ສະກົດແລນແຍກອອກຈາກອັງກິດ: ກາລະໂອກາດພັດທະນາຫຼືລັດທິຊາດຫຍໍ້ທໍ້

ວັນ​ທີ 18/9, ຜູ້​ມີ​ສິດເລືອກຕັ້ງຊາວ ສະກົດແລນ ກວ່າ 4 ລ້ານຄົນໄດ້ໄປ ປ່ອນບັດ​ໃນ​ການລົງ​ປະຊາ​ມະຕິ​ກ່ຽວ​ກັບ​ອະນາຄົດ​ຂອງ​ປະ​ເທດ​ຊາດ. ໝາກຜົນ​ຂອງ​ການ​ປ່ອນ​ບັດ, ຖ້າ​ຫາກ​ບັນລຸ​ອັດຕາ​ບັດ​ຄະ​ແນນ​ເຫັນ​ດີ​ຂອງ​ກວ່າ 50% ຈຳນວນຜູ້​ມີ​ສິດເລືອກຕັ້ງນັ້ນ, ປະເທດເອກະລາດດ້ວຍຈຳນວນປະຊາກອນ 5,3 ລ້ານຄົນອາດຈະຖືກປະກົດຕົວ. ເລື່ອງ ສະກົດແລນສາມາດກາຍເປັນປະເທດທີ່​ວັດທະນາ​ຖາວອນ​ພາຍຫຼັງ​ເອກະລາດ​ໄດ້​ຫຼື​ບໍ່​ນັ້ນ, ກໍ​ແມ່ນ​ສິ່ງ​ທີ່​ບໍ່​ມີ​​ໃຜ​ກ້າ​ນຳ​ມາ​ປຶກສາ​ຫາລື, ​ແຕ່​ມີ​ສິ່ງ​ໜຶ່ງ​ທີ່​ແນ່ນອນ​ວ່າ ການ​ຕັດສິນ​ແຍກ​ອອກ​ຈາກ​ອັງກິດ​ຂອງ ສະກົດແລນ ຈະ​ກໍ່​ໃຫ້​ເກີດບັນດາ​ຜົນ​ພາຍຫຼັງ​ໃດ​ໜຶ່ງ. 

 ສະກົດແລນແຍກອອກຈາກອັງກິດ: ກາລະໂອກາດພັດທະນາຫຼືລັດທິຊາດຫຍໍ້ທໍ້ - ảnh 1
(ພາບປະກອບ)

    ສະກົດແລນ ຕັ້ງ​ຢູ່​ທາງ​ທິດ​ເໜືອ​ຂອງ​ອັງກິດ, ມີ​ເນື້ອ​ທີ່​ເກືອບ 79.000 ຕາລາງກີ​ໂລ​ແມດ, ດ້ວຍ​ຈຳນວນ​ປະຊາ​ກອນ​ປະມານ 5,3 ລ້ານ​ຄົນ. ​ເສດຖະກິດ​ຕົ້ນຕໍ​ຂອງສະກົດແລນ​ແມ່ນ​ແຫຼ່ງລາຍ​ຮັບ​ຈາກ​ນ້ຳມັນ ​ແລະ ອາຍ​ແກັດ​ຢູ່​ທະ​ເລ ​ແລະ ​ແຕ່​ດົນ​ນານ​ມາ​ແລ້ວ, ສະກົດແລນຍັງ​ຄົງ​ໄດ້​ຮັບ​ຖື​ວ່່າ ​ແມ່ນ​ແຫຼ່ງສະ​ສົມ​ນ້ຳມັນ​ຢ່າງ​ຫຼວງ​ຫຼາຍ. ປະຈຸ​ບັນ, ສະກົດແລນພວມ​ປະກອບສ່ວນ​ປະມານ 10% GDP ​ໃຫ້​ແກ່​ທັງ​ພື້ນຖານ​ເສດຖະກິດ​ລາຊະ​ອານາ​ຈັກ​ອັງກິດ.

    ສາຍ​ຜູກ​ຮັດ​ປະຫວັດສາດ ​ແລະ ສາຍ​ເຫດ​ຕັດ​ແຍກ.

   ​ແຕ່​ສະຕະວັດ​ທີ 17, ທັງ​ອັງກິດ ​ແລະສະກົດແລນ​ລ້ວນ​ແຕ່​ຮັກສາ​ພື້ນຖານ​​ເອກະລາດ​ກ່ຽວ​ກັບ​ດ້ານ​ການ​ເມືອງ, ​ແຕ່​ຮອດ​ປີ 1707 ສາຍ​ພົວພັນ​ລະຫວ່າງ​ອັງກິດ ​ແລະ ສະກົດແລນ​ໄດ້​ຖືກ​ຜູກ​ຮັດ​ຍ້ອນ​ມີ​ສົນ​ທິສັນຍາ, ສ້າງ​ເປັນ​ສະຫະພັນ​ແຫ່ງລາຊະ​ອານາ​ຈັກ​ອັງກິດ ​ແລະ ​ໄອ​ແລນ​ເໜືອ (UK). ​​ແຕ່​ກໍບໍ່​ແມ່ນ​ຊາວ ສະກົດແລນຊາວ​ ສະກົດແລນໝົດທຸກໆຄົນ​ລ້ວນ​ແຕ່​ເພິ່ງ​ພໍ​ໃຈ​ຕໍ່ການ​ໂຮມ​ເຂົ້າກັນ​ນີ້. ​ໃນ​ຫຼາຍ​ປີ​ທີ່​ຜ່ານ​ມາ, ຫຼາຍ​ເທື່ອ​ແລ້ວ​ທີ່ ສະກົດແລນ​ຫວັງ​ຢາກ ​ແຍກ​ອອກ​ຈາກ​ UK, ພິ​ເສດ​ແມ່ນ​ພາຍຫຼັງ​ວິ​ກິດ​ການ​ການ​ເງິນ​ຢູ່​ເອີ​ລົບ, ປີ 1999, ສະກົດແລນ ​ໄດ້​ສ້າງ​ຕັ້ງ​ສະພາ​ແຫ່ງ​ຊາດ​ຕ່າງຫາກ ​ແຕ່​ທຸກໆການ​ຕັດສິນ​ກ່ຽວ​ກັບ ​ບັນຫາ​ເສດຖະກິດນັ້ນ, ຍັງ​ໂດຍ​ແມ່ນລາຊະ​ອານາ​ຈັກ​ອັງກິດຊີ້​ນຳ​ໂດຍ​ກົງ. ມາ​ຮອດ​ປີ 2011, ຂະນະ​ທີ່​ພັກ​ຊົນ​ຊາດ ສະກົດແລນ (SNP) ດ້ວຍ​ຂະ​ບວນການ​ທວງ​ເອົາ​ເອກະລາດ, ມີ​ສິດ​ຄວບ​ຄຸມ​ສະພາ​ແຫ່ງ​ຊາດ, ທ່າ​ອຽງທວງ​ເອົາ​ເອກະລາດຫາ​ກໍ​ຟື້ນ​ຕົວຢ່າງ​ແຂງ​ແຮງ ​ແລະ ການ​ລົງ​ປະຊາ​ມະຕິ​ໄດ້​ຖືກ​ກຳນົດ​ລະຫວ່າງ​ນາຍົກລັດຖະມົນຕີອັງກິດ David Cameron ​ແລະ ຜູ້​ວ່າການ​ລັດ ສະກົດແລນ Alex Salmond ​ເມື່ອ​ເດືອນ 10/2012 ພາຍຫຼັງ​ມີ​ທັດສະນະ​ບໍ່​ລົງ​ລອຍ​ກັນ​ມາ​ເປັນ​ເວລາ​ດົນ​ນານ.

       ປະຈຸ​ບັນ, ຕາມ​ການ​ຢັ່ງ​ຫາງ​ສຽງ​ຄັ້ງ​ຕ່າງໆ, ອັດຕາ​ການ​ສະໜັບສະໜູນ ​ແລະ ບໍ່​ສະໜັບສະໜູນ​ເອກະລາດ​ແມ່ນ​ພວມ​ວຸດ​ວິດ​ກັນ, ອັນ​ໄດ້​ພາ​ໃຫ້ການ​ລົ​ງປະຊາ​ມະຕິ​ຢູ່ ສະກົດແລນ ບໍ່​ພຽງ​ແຕ່​ຮ້ອນ​ເຮັ່ງ​ຢູ່​ອັງກິດ​ເທົ່າ​ນັ້ນ, ຫາກ​ຍັງ​ຢູ່​ທົ່ວ​ເອີ​ລົບ​ອີກ​ດ້ວຍ. ​ໃນ​ຂະນະ​ທີ່​ກຸ່ມ​ສະໜັບສະໜູນ​ຖື​ວ່າ ​ການແຍກ​ອອກ​ຈາກ​ອັງກິດຈະ​ຊ່ວຍ ສະກົດແລນ​ເປັນ​ເຈົ້າ​ຕົນ​ເອງ​ກ່ຽວ​ກັບ​ເສ​ດຖະກິດ ​ແລະ ການ​ຄຸ້ມ​ຄອງ​ບັນດາ​ແຫຼ່ງລາຍ​ຮັບ​ຈາກ​ນ້ຳມັນ ຫາກ​ບໍ່​ຕ້ອງການ​ແບ່ງປັນ​ກັບ​ລອນ​ດອນ​ນັ້ນ, ກຸ່ມ​ຄັດຄ້ານ​ເອກະລາດ​ຖືກ​ວ່າ ​ການແຍກ​ອອກ​ຈາກ​ອັງກິດ ຈະ​ເປັນ​ໄພ​ນາບ​ຂູ່​ຕໍ່​ເສດຖະກິດສະກົດແລນ.

    ຜົນ​ສະທ້ອນ​ຫຍໍ້​ທໍ້​ຕໍ່​ວິວັດທະນາ​ການ​ຫັນ​ເອີ​ລົບ​ເປັນ​ເອກະ​ພາບ.

  ຖ​້າຫາກ​ໝາກຜົນ​ມີ​ຢູ່​ວ່າ : ກວ່າ 50%ຈຳນວນ ຜູ້​ມີ​ສິດເລືອກຕັ້ງປ່ອນ​ບັດ​ສະໜັບສະໜູນ, ສະກົດແລນຈະ ​ແຍກ​ອອກ​ຈາກ​ອັງກິດຢ່າ​ງ​ເປັນ​ທາງ​ການ ​ແລະ ປະກາດ​ເອກະລາດ​ໃນ​ວັນ​ທີ 24/3/2016. ​ເປັນ​ອັນວ່າ, 2 ຝ່າຍ​ຈະ​ມີ​ຊວງ​ເວລາ​ກວ່າ 1 ປີ​ເພື່ອ​ເຈ​ລະ​ຈາ​ຫຼາຍ​ບັນຫາ​ທີ່​ສັບສົນ​ຄື ໜີ້​ສາທາລະນະ, ການ​ນຳ​ໃຊ້​ສະກຸນ​ເງິນ​ລວມ, ການ​ຄວບ​ຄຸມ​ຊາຍ​​ແດນ....

   ນັກ​ໄຈ້​ແຍກ​ຫຼາຍ​ຄົນ​ຖື​ວ່າ ການ​ຕັດສິນ​ເອກະລາດ​ຂອງ ສະກົດແລນ ອາດ​ຈະ​ກໍ່​ຜົນ​ຮ້າຍ​ຢ່ອນ​ຫຼັງ. ທາງ​ດ້ານ​ເສດຖະກິດ, ສະກົດແລນຕ້ອງ​ປະ​ເຊີນ​ໜ້າ​ກັບ​ສະພາບ​ຂາດ​ຄວາມ​ສະຫງົບ​ໝັ້ນ​ທ່ຽງ​ກ່ຽວ​ກັບ​ຄ່າ​ດອກ​ເບ້ຍ, ພາສີ​ອາກອນ, ການ​ປົກ​ປ້ອງ​ນັກ​ລົງທຶນ, ສ້າງ​ດ້ານ​ການ​ເງິນ ​ແລະ ນະ​ໂຍບາຍ​ເງິນຕາ​ເປັນ​ປົກກະຕິ. ການ​ແຍກຕົວ​ອອກ​ຈາກ​ອັງກິດ ຈະ​ເຮັດ​ໃຫ້ສະກົດແລນ ບໍ່​ອາດ​ໃຊ້​ສະກຸນ​ເງິນ​ປອນ​ຂອງ​ອັງກິດ​ເປັນ​ເງິນ​ຈໍລະ​ຈອນ​ໄດ້, ​ເພາະ​ສິ່ງ​ນີ້​ປະສົບ​ກັບ​ການ​ຄັດ​ຄ້ານ​ຈາກ​ບັນດາ​ພັກ​ການ​ເມືອງ​ຂອງ​ອັງ​ກິດ.

    ​ແຕ່​ສິ່ງ​ທີ່​ເປັນ​ຫ່ວງ​ກັງວົນ​ກວ່າ​ນັ້ນ, ​ແມ່ນ​ຖ້າ​ຫາກ​ທ່າ​ອຽງ​ແຍກຕົວ​ອອກ​ຈາກ​ອັງກິດປະສົບ​ຜົນສຳ​ເລັດ, ຈະ​ສົ່ງ​ຜົນ​ກະທົບ​ໂດຍ​ກົງ​​ເຖິງ​ຄວາມ​ໝັ້ນຄົງ, ວັດທະນາ​ຖາວອນ​ຂອງ EU. ​ເລື່ອງ ສະກົດແລນ​ແຍກ​ອອກ​ຈາກ​ອັງກິດ ກໍ​ຍັງ​ຈະ​ເຮັດ​ໃຫ້ການ​ສົ່ງ​ຜົນ​ສະທ້ອນ​ຂອງ​ອັງກິດ​ໃນ 28 ປະ​ເທດ EU ອ່ອນ​ແອ​ລົງ.

    ຄວາມ​ສ່ຽງ​ທີ່​ບອກ​ເຕືອນ​ໄວ້​ລວງ​ໜ້າ.

   ປະຈຸ​ບັນ, ​ເຖິງ​ວ່າ ຍັງ​ບໍ່​ທັນ​ມີ​ໝາກຜົນ​ສຸດ​ທ້າຍ​ຂອງ​ການ​ປ່ອນ​ບັດ​ກໍ​ຕາມ, ​ແຕ່​ໃນ​ທ້ອງ​ຕະຫຼາດ, ​ໄດ້​ມີ​ປະຕິກິ​ລີ​ຍາ​ອັນ​ຫຍໍ້​ທໍ້​ໃນ​ເບື້ອງ​ຕົ້ນ. ສະກຸນ​ເງິນປອນ​ຂອງ​ອັງກິດ ​ໃນ​ອາທິດ​ທີ່​ຜ່າ​ນມາ ​ໄດ້​ອ່ອນ​ຕົວ​ລົງຫຼາຍ​ພໍ​ສົມຄວນ​ເມື່ອ​ທຽບ​ໃສ່​ເງິນ​ໂດ​ລາ​ສະຫະລັດ. ​ໃນ​ຂະນະ​ນັ້ນ, ລາຄາ​ຫຸ້ຂອງ 2 ທະນາຄານ​ໃຫຍ່​ຢູ່ ສະກົດແລນ ກໍ​ຫຼຸດ​ລົງ​ແຮງ​ໃນ​ຕະຫຼາດ​ຫຼັກ​ຊັບ​ເອີ​ລົບ.

    ປະຈຸ​ບັນ, ທຸກໆ​ຄວາມ​ສົນ​ໃຈ​ພວມ​ລໍຖ້າ​ໝາກຜົນ​ການ​ປ່ອນ​ບັດ​ສຸດ​ທ້າຍ, ສະກົດແລນຈະ​ເປັນ​ແນວ​ໃດ​ພາຍຫຼັງ​ປະກາດ​ເອກະລາດ, ວັດທະນາ​ຖາວອນ​ຫຼື​ຊຸດ​ໂຊມ​ກວ່າ? ຄຳ​ຖາມ​ນີ້​ແມ່ນ​ຍັງ​ບໍ່​ສາມາດ​ໃຫ້​ຄຳ​ຕອບ​ໄດ້​ເທື່ອ, ​ແຕ່​ແນ່ນອນ​ວ່າ ​ເຫດການ​ນີ້​ຈະ​ສົ່ງ​ຜົນ​ສະທ້ອນ​ຢ່າງຮ້າຍ​ແຮງ​ເຖິງ​ຕະຫຼາດ​ທົ່ວ​ໂລກ ​ແລະ ​ແກ່​ດຶງ​ບັນດາ​ຂະ​ບວນການ​ແຍກ​ຕົວ​ໃນ​ປະຊາ​ຄົ​ມ EU. ຊາວສະກົດແລນ ຍິ່ງ​ກວ່າ​ໃຜ​ໝົດ, ຄວນ​ລະມັດລະວັງ​ຕໍ່​ການ​ຕັດສິນ​ກ່ຽວ​ກັບ​ອະນາຄົດ​ຂອງ​ປະ​ເທດ​ຊາດ, ​ເພາະວ່າ ທັດສະນະ​ສະ​ແດງ​ອອກ​ຜ່ານ​ການ​ປ່ອນ​ບັດ​ຂອງ​ເຂົາ​ເຈົ້າ ອາດ​ຈະ​ຍູ້ ສະກົດແລນຕົກ​ຢູ່​ໃນ​ສະພາບ​ສັບສົນ.

ຕອບກັບ

ຂ່າວ/ບົດ​ອື່ນ