ຕັດສິນໃຈປ້ອງກັນ, ຕ້ານການຟຸມເຟືອຍຕິດພັນກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້

(VOVWORLD) - ໃນທຸກໄລຍະຂອງການປະຕິວັດ, ພັກ, ລັດ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງວຽກງານປ້ອງກັນ, ຕ້ານການຟຸມເຟືອຍ
ຕັດສິນໃຈປ້ອງກັນ, ຕ້ານການຟຸມເຟືອຍຕິດພັນກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ - ảnh 1ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ
(ພາບ: TTXVN)

        ປະຕິບັດການປະຢັດ, ຕ້ານການຟຸມເຟືອຍໄດ້ປະກອບສ່ວນສຳຄັນທີ່ສຸດເຂົ້າໃນວິວັດການສ້າງສາ ແລະ ພັດທະນາປະເທດຊາດ. ຕໍ່ໜ້າຄວາມຮຽກຮ້ອງເພີ່ມທະວີແຫຼ່ງກຳລັງ, ປຸກລຸກກຳລັງແຮງຂອງປະຊາຊົນ ເພື່ອນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່ ພາຍໃຕ້ການນຳພາຂອງພັກ, ວຽກງານປ້ອງກັນ, ຕ້ານການຟຸມເຟືອຍຢູ່ ຫວຽດນາມ ພວມຢືນຢູ່ຕໍ່ໜ້າບັນດາຄວາມຮຽກຮ້ອງ, ໜ້າທີ່ໃໝ່ຢ່າງຮີບດ່ວນ, ຮີບເຮັ່ງ. ສິ່ງດັ່ງກ່າວໂດຍທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ຊີ້ແຈ້ງໃນບົດຂຽນເມື່ອວັນທີ 13 ຕຸລາ, ດ້ວຍຫົວຂໍ້ “ຕ້ານການຟຸມເຟືອຍ”.

        ໃນທຸກໄລຍະຂອງການປະຕິວັດ, ພັກ, ລັດ ຫວຽດນາມ ຍາມໃດກໍ່ເອົາໃຈໃສ່ເປັນພິເສດເຖິງວຽກງານປ້ອງກັນ, ຕ້ານການຟຸມເຟືອຍ ແລະ ໄດ້ປະກາດໃຊ້ມະຕິ, ຄຳສັ່ງ, ຂໍ້ສະຫຼຸບຫຼາຍສະບັບກ່ຽວກັບບັນຫາດັ່ງກ່າວ ແລະ ຊີ້ນຳທັງລະບົບການເມືອງ, ທົ່ວປວງຊົນຈັດຕັ້ງປະຕິບັດໃຫ້ບັນລຸໝາກຜົນຫຼາຍຢ່າງ.

ໝາກຜົນການປະຕິບັດການປະຢັດ, ຕ້ານການຟຸມເຟືອຍ ປະກອບສ່ວນນຳພາລະກິດແຫ່ງການປ່ຽນແປງໃໝ່ໃຫ້ບັນລຸບັນດາຜົນງານທີ່ຍິ່ງໃຫຍ່

        ບົດຂຽນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃຫ້ຮູ້ວ່າ, ໃນໄລຍະຜ່ານມາ, ອຳນາດການປົກຄອງທຸກຂັ້ນ, ບັນດາຄະນະ, ຂະແໜງການ, ໝູ່ຄະນະແຕ່ຂັ້ນສູນກາງລົງຮອດຂັ້ນທ້ອງຖິ່ນ ໄດ້ກຳນົດແຈ້ງໜ້າທີ່ຄວາມຮັບຜິດຊອບໃນການຊີ້ນຳ ແລະ ຈັດຕັ້ງປະຕິບັດໜ້າທີ່ປ້ອງກັນ, ຕ້ານການຟຸມເຟືອຍ. ປະສິດທິພາບ, ປະສິດທິຜົນການຄຸ້ມຄອງລັດ, ການຂຸດຄົ້ນ, ນ້ຳໃຊ້ບັນດາແຫຼ່ງກຳລັງຂອງປະເທດຊາດໄດ້ຮັບການຍົກສູງຂຶ້ນ. ວຽກງານຄຸ້ມຄອງບັນດາໂຄງການລົງທຶນທີ່ນຳໃຊ້ແຫຼ່ງທຶນ, ຊັບສິນຂອງລັດມີການຫັນປ່ຽນຢ່າງຕັ້ງໜ້າ. ການຄຸ້ມຄອງ, ນຳໃຊ້ທຶນ ແລະ ຊັບສິນຂອງລັດຢູ່ວິສາຫະກິດ, ສະຕິປະຢັດໃນການຜະລິດ ແລະ ບໍລິໂພກອຸປະໂພກຂອງປະຊາຊົນມີການຫັນປ່ຽນຕັ້ງໜ້າຫຼາຍຢ່າງ.

        ຕາມບົດຂຽນແລ້ວ, ໝາກຜົນການປະຕິບັດການປະຢັດ, ຕ້ານການຟຸມເຟືອຍໄດ້ປະກອບສ່ວນນຳພາລະກິດແຫ່ງການປ່ຽນແປງໃໝ່ບັນລຸບັນດາໝາກຜົນທີ່ຍິ່ງໃຫຍ່; ບັນລຸ ແລະ ລື່ນກາຍເປົ້າໝາຍ, ຄາດໝາຍເກືອບທັງໝົດໃນການພັດທະນາເສດຖະກິດ - ສັງຄົມຜ່ານອາຍຸການຕ່າງໆ, ນັບທັງໃນສະພາບການເກີດສິ່ງທ້າທາຍທີ່ບໍ່ເຄີຍມີມາກ່ອນ, ຄື: ໂລກລະບາດ, ໄພທຳມະຊາດ; ລະດົມ, ຄຸ້ມຄອງ ແລະ ນຳໃຊ້ບັນດາແຫຼ່ງກຳລັງໃຫ້ມີປະສິດທິຜົນ, ຮັບປະກັນການປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ການໜູນຊ່ວຍສັງຄົມ, ສະຫວັດດີການສັງຄົມຂອງປະເທດຊາດ.

        ເຖິງຢ່າງໃດກໍ່ຕາມ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖືວ່າ, ພ້ອມກັບບັນດາໝາກຜົນທີ່ບັນລຸໄດ້ນັ້ນ, ການຟຸມເຟືອຍຍັງເກີດຂຶ້ນຫຼາຍພໍສົມຄວນ ເຊິ່ງໄດ້ ແລະ ພວມກໍ່ຜົນເສຍຫາຍໃຫ້ແກ່ການພັດທະນາ. ໃນນັ້ນ, ກໍ່ຄວາມຊຸດໂຊມແຫຼ່ງກຳລັງຂອງມະນຸດ, ແຫຼ່ງກຳລັງດ້ານການເງິນ, ຫຼຸດຜ່ອນການຜະລິດ, ເຮັດໃຫ້ເພີ່ມລາຍຈ່າຍ, ເພີ່ມໄລຍະຫ່າງລະຫວ່າງຜູ້ຮັ່ງມີ ແລະ ທຸກຍາກ. ຍິ່ງກວ່ານັ້ນ, ການຟຸມເຟືອຍຍັງເຮັດໃຫ້ຫຼຸດຜ່ອນຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນທີ່ມີຕໍ່ພັກ, ລັດ, ສ້າງຮົ້ວກີດຂວາງໃນການພັດທະນາເສດຖະກິດ - ສັງຄົມ, ເຮັດໃຫ້ໂອກາດພັດທະນາຂອງປະເທດຊາດສູນເສຍໄປ.

ວຽກງານປ້ອງກັນ, ຕ້ານການຟຸມເຟືອຍ ຕ້ອງໄດ້ຮັບການຜັນຂະຫຍາຍຢ່າງຂ້ຽວຂາດ, ຄົບຊຸດ

        ຕໍ່ໜ້າໂອກາດປະຫວັດສາດເພື່ອນຳປະເທດຊາດກ້າວເຂົ້າສູ່ສັງກາດບຸກບືນຂອງຊາດ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຖືວ່າ, ວຽກງານປ້ອງກັນ, ຕ້ານການຟຸມເຟືອຍຕ້ອງໄດ້ຜັນຂະຫຍາຍຢ່າງຂ້ຽວຂາດ, ຄົບຊຸດກັບບັນດາມາດຕະການແກ້ໄຂຢ່າງມີປະສິດທິຜົນ, ສ້າງການແຜ່ຂະຫຍາຍຢ່າງແຮງ, ກາຍເປັນຄວາມສະໝັກໃຈຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນແຕ່ລະຄົນ, ເປັນວັດທະນະທຳການປະພຶດໃນຍຸກສະໄໝໃໝ່.

        ຫວຽດນາມ ສຸມໃສ່ສ້າງລະບອບລະບຽບການປ້ອງກັນ, ຕ້ານການຟຸມເຟືອຍ ໃຫ້ສົມບູນແບບ ແລະ ຈັດຕັ້ງການປະຕິບັດໃຫ້ມີປະສິດທິຜົນ; ແກ້ໄຂຢ່າງເຄັ່ງຄັດບັນດາສ່ວນບຸກຄົນ, ໝູ່ຄະນະທີ່ມີການກະທຳກໍ່ຄວາມເສຍຫາຍ, ຟຸມເຟືອຍສຳລັບຊັບສິນສ່ວນລວມ. ປະກາດໃຊ້ຂໍ້ກຳນົດຂອງພັກ ເຫັນແຈ້ງບັນດາປະກົດການກໍ່ຄວາມຟຸ້ມເຟືອຍໃນການປະຕິບັດໜ້າທີ່ຂອງພະນັກງານ, ສະມາຊິກພັກ; ສ້າງ ແລະ ຈັດຕັ້ງການປະຕິບັດຍຸດທະສາດແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານການຟຸມເຟືອຍ. ສືບຕໍ່ຄົ້ນຄວ້າ, ປັບປຸງກົດໝາຍວ່າດ້ວຍການປະຕິບັດການປະຢັດ, ຕ້ານການຟຸມເຟືອຍ ຕາມທິດສ້າງເປັນພື້ນຖານນິຕິກຳຢ່າງສົມບູນ, ຄົບຊຸດໃຫ້ແກ່ວຽກງານກວດກາ, ຕິດຕາມກວດກາ, ຄົ້ນພົບ, ປັບໄໝລົງໂທດຢ່າງເຄັ່ງຄັດ, ມີລັກສະນະຕັກເຕືອນສູງຕໍ່ບັນດາການກະທຳຟຸມເຟືອຍ.

        ໃນຈຳນວນມາດຕະການແກ້ໄຂຈຸດສຸມນັ້ນ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກໍ່ເຕື້ອງເຖິງເລື່ອງແກ້ໄຂຢ່າງຂາດຕົວສິ່ງທີ່ຍັງຄົງຄ້າງແກ່ຍາວສຳລັບບັນດາໂຄງການສຳຄັນລະດັບຊາດ, ໂຄງການຈຸດສຸມ, ໂຄງການມີປະສິດທິຜົນຕ່ຳ, ກໍ່ຄວາມເສຍຫາຍ, ຟຸມເຟືອຍຢ່າງໃຫຍ່ຫຼວງ; ບັນດາທະນາຄານການຄ້າອ່ອນດ້ອຍ.

        ເພື່ອນຳປະເທດ ຫວຽດນາມ ກ້າວຂຶ້ນສູ່ສັງຄົມນິຍົມຢ່າງໝັ້ນຄົງເຂັ້ມແຂງ, ປະຕິບັດບັນດາເປົ້າໝາຍຍຸດທະສາດ 100 ປີພາຍໃຕ້ການນຳພາຂອງພັກ, 100 ປີແຫ່ງວັນສ້າງຕັ້ງປະເທດຢ່າງມີໄຊ, ບົດຂຽນຢືນຢັນວ່າ: ຕ້ອງມີຄວາມຕັດສິນໃຈຢ່າງເດັດຂາດໃນການປ້ອງກັນ, ຕ້ານການຟຸມເຟືອຍ ຕິດພັນກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້.

ຕອບກັບ

ຂ່າວ/ບົດ​ອື່ນ