ​ລັງ​ລັດ​ອິດ​ສະ​ລາມ IS ໂດຍ​ຂະ​ໜາມ​ນາມ​ເອງ ແລະ ບັນ​ດາ​ກຸ່ມກໍໍ່​ການ​ຮ້າຍ, ຫົວ​ຮຸນ​ແຮງ​ພວມ​ກ້າວ​ເຂົ້າສູ່​ໄລ​ຍະ​ດຸ​ເດືອດ ແລະ ໄດ້​ຮັບ​ການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຈາກຫຼາຍ​ປະ​ເທດ​ໃນ​ໂລກ. ພ້ອມ​ກັບ​ບັນ​ດາ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ, ບຸກ​ໂຈມ​ຕີ​ໂດຍ​ກົງ, ສ່ວນ​ໜຶ່ງ​ທີ່​ສຳ​ຄັນ​ໃນ​ຍຸດ​ທະ​ສາດຮ່ວມ​ຕ້ານກໍໍ່​ການ​ຮ້າຍນັ້ນ, ແມ່ນ​ຕ້ອງສະ​ກັດ​ກັ້ນ​ແຫຼ່ງການ​ເງິນ​ຂອງ IS, ຈາກນັ້ນ​ສາ​ມາດ​ດັບ​ສູນ​ອົງ​ການ ກໍໍ່​ການ​ຮ້າຍນີ້​ເຖິງ​ກົກ​ເຖິງ​ຮາກ.  

ສະກັດກັ້ນແຫຼ່ງການເງິນ, ການສູ້ຮົບທີ່ສຳຄັນໃນ ຍຸດທະສາດຮ່ວມຕ້ານກໍໍ່ການຮ້າຍ - ảnh 1
(ພາບ: doanhnhansaigon.vn)

     ການ​ຄ້າ​ຂາຍ​ອາ​ວຸດ, ຄ້າ​ຂາຍ​ມະ​ນຸດ, ຢາ​ຟິນ, ລອກຈັບເປັນ​ຕົວ​ປະ​ກັນ​ເພື່ອ​ຮຽກ​ຄ່າ​ໄຖ່, ຂາຍ​ນ້ຳ​ມັນ​ຢູ່​ບັນ​ດາ​ເຂດ​ຢຶດ​ຄອງ, ຫຼັກ​ຖອນ​ເງິນ​ຈາກ​ບັນ​ຊີ​ເງິນ​ຝາກ​ທະ​ນາ​ຄານ. ນີ້​ແມ່ນ​ບັນ​ດາ​ສາຍ​ເຫດ​ເພື່ອ​ພາ​ໄປ​ເຖິງ​ການ​ສ້າງ​ແຫຼ່ງ​ການ​ເງິນ​ຢ່າງ​ມະ​ຫາ​ສານ​ໃຫ້​ແກ່ IS. ຕາມ​ການ​ປະ​ເມີນ​ແລ້ວ, ງົບ​ປະ​ມານ​ຂອງ IS ໃນ​ປີ 2015 ແມ່ນ​ປະ​ມານ 2 ຕື້ USD . ແຫຼ່ງ​ການ​ເງິນ​ຢ່າງ​ມະ​ຫາ​ສານນີ້ ໄດ້​ຊ່ວຍ IS ເຖິງວ່າ​ແມ່ນ​ອົງ​ການໂດຍ​ຂະ​ໜາມ​ນາມ​ເອງ ສາ​ມາດ​ຄວບ​ຄຸມ​ເຂດ​ດິນ​ທີ່​ກ້​ວາງ​ໃຫຍ່ ແລະ ປະ​ເຊີນ​ໜ້າກັບ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ ແລະ ພວມ​ກາຍ​ເປັນ​ໄພ​ນາບ​ຂູ່​ອັນ​ຮ້າຍ​ແຮງ​ຂອງ​ທົ່ວ​ໂລກ​ຢ່າງ​ແທ້​ຈິງ.

      ກຳ​ລັງ​ແຮງ​ອັນ​ໂຫດ​ຮ້າຍ ແລະ ກຳ​ລັງ​ບົ່ມ​ຊ້ອນ​ດ້ານ​ເສດ​ຖະ​ກິດ​ຢ່າງ​ແຂງ​ແຮງ

      ບັນ​ດາ​ເຫດ​ວາງ​ລະ​ເບີດ, ບຸກ​ໂຈມ​ຕີ​ອັນ​ນອງ​ເລືອດ, ການ​ລອກ​ຈັບ​ຕົວ​ ແລະ ສັງ​ຫານ​ຕົວ​ປະ​ກັນ​ແບບ​ສາ​ມານ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ ໄດ້​ສະ​ແດງ​ໃຫ້​ເຫັນ​ຜົນ​ສະ​ທ້ອນ​ຂອງ IS ພວມ​ກະ​ທົບ​ໂດຍ​ກົງ​ເຖິງ​ຄວາມ​ຄວາມ​ໝັ້ນ​ຄົງ​ໃນ​ທົ່ວ​ໂລກ. IS ຍັງໄດ້​ຮັບ​ຖື​ວ່າ ແມ່ນ​ອົງ​ການ​ທີ່​ມີ ກຳ​ລັງ​ບົ່ມ​ຊ້ອນ​ດ້ານ​ເສດ​ຖະ​ກິດ​ຢ່າງ​ແຂງ​ແຮງ. ດ້ວຍ​ສະ​ຖານ​ທີ່​ຂຸດ​ຄົ້ນ​ນ້ຳ​ມັນ​ 8 ແຫ່ງ​ຢູ່​ອີ​ຣັກ ແລະ ຊີ​ຣີນັ້ນ, ຕາມ​ການ​ປະ​ເມີນ​ແລ້ວ, ດ້ວຍ​ລາ​ຄາ​ຂາຍ​ນ້ຳ​ມັນ​ດິບແຕ່ 30-40 USD / ຖັງ​ນັ້ນ, ແຕ່​ລະ​ມື້ IS ມີ​ລາຍ​ຮັບ​ຈາກ​ການຂາຍ​ນ້ຳ​ມັນ​ແມ່ນ ແຕ່ 1-2 ລ້ານ USD . ແຫຼ່ງ​ລາຍ​ຮັບ​ເປັນ​ຈຳ​ນວນຫຼາຍ​ພໍ​ສົມ​ຄວນ​ອີກ​ຂອງ IS ນັ້ນ​ແມ່ນ​ໄດ້​ຈາກ​ການ​ຂາຍ​ວັດ​ຖຸ​ບູ​ຮານ​ທີ່​ພວກ​ມັນ​ຊອກ​ຫາ​ໄດ້​ໃນ​ເຂດ​ດິນ​ແດນ​ທີ່​ຢຶດ​ຄອງ​ຢ່າງ​ຜິດ​ກົດ​ໝາຍ. ພ້ອມ​ກັນ​ນັ້ນ, IS ຍັງ​ເກັບ​ອາ​ກອນຂອງ​ປະ​ຊາ​ຊົນ​ຢູ່​ດິນ​ແດນ​ທີ່​ພວກ​ເຂົາ​ຄວບ​ຄຸມ ແລ​ະ ບວກ​ກັບ​ແຫຼ່ງ​ຮັບ​ອື່ນໆຈາກ​ການລອກຈັບເປັນ​ຕົວ​ປະ​ກັນ​ເພື່ອ​ຮຽກ​ຄ່າ​ໄຖ່, ແຫຼ່ງ​ເງິນອຸ​ປະ​ຖຳຈາກ​ບັນ​ດາ​ສ່ວນ​ບຸກ​ຄົ​ນ ແລະ ອົງ​ການ​ຕ່າງໆ. ເມື່ອມີ​ເງິນ​ທຶນ, ບັນ​ດາ​ກຸ່ມກໍໍ່​ການ​ຮ້າຍພວມ​ນັບ​ມື້​ນັບ​ເພີ່ມ​ທະ​ວີ​ການ​ສົ່ງຜົນ​ສະ​ທ້ອນໂດຍ​ຜ່ານ​ການ​ຈາ່ຍເງິນຫຼາຍ​ສົມ​ຄວນ​ໃຫ້ແກ່​ວຽກ​ງານ​ເກນ​ທະ​ຫານ, ຊື້​ຈ້າງ​ຊາວ​ມຸດ​ສະ​ລີມຝ່າຍ​ຕາ​ເວັນ​ຕົກ. ບັນ​ດາ​ເຫດ​ການ​ບຸກ​ໂຈມ​ຕີ​ແບບ ກໍໍ່​ການ​ຮ້າຍ​ຢູ່​ປາ​ຣີ​ເມື່ອບໍ່​ດົນ​ມານີ້ ໄດ້​ສະ​ແດງ​ໃຫ້​ເຫັນ​ລະ​ດັບ​ການ​ຝຶກ​ຊ້ອມ​ທີ​ດີ ແລະ ມີ​ການ​ຂຶ້ນ​ແຜນ​ຢ່າງ​ລະ​ມັດ​ລະ​ວັງ​ເປັນ​ເວ​ລາ​ດົນນານຂອງ​ອົງ​ການ ກໍໍ່​ການ​ຮ້າຍນີ້. ແລະ ບັນ​ດາ​ການ​ເຄື່ອນ​ໄຫວນີ້ ບໍ່​ສາ​ມາດ​ປະ​ຕິ​ບັດ​ໄດ້​ຖ້າ​ຫາກ​ຂາດ​ແຫຼ່ງ​ການ​ເງິນ.

    ໃນ​ຕົວ​ຈິງ, ບໍ່​ແມ່ນ​ວ່າຮອດ​ເວ​ລາ​ນີ້, ວົງ​ຄະ​ນະ​ຍາດ​ສາ​ກົນ​ຈຶ່ງ​ເລີ່ມ​ຄິດ​ໄລ​່ເຖິງເລື່ອງສະ​ກັດ​ກັ້ນ​ແຫຼ່ງການ​ເງິນ​ຂອງ​ພວກກໍໍ່​ການ​ຮ້າຍ,  ແລະ ໃນ​ 14 ປີ​ທີ່​ຜ່ານ​ມານັບ​ຕັ້ງ​ແຕ່​ເກີດ​ເຫດ​ບຸກ​ໂຈມ​ຕີກໍໍ່​ການ​ຮ້າຍ​ເມື່ອ​ວັນ​ທ​ີ 11/9/2001 ຢູ່​ອາ​ເມ​ລິກາ, ວົງ​ຄະ​ນະ​ຍາດ​ສາ​ກົນໄດ້​ຜັນ​ຂະ​ຫຍາຍຫຼາຍ​ມາດ​ຕະ​ການ, ໃນ​ນັ້ນ​ມີ​ບັນ​ດາ​ມະ​ຕິຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ.ປ.ຊ, ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​ດ້ານ​ການ​ເງິນ, ຮົ້ວ​ກີດ​ຂວາງ​ຂອງ​ລະ​ບົບ​ທະ​ນາ​ຄານ. ແຕ່​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມນີ້ ຍັງ​ບໍ່​ທັນ​ປະ​ສົບ​ຜົນ​ສຳ​ເລັດ​ຍ້ອນ​ຂາດ​ກົນ​ໄກ​ຮ່ວມ​ມື​ລວມ.

    ສ້າງ​ຍຸດ​ທະ​ສາດ​ທົ່ວ​ໂລກ​ກ່ຽວ​ກັບ​ການສະ​ກັດ​ກັ້ນ​ແຫຼ່ງການ​ເງິນ​ຂອງ​ພວກກໍໍ່​ການ​ຮ້າຍ

      ໂດຍ​ເຂົ້າ​ໃຈ​ໄດ້​ເຖິງ​ຄວາມ​ເປັນ​ອັນ​ຕະ​ລາຍ​ຂອງ​ແຫຼ່ງ​ການ​ເງິນ​ທີ່ເປື້ອນ​ເປີ້ນີ້, ບັນ​ດາ​ການ​ນຳ​ໃນ​ໂລກ​ຮວມ​ເຮັ່ງ​ຮັດ​ຊອກ​ຫາ​ວິ​ທີສະ​ກັດ​ກັ້ນ​ແຫຼ່ງໜູນ​ຊ່ວຍການ​ເງິນໃຫ້​ແກ່​ພວກ ກໍໍ່​ການ​ຮ້າຍ​ດ້ວຍ​ການ​ເພີ່ມ​ທະ​ວີການ ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​​ສືບ​ລາ​ຊະ​ການ​ລັບ, ປິດ​ລ້ອມ​ຊັບ​ສົມ​ບັດ​ຂອງ​ພວກກໍໍ່​ການ​ຮ້າຍ. ອາ​ເມ​ລິ​ກາ​ໄດ້​ເລີ່ມ​ເປີດ​ກ້​ວາງບັ້ນ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ ແນ​ໃສ່​ບັນ​ດາ​ຮາກ​ຖານ​ຂຸດ​ຄົ້ນ​ນ້ຳ​ມັນ ຊຶ່ງ​ຖືກ​ຖື​ວ່າ ແມ່ນ​ແຫຼ່ງ​ລາຍ​ຮັບ​ຕົ້ນຕໍ​ຂອງ IS . ຕາມນັ້ນ​ແລ້​ວ, ໃນ​ຮອບ​ເວ​ລາ 1 ເດືອນ​ຜ່ານ​ມາ, ບັ້ນ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ​ຂອງ​ກຳ​ລັງ​ທະ​ຫານ​ປະ​ສົມ​ໂດຍ​ອາ​ເມ​ລິ​ກາ​ນຳ​ໜ້າໄດ້​ທຳ​ລາຍ​ລົດ​ບັນ​ທຸກ​ນ້ຳ​ມັນ 400 ກວ່າ​ຄັນ, ທຳລາຍ ຮາກ​ຖານກັ່ນ ​ນ້ຳ​ມັນ 3 ແຫ່ງ​ຂອງ​ຊີ​ຣີ​ໂດຍ IS ຄວບ​ຄຸມ. ໃນ​ມໍ່ໆ​ມານີ້, ປະ​ທານ​າ​ທິ​ບໍ​ດີລັດ​ເຊຍ ປູ​ຕິນ ຫາ​ກໍ​ເຊັນລັດ​ຖະ​ດຳ​ລັດ​ວ່າ​ດ້ວຍ​ການ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ ສະ​ກັດ​ກັ້ນ​ແຫຼ່ງການ​ເງິນ​ຂອງ​ບັນ​ດາ​ກຸ່ມ ກໍໍ່​ການ​ຮ້າຍ. ທີ່ກອງ​ປະ​ຊຸມ G 20 ຊຶ່ງ​ຫາ​ກໍ​ຖືກ​ຈັດ​ຂຶ້ນ​ຢູ່​ຕວກ​ກີນັ້ນ, ບັນ​ດາ​ການ​ນຳ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນກ່ຽວ​ກັບ​ການ​ສ້າງ​ຕັ້ງກົນ​ໄກ​ຮ່ວມ​ມື​ທົ່ວ​ໂລກ​ແນ​ໃສ່ ແບ່ງ​ປັນ​ຂໍ້​ມູນ​ຂ່າວ​ສານ​​ສືບ​ລາ​ຊະ​ການ​ລັບ, ຕິດ​ຕາມ​ຢູ່​ບັນ​ດາ​ດ່ານ​ຊາຍ​ແດນ ແລະ ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ທາງ​ການ​ບິນ​ເພື່ອ​ສະ​ກັດ​ກັ້ນ​ພວກກໍໍ່​ການ​ຮ້າຍເຄື່ອນ​ຍ້າຍ​ຈາກ​ປະ​ເທດນີ້​ໄປ​ຍັງ​ປະ​ເທດ​ອື່ນ. ບັນ​ດາ​ການ​ນຳ​ໃນ​ໂລກ​ໃຫ້​ຄຳ​ໝັ້ນ​ສັນ​ຍາ ຮ່ວມ​ມື​ກັນ​ເພື່ອ​ຕ້ານ​ລັດ​ທິ​ຫົວ​ຮຸນ​ແຮງ, ເກນ​ທະ​ຫານ ແລະ ສະ​ກັດ​ກັ້ນ​ພວກ ກໍໍ່​ການ​ຮ້າຍ​ນຳ​ໃຊ້​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ, ໃນ​ນັ້ນ​ມີ​ລະ​ບົບ​ອິ​ນເຕີ​ເນັດ ຊຶ່ງ​ຖືກ​ຖື​ວ່າ​ແມ່ນ​ເຄື່ອງ​ມື​ເພື່ອ​ສົ່ງ​ເສີມ​ກໍໍ່​ການ​ຮ້າຍ, ຊົມ​ເຊີຍ​ການ​ໃຊ້​ຄວາມ​ຮຸນ​ແຮງ. ພ້ອມ​ກັນ​ນັ້ນ, ບັນ​ດາ​ລະ​ບອບ​ການ​ເງິນ​ສາ​ກົນ ກໍ​ສ້າງ​ບັນ​ດາ​ມາດ​ຕະ​ການ​ລະ​ອຽດ ແລະ ແຂງ​ແຮງກວ່າ​ໃນ​ການ​ຄຸ້ມ​ຄອງ​ແຫຼ່ງ​ເງິນ ແລະ ການ​ໂອນ​ເງິນ​ຜ່ານ​ທະ​ນາ​ຄານ, ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ ແລະ ອົງ​ການ​ກຸ​ສົນ.

     ຕາມ​ບັນ​ດາ​ນັກ​ໄຈ້​ແຍກ​ແລ້ວ, ການ​ສູ້​ຮົບສະ​ກັດ​ກັ້ນ​ແຫຼ່ງການ​ເງິນ​ຂອງ​ພວກ ກໍໍ່​ການ​ຮ້າຍ IS ກໍ​ດຸ​ເດືອດ ແລະ ນ້ອ​ຍ​ໜ້າກວ່າ​ການ​ບຸກ​ໂຈມ​ຕີ​ທາງ​ອາ​ກາດ ກໍ​ຄື​ທາງ​ບົກ​ຕ້ານ IS ໂດຍ​ກົງ. ເພາະ​ສະ​ນັ້ນ, ເພື່ອສະ​ກັດ​ກັ້ນ​ແຫຼ່ງການ​ເງິນຂອງ​ອົງ​ການ​ທີ່ບໍ່​ເຊື່ອມ​ໂຍງ​ກັບ​ໂລກ​ພາ​ຍນອກ, ບໍ່​ມີ​ການ​ຕິດ​ຕໍ່​ພົວ​ພັນ​ດ້ານ​ການ​ຄ້າ​ກັບ​ພາຍນອກ ແມ່ນບໍ່​ງ່າຍ​ດາຍ​ແຕ່​ຢ່າງ​ໃດ. ເພາະ​ສະ​ນັ້ນ,ການ​ສູ້​ຮົບ​ນີ້ຈຳ​ເປັນ​        ຕ​້ອງມີຄວາມ​ອົດ​ທົນ ແລະ ມາ​ນະ​ພະ​ຍາ​ຍາມ​ຮ່ວມ​ມື​ຍາວ​ນານ​ຂອງ​ທັງ​ວົງ​ຄະ​ນະ​ຍາດ​ສາ​ກົນ.

ຕອບກັບ

ຂ່າວ/ບົດ​ອື່ນ