ສະ​ພາບ​ການ​ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ

(VOVWORLD) - ດ້ວຍລະດັບການເປີດຢ່າງໃຫຍ່ຫຼວງຂອງພື້ນຖານເສດຖະກິດ ພ້ອມກັບບັນດາສັນຍາການຄ້າເສລີສອງຝ່າຍ (FTA) ລຸ້ນໃໝ່, ບັນດາວິສາຫະກິດ ຫວຽດນາມ ພວມຢືນຢູ່ຕໍ່ໜ້າຫຼາຍໂອກາດພັດທະນາ. ຍູ້ແຮງການຫັນປ່ຽນ, ນຳໃຊ້ວິທະຍາສາດ ແລະ ເຕັກໂນໂລຢີ, ການໜູນຊ່ວຍຈາກບັນດາກົນໄກ, ນະໂຍບາຍລະອຽດ, ບັນດາວິສາຫະກິດ ຫວຽດນາມ ພວມສ້າງກຳລັງແກ້ງແຍ້ງບໍ່ພຽງແຕ່ຢູ່ຕະຫຼາດພາຍໃນປະເທດເທົ່ານັ້ນ ຫາກຍັງຢູ່ຕະຫຼາດໃນພາກພື້ນ ແລະ ໂລກອີກດ້ວຍ.

ສະ​ພາບ​ການ​ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ - ảnh 1ພາບປະກອບ: tapchitaichinh.vn 

ການໝູນໃຊ້, ຖ່າຍທອດເຕັກໂນໂລຢີ ແລະ ນະວັດຕະກຳມີບົດບາດສຳຄັນໃນການຍົກສູງສະມັດຕະພາບ, ຄຸນນະພາບ, ກຳລັງຄວາມສາມາດໃນການແກ້ງແຍ້ງຂອງວິສາຫະກິດ. ເພື່ອຍົກສູງປະສິດທິພາບ ແລະ ຄຸນນະພາບຂອງຜະລິດຕະພັນ, ໃນໄລຍະຜ່ານມາ ມີຫຼາຍວິສາຫະກິດຫວຽດນາມ ໄດ້ ແລະ ພວມຕັ້ງໜ້າລົງທຶນເຂົ້າໃນການປ່ຽນແປງໃໝ່, ໝູນໃຊ້ວິທະສາຍາດ ແລະ ເຕັກໂນໂລຢີເພື່ອແນໃສ່ຍົກສູງກຳລັງແກ້ງແຍ້ງ.

ສ້າງລະບົບນິເວດໃນການຜະລິດ ແລະ ການບໍລິການແບບຍືນຍົງ

ໂດຍແມ່ນວິສາຫະກິດທີ່ມີມູນເຊື້ອ ແລະ ໄດ້ສ້າງຕັ້ງມາເປັນເວລາເກືອບ 65 ປີ, ບໍລິສັດຫຸ້ນສ່ວນ ດອກໄຟກະຕິກນ້ຳ ຣ້າງດົງ ໄດ້ປ່ຽນແປງເຕັກໂນໂລຢີເປັນລາຍຄັ້ງ, ສ້າງຕັ້ງບັນດາສູນຄົ້ນຄ້ວາຢ່າງຕໍ່ເນື່ອງ ເພື່ອສ້າງບັ້ນຍຸດທະສາດການຫັນເປັນດີຈີຕອນ. ຕາມທ່ານ ຫງວຽນດ່ວານເກັດ, ຮອງຜູ້ອຳນວຍການໃຫຍ່ ບໍລິສັດຫຸ້ນສ່ວນ ດອກໄຟກະຕິກນ້ຳຣ້າງດົງແລ້ວ, ທາງບໍລິສັດໄດ້ພັດທະນາການຜະລິດແບບອັດສະລິຍາ, ນຳໃຊ້ຮຸ້ນຍົນ, ນຳໃຊ້ເຕັກໂນໂລຢີເຄື່ອງຈັກຮຽນດ້ວຍຕົນເອງ, ປັນຍາປະດິດ (AI),  Industrial Internet of Things; ປະຕິບັດການຜະລິດເປັນຈຳນວນຫຼາຍຕາມຄວາມຕ້ອງການຫັນເປັນເອກະເທດ:

ພວກຂ້າພະເຈົ້າກໍ່ສ້າງພື້ນຖານຜະລິດແບບອັດສະລິຍາ, ມີໄຫວພິບ, ມຸ່ງໄປສູ່ການຜະລິດສີຂຽວ, ໝູນໃຊ້ຜົນສຳເລັດຈາກການປະຕິວັດອຸດສາຫະກຳຄັ້ງທີ 4 ເຂົ້າໃນການຜະລິດ. ບົນພື້ນຖານປຶກສາຫາລື, ທາບທາມບັນດາຮູບແບບສາກົນ, ວິສາຫະກິດສ້າງບັນດາຮູບແບບສະເພາະຂອງຕົນ, ລັກສະນະພິເສດຂອງວິສາຫະກິດຜະລິດເຕັກໂນໂລຢີທີ່ເປັນມູນເຊື້ອໄດ້ຮັບການສ້າງຕັ້ງມາແຕ່ດົນນານ. ພວກຂ້າພະເຈົ້າຕ້ອງຫັນບັນດາລະບົບເຄື່ອງຈັກ, ວັດຖຸອຸປະກອນເປັນອັດຕະໂນມັດ, ຍົກສູງລະດັບອັດຕະໂນມັດ, ລະບົບເຄື່ອງຈັກອຸປະກອນວັດຖຸທີ່ສາມາດເຊື່ອມຕໍ່ກັນ ບົນພື້ນຖານດຽວກັນ.

ຄ້າຍຄືກັນນັ້ນ, ດ້ວຍການໝູນໃຊ້ເຕັກໂນໂລຢີສູງເຂົ້າໃນການຜະລິດກະສິກຳ, Nafoods Group  ແມ່ນວິສາຫະກິດນຳໜ້າໃນການຫັນເປັນດີຈີຕອນເຂດປູກ, ນຳໃຊ້ເຕັກໂນໂລຢີທີທັນສະໄໝໃນການຜະລິດ, ຕອບສະໜອງຄວາມຮຽກຮ້ອງຕ້ອງການສົ່ງອອກໄປຍັງບັນດາປະເທດຕ້ອງການມາດຖານສູງທີ່ສຸດໃນໂລກ. ປັດຈຸບັນ, ຜະລິດຕະພັນຈາກ ໝາກເສົາວະລົດຂອງບໍລິສັດໄດ້ສົ່ງອອກໄປຍັງ 70 ປະເທດໃນທົ່ວໂລກ, ສ້າງຄູນຄ່ານັບຮ້ອຍລ້ານ USD. ທ່ານ ຟານວັນຊວັນ ຜູ້ຕາງໜ້າ Nafoods Group   ແບ່ງປັນວ່າ:

ພວກຂ້າພະເຈົ້າຊື້ຈາກເຂດວັດຖຸດິບ, ລະບົບເຊື່ອມຕໍ່. ວັດຖຸດິບນີ້ໄດ້ຮັບການຄວບຄຸມ, ຄົ້ນຫາຕົ້ນກຳເນີດ, ໄດ້ຮັບການປະຕິບັດຕາມວິວັດການດ້ານເຕັກນິກທີ່ເຂັ້ມງວດ, ໝູນໃຊ້ເຕັກໂນໂລຢີສູງ ດັ່ງນັ້ນຄຸນນະພາບຍາມໃດກໍ່ສູງກ່ວາ.

ໃນຂະນະນັ້ນ, ກຸ່ມບໍລິສັດສິນໃນນ້ຳ ມິງຝຸ ດ້ວຍເຕັກໂນໂລຢີລ້ຽງກຸ້ງຊີວະສາດ MPBiO ທີ່ໄດ້ຢັ້ງຢືນຜົນສຳເລັດຂອງເຕັກໂນໂຢລີທີ່ນຳໃຊ້ຈຸນລະຊີບຕໍ່ຕ້ານເພື່ອຈຳກັດພະຍາດ, ນຳໃຊ້ຈຸນລະຊີບເພື່ອເພີ່ມທະວີການຕ້ານເຊື້ອຂອງກຸ້ງ, ແລະ ນຳໃຊ້ຈຸນລະຊີບເພື່ອບຳບັດນ້ຳໃນໜອງ. ຕາມນັ້ນແລ້ວ, ຄ່າໃຊ້ຈ່າຍທາດເຄມີຫຼຸດລົງ 95%, ຄ່າໄຟຟ້າຫຼຸດລົງ 50 – 70%, ຄ່າອາຫານຫຼຸດລົງກ່ວາ 30%, ສະມັດຕະພາບບັນລຸໄດ້ກ່ວາ 70.000 ໂຕນ/ປີ… ດ້ວຍຂັ້ນຕອນໃໝ່, ມິງຝຸ ໄດ້ສຳຜັດກັບບັນດາລູກຄ້າຢູ່ ອາເມລິກາ, ຍີ່ປຸ່ນ, ເອີລົບ, ສ.ເກົາຫຼີ.

ຢັ້ງຢືນເຄື່ອງໝາຍການຄ້າ ຫວຽດ ແລະ ບືນຕົວຂຶ້ນອອກສູ່ໂລກ

ຕາມຂໍ້ສັງເກດຂອງບັນດານັກຊ່ຽວຊານເສດຖະກິດ, ໂອກາດໃຫຍ່ທີ່ສຸດເຊິ່ງການປະຕິວັດອຸດສາຫະກຳຄັ້ງທີ 4 ນຳມາໃຫ້ວິສາຫະກິດແມ່ນສຳຜັດກັບເຕັກໂນໂລຢີ່ລະດັບສູງກ່ວາ, ມີລະດັບອັດຕະໂນມັດສູງກ່ວາ. ດ້ວຍການໝູນໃຊ້ເຕັກໂນໂລຢີເຂົ້າໃນການຜະລິດ, ວິສາຫະກິດ ຫວຽດນາມ ນັບມື້ນັບມີຄວາມໝັ້ນຄົງຢັ້ງຢືນເຄື່ອງໝາຍ ບໍ່ພຽງແຕ່ຢູ່ຕະຫຼາດພາຍໃນປະເທດເທົ່ານັ້ນ ຫາກຍັງບື່ນຕົວຂຶ້ນອອກສູ່ຕະຫຼາດສາກົນອີກດ້ວຍ. ທ່ານ ເລວັນຮ່ວາງ, ປະທານລະບົບນິເວເຕັກໂນໂລຢີ Kaopiz Holding, ວິສາຫະກິດຫວຽດນາມ ປະສົບຜົນສຳເລັດຢູ່ຕະຫຼາດຍີ່ປຸ່ນ ຂົງເຂດພັດທະນາຊອບແວ ຢັ້ງຢືນວ່າ:

ຫວຽດນາມເດີນທາງຫຼັງໃນບັນດາຂົງເຂດເຕັກໂນໂລຢີຂໍ້ມູນຂ່າວສານ, ເຖິງຢ່າງໃດກໍຕາມ, ບັນດານັກວິສະວະກອນຂອງ ຫວຽດນາມ ດ້ວຍຄວາມສາມາດທີ່ດີ, ບໍ່ອ່ອນກ່ວາເມື່ອທຽບໃສ່ກັບບັນດານັກວິສະນະກອນໃນໂລກ ແລະ ພວກເຮົາອາດສາມາດເຮັດໄດ້ບັນດາຜະລິດຕະພັນທີ່ມີຄຸນນະພາບເທົ່າທຽມກັບບັນດາບໍລິສັດໃນໂລກ. ຂ້າພະເຈົ້າຄິດວ່າ ຫວຽດນາມ ພວມຢືນຢູ່ຕໍ່ໜ້າບັນດາໂອກາດທີ່ຍິ່ງໃຫຍ່ ເພື່ອພັດທະນາປະເທດຊາດ, ຢັ້ງຢືນທີ່ຕັ້ງຂອງຕົນໃນແຜນທີ່ເຕັກໂນໂລຢີຂໍ້ມູນຂ່າວສານຂອງໂລກ.ດ້ວຍລະດັບເຕີບໂຕໃນການສົ່ງອອກທີ່ເປັນໜ້າປະທັບໃຈ, ຫວຽດນາມ ໄດ້ມີໜ້າໃນກຸ່ມ 20 ປະເທດມີການຄ້າແຖວໜ້າໂລກ. ຫວຽດນາມ ກໍ່ໄດ້ຮັບການຕີລາຄາສູງໃນການສ້າງ, ພັດທະນາເຄື່ອງໝາຍແຫ່ງຊາດ ແລະ ແມ່ນເຄື່ອງໝາຍແຫ່ງຊາດທີ່ມີລະດັບໃນການເຕີບໂຕມູນຄ່າໄວທີ່ສຸດໃນໂລກໃນໄລຍະ 2020 – 2022.

ໃນການປະຕິວັດ 4.0, ວິສາຫະກິດຫວຽດນາມ ເຫັນໄດ້ທ່າແຮງສະເພາະຂອງຕົນ ເພື່ອມີການຕັດສິນທີ່ຖືກຕ້ອງ, ມີການປັບຕົວຢ່າງບໍ່ຢຸດຢັ້ງ, ຍູ້ແຮງ ນະວັດຕະກຳ, ໝູນໃຊ້ເຕັກໂນໂລຢີເພື່ອເພີ່ມທະວີຄວາມສາມາດ ແລະ ຄຸນນະພາບຂອງຜະລິດຕະພັນ. ພ້ອມກັບການໜູນຊ່ວຍ ແລະ ຮ່ວມເດີນທາງຂອງລັດຖະບານ, ວິສາຫະກິດຫວຽດນາມພວມໝັ້ນໃຈກ້າວເດີນຢ່າງໜັກແໜ້ນກ່ວາອີກໃນລະບົບມູນຄ່າທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ