ສະພາບການຢູ່ ຢູແກຼນ ພາຍຫຼັງເສິກກາງເມືອງ


(vovworld) - ວັນ​ທີ 25/2, ປະ​ເທດ ຢູ​ແກຼນ ​ເລີ່​ມຕົ້ນ​ແຕ່ງ​ຕັ້ງ​ຜູ້​ອອກ​ສະໝັກ​ເລືອກ​ຕັ້ງ​ເປັນ​ປະທານາທິບໍດີ, ນີ້​ແມ່ນ​ບາດກ້າວ​ເປີດ​ສາກ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ເຊິ່ງຈະ​ດຳ​ເນີນ​ໃນ​ທ້າຍ​ເດືອນ 5 ຈະ​ມາ​ເຖິງ. ການ​ເລືອກ​ຕັ້ງ​ໄດ້​ຮັບ​ຖື​ວ່າ ​ແມ່ນ​ບາດກ້າວ​ທີ່​ສຳຄັນ, ຊ່ວຍ​ໃຫ້ ຢູ​ແກຼນ ຮັກສາ​ຄວາມ​ໝັ້ນຄົງ​, ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ພາຍ​ໃນ​ປະ​ເທດ, ​ແລະ​ໃກ້ຊິດ​ກັບ​ເອີ​ລົບ​ໂດຍ​ໄວ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ດ້ວຍ​ພື້ນຖານ​ເສດຖະກິດ​ຊຸດ​ໂຊມ, ສັງຄົມ​ກະ​ແຈກ​ກະຈາຍນັ້ນ, ຫາງ​ສຽງ​ວິຕົກ​ກັງວົນ​ວ່າ, ຢູ​ແກຼນ ຍາກ​ທີ່​ຈະ​ບັນລຸ​ໄດ້​ຈຸດປະສົງ​ທີ່​ໄດ້​ວາງ​ອອກ .

        ຫວ່າງ​ແລ້ວ​ນີ້, ປະທານາທິບໍດີ​ຊົ່ວ​ຄາວ ຢູ​ແກຼນ ທ່ານ Alexandre Turchinov ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ວ່າ, ໜ້າ​ທີ່​ຕົ້ນຕໍ​ຂອງ​ລັດຖະບານ​ໃໝ່​ແມ່ນ​ຢຸດຕິ​ການ​ປະ​ທະ​ກັນ, ຟື້ນ​ຟູ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ພາຍ​ໃນ​ປະ​ເທດ, ຮັບປະກັນ​ສັນຕິພາບ, ຄວາມ​ສະຫງົບ, ບໍ່​ປະ​ໃຫ້​ເກີດ​ການ​ຂັດ​ແຍ້​ງກັນພາຍ​ໃນປະ​ເທດ ​ແລະ ການ​ແກ້​ແຄ້ນ​ສ່ວນ​ຕົວ, ນອກ​ນັ້ນ​ການ​ປັບປຸງ​ພື້ນຖານ​ເສດຖະກິດ ​ແລະ ການ​ຟື້ນ​ຟູ​ວິວັດ​ການ​ເຊື່ອມ​ໂຍງ​ກັບ​ເອີ​ລົບ ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ຕົ້ນຕໍອີກ.
ສະພາບການຢູ່ ຢູແກຼນ ພາຍຫຼັງເສິກກາງເມືອງ - ảnh 1
ປະທານາທິບໍດີ​ຊົ່ວ​ຄາວ ຢູ​ແກຼນ ທ່ານ Alexandre Turchinov ກ່າວຄຳເຫັນໃນຊ່ອງໂທລະພາບແຫ່ງຊາດ
(ພາບ: BBC)

ສະພາບ​ຂາດຄວາມ​ໝັ້ນຄົງ​ໃນ​ສັງຄົມ ຢູ​ແກຼນ

        ພາຍຫຼັງ​ທີ່​ເກີດ​ເສິກ​ກາງ​ເມືອງ, ຊາວ ຢູ​ແກຼນ ນັບ​ພັນ​ຄົນ​ໄດ້​ແຫ່​ຂະ​ບວນປະ​ທ້ວງຢູ່​ຕາມ​ນະຄອນ​ທ່າ Sevastopol ​ໃນ​ສະພາບ​ທີ່​ມີ​ຄວາມ​ວິຕົກ​ກັງວົນທີ່​ວ່າ ປະ​ເທດທີ່​ຂຶ້ນ​ກັບ​ໂຊ​ວຽດ​ເກົ່າ​ອາດ​ຈະ​ຖືກ​ຍຸບ​ເລີກ. ຍ້ອນ​ບາງ​ເທື່ອ​ Sevastopol ຈະ​ກາຍ​ເປັນ​ຈຸດ​ທີ່​ເຄັ່ງຮ້ອນ​ຂອງ​ຂະ​ບວນການ​ແຍກ​ຕົວ ສະໜັບສະໜູ​ນ ມົດ​ສະ​ກູ. ຕໍ​ໜ້າ​ສະພາບ​ການ​ດັ່ງກ່າວ, ບັນດາ​ປະ​ເທດ​ຄື: ອາ​ເມ​ລິ​ກາ, ​ເຢຍລະ​ມັນ, ຝລັ່ງ ​ແລະ ​ໂປ​ໂລ​ຍ ​ໄດ້​ຮຽກຮ້ອງ​ໃຫ້ ຢູ​ແກຼນ ຮັກສາ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຕົນ​ໄວ້.

        ວົງ​ການ​ນັກ​ໄຈ້​ແຍກ​ວິຕົກ​ກັງວົນ​ວ່າ ຢູ​ແກຼນ ບໍ່​ພຽງ​ແຕ່ຂາດ​ຄວາມ​ໝັ້ນຄົງ​ເທົ່າ​ນັ້ນ, ຫາກນັບ​ແຕ່​ດົນ​ນາມາ​ແລ້ວ, ​ສັງຄົມ ຢູ​ແກຼນ ​ໄດ້​ຖືກ​ແບ່ງ​ແຍກ​ເປັນ 2 ທ່າ​ອ່ຽງນັ້ນ​ແມ່ນ: ຝ່າຍ​ນິຍົມ​ລັດ​ເຊຍ ​ແລະ ຝ່າຍ​ນິຍົມບັນດາ​ປະ​ເທດ​ຕາ​ເວັນ​ຕົກ. ​ໃນຕະຫຼອດ 20 ປີ​ທີ່​ຜ່ານ​ມາ, ສາມາດ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງວ່າ ຄວາມ​ຂັດ​ແຍ້​ງກັນ​ລະຫວ່າງ​ສອງ​ຝ່າຍ​ດັ່ງກ່າວ​ຍາກ​ທີ່​ຈະ​ແກ້​ໄຂ​ໄດ້.

        ຍ້ອນ​ເຫັດ​ນັ້ນ, ​ເຖິງ​ວ່າຈະ​ຈັດ​ການ​ເລືອກ​ຕັ້ງ​ປະທານາທິບໍດີກໍ່ຕາມ ​ແຕ່​ປະ​ຊາ​ຊົນ​ປະ​ເທດ​ນີ້​ກໍ່​ບໍ່​ສະໜັບສະໜູນ​ຜູ້​ກຳ​ອຳນາດ​ຝ່າຍ​ໃດຢ່າງ​ສຸດ​ຈິດ​ສຸດ​ໃຈ. ​ໝາຍ​ຄວາມ​ວ່າ, ບໍ່​ວ່າ​ຜູ້​ທີ່​ຂຶ້ນ​ກັບ​ຝ່າຍ​ໃດ​ຂຶ້ນ​ກຳ​ອຳນາດ, ກໍ່​ບໍ່​ສາມາດ​ຮັກສາຄວາມ​ໝັ້ນຄົງ​ໃນ​ໄລຍະ​ຍາວ​ໄດ້ ​ແລະ ກໍ່​ບໍ່​ມີ​ແນ​ວທາງ​ການ​ຕ່າງປະ​ເທດ​ຢ່າງ​ຈະ​ແຈ້ງ​ເທື່ອ.

        ນອກ​ນັ້ນ, ​ເລື່ອງ ຢູ​ແກຼນ ​ເຄີຍ​ຜ່ານ​ການ​ປະຕິວັດ​ສີ​ສົ້ມ ທີ່​ມີ​ສີສັນ ”ປະຊາທິປະ​ໄຕ” ຝ່າຍ​ຕາ​ເວັນ​ຕົກ​ໃນ​ເມື່ອ​ກ່ອນ​ນັ້ນ, ​ໄດ້​ເຮັດ​ໃຫ້​ປະຊາຊົນປະ​ເທດ​ນີ້​ເສຍ​ຫວັງ​ຕໍ່​ການ​ພັດທະນາ. ຫາກຜົນ​​ໄດ້​ຮັບ​ພຽງ​ແຕ່​ແມ່ນ​ສະພາບ​ຂາດ​ຄວາມ​ໝັ້ນຄົງ , ການ​ເມືອງ​ຖືກ​ແບ່ງ​ແຍ​ກ, ​​ເສດຖະກິດ​ຊຸດ​​ໂຊມ, ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ໃກ້​ຄຽງ​ນັບ​ມື້​ນັບ​ຮ້າຍ​ແຮງ.

        ຄວາມ​ຫຍຸ້ງຍາກ​ທາງ​ດ້ານ​ເສດຖະກິດ

        ປະຈຸ​ບັນ, Kiev ພວມ​ປະ​ເຊີນ​ໜ້າ​ກັບ​ສະພາບ​ໜີ້​ສິນຢ່າງ​ຮ້າຍ​ແຮງ. ໜີ້​ສິນ​ສາທາລະນະ​ຂອງ ຢູ​ແກຼນ​ໃນ​ປີ 2013 ​ໄດ້​ເພີ່ມ​ຂຶ້ນ 13% ​ເມື່ອ​ທຽບ​ໃສ່​ປີ 2012 ​ແມ່ນ 73,1 ຕື້ USD, ກວມ​ກວ່າ 30% ຍອດ​ຜະລິດ​ຕະພັນ​ພາຍ​ໃນ (GDP). ຕາມ​ແຜນການ​ແລ້ວ, ຮອດ​ທ້າຍ​ໃຕ​ມາດ 2 ປີ​ນີ້, Kiev ຕ້ອງ​ໃຊ້​ໜີ້​ກອງ​ທຶນ​ເງິນຕາ​ສາກົນ (IMF) 3 ຕື້ USD, ​ ​ສະພາບ​ຂາດ​ດຸນ​ງົບປະ​ມານ​ກໍ່​ລື່ນ​ກາຍ​ລະດັບ 8%. ​ໃນ​ຂະນະ​ນັ້ນ, ​ເລື່ອງ​ໂຄ່ນ​ລົ້ມ​ປະທານາທິບໍດີ Yanukovych ຂອງ​ຜູ້​ແຫ່​ຂະ​ບວນປະ​ທ້ວງ ກໍ່​ເຮັດ​ໃຫ້​ບ້ວນ​ຊ່ວຍ​ເຫຼືອ 15 ຕື້ USD ຂອງ​ລັດ​ເຊຍ​ໃຫ້​ແກ່ ຢູ​ແກຼນ ຖືກ​ທະລາ​ຍ​ໄປ.

        ວັນ​ທີ 24/2, ວົງ​ການ​ເຈົ້າ​ໜ້າ​ທີ່ ຢູ​ແກຼນ ກໍ່​ແຈ້ງ​ໃຫ້​ຮູ້​ວ່າ, ປະ​ເທດ​ນີ້​ຕ້ອງການ​ເງີ​ນໜູນ​ຊ່ວຍ​ດ່ວນຈາກຕ່າງປະ​ເທດ 35 ຕື້ USD ​ແລະ ສະ​ເໜີ​​ໃຫ້​ບັນດາ​ນັກ​ອຸປະຖຳຝ່າຍ​ຕາ​ເວັນ​ຕົກຮຽກ​ໂຮມ​ກອງ​ປະຊຸມ​ສາກົນ ​ໃນ 2 ສັບປະດາ​ຈະ​ມາ​ເຖິງ ​ເພື່ອ​ຮັບຮອງ​ເອົາ​ແຜນການ​ກູ້​ຊ່ວຍ​ສະພາບ​ການ​ເງິນ​ໃຫ້​ແກ່ Kiev.

        ​ໃນ​ສະພາບຄວາມ​ຫຍຸ້ງຍາກ​ດັ່ງກ່າວ, ວັນ​ທີ 24/2, ທ່ານ​ນາຍົກລັດຖະມົນຕີລັດ​ເຊຍ  Medvedev ພັດ​ເນັ້ນ​ໜັກ​ວ່າ, ການ​ຕໍ່​ກຳນົດ​ເວລາ​ໃຫ້​ຂໍ້​ຕົກລົງອາຍ​ແກ​ສລະຫວ່າງ ລັດ​ເຊຍ - ຢູ​ແກຼນ ຕ້ອງ​ໄດ້​ຮັບ​ການ​ປຶກສາ​ຫາລື​ລະຫວ່າງ​ບໍລິສັດ​ຕ່າງໆ​ຂອງ ຢູ​ແກຼນ ກັບ​ລັດຖະບານ​ປະ​ເທດ​ນີ້, ຫາກ​ລັດ​ເຊຍ​ ບໍ່​ເຮັດ​ວຽກ​ກັບ​ສ່ວນ​ບຸກຄົນ​ໃດ​ໜຶ່ງ, ​ເພາະວ່າ​ນີ້​ແມ່ນ​ບັນຫາ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ. ຄຳ​ຖະ​ແຫຼ​ງດັ່ງກ່າວ ​ແມ່ນ​ບໍ່​ມີ​ປະ​ໂຫຍ​ດ​ໃຫ້​ແກ່ ຢູ​ແກຼນ , ​ເພາະວ່າ​ກ່ອນ​ນັ້ນ, ທ່ານ Medvedev ​ໄດ້​ຢືນຢັນ​ວ່າ, ລັດ​ເຊຍ ​ສົງ​ໃສ​ຕໍ່​ລັກສະນະ​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ກົງຈັກ​ກຳ​ອຳນາດ​ຢູ່ ຢູ​ແກຼນ ​ແລະ ​ເລື່ອງ​ບາງ​ປະ​ເທດ​ຮັບຮອງ​ອຳນາດ​ການ​ປົກຄອງ ຢູ​ແກຼນ ​ໃນ​ປະຈຸ​ບັນ​ແມ່ນ​ສິ່ງ​ທີ່​ຜິດພາດ.

        ສ່ວນ​ທ່ານ​ລັດຖະມົນຕີ​ເສດຖະກິດ​ລັດ​ເຊຍ Alexei Ulyukayev ກໍ່​ກ່າວ​ເຕືອນ ຢູ​ແກຼນ ວ່າ, ມົດ​ສະ​ກູ ຈະ​ຍົກ​ລະດັບ​ພາສີ​ນຳ​ເຂົ້າ​ສຳລັບ​ສິນຄ້າ​ຂອງ​ປະ​ເທດ​ນີ້, ຖ້າ​ຫາກ Kiev ​ເຊັນ​ຂໍ້​ຕົກລົງ​ຮ່ວມ​ມື​ກັບ​ສະຫະພາບ​ເອີ​ລົບ (EU).

        ​ໃນ​ຂະນະ​ນັ້ນ, ຄວາມ​ຫວັງ​ກ່ຽວ​ກັບ​ຂໍ້​ຕົກລົງ​ຮ່ວມ​ມື​ກັບ EU ກໍ່​ຕ້ອງ​ລໍຖ້າ​ເຖິງ​ເວລາ​ດຳ​ເນີນ​ການ​ເລືອກ​ຕັ້ງປະທານາທິບໍດີ​ໃນ​ວັນ​ທີ 25/5 ຈະ​ມາ​ເຖິງ​ສຳ​ເລັດຜົນ.

        ​ໃນ​ສະພາບ​ການ​ດັ່ງກ່າວ, ຫຼາຍ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ ​ໄດ້​ອອກ​ຖະ​ແຫຼ​ງການ​ຈະ​ໜູນຊ່ວຍ​ ຢູ​ແກຼນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຕໍ່ໜ້າ​ສະພາບ​ການ​ເງິນ​ທີ່​ຮ້າຍ​ແຮງ​ຢູ່​ປະ​ເທດ​ນີ້, ຢູ​ແກຼນ ຕ້ອງການ​ໄດ້​ຮັບ​ການ​ກູ້​ຊ່ວຍ​​ໃນ​ທັນທີກວ່າ​ບັນດາ​ຄຳ​ໝັ້ນ​ສັນຍາ.

        ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ຢູ​ແກຼນ ພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ​ຢ່າງຮອບດ້ານ, ນັບ​ທັງ​ດ້ານ​ການ​ເມືອງ, ​ເສດຖະກິດ ​ແລະ ສັງຄົມ. ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ນີ້​ໃຫ້​ໄດ້​ແມ່ນ​ເລື່ອງ​ບໍ່​ງ່າຍດາຍ​ໃຫ້​ບໍ່​ວ່າຝ່າຍໃດ​ທີ່​ກຳ​ອຳນາດ​ຢູ່ ຢູ​ແກຼນ.

ຕອບກັບ

ຂ່າວ/ບົດ​ອື່ນ