ສະພາບການຢູ່ ນີ​ເຊ ສັບສົນຂຶ້ນຕື່ມ

(VOVWORLD) - ສະພາບການເມືອງຢູ່ ນີເຊ ພວມດຶງດູດຄວາມສົນໃຈຈາກຫາງສຽງສາກົນ ພາຍຫຼັງທ່ານປະທານາທິບໍດີ Mohamed Bazoum ຖືກກອງທັບປົດຕຳແໜ່ງ ແລະ ອຳນາດການປົກຄອງການທະຫານ, ໂດຍຝ່າຍລັດຖະປະຫານສ້າງຂຶ້ນ ແລ້ວຈັບຕົວຫຼາຍສະມາຊິກຂອງລັດຖະບານຖືກຕ້ອງຕາມລັດຖະທໍາມະນູນ. ການກະທຳນີ້ ເປັນຂີດໝາຍຄວາມເຄັ່ງຕຶງຂອງວິກິດການດ້ານການເມືອງຫຼ້າສຸດຢູ່ ນີເຊ ເພີ່ມຂຶ້ນ. ພ້ອມດຽວກັນນັ້ນ, ອາດຈະກໍ່ຄວາມສັບສົນແກ່ບັນດາຄວາມມານະພະຍາຍາມຂອງຝ່າຍຕາເວັນຕົກໃນການຊ່ວຍບັນດາປະເທດເຂດ Sahel ຕ້ານຄືນການປຸກລຸກຂອງຂະບວນການ Jihad.

ນີເຊ ຕັ້ງຢູ່ເຂດອາຟະລິກາຕາເວັນຕົກ. ປະເທດນີ້ ໄດ້ຜ່ານຜ່ານການລັດຖະປະຫານ 4 ຄັ້ງ ນັບແຕ່ເມື່ອຍາດໄດ້ເອກະລາດເມື່ອປີ 1960, ໃນນັ້ນ, ການລັດຖະປະຫານຄັ້ງຫຼ້າສຸດເກີດຂຶ້ນເມື່ອເດືອນ ກຸມພາ 2010.

ສະພາບການຢູ່ ນີ​ເຊ ສັບສົນຂຶ້ນຕື່ມ - ảnh 1ປະຊາຊົນແຫ່ຂະບວນປະທ້ວງສະໜັບສະໜູນການລັດຖະປະຫານ ຢູ່ ນີເຊ ໃນວັນທີ 30 ກໍລະກົດ (ພາບ:Reuters)

ປະເທດຕົກເຂົ້າສູ່ພາບວຸ້ນວາຍ

       ທ່ານ Mohamed Bazoum ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ນີເຊ ໃນປີ 2021. ທ່ານຂຶ້ນກຳອຳນາດກົງກັບຈຸດເວລາ ປະເທດນີ້ພວມຢູ່ໃນສະພາບອຶດຫິວ. ແຕ່ວ່າ, ນັບແຕ່ນັ້ນມາຮອດປັດຈຸບັນ, ສະພາບການຂາດສະຖຽນລະພາບຍັງມີຢູ່ ຍ້ອນມີການປະກົດຕົວຂອງພວກປຸ້ນປະກອບອາວຸດ ຫຼື ກຸ່ມກຳລັງ Jihad ຢູ່ຊາຍແດນ ນີເຊ.

        ໃນຖະແຫຼງການທີ່ໄດ້ຍົກອອກມາພາຍຫຼັງປົດຕຳແໜ່ງທ່ານປະທານາທິບໍດີ (ວັນທີ 26 ກໍລະກົດ), ທ່ານພັນເອກ Amadou Abdramane ໂຄສົກກອງທັບ ນີເຊ ຖືວ່າ ບັນດາກຳລັງປ້ອງກັນຊາດ ແລະ ປ້ອງກັນຄວາມສະຫົງບ “ຢຸດຕິລະບອບທີ່ເຮັດໃຫ້ສະພາບການຄວາມສະຫງົບຊົ່ວຮ້າຍລົງ ແລະ ການຄວບຄຸມທີ່ອ່ອນແອ”. ໂຄສົກກອງທັບນີເຊ ກ່າວຕື່ມອີກວ່າ ຊາຍແດນຂອງປະເທດນີ້ ຖືກປິດປະຕູ ແລະ ຄຳສັ່ງສະພາວະສຸກເສີນທົ່ວປະເທດໄດ້ປະກາດແລ້ວ.

        ສິ່ງທີ່ໜ້າສົນໃຈ, ພາຍຫຼັງປົດຕຳແໜ່ງປະທານາທິບໍດີມາ ໄດ້ 2 ວັນ (ວັນທີ 28 ກໍລະກົດ), ນາຍພົນ Abdourahamane Tchiani ຜູ້ນຳໜ້າກຳລັງປ້ອງກັນປະທານາທິບໍດີ ນັບແຕ່ປີ 2011, ຖະແຫຼງວ່າ ເປັນການນຳຄົນໃໝ່ຂອງປະເທດ ອາຟະລິກາ ນີ້ ແລະ ກ່າວເຕືອນວ່າ ບໍ່ວ່າການແຊກແຊງການທະຫານໃດໆຂອງຕ່າງປະເທດກໍຈະເຮັດໃຫ້ສະພາບການວຸ້ນວາຍຂຶ້ນ.

        ພ້ອມກັບຖະແຫຼງການດັ່ງກ່າວ, ອຳນາດການປົກຄອງການທະຫານຂຶ້ນກຳອຳນາດ ຢູ່ ນີເຊ ກໍຈັບຕົວກັກຂັງຫຼາຍສະມາຊິກລັດຖະບານຂອງທ່ານປະທານາທິບໍດີຖືກຕ້ອງຕາມລັດຖະທຳມະນູນ ທີ່ຫາກໍຖືກໂຄ່ນລົ້ມ Mohamed Bazoum.

        ຕາມວົງການໄຈ້ແຍກແລ້ວ, ສະພາບການຢູ່ ນີເຊ ຂາດສະຖຽນລະພາບ ສ່ວນໃຫຍ່ແມ່ນຍ້ອນຖືກຜົນກະທົບຈາກບາງປະເທດບ້ານໃກ້ເຮືອນຄຽງ. ນັບແຕ່ປີ 2020, ລັດຖະປະຫານ ເກີດຂຶ້ນຢູ່ບາງປະເທດໃນພາກພື້ນນີ້, ໃນນັ້ນ ມີ ມາລີ, ກີເນ, ບວກກີນາຟາໂຊ. ທ້າຍປີ 2022, ບັນດາການນຳປະຊາຄົມເສດຖະກິດ ອາຟະລິກາຕາເວັນຕົກ (ECOWAS) ໄດ້ເຫັນດີເປັນເອກະພາບສ້າງຕັ້ງກຳລັງ ເພື່ອແຊກແຊງເຂົ້າບັນດາກໍລະນີເກີດການລັດຖະປະຫານ ແລະ ຕ້ານບັນດາພວກ Jihad.

       ປະຕິກິລິຍາຂອງປະຊາຄົມສາກົນ

         ປະຕິກິລິຍາຕໍ່ສະພາບການຢູ່ ນີເຊ, ວົງການການນຳການທະຫານຂອງ ມາລີ ແລະ ບວກກີນາຟາໂຊ ກ່າວເຕືອນວ່າ ບໍ່ວ່າການແຊກແຊງການທະຫານໃດໆ ຕ້ານຄືນ ນີເຊ ກໍເປັນຄຳປະກາດຕໍ່ສູ້ຕ້ານຄືນ ບວກກີນາຟາໂຊ ແລະ ມາລີ. ກົງກັນຂ້າມ, ຖະແຫຼງການຮ່ວມສິ້ນສຸດກອງປະຊຸມສຸດຍອດໂດຍດ່ວນ ຂັ້ນການນຳປະຊາຄົມເສດຖະກິດບັນດາປະເທດ ອາຟະລິກາ ຕາເວັນຕົກ (ECOWAS) ຈັດຂຶ້ນຢູ່ນະຄອນຫຼວງ Abuja ຂອງ ນີເຊ, ວັນທີ 30 ກໍລະກົດ, ໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງການທະຫານ ໂດຍຝ່າຍລັດຖະປະຫານກໍ່ຂຶ້ນຢູ່ ນີເຊ ປະລະສິດກຳອຳນາດ ແລະ ຟື້ນຟູຄວາມເປັນລະບຽບຮຽບຮ້ອຍຂອງລັດຖະທຳມະນູນ ກໍຄື ຕຳແໜ່ງຂອງທ່ານປະທານາທິບໍດີ Mohamed Bazoum. ພາຍໃນ 1 ອາທິດ, ຖ້າຫາກວ່າ ບໍ່ປະຕິບັດຕາມຄຳຮຽກຮ້ອງດັ່ງກ່າວ, ECOWAS  ຈະນຳໃຊ້ທຸກມາດຕະການທີ່ຈຳເປັນ, ອາດຈະລວມທັງມາດຕະການທະຫານ, ເພື່ອແຊກແຊງ, ແນໃສ່ຟື້ນຟູຄວາມເປັນລະບຽບຮຽບຮ້ອຍລັດຖະທຳມະນູນ ຢູ່ ນີເຊ. ການນຳ 15 ປະເທດ ອາຟະລິກາຕາເວັນຕົກ ກໍຕົກລົງຈັດວາງຫຼາຍມາດຕະການລົງໂທດ ແນໃສ່ຝ່າຍລັດຖະປະຫານຢູ່ ນີເຊ.

        ສໍາລັບສາກົນ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ກ່າວປະນາມຢ່າງແຮງທຸກຄວາມມານະພະຍາຍາມຍາດອຳນາດດ້ວຍອາວຸດ ແລະ ມ້າງທຳລາຍພື້ນຖານບໍລິຫານປະຊາທິປະໄຕ, ສັນຕິພາບ ແລະ ສະຖຽນລະພາບ ຢູ່ ນີເຊ. ທ່ານກໍຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຄວບຄຸມ ແລະ ຮັບປະກັນການປ້ອງກັນຄວາມເປັນລະບຽບຮຽບຮ້ອຍລັດຖະທຳມະນູນ. ໃນຂະນະນັ້ນ, ໃນໄລຍະແຕ່ວັນທີ 29 – 31 ກໍລະກົດ, ສະຫະພາບເອີຣົບ (EU), ເຢຍລະມັນ, ຝລັ່ງ ລ້ວນແຕ່ແຈ້ງການ ຢຸດຕິທຸກການໜູນຊ່ວຍດ້ານການເງິນ ແລະ ການຮ່ວມມືພັດທະນາກັບ ນີເຊ.

        ນີເຊ ແມ່ນປະເທດຮັບການຊ່ວຍເຫຼືອຈາກຝ່າຍຕາເວັນຕົກເປັນສ່ວນໃຫຍ່. ນີເຊ ຕ້ອງຮັບມືກັບ 2 ບັ້ນຮົບກັບພວກ Jihad. ເລື່ອງລັດຖະບານຖືກຕ້ອງຕາມລັດຖະທຳມະນູນ ຢູ່ ນີເຊ ຖືກໂຄ່ນລົ້ມ ໄດ້ກໍ່ຄວາມສັບສົນແກ່ບັນດາຄວາມມານະພະຍາຍາມຂອງຝ່າຍຕາເວັນຕົກ ເພື່ອແນໃສ່ຊ່ວຍບັນດາປະເທດຢູ່ເຂດ Sahel ຕ້ານຄືນການບຸກໂຈມຕີຂອງບັນດາພວກ Jihad. ພ້ອມດຽວກັນນັ້ນ, ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນຢູ່ ນີເຊ - ແມ່ນໜຶ່ງໃນບັນດາປະເທດທຸກຍາກທີ່ສຸດໃນໂລກ - ນັບມື້ນັບຫຍຸ້ງຍາກກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ