ສະຖານະ​ການ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກກາງ ພາຍຫຼັງ ອິດສະຣາ​ແອັນ, ສະຫະລັດ​ ອາຣັບ ​ເອມມີ​ເລດ ​ແລະ ​ບາ​ເຣັນ ບັນລຸ​ໄດ້​ຂໍ້​ຕົ​ກລົງ​ສັນຕິພາບ

(VOVWORLD) -ໂດຍຜ່ານຜ່າຄວາມເຄັ່ງຮ້ອນຂອງວິກິດການທົ່ວໂລກ ຍ້ອນໂລກລະບາດໂຄວິດ - 19 ກໍ່ຂຶ້ນ ພ້ອມດ້ວຍຫຼາຍບັນຫາສາກົນພົ້ນເດັ່ນອື່ນໆ ຄື ຍີ່ປຸ່ນ ມີນາຍົກລັດຖະມົນຕີຄົນໃໝ່ ຫຼື ກອງປະຊຸມສຸດຍອດທາງອອນລາຍ ຈີນ - ອີຢູ ບໍ່ບັນລຸໄດ້ໝາກຜົນຄືດັ່ງຄວາມຫວັງ, ເຫດການ ລັດ ອິດສະຣາແອັນ ແລະ ສອງປະເທດ ອາຣັບ ແມ່ນ ສະຫະລັດ ອາຣັບ ເອັມມີເລດ ( UAE) ແລະ ບາເຣັນ ລົງນາມໃນຂໍ້ຕົກລົງຫັນການພົວພັນເປັນປົກກະຕິ ຢູ່ນະຄອນຫຼວງ ວໍຊີງຕັນ, ອາເມລິກາ ໃນວັນທີ 15 ກັນຍາ ໄດ້ກາຍເປັນຈຸດໃຈກາງດຶງດູດຄວາມສົນໃຈຈາກຫາງສຽງສາກົນໃນຊຸມວັນນີ້. ສາຍເຫດແມ່ນ ເຫດການດັ່ງກ່າວໄດ້ສ້າງຂີດໝາຍແຫ່ງການປ່ຽນແປງສະຖານະການພູມສາດການເມືອງ ຢູ່ ພາກພື້ນ ຕາເວັນອອກກາງ ຫຼາຍພໍສົມຄວນ, ເຊິ່ງເປັນໜຶ່ງໃນບັນດາຈຸດຮ້ອນເຮັ່ງຂອງໂລກໃນຫຼາຍທົດສະວັດຜ່ານມາ.
ສະຖານະ​ການ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກກາງ ພາຍຫຼັງ ອິດສະຣາ​ແອັນ, ສະຫະລັດ​ ອາຣັບ ​ເອມມີ​ເລດ ​ແລະ ​ບາ​ເຣັນ ບັນລຸ​ໄດ້​ຂໍ້​ຕົ​ກລົງ​ສັນຕິພາບ - ảnh 1ພິທີລົງນາມໃນຂໍ້ຕົກລົງຫັນການພົວພັນເປັນປົກກະຕິ ລະຫວ່າງ ອິດສະຣາແອັນ ກັບ ສະຫະລັດ ອາຣັບ ເອັມມີເລດ ແລະ ບາເຣັນ ຢູ່ທຳນຽບຂາວ (ພາບ: AP)

        ທີ່ພິທີ, ພາຍໃຕ້ການເປັນປະທານຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ຢູ່ທໍານຽບຂາວ ແລະ ມີຜູ້ແທນປະມານ 200 ທ່ານເຂົ້າຮ່ວມ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netayahu ໄດ້ລົງນາມໃນຂໍ້ຕົກລົງສອງສະບັບໃນເວລາດຽວກັນ ກ່ຽວກັບການຫັນການພົວພັນເປັນປົກກະຕິ ກັບ ທ່ານລັດຖະມົນຕີການຕ່າງປະເທດ ບາເຣັນ Abullatif Bin Rashid Al Zayani ແລະ ທ່ານລັດຖະມົນຕີການຕ່າງປະເທດ UAE Sheikh Abdullah Bin Zayed Al Nahyan. ສໍາລັບເຫດການດ່ັງກ່າວ, UAE ແລະ ບາເຣັນ ກາຍເປັນປະເທດ ອາຣັບ ທີ 3 ແລະ ທີ 4 ທີ່ລົງນາມໃນຂໍ້ຕົກລົງຫັນການພົວພັນກັບ ອິດສະຣາແອັນ ເປັນປົກກະຕິ, ຖັດຈາກ ອີຢິບ (ປີ 1979) ແລະ ຈໍແດນ (ປີ 1994).  ກ່າວຄໍາເຫັນທີ່ພິທີລົງນາມ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ສະແດງຄວາມຊົມເຊີຍ ແລະ ຖືວ່າ ນີ້ແມ່ນບາດກ້າວເດີນໃຫຍ່ ເພື່ອມຸ່ງໄປເຖິງອະນາຄົດ ເຊິ່ງຢູ່ໃນນັ້ນແມ່ນປະຊາຊົນທຸກຄົນທີ່ມີການເຫຼື້ອມໃສ, ເຊື່ອຖືສາສະໜາ, ກົກເຄົ້າໃດກໍຕາມ ກໍຈະດໍາລົງຊີວິດຢູ່ຮ່ວມກັນຢ່າງມີສັນຕິພາບ ແລະ ວັດທະນາຖາວອນ. ຜູ້ນໍາໜ້າປະເທດ ອາເມລິກາ ຖືວ່າ ເຫດການດັ່ງກ່າວ ຈະເຮັດໃຫ້ປ່ຽນແປງຂະບວນວິວັດຄັ້ງປະຫວັດສາດ, ສ້າງຂີດໝາຍໃຫ້ແກ່ອະນາຄົດທີ່ສົດໃສໃໝ່ຂອງພາກພື້ນ ຕາເວັນອອກກາງ ພາຍຫຼັງຖືກແບ່ງແຍກ ແລະ ປະທະກັນມາໄດ້ຫຼາຍທົດສະວັດ. ພິເສດ, ທ່ານປະທານາທິບໍດີ ອາເມລິກາ ຢັ້ງຢືນວ່າ, ຖັດຈາກ UAE ແລະ ບາເຣັນ ແລ້ວ, ຈະມີ 7 ຫາ 9 ປະເທດ ອາຣັບ ຕື່ມອີກ ກຽມພ້ອມທີ່ຈະຕົກລົງຫັນການພົວພັນກັບ ອິດສະຣາແອັນ ເປັນປົກກະຕິ.

       ໄຊຊະນະຂອງຫຼາຍຝ່າຍ

        ຕາມການໃຫ້ຂໍ້ສັງເກດຂອງວົງການນັກຊ່ຽວຊານ, ການໄກ່ເກ່ຍສໍາເລັດຂອງຂໍ້ຕົກລົງວ່າດ້ວຍການຫັນການພົວພັນລະຫວ່າງ ອິດສະຣາແອັນ ກັບ 2 ປະເທດ ອາຣັບ ເປັນປົກກະຕິນັ້ນ ແມ່ນໄຊຊະນະສໍາຄັນທາງການທູດຂອງທ່ານ Donald Trump ດ້ວຍຖານະເປັນຜູ້ກໍ່ຕັ້ງສັນຕິພາບ ໃນຂະນະທີ່ຍັງເຫຼືອບໍ່ຮອດ 50 ວັນ ກໍຈະດໍາເນີນການເລືອກຕັ້ງປະທານາທິບໍດີ ຢູ່ ອາເມລິກາ. ໄປຄຽງຄູ່ກັນນັ້ນ, ມັນກໍສະແດງໃຫ້ເຫັນກໍາລັງແຮງສົ່ງຜົນສະທ້ອນ ແລະ ກໍາລັງຄວາມສາມາດເຕົ້າໂຮມກໍາລັງຂອງ ອາເມລິກາ ໃນພາກພື້ນ ແມ່ນຍັງໃຫຍ່ຫຼວງຢູ່, ພ້ອມກັນນັ້ນ ກໍເປັນການສ້າງຄວາມອຸ່ນອ່ຽນໃຈ ແລະ ຢັ້ງຢືນຄໍາໝັ້ນສັນຍາຂອງ ວໍຊີງຕັນ ກ່ຽວກັບບັນດາຜົນປະໂຫຍດຂອງບັນດາປະເທດພັນທະມິດໃນພາກພື້ນ.

        ສໍາລັບ ອິດສະຣາແອັນ, ເລື່່ອງມຸ່ງໄປເຖິງການບັນລຸໄດ້ຂໍ້ຕົກລົງກັບບັນດາປະເທດ ອາຣັບ ນີ້ ໝາຍຄວາມວ່າ ລັດ ຊາວຢິວ ນັບມື້ນັບຢັ້ງຢືນທີ່ຕັ້ງບົດບາດຂອງຕົນ ແລະ ມ້າງທໍາລາຍທ່າຕົກຢູ່ໂດດດ່ຽວໃນພາກພື້ນ, ພ້ອມທັງມີກໍາລັງເພີ່ມເຕີມ ຫຼື ຢ່າງໜ້ອຍກໍບໍ່ມີສັດຕູຕື່ມອີກໃນການສູ້ຢັນກັນກັບ ອີຣານ, ເຊິ່ງເປັນປະເທດ ອິດສະລາມ ທີ່ເຄີຍໄດ້ປະກາດເປັນຫຼາຍຄັ້ງແລ້ວວ່າ “ບໍ່ຍອມຢູ່ຮ່ວມໂລກ” ແລະ ຢາກລົບລ້າງ ອິດສະຣາແອັນ.

        ກໍຄ້າຍຄືກັນ, ສໍາລັບ UAE, ເຊິ່ງເປັນປະເທດທີ່ມີຄວາມສາມາດບົ່ມຊ້ອນ ແລະ ມັກໃຫຍ່ໄຝ່ສູງໃນພາກພື້ນ, ເລື່ອງລົງນາມໃນຂໍ້ຕົກລົງວ່າດ້ວຍການສ້າງການພົວພັນກັບ ອິດສະຣາແອັນ ເປັນປົກກະຕິນັ້ນ ບໍ່ພຽງແຕ່ເພື່ອເປັນການຢັ້ງຢືນສາຍພົວພັນອັນດີງາມ ກັບ ອາເມລິກາ ເທົ່ານັ້ນ, ຫາກຍັງແມ່ນເພື່ອຮັບໃຊ້ຜົນປະໂຫຍດອັນໃຫຍ່ຫຼວງຫຼາຍຢ່າງ ກ່ຽວກັບການປ້ອງກັນຄວາມສະຫງົບ, ເສດຖະກິດ, ການເມືອງ, ການຕ່າງປະເທດ… ອີກດ້ວຍ.

        ກ່ອນ ແລະ ຫຼັງການເຊັນຂໍ້ຕົກລົງດັ່ງກ່າວ, ຫຼາຍປະເທດໃນພາກພື້ນ ໄດ້ສະແດງຄວາມຊົມເຊີຍ ແລະ ສະໜັບສະໜູນ, ອັນໄດ້ສະແດງໃຫ້ເຫັນຄວາມປາດຖະໜາຢາກຮ່ວມມື ແລະ ທ່າອ່ຽງໄກ່ເກ່ຍແມ່ນມາດຕະການພວມໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຢູ່ພາກພື້ນ ຕາເວັນອອກກາງ.

       ສະຖານະການທີ່ຍາກຈະຄາດຄະເນລ່ວງໜ້າໄດ້

ສະຖານະ​ການ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກກາງ ພາຍຫຼັງ ອິດສະຣາ​ແອັນ, ສະຫະລັດ​ ອາຣັບ ​ເອມມີ​ເລດ ​ແລະ ​ບາ​ເຣັນ ບັນລຸ​ໄດ້​ຂໍ້​ຕົ​ກລົງ​ສັນຕິພາບ - ảnh 2ຊາວປາແລັດສະຕິນ ຕຳໜິຕິຕຽນ ແລະ ຄັດຕ້ານ ຕໍ່ຂໍ້ຕົກລົງ ຫັນການພົວພັນເປັນປົກກະຕິ ລະຫວ່າງ ອິດສະຣາແອັນ  ກັບ ສະຫະລັດ ອາຣັບ ເອັມມີເລດ ແລະ ບາເຣັນ (ພາບ:AP)

        ເຖິງຢ່າງໃດກໍຕາມ, ສິ່ງດັ່ງກ່າວ ບໍ່ໝາຍຄວາມວ່າ ພາກພື້ນ ຕາເວັນອອກກາງ ຈະບັນລຸໄດ້ສັນຕິພາບ ແລະ ມີສະຖຽນລະພາບໃນບຶດໜຶ່ງຍາມດຽວໄດ້. ສະພາບການປະຫວັດສາດອັນສັບສົນ ພ້ອມກັບບັນດາຜົນປະໂຫຍດທີ່ສັບປົນກັນໄປ ແລະ ການຜູກມັດເຊິ່ງກັນແລະກັນລະຫວ່າງຫຼາຍອົງການໃນພາກພື້ນ ແລະ ສາກົນ ແມ່ນບົດໂຈດທີ່ຍາກຫຼາຍເຊິ່ງປະຊາຄົມສາກົນຍັງບໍ່ທັນແກ້ໄຂໄດ້ໃນຫຼາຍທົດສະວັດຜ່ານມາ.

 ແລະໃນຕົວຈິງ, ເລື່ອງບັນລຸໄດ້ຂໍ້ຕົກລົງລະຫວ່າງ ອິດສະຣາແອັນ ກັບ ບັນດາປະເທດ ອາຣັບ ບໍ່ແມ່ນຄວາມຄອງຄອຍຂອງທຸກໆປະເທດໃນພາກພື້ນ. ໃນຊຸມວັນຜ່ານມາ, ອໍານາດການປົກຄອງ ປາແລັດສະຕິນ, ເຊິ່ງເປັນຝ່າຍໜຶ່ງໃນວິວັດທະນາການສ້າງສັນຕິພາບຢູ່ ຕາເວັນອອກກາງ, ໄດ້ອອກສຽງຄັດຄ້ານຂໍ້ຕົກລົງດັ່ງກ່າວຢ່າງລຽນຕິດ, ໂດຍຖືວ່າ ນັ້ນແມ່ນການທໍລະຍົດພາລະກິດຂອງຊາວ ປາແລັດສະຕິນ. ໃນຂະນະນັ້ນ, ອີຣານ ແລະ ຕວັກກີ ກໍຕໍານິຕິຕຽນຂໍ້ຕົກລົງດັ່ງກ່າວຢ່າງແຮງ, ພ້ອມທັງກ່າວເຕືອນເຖິງບັນດາຜົນຮ້າຍຢ້ອນຫຼັງທີ່ອັນຕະລາຍ ທີ່ອາດຈະນຳມາໃຫ້ແກ່ສັນຕິພາບໃນພາກພື້ນ.  ພິເສດແມ່ນ ອີຣານ, ວົງການນັກໄຈ້ແຍກ ໄດ້ໃຫ້ຂໍ້ສັງເກດວ່າ ປະເທດນີີ້ ຈະອອກເຫື່ອເທແຮງເຕົ້າໂຮມກໍາລັງໃນໄລຍະຈະມາເຖິງ ເພື່ອຕ້ານຄືນບັນດາກໍາລັງກົດດັນ ແລະ ການຕົກຢູ່ໃນທ່າໂດດດ່ຽວຈາກ ອາເມລິກາ, ອິດສະຣາແອັນ ແລະ ບັນດາປະເທດສໍາພັນທະມິດຂອງຕົນໃນພາກພື້ນ, ຍູ້ການສູ້ຢັນກັນຢູ່ ພາກພື້ນ ຕາເວັນອອກກາງໃຫ້ເຄັ່ງຕຶງຂຶ້ນຕື່ມ.

ມາຮອດປັດຈຸບັນ, ອາຣັບບິ ຊະອຸດິ ຍັງຄົງຮັກສາທັດສະນະສະເໝີຕົ້ນສະເໝີປາຍ ນັ້ນແມ່ນ ສະໜັບສະໜູນ ປາແລັດສະຕິນ ກໍຄືບັນດາຄວາມມານະພະຍາຍາມ ເພື່ອແນໃສ່ບັນລຸໄດ້ມາດຕະການໜຶ່ງ ທີ່ມີຄວາມຍຸຕິທໍາ ແລະ ຮອບດ້ານ ໃຫ້ແກ່ບັນຫາ ປາແລັດສະຕິນ. ລັດຖະບານ ອາຣັບບິ ຊະອຸດິ ຢັ້ງຢືນວ່າ ຈະສືບຕໍ່ຄຽງບ່າຄຽງໄຫຼ່ພ້ອມກັບປະຊາຊົນ ປາແລັດສະຕິນ ແລະ  ສະໜັບສະໜູນທຸກຄວາມມານະພະຍາຍາມມຸ່ງໄປເຖິງມາດຕະການຍຸຕິທໍາ ແລະ ຮອບດ້ານສໍາລັບບັນຫາ ປາແລັດສະຕິນ, ຕາມນັ້ນແລ້ວ, ຊາວ ປາແລັດສະຕິນ ຈະໄດ້ຮັບອະນຸຍາດສ້າງຕັ້ງລັດແຫ່ງເອກະລາດ ຕາມເສັ້ນຊາຍແດນ ປີ 1967 ແລະ ພາກຕາເວັນອອກ Jerusalem ເປັນນະຄອນຫຼວງ,  ສອດຄອ່ງກັບບັນດາມະຕິທີ່ຖືກຕ້ອງຕາມກົດໝາຍສາກົນ ແລະ ຂໍ້ລິເລີ່ມສ້າງສັນຕິພາບຢູ່ ອາຣັບ.

        ດ້ວຍຄວາມຈິງດັ່ງກ່າວ, ວົງການນັກສັງເກດການຖືວ່າ, ສະຖານະການການເມືອງ ຢູ່ ຕາເວັນອອກກາງ ໃນໄລຍະຈະມາເຖິງ ຈະມີການຜັນແປຫຼາຍຢ່າງ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້./.

ຕອບກັບ

ຂ່າວ/ບົດ​ອື່ນ