ສະພາຄວາມໝັ້ນຄົງສະຫະປະຊາຊາດບໍ່ເຫັນດີໃນການແກ້ໄຂບັນຫາຊີຣີ

(vovworld) - ຄວາມ​ບໍ່​ລົງ​ລອຍ​ກັນ​ຢ່າງ​ເລິກ​ເຊິ່ງລະຫວ່າງ​ບັນດາ​ສະມາຊິກ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ກ່ຽວ​ກັບ​ບັນຫາ ຊີຣີ ​ໄດ້​ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ໃນ​ວາລະ​ປະຊຸມ​ວິສາມັນ​ເມື່ອ​ຕອນ​ເຊົ້າ​ວັນ​ທີ 9/10, ພາຍຫຼັງ​ ​ຮ່າງ​ມະຕິທັງ​ສອງຂອງ ຝລັ່ງ ​ແລະ ລັດ​ເຊຍ​ທີ່​ເຕື້ອງ​ເຖິງ​ວິທີ​ການ​ແກ້​ໄຂ​ສະພາບ​ການ​ຢູ່ ຊີຣີ ລ້ວນ​ແຕ່​ໄດ້​ຮັບ​ຈຳນວນ​ບັດ​ສະໜັບສະໜູນ​ຢ່າງ​ພຽງພໍ​ເພື່ອ​ຮັບຮອງ​ເອົາ. ໝາກຜົນ​ດັ່ງກ່າວ ອີກ​ເທື່ອ​ໜຶ່ງ​ໄດ້​ລົບ​ລ້າງ​ຄວາມ​ຫວັງ​ຂອງ​ປະຊາ​ຄົມ​ສາກົນ​ກ່ຽວ​ກັບ​ມະຕິ​ຂອງ​ ສະຫະ​ປະຊາ​ຊາດ ​ເພື່ອ​ແນ​ໃສ່​ແຊກ​ແຊງ, ປະກອບສ່ວນ​ຢຸດຕິ​ການ​ໃຊ້​ຄວາມ​ຮຸ້ນ​ແຮງ​ຢູ່​ ຊີຣີ.

ສະພາຄວາມໝັ້ນຄົງສະຫະປະຊາຊາດບໍ່ເຫັນດີໃນການແກ້ໄຂບັນຫາຊີຣີ - ảnh 1
(ພາບປະກອບ: AFP/TTXVN)

        ວາລະ​ປະຊຸມດຳ​ເນີນ​ໄປ​ໃນ​ສະພາບ​ການໃຊ້​ຄວາມ​ຮຸ້ນ​ແຮງ​ສືບ​ຕໍ່​ເພີ່ມ​ຂຶ້ນ​ຢູ່​ນະຄອນ Allepo ປະ​ເທດ ຊີຣີ, ກໍ່​ຄີ​ຄວາມ​ເຄັ່ງ​ຕຶງ​ລະຫວ່າງ ລັດ​ເຊຍ ​ກັບ ອາ​ເມ​ລິ​ກາ ກ່ຽວ​ກັບ​ບັນຫາ ຊີຣີພວມ​ເພີ່​ມຂຶ້ນ. ຮ່າງ​ມະຕິສະບັບ​ໜຶ່ງ​ຢາກ​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ​ສະພາ​ຄວາມ​ໝັ້ນຄົງ ​ແມ່ນ​ຕ້ອງ​ໄດ້​ຮັບ​ບັດ​ສະໜັບສະໜູນ 9 ບັດ ​ແລະ ບໍ່​ໄດ້​ຮັບ​ບັດ​ຄັດຄ້ານ​ສະບັບ​ໃດ​ຢ່າງ​ເດັດຂາດຂອງ​ 1 ​ໃນ 5 ປະ​ເທດ​ປະຈຳ​ແມ່ນ ລັດ​ເຊຍ, ອາ​ເມ​ລິ​ກາ, ອັງກິດ, ຝລັ່ງ, ຈີນ.

        ຄວາມ​ບໍ່​ລົງ​ລອຍ​ກັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ບັນຫາ ຊີຣີ

        ຢູ່​ວາລະ​ປະຊຸມ, ຝລັ່ງ ​ແລະ ລັດ​ເຊຍ, ​ເຊິ່ງ​ແມ່ນ​ສອງ​ປະ​ເທດ​ມີ​ສິດ​ປະຕິ​ເສດ​ໃນ​ສະພາ​ຄວາມ​ໝັ້ນຄົງ, ​ໄດ້​ຍົກ​ອອກ​ຮ່າງ​ມະຕິ​ຕ່າ​ງຫາກ​ສອງ​ສະບັບ​ເພື່ອ​ແກ້​ໄຂ​ສະພາບ​ການ​ຢູ່ ຊີຣີ. ຮ່າງ​ມະຕິ​ຂອງ ຝລັ່ງມີ​ເນື້ອ​ໃນ​ຕົ້ນຕໍ​ແມ່ນ​ຮຽກຮ້ອງ​ທຸກ​ຝ່າຍ​ຢຸດຕິ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ທັງ​ໝົດ ​ແລະ ການບິນ​ດ້ານ​ການ​ທະຫານ​ໃນ​ເຂດ​ນ່ານຟ້າ​ນະຄອນ Allepo ປະ​ເທດ ຊີຣີ. ພ້ອມ​ທັງ​ຮຽກຮ້ອງ​ຄຳ​ສັ່ງ​ຢຸດ​ຍິງ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້ການ​ຂົນ​ສົ່ງ​ສິນຄ້າ​ຊ່ວຍ​ເຫຼືອ​ມະນຸດສະທຳ​ເຖິງ​ທຸກ​ແຫ່ງ​ຢູ່ ຊີຣີ. ຮ່າງ​ມະຕິ​ນີ້​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ 11 ​ໃນ​ຈຳນວນ 15 ປະ​ເທດ​ພາຄີ​ຂອງ​ສະພາ​ຄວາມ​ໝັ້ນຄົງ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ລັດ​ເຊຍ​ໄດ້​ປະຕິ​ເສດ​ຮ່າງ​ມະຕິ​ນີ້​ເມື່ອ​ຖື​ວ່າການ​ບຸກ​ໂຈມ​ຕີ​ທາງ​ອາກາດ​ຂອງ ລັດ​ເຊຍ​ເຂົ້າ Allepo ​ແມ່ນ​ເລັ່ງ​ໃສ່​ກຸ່ມ​ກໍ່​ການ​ຮ້າຍ ​ແລະ ບໍ່​ເປັນ​ໄພ​ອັນຕະລາຍ​ເຖິງ​ສາມັນ​ຊົນ. ນີ້​ແມ່ນ​ເທື່ອ​ທີ 5 ທີ່​ລັດ​ເຊຍ​ປະຕິ​ເສດ​ມະຕິ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ ຊີຣີ ​ໃນ​ໄລຍະ ກວ່າ 5 ປີ​ແຫ່ງ​ການ​ເກີດ​ສົງຄາມ​ຢູ່ ຊີຣີ.

        ​ໃນ​ຂະນະ​ນັ້ນ, ຮ່າງ​ມະຕິ​ຂອງ ລັດ​ເຊຍ ຮຽກ​ຮ້ອງ​ເຖິງ​ການ​ຢຸດ​ຍິງ​ຢູ່ ຊີຣີ, ​ແຕ່​ໃນ​ນັ້ນ​ພັດ​ບໍ່​ເຕື້ອງ​ເຖິງ​ເລື່ອງ​ຢຸດຕິ​ການ​ບຸກ​ໂຈມ​ຕີ​ທາງ​ອາກາດ. ຮ່າງ​ມະຕິ​ນີ້​ກໍ່​ບໍ່​ໄດ້​ຮັບ​ຜົນ​ເມື່ອ​ໄດ້​ຮັບ​ບັດ​ຄ້ານ​ຫຼາຍ​ບັດ, ​ໃນ​ນັ້ນ​ມີ ອັງກິດ, ຝລັ່ງ ​ແລະ ອາ​ເມ​ລິ​ກາ.

        ສິ່ງ​ທີ່​ໜ້າ​ສົນ​ໃຈ​ນັ້ນ​ນັ້ນ​ວາລະ​ປະຊຸມ​ດຳ​ເນີນ​ໄປ​ໃນ​ບັນຍາກາດ​ຂາດ​ຄວາມ​ຮ່ວມ​ມື, ​ໃນ​ລະບຽບ​ການ​ປ່ອນ​ບັດ, ບັນດາ​ປະ​ເທດ​ພາຄີ​ຂອງ​ສະພາ​ຄວາມ​ໝັ້ນຄົງ​ເກືອບ​ທັງ​ໝົດ​ບໍ່​ສົນ​ໃຈ​ເຖິງ​ການ​ຄຳ​ປາ​ໄສ​ຂອງ​ກັນ. ຊ້ຳ​ບໍ່​ໜຳ​, ​ໃນ​ຂະນະ​ທ່ານ​ເອກ​ອັກຄະ​ລັດ​ຖະທູດ ຊີຣີ ພວມ​ກ່າວ​ປາ​ໄສ, ຜູ້ຕາງໜ້າ​ຂອງ ອາ​ເມ​ລິ​ກາ, ອັງກິດ, ຝລັ່ງ ພັດ​ປະ​ເມືອ. ຮ່າງ​ມະຕິ​ທັງ​ສອງ​ຂອງ ລັດ​ເຊຍ ​ແລະ ຝລັ່ງ ລ້ວນ​ແຕ່​ບໍ່​ໄດ້​ຮັບຮອງ​ເອົາ, ຍ້ອນ​ຝ່າຍ​ຕ່າງໆ​ບໍ່​ຜ່ອນ​ສັ້ນ​ຜ່ອນ​ຍາວ​ນຳ​ກັນ.

        ​ເລື່ອງ​ຮ່າງມະຕິ​ທັງສອງ​ບໍ່​ໄດ້​ຮັບ​ການ​ຮັບຮອງ​ເອົາ​ນັ້ນ, ສະ​ແດງ​ໃຫ້​ເຫັນ​ຄວາມ​ບໍ່​ລົງ​ລອຍ​ກັນ​ຢ່າງ​ເລິກ​ເຊິ່ງ ລະຫວ່າງ​ບັນດາ​ປະ​ເທດ​ພາຄີ​ຂອງ​ສະພາ​ຄວາມ​ໝັ້ນຄົງ ກ່ຽວ​ກັບ​ບັນຫາ ຊີຣີ. ທ່ານ​ Vitaly Churkin ເອກ​ອັກຄະ​ລັດຖະທູດ ລັດ​ເຊຍ ປະຈຳ ສະຫະ​ປະຊາ​ຊາດ ກໍ່​ຍອມຮັບ​ວ່າ, ການ​ປ່ອນ​ບັດ​ໃຫ້​ຮ່າງ​ມະຕິ​ທັງ​ສອງ​ໃນ​ວັນ​ທີ 9/10 ​ແມ່ນ​ເຫດການ​ທີ່​ບໍ່​ເຄີຍ​ມີ​ມາກ​ອນ​ໃນ​ປະຫວັດສາດ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ. ບັນຫາ​ວິ​ກິດ​ການ​ຢູ່ ຊີຣີ ມີ​ຄວາມ​ສຳຄັນ​ທີ່​ສຸດ ​ແລະ ຕ້ອງ​ໄດ້​ຮັບ​ການ​ສົມທົບ​ຂອງ​ບັນດາ​ຄວາມ​ມານະ​ພະຍາຍາມ​ດ້ານ​ການ​ເມືອງ​ໃນ​ປະຊາ​ຄົມ​ສາກົນ, ​ແຕ່​ພັດ​ຂາດ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ລະຫວ່າງ​ບັນດາປະ​ເທດ​ສະມາຊິກ, ສິ່ງ​ດັ່ງກ່າວ​ແມ່ນ​ບໍ່​ສາມາດ​ຮັບ​ຮູ້​ໄດ້. ​ໃນ​ຂະນະ​ນັ້ນ, ບັນດາ​ນັກ​ການ​ທູດ​ຢູ່ ສະຫະ​ປະຊາ​ຊາດ ຖື​ວ່າ​ຈະ​ບໍ່​ມີ​ມະຕິ​ໃດ​ກ່ຽວ​ກັບ ຊີຣີ ​ໄດ້​ຮັບ​ການ​ຮັບຮອງ​ເອົາ, ຖ້າ​ຫາກ​ວ່າ​ທັງ​ ລັດ​ເຊຍ ​ແລະ ອາ​ເມ​ລິ​ກາ ບໍ່​ປະຊຸມ​ເພື່ອຊອກ​ຫາ​ທັດສະນະ​ລວມກ່ຽວ​ກັບ​ບັນຫາ​ນີ້​ຄື​ໃນ​ປະຈຸ​ບັນ.

ສະພາຄວາມໝັ້ນຄົງສະຫະປະຊາຊາດບໍ່ເຫັນດີໃນການແກ້ໄຂບັນຫາຊີຣີ - ảnh 2
ທ່ານ Vitaly Churkin ເອກ​ອັກຄະ​ລັດຖະທູດ
ລັດ​ເຊຍ ປະຈຳ ສະຫະ​ປະຊາ​ຊາດ
(ພາບ: AFP)

        ສືບ​ຕໍ່​ມີ​ຄວາມ​ຫວັງ​ຕໍ່​ຄວາມ​ມານະ​ພະຍາຍາມ​ດ້ານ​ການ​ທູດ

        ທ່ານ Vitaly Churkin ເອກ​ອັກຄະ​ລັດຖະທູດ ລັດ​ເຊຍ ປະຈຳ ສະຫະ​ປະຊາ​ຊາດ ຖະ​ແຫຼ​ງວ່າ, ​ເລື່ອງ​ບໍ່​ສາມາດ​ຮັບຮອງ​ເອົາ​ບັນດາ​ຮ່າງ​ມະຕິ​ກ່ຽວ​ກັບ ຊີຣີ ບໍ່​ໝາຍ​ຄວາມ​ວ່າ, ບັນດາ​ຄວາມ​ມານະ​ພະຍາຍາມ​ດ້ານ​ການ​ທູດ​ຖືກ​ຢຸດຕິ​ໄວ້. ຕາມ​ທ່ານ​ແລ້ວ, ບັນດາ​ຄວາມ​ມານະ​ພະຍາຍາມ​ຫຼາຍ​ຝ່າຍ ​ແລະ ສອງ​ຝ່າຍ​ຍັງ​ຄົງ​ສືບ​ຕໍ່​ຢູ່. ພ້ອມ​ທັງ​ສະ​ແດງ​ຄວາມ​ຫວັງ​ວ່າ, ສະພາບ​ການ​ຢູ່ ຊີຣີ ຈະ​ເປັນ​ປົກກະຕິ​ໂດຍ​ໄວ. ​ໃນ​ຂະນະ​ນັ້ນ, ທ່ານ Jean –Marc Ayrault ​ໄດ້​ຢືນຢັນ​ວ່າ, ຈະ​ສືບ​ຕໍ່​ເຈລະຈາ​ກັບ ລັດ​ເຊຍ ​ໃນ​ການ​ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ທີ່​ມີ​ປະສິດທິ​ຜົນ​ໃຫ້​ວິ​ກິດ​ການ​ຢູ່ ຊີຣີ, ​ໂດຍ​ບໍ່​ຫົວຊາ​ຕໍ່​ເລື່ອງ ລັດ​ເຊຍ​ ​ໄດ້​ປະຕິ​ເສດ​ຮ່າງ​ມະຕິ​ກ່ຽວ​ກັບ​ສົງຄາມ​ຢູ່ ຊີຣີ ​ໂດຍ ຝລັ່ງ ຮຽບຮຽງ. ທ່ານ ລັດຖະມົນຕີ ຝລັ່ງ ຊີ້​ແຈ້ງວ່າ: ຝລັ່ງຈະ​ບໍ່​ຢຸດຕິ​ການ​ເຈລະຈາ​ກັບ ລັດ​ເຊຍ ຢ່າງ​ເດັດຂາດ, ພ້ອມ​ທັງ​ໃຫ້​ຮູ້​ວ່າ, ຝລັ່ງຈະ​ຊັ່ງຊາ​ຕໍ່​ການ​ເລືອກ​ເຟັ້ນທີ່​ແຕກ​ຕ່າງ​ກັນ ​ແລະ ຈະ​ສືບ​ຕໍ່​ຄວາມ​ມານະ​ພະຍາຍາມ​ຊອກ​ຫາ​ມາດ​ຕະການ​ແກ້​ໄຂ​ດ້ວຍ​ສັນຕິພາບ​ໃຫ້​ແກ່ ຊີຣີ. ກ່າວ​ຄວາມ​ເຫັນ​ທາງ​ໂທລະພາບ​ຂອງ​ເຢັຍລະ​ມັນ​ທີ່​ອອກ​ອາກາດ​ໃນ​ວັນ​ທີ 12/10, ທ່ານ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ Ban Ki moon ກໍ່​ຍອມຮັບ​ວ່າ, ະຫະປະຊາ​ຊາດ​ຕ້ອງ​ມີ​ຄວາມ​ມານະ​ພະຍາຍາມ​ກວ່າ​ອີກ ​ເພື່ອ​ສະກັດ​ກັ້ນ​ບໍ່​ໃຫ້​ເກີດບັນດາຜົນ​ຮ້າຍ​ຢ້ອນ​ຫຼັງ​ຄື​ທຸກ​ສິ່ງ​ທຸກ​ຢ່າງ​ເຊິ່ງ ຊີຣີ ພວມ​ປະສົບ​ໃນ​ປະຈຸ​ບັນ. ທ່ານ​ຍັງ​ຮຽກຮ້ອງ​ວ່າ ໃນ​ອະນາຄົດ ສະພາ​ຄວາມ​ໝັ້ນຄົງ​ຕ້ອງ​ມີ​ການ​ກະທຳ “ປະຊາທິປະ​ໄຕ​ກວ່າ, ຈະ​ແຈ້ງ​ກວ່າ ​ແລະ ມີ​ລັກສະນະ​ເປັນ​ຕົວ​ແທນ​ກວ່າ“ ​.

        ​ເລື່ອງມະຕິ​ທັງ​ສອງ​ກ່ຽວ​ກັບ ຊີຣີ ບໍ່​ໄດ້​ຮັບຮອງ​ເອົາ​ຢູ່​ສະພາ​ຄວາມ​ໝັ້ນຄົງ ສະຫະ​ປະຊາ​ຊາດ, ​ໄດ້​ເຮັດ​ໃຫ້ການ​ແກ້​ໄຂ​ສະພາບ​ການ​ຢູ່ ຊີຣີ ຕົກ​ເຂົ້າ​ສູ່​ສະພາບ​ຈົນຕາ​ແຈ​ອີກ​ຄັ້ງ​ໜຶ່ງ. ປະຈຸ​ບັນ​ເລື່ອງ​ຢຸດຕິ​ສົງຄາມ​ຢູ່ ຊີຣີ ຕ້ອງ​ສືບ​ຕໍ່​ລໍຖ້າ​ມາດ​ຕະການ​ດ້ານ​ການ​ທູດ​ອື່ນ​ຂອງ​ປະຊາ​ຄົມ​ສາກົນ, ຫຼື​ລໍຖ້າ​ການ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ຂອງ​ບັນດາ​ປະ​ເທດ​ໃຫຍ່​ໃນ​ສະພາ​ຄວາມ​ໝັ້ນຄົງ ​ເພື່ອ​ຊອກ​ຫາ​ທັດສະນະ​ລວມ, ​ໃນ​ການ​ແກ້​ໄຂ​ບັນຫາ​ສັນຕິພາບ​ຢູ່ ຊີຣີ.

ຂ່າວ/ບົດ​ອື່ນ