ສະ​ພາບ​ການ​ຢູ່​ຕາ​ເວັນ​ອອກ​ກາງ​ປີ 2019

(VOVWORLD) -ປີ 2019, ສະພາບການຢູ່ຕາເວັນອອກກາງສືບຕໍ່ເກີດການປະທະກັນ, ການໃຊ້ຄວາມຮຸນແຮງ ແລະ ວິກິດການ. ສະພາບການລວມໃນພາກພື້ນໄດ້ຮັບການຕີລາຄາວ່າ ຊ້ອນແຝງບັນດາໄພອັນຕະລາຍຂາດສະຖຽນລະພາບສູງທີ່ສຸດ. ຕໍ່ໄປເຊີນທ່ານຟັງການສະຫລຸບຂອງນັກຂ່າວ ບາທີ ທີ່ມີຫົວຂໍ້ວ່າ: ສະພາບການຢູ່ຕາເວັນອອກກາງປີ 2019.

 

ວິກິດການຢູ່ຊີຣີຍັງບໍ່ທັນໄດ້ສິ້ນສຸດລົງ

   ຢູ່ຊີຣີ, ຊື່ງແມ່ນຈຸດສຸມໄດ້ຮັບຄວາມສົນໃຈຈາກຫາງສຽງໃນຫຼາຍປີຜ່ານມາ, ສະພາບການປະທະກັນ, ການໃຊ້ຄວາມຮຸນແຮງ ແລະ ການແບ່ງແຍກເຊື້ອຊາດຜິວພັນ, ການຍາດຊິງຜົນສະທ້ອນລະຫວ່າງປະເທດຕ່າງໆ ຍັງຄົງເກີດຂຶ້ນຢ່າງສັບສົນທີ່ສຸດ. ຮອດທ້າຍປີ 2019, ເຂດດິນແດນຂອງປະເທດ ອາຣັບ ນີ້ຍັງຕົກຢູ່ໃນສະພາບຖືກຍາດແຍ່ງກັນ ດ້ວຍການມີໜ້າດ້ານການທະຫານຂອງນັບສິບກຳລັງທີ່ແຕກຕ່າງກັນ, ໃນນັ້ນມີບັນດາກຳລັງຂອງຕ່າງປະເທດ.

    ປະຈຸບັນ, ສິ່ງທີ່ຫາງສຽງລໍຄອຍທີ່ສຸດ ນັ້ນແມ່ນສັນຕິພາບ ແລະ ສະຖຽນລະພາບໃຫ້ແກ່ປະຊາຊົນ ຊີຣີ ຍັງບໍ່ທັນໄດ້ຮັບການສ້າງຕັ້ງເທື່ອ. ການສູ້ຮົບຢ່າງດຸເດືອດກຳລັງເກີດຂຶ້ນຢູ່ Idlib ໃຕ້, ເຂດ Daraa, Damascus … ໃນຕະຫຼອດປີ 2019 ຜ່ານມາ, ສະພາບການໃຊ້ຄວາມຮຸນແຮງ ແລະ ຍາດແຍ່ງກັນ ຍັງເກີດຂຶ້ນເປັນປະຈຳຢູ່ຫຼາຍແຫ່ງໃນເຂດດິນແດນ ຊີຣີ ໂດຍມີການເຂົ້າຮ່ວມຂອງທັງບັນດາກຳລັງຕ່າງປະເທດ, ທະຫານ ແລະ ກຳລັງລຸກຮື້ຂຶ້ນ ຊີຣີ, ບັນດາອົງການກໍ່ການຮ້າຍ  ແລະ ພວກຫົວຮຸນແຮງອັນໄດ້ເຮັດໃຫ້ສາມັນຊົນນັບພັນຄົນເສຍຊີວິດ.

ການປະທະກັນລະຫວ່າງ ປາແລັດສະຕິນ ແລະ ອິດສະຣາແອັນ ອາດຈະເກີດຂຶ້ນ

  ສະພາບການບໍ່ດີອີກອັນໜຶ່ງ ໃນສະພາບການລວມກ່ຽວກັບສັນຕິພາບຢູ່ຕາເວັນອອກກາງປີ 2019 ແມ່ນຕ້ອງໄດ້ເວົ້າເຖິງການປະທະກັນທີ່ແກ່ຍາວມາເປັນເວລາຫຼາຍທົດຕະວັດທີ່ຜ່ານມາລະຫວ່າງ ປາແລັດສະຕິນ ແລະ  ອິດສະຣາແອັນ. ເລື່ອງອຳນາດການປົກຄອງອາເມລິກາ ມີບາດກ້າວເດີນເພີ່ມການສູ້ຢັນກັນລະຫວ່າງສອງຝ່າຍຢ່າງລຽນຕິດຄື: ຮັບຮອງເອົາ Jerusalem ແມ່ນນະຄອນຫຼວງຂອງ ອິດສະຣາແອັນ ແລະ ຍົກຍ້າຍສະຖານທູດ ອາເມລິກາ ໄປຍັງສະຖານທີ່ແຫ່ງນີ້; ຖະແຫຼງການສະໜັບສະໜູນສິດຂອງ ອິດສະຣາແອັນ ໃນບັນຫາກໍ່ສ້າງບັນດາເຂດຕັ້ງຖິ່ນຖານຄົງທີ່ຂອງຊາວຢິວ ໃນບັນດາເຂດດິນແດນຍຶດຄອງຂອງ ປາແລັດຕິນ ໄດ້ເຮັດໃຫ້ເກີດຄວາມເຄັ່ງຕຶງເພີ່ມຂຶ້ນຢູ່ບັນດາເຂດດິນແດນ ປາແລັດສະຕິນ ໃນຕະຫຼອດປີທີ່ຜ່ານມາ. ການຍິງທຳລາຍຄັ້ງຕ່າງໆລະຫວ່າງບັນດາມືປືນ ປາແລັດສະຕິນ ຢູ່ເຂດ Gaza ແລະ ກອງທັບອິດສະຣາແອັນໄດ້ເກີດຂຶ້ນເປັນປະຈຳ ໄດ້ສ້າງເປັນບັນຍາກາດສົງຄາມ, ຄວາມລົ້ມຫາຍຕາຍຈາກຍາມໃດກໍ່ອາດຈະເກີດຂຶ້ນ ແລະ ທຳລາຍທຸກສິ່ງທຸກຢ່າງ.

   ຫາງສຽງພາກພື້ນ ແລະ ໂລກ ໄດ້ສະແດງຄວາມວິຕົກກັງວົນອັນເລິກເຊິ່ງຕໍ່ສະພາບການບໍ່ມີທາງອອກໃນວິວັດການເຈລະຈາສັນຕິພາບຢູ່ຕາເວັນອອກກາງ, ໄດ້ຮຽກຮ້ອງຝ່າຍຕ່າງໆຫຼາຍເທື່ອແລ້ວ ເພື່ອໃຫ້ລະງັບໃຈການໃຊ້ຄວາມຮຸນແຮງ, ຫລີກລ້ຽງບາດກ້າວເດີນເຮັດໃຫ້ເພີ່ມຄວາມເຄັ່ງຕຶງ ແລະ ຄວາມມານະພະຍາຍາມກູ້ຊ່ວຍການເຈລະຈາຄັ້ງຕ່າງໆ.

ສະ​ພາບ​ການ​ຢູ່​ຕາ​ເວັນ​ອອກ​ກາງ​ປີ 2019 - ảnh 1 (ພາບປະກອບ: vov1.vov.vn)

ຄວາມເຄັ່ງຕຶງເພິ່ມຂຶ້ນຢູ່ຊ່ອງແຄບທະເລ Hormuz ມີຄວາມສ່ຽງເກີດສົງຄາມ

ໃນປີ 2019 ທີ່ຜ່ານມາ, ຢູ່ຊ່ອງແຄບທະເລ Hormuz,  ໄດ້ເກີດຄວາມເຄັ່ງຕຶງຢ່າງໜັກໜ່ວງທີ່ສຸດ. ອາເມລິກາ ແລະ ອີຣານ ເກີດການປະທະກັນດ້ານການທະຫານຢ່າງແທ້ຈິງ. ວໍຊິງຕັນ ໄດ້ຜັນຂະຫຍາຍກຸ່ມກຳປັ່ນເດີນບິນ Abraham Lincoln ໄປຍັງເຂດອ່າວ ເປີເຊຍເມື່ອເດືອນພຶດສະພາ, ສ່ວນ ເຕເຮຣານ ໄດ້ຍິງເຮືອບິນບໍ່ມີຄົນຂັບທີ່ມີມູນຄ່າ 20 ລ້ານໂດລາສະຫະລັດຂອງກອງທັບເຮືອ ອາເມລິກາ ຕົກ 5 ລໍາ. ຊ້ຳບໍ່ໜຳ, ປະທານາທິບໍດີ ອາເມລິກາ Donald Trump ໄດ້ອອກຄຳສັ່ງບຸກໂຈມຕີທາງອາກາດແນໃສ່ ອີຣານ ແຕ່ກໍ່ໄດ້ຍົກເລີກໃນຊ່ວງເວລາສຸດທ້າຍ. ຫຼັງຈາກນັ້ນ, ອີຣານ ໄດ້ຈັບກັກບັນດາກຳປັ່ນຂົນສົ່ງນ້ຳມັນຕ່າງປະເທດ ຢູ່ຊ່ອງແຄບທະເລ Hormuz ດ້ວຍບັນດາຄຳກ່າວຫາທີ່ແຕກຕ່າງກັນ.

   ຄວາມເຄັ່ງຕຶງຢູ່ຊ່ອງແຄບທະເລ Hormuz ໄດ້ສ່ອງແສງໃຫ້ເຫັນການສູ້ຢັນກັນຢ່າງດຸເດືອດຢູ່ເຂດອ່າວເປີເຊຍ ລະຫວ່າງບັນດາກຳລັງສາກົນ ແລະ ພາກພື້ນ. ເປັນຫຼາຍເທື່ອແລ້ວ, ອາເມລິກາ ແລະ ສຳພັນທະມິດ ອາຣັບບິ ຊະອຸດິ, UAE  ໄດ້ກ່າວຫາ ອີຣານ ວ່າໄດ້ຍາດຊິງຜົນສະທ້ອນດ້ວຍບັນດາກຳລັງມອບສິດຢູ່ ເຢແມນ, ຊີຣິີ ແລະ ອາຣັບ.  ກົງກັນຂ້າມ, ເຕເຮຣານ ພັດຖືວ່າ: ວໍຊິງຕັນ ໄດ້ນາບຂູ່ສັນຕິພາບຂອງພາກພື້ນ ໃນຂະນະທີ່ຜັນຂະຫຍາຍກຳປັ່ນເດີ່ນບິນ ແລະ ເຄື່ອງມືການທະຫານຫຼາຍຢ່າງ ໄປຍັງເຂດອ່າວ ເປີເຊຍ. ຫວ່າງມໍ່ໆມານີ້, ອີຣານ ປະກາດວ່າ ຈະດຳເນີນບາດກ້າວເດີນທີ 5 ເພື່ອແນໃສ່ຮັດແຄບຄຳໝັ້ນສັນຍາຂອງເຂົາເຈົ້າ ໃນຂໍ້ຕົກລົງວ່າດ້ວຍນິວເຄຼຍ ຊື່ງ ເຕເຮຣານ ໄດ້ເຊັນກັບ 6 ປະເທດມະຫາອຳນາດເມື່ອປີ 2015 ຖ້າຫາກວ່າບັນດາປະເທດ ເອີລົບ ເຂົ້າຮ່ວມຂໍ້ຕົກລົງແຕ່ບໍ່ມີບັນດາມາດຕະການອັນແທດຈິງເພື່ອຮັກສາຂໍ້ຕົກລົງດັ່ງກ່າວ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນວ່າ ຄວາມເຄັ່ງຕຶງຍັງບໍ່ທັນໄດ້ສິ້ນສຸດລົງເທື່ອ.

       

        ບັນດາຈຸດພົ້ນເດັ່ນທີ່ຫາຍາກ

        ແຕ່ກໍໂຊກດີ, ເມື່ອສະພາບການລວມຂອງພາກພື້ນ ຕາເວັນອອກກາງ ໃນປີຜ່ານມາ, ໄປຄຽງຄູ່ກັບບັນດາຈຸດທີ່ມືດມົວນັ້ນ, ຍັງມີບັນດາຈຸດພົ້ນເດັ່ນທີ່ມີວີ່ແວວຢູ່, ເຖິງວ່າໜ້ອຍກໍຕາມ. ທໍາອິດ ແມ່ນຕ້ອງເວົ້າເຖິງເລື່ອງ ຫຼຸດຜ່ອນຄວາມເຄັ່ງຕຶງໃນວິກິດການທາງການທູດ ທີ່ເກີດຂຶ້ນແຕ່ເດືອນ ມິຖຸນາ ປີ 2017 ລະຫວ່າງ 4 ປະເທດ ອາຣັບ ຄື ອາຣັບບິ ຊະອຸດິ, ສະຫະລັດ ອາຣັບ ເອມມີເລດ (UAE), ບາເຣັນ ແລະ ອີຢິບ ກັບ ກາຕາ. ໃນຕົ້ນເດືອນ ທັນວາ ທີ່ຜ່ານມາ, ອາຣັບບິ ຊະອຸດິ ໄດ້ສົ່ງຈົດໝາຍເຊື້ອເຊີນ ພະມະຫາຊີວິດ ກາຕາ  ເຂົ້າຮ່ວມກອງປະຊຸມຄັ້ງທີ 40 ຂອງ ສະພາຮ່ວມມືເຂດອ່າວ ເປີເຊີຍ (GCC) ເຊິ່ງໄດ້ດໍາເນີນຢູ່ Ryadh ໃນວັນທີ 10 ທັນວາ ຜ່ານມາ. ຮອດວັນທີ 15 ທັນວາ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ກາຕາ Mohammed bin Abdulrahman al-Thani  ໄດ້ຖະແຫຼງວ່າ ສະພາບຈົນຕາແຈ ທີ່ແກ່ຍາວມາແຕ່ດົນນານກັບ ອາຣັບບິ ຊະອຸດິ ໄດ້ຖືກທັບມ້າງແລ້ວ.

        ໄປຄຽງຄູ່ກັນນັ້ນ, ໃນສົງຄາມຕ້ານຄືນອົງການກໍ່ການຮ້າຍລັດ ອິດສະລາມ  (IS) ໄດ້ບັນລຸຜົນງານຫຼາຍຢ່າງ ນັບທັງຢູ່ ຊີຣີ ແລະ ອີຣັກ. ຂອບເຂດການເຄື່ອນໄຫວຂອງ IS ນັບມື້ນັບຖືກຮັດແຄບເຂົ້າ ແລະ ທ່ານ Abu Bakr al – Baghdadi ຫົວໂປສູງສຸດຂອງ IS ກໍ່ຖືກ ດັບສູນ ໂດຍຜູ້ຮັບຜິດຊອບໜ້າທີ່ສະເພາະຂອງ ອາເມລິກາ ຢູ່ທາງທິດຕາເວັນຕົກສຽງເໜືອ ຊີຣີ ໃນວັນທີ 26 ຕຸລາ ຜ່ານມາ.

        ແຕ່ຍິ່ງກວ່າສິ່ງໃດໝົດ, ໃນຈຸດສຸມຂອງບັນດາການກໍ່ການຮ້າຍ ແລະ ການປະທະກັນ, ຄວາມໃຝ່ຝັນ ແລະ ຄວາມມານະພະຍາຍາມສ້າງສັນຕິພາບ ຍັງຄົງປະກົດຂຶ້ນຢູ່ ແລະ ໄດ້ຮັບຄວາມສົນໃຈ, ການສະໜັບສະໜູນຢ່າງແຮງຈາກປະຊາຄົມສາກົນ. ນັ້ນແມ່ນບັນດາຈຸດໃໝ່ອ່ຽມຢ່າງແທ້ຈິງ ແລະ ເຕັມໄປດ້ວຍຄວາມຕັ້ງໜ້າ ໃນສະພາບການລວມຂອງພາກພື້ນ ຕາເວັນອອກກາງ ທີ່ປົກຄຸມໄປດ້ວຍສົງຄາມ ແລະ ການໃຊ້ຄວາມຮຸນແຮງໃນຫຼາຍປີທີ່ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ