ສະ​ຖາ​ນະ​ການ​ໃໝ່ຢູ່ ອາ​ບ​ກາ​ນິດ​ສະ​ຖານ

(VOVWORLD) -ພາຍຫຼັງຫຼາຍໆເຫດການທີ່ເກີດຂຶ້ນຢ່າງໄວວາໃນຊຸມວັນນີ້, ວັນທີ 15 ສິງຫາ, ກຳລັງ ຕາລີບານ ໄດ້ປະກາດສິ້ນສຸດສົງຄາມ ແລະ ຍາດໄດ້ສິດຄວບຄຸມປະເທດ ອາບການິດສະຖານ ຢ່າງສິ້ນເຊີງ. ທ່ານປະທານາທິບໍດີ ອາບການິດສະຖານ Ashraf Ghani ຍອມຮັບຄວາມປະລາໄຊ ແລະ ໄດ້ເດີນທາງອອກຈາກປະເທດນີ້. ເປັນອັນວ່າ, ພາຍຫຼັງໄລຍະ 20 ກວ່າ ປີທີ່ຖືກກອງທັບ ອາເມລິກາ ໂຄ່ນລົ້ມ, ຕາລີບານ ໄດ້ກັບຄືນມາກຳອຳນາດບໍລິຫານປະເທດຊາດ, ເປີດສະຖານະການໃໝ່ຢູ່ປະເທດ ອາຊີໃຕ້ນີ້.

ໃນຖະແຫຼງການເມື່ອວັນດຽວກັນ ທີ15 ສິງຫາ, ໂຄສົກການເມືອງ ຂອງ ຕາລີບານ Mohammad Naeem ໄດ້ໃຫ້ຄຳໝັ້ນສັນຍາວ່າ ຕາລີບານ ຈະເຮັດແຈ້ງຮູບແບບຂອງລັດ ແລະ ລະບອບການເມືອງ ຢູ່ ອາບການິດສະຖານ ໂດຍໄວ. ດ້ວຍຄຳຖະແຫຼງດັ່ງກ່າວ, ຕາລີບານ ໄດ້ຢັ້ງຢືນສິດເປັນເຈົ້າຂອງຕົນຢູ່ປະເທດນີ້ຢ່າງເປັນທາງການ.

ຕາລີບານ ກັບຄືນມາກຳອຳນາດ

ຄຳຖະແຫຼງຂອງໂຄສົກການເມືອງ ຕາລີບານ ໄດ້ຍົກອອກມາພາຍຫຼັງ 2 – 3 ຊົ່ວໂມງ ທີ່ກຳລັງດັ່ງກ່າວ ບຸກໂຈມຕີເຂົ້ານະຄອນຫຼວງ Kabul ແລະ ຍາດໄດ້ສິດຄວບຄຸມອົງການທັງໝົດຂອງລັດຖະບານ, ລວມທັງ ທໍານຽບປະທານາທິບໍດີ ຢ່າງໄວວາ. ກ່ອນທີ່ຢຶດຄອງ Kabul ນັ້ນ, ຕາລີບານ ຍາດໄດ້ສິດຄວບຄຸມ 33 ໃນຈຳນວນ 34 ແຂວງ, ນະຄອນຂອງ ອາບການິດສະຖານ. ທ່ວງທ່າບຸກໂຈມຕີຂອງ ຕາລີບານ ເບິ່ງຄືວ່າ ບໍ່ຖືກສິ່ງກີດຂວາງປານໃດຈາກຝ່າຍກອງທັບ ອາບການິດສະຖານ.

ສະ​ຖາ​ນະ​ການ​ໃໝ່ຢູ່ ອາ​ບ​ກາ​ນິດ​ສະ​ຖານ - ảnh 1ກຳລັງ ຕາລີບານ ຢູ່ທຳນຽບປະທານາທິບໍດີ ອາບການິດສະຖານ ໃນວັນທີ 15 ສິງຫາ (ພາບ:AP/ Zabi Karimi)
ວັນທີ 16 ສິງຫາ, ທ່ານປະທານາທິບໍດີ ອາບການິດສະຖານ Ashraf Ghani ໄດ້ຍອມຮັບຕໍ່ການລົ້ມລະລາຍຂອງອຳນາດການປົກຄອງ ແລະ ຢັ້ງຢືນວ່າ ເລື່ອງທ່ານເດີນທາງອອກຈາກປະເທດນີ້ ແມ່ນເພື່ອແນໃສ່ຫຼີກລ້ຽງສະພາບນອງເລືອດ. ທ່ານ Ashraf Ghani ກໍໄດ້ກ່າວຫາ ຕາລີບານ ທີ່ໄດ້ນຳໃຊ້ອາວຸດຕ້ານຄືນວິວັດທະນາການປະຊາທິປະໄຕຢູ່ປະເທດນີ້. ຕາມແຫຼ່ງຂ່າວຕ່າງໆແລ້ວ, ທ່ານ Ashraf Ghani ໄດ້ຂຶ້ນຍົນເດີນທາງອອກຈາກ ອາບການິດສະຖານ ກ່ອນທີ່ ຕາລີບານ ຈະບຸກໂຈມຕີເຂົ້າ Kabul. ເຖິງຢ່າງໃດກໍຕາມ, ຍັງບໍ່ທັນໄດ້ຮູ້ວ່າ ທ່ານໄດ້ເດີນທາງໄປໃສ.

ອາເມລິກາ ແລະ ຫຼາຍປະເທດຕາເວັນຕົກ ຕ່າງກໍໄດ້ອອກມາຢັ້ງຢືນເລື່ອງ ຕາລີບານ ຢຶດຄອງ Kabul ແລະ ທົ່ວອາບການິດສະຖານ, ພ້ອມທັງຢັ້ງຢືນວ່າ ຈະບໍ່ຈັດສົ່ງພົນທະຫານກັບຄືນໄປປະເທດ ອາຊີໃຕ້ນີ້ອີກ.

ເປັນອັນວ່າ, ພາຍຫຼັງເວລາພຽງແຕ່ 3 ເດືອນ ທີ່ ອາເມລິກາ ແລະ ສຳພັນທະມິດເລີ່ມຖອນກຳລັງທະຫານສູ້ຮົບເກືອບທັງໝົດອອກຈາກ ອາບການິດສະຖານ ຕາມຄຳໝັ້ນສັນຍາ, ຕາລີບານ ກໍຍາດໄດ້ສິດຄວບຄຸມປະເທດ ຕາມຮູບແບບທີ່ໜ້າປະຫຼາດໃຈພໍສົມຄວນ ນັ້ນແມ່ນການລົ້ມລະລາຍຢ່າງວ່ອງໄວຂອງອຳນາດການປົກຄອງສູນກາງ ອາບການິດສະຖານ. ເປີດສະຖານະການໃໝ່ຢູ່ ອາບການິດສະຖານ ແຕ່ຍັງມີຫຼາຍຄຳຖາມທີ່ຍັງບໍ່ທັນມີຄຳຕອບຢ່າງແນ່ນອນເທື່ອ.

ສະຖານະການໃໝ່ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້

ໃນຖະແຫຼງການໜຶ່ງທີ່ໄດ້ຍົກອອກມາພາຍຫຼັງທີ່ ຕາລີບານ ຢຶດຄອງ Kabul, ທ່ານໂຄສົກການເມືອງ ຕາລີບານ Mohammad Naeem ເນັ້ນໜັກວ່າ ຕາລີບານ ບັນລຸໄດ້ເປົ້າໝາຍທີ່ຕົນມຸ່ງໝັ້ນ ໃນໄລຍະ 20 ກວ່າປີຜ່ານມາ ນັ້ນແມ່ນ “ນຳມາເຊິ່ງສິດເສລີໃຫ້ແກ່ປະເທດຊາດ ແລະ ຄວາມເປັນເອກະລາດໃຫ້ແກ່ປະຊາຊົນ”. ເຈົ້າໜ້າທີ່ ຕາລີບານ ກໍໃຫ້ຄຳໝັ້ນສັນຍາວ່າ ຈະຮັບປະກັນຄວາມປອດໄພໃຫ້ແກ່ບັນດາອົງການທາງການທູດສາກົນ, ພ້ອມທັງຮຽກຮ້ອງໃຫ້ການນຳ ອາບການິດສະຖານ ແລະ ບັນດາປະເທດທີ່ກ່ຽວຂ້ອງດຳເນີນການເຈລະຈາ ເພື່ອແກ້ໄຂບັນດາສາຍພົວພັນສອງຝ່າຍ ແລະ ພາກພື້ນ. ພິເສດ, ຕາລີບານ ໄດ້ໃຫ້ຄຳໝັ້ນສັນຍາວ່າ ໂຄງປະກອບອຳນາດການປົກຄອງໃໝ່ ຈະລວມມີບຸກຄົນທີ່ບໍ່ນອນໃນອົງການດັ່ງກ່າວ, ເຄົາລົບສິດຂອງແມ່ຍິງ ແລະ ປະຊາຊົນເຜົ່າສ່ວນໜ້ອຍ, ກໍຄືສິດເສລີໃນການປາກເວົ້າ ແລະ ດຳເນີນໃນຂອບເຂດກົດໝາຍຂອງສາສະໜາ ອິດສະລາມ ນິກາຍ Sharia.

ໂດຍອີງຕາມຄຳຖະແຫຼງຂອງໂຄສົກຜູ້ນີ້, ເບິ່ງຄືວ່າ ປັດຈຸບັນ, ຕາລີບານ ມີຄວາມແຕກຕ່າງກັນຫຼາຍເມື່ອທຽບໃສ່ໄລຍະທີ່ກຳລັງນີ້ນຳພາປະເທດ ອາບການິດສະຖານ ກ່ອນນີ້ 20 ກວ່າປີ (1996 – 2001). ເຖິງຢ່າງໃດກໍຕາມ, ຕາມການຕີລາຄາຂອງວົງການນັກສືບລາຊະການລັບ ກໍຄື ນັກໄຈ້ແຍກ ອາເມລິກາ ແລະ ເອີຣົບແລ້ວ, ບໍ່ມີຫຍັງຮັບປະກັນໄດ້ຢ່າງແນວແນ່ກ່ຽວກັບອະນາຄົດຂອງປະເທດ ແລະ ປະຊາຊົນ ອາບການິດສະຖານ ພາຍໃຕ້ການນຳພາຂອງ ຕາລີບານ. ສິ່ງທີ່ໜ້າວິຕົກກັງວົນນີ້ ແມ່ນເລີ່ມມາຈາກຫຼາຍຫຼັກຖານ. ກ່ອນອື່ນໝົດ, ທ່າແຮງຂອງ ຕາລີບານ ແມ່ນການເຄື່ອນໄຫວປະກອບອາວຸດ, ຫາກບໍ່ແມ່ນອົງການຈັດຕັ້ງການເມືອງພົນລະເຮືອນທີ່ສອດຄ່ອງເພື່ອບໍລິຫານປະເທດຊາດ.  ພ້ອມດຽວກັນນັ້ນ, ອາບການິດສະຖານ ກໍພວມຕົກຢູ່ໃນສະພາບທີ່ຊຸດໂຊມທີ່ສຸດ ນັບທັງດ້ານການເງິນ - ການເມືອງ  ແລະ ສັງຄົມ ພາຍຫຼັງເກີດສົງຄາມມາເປັນເວລາຫຼາຍປີ.

ໄປຄຽງຄູ່ກັນນັ້ນ, ເຖິງວ່າ ໄດ້ໃຫ້ຄຳໝັ້ນສັນຍາເຄົາລົບສິດທິແມ່ຍິງ ແລະ ສິດເສລີໃນການປາກເວົ້າ ກໍຕາມ ແຕ່ ຕາລີບານ ຍັງຢັ້ງຢືນວ່າ ສິ່ງດັ່ງກ່າວນອນໃນຂອບເຂດກົດໝາຍ Sharia  ເຊິ່ງເປັນປະມວນກົດໝາຍທີ່ຮຸນແຮງ ເຊິ່ງກຳລັງດັ່ງກ່າວໄດ້ຜັນຂະຫຍາຍເພື່ອປາບປາມສາມັນຊົນໃນໄລຍະກຳອຳນາດກ່ອນໜ້ານີ້. ມີບັນຫາໜຶ່ງທີ່ໜ້າວິຕົກກັງວົນນັ້ນແມ່ນ ຕາລີບານ ມີສາຍພົວພັນຢ່າງສະໜິດແໜ້ນກັບຫຼາຍອົງການກໍ່ການຮ້າຍ ແລະ ກຳລັງຫົວຮຸນແຮງ, ໃນນັ້ນ ມີ Al Qaeda ແລະ IS. ຕາລີບານ ສາມາດຄົງຕົວ ແລະ ເຕີບໃຫຍ່ເຂັ້ມແຂງໄດ້ຄືນໃນວັນນີ້ ກໍຍ້ອນໄດ້ຮັບການໜູນຊ່ວຍຫຼາຍຢ່າງຈາກຫຼາຍອົງການກໍ່ການຮ້າຍ ແລະ ຫົວຮຸນແຮງໃນພາກພື້ນ. ເພາະສະນັ້ນ, ຕາລີບານ ອາດຈະສືບຕໍ່ຮັກສາສາຍພົວພັນນີ້ໃນໄລຍະນຳພາປະເທດໃນໄລຍະຈະມາເຖິງ.

ເຖິງຢ່າງໃດກໍຕາມ, ກໍຍັງມີຫຼາຍທ່ານຖືວ່າ ພາຍໃຕ້ກຳລັງກົດດັນຂອງປະຊາຄົມສາກົນ ແລະ ພຶດຕິກຳຕົວຈິງທີ່ໄດ້ຜ່ານພົ້ນມາ, ຕາລີບານ ອາດຈະມີການດັດປັບຢ່າງຕັ້ງໜ້າໃນໄລຍະຈະມາເຖິງ. ປະຊາຊົນ ອາບການິດສະຖານ ຈະດຳລົງຊີວິດ ແລະ ສ້າງສາປະເທດພາຍໃຕ້ລະບອບ ໂດຍ ຕາລີບານ ນຳພາຄືແນວໃດນັ້ນ, ທັງໝົດຈະໄດ້ຮັບການພິສູດໃນອະນາຄົດ./.

ຕອບກັບ

ຂ່າວ/ບົດ​ອື່ນ