ສະພາບການຢູ່ປະເທດເຢຍລະມັນ ພາຍຫຼັງການເລືອກຕັ້ງ

(vovworld) – ການ​ໄຊຊະນະ​ຂອງ​ນາຍົກລັດຖະມົນຕີ Angela Merkel ​ໃນ​ການ​ເລືອກ​ຕັ້ງ​ຢູ່​ເຢຍລະ​ມັນ ​ເມື່ອ​ທ້າຍ​ອາທິດ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ້ງ​ມາດ​ປາຖະໜາຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເຢຍລະ​ມັນ ​ທີ່​ສະຫງວນ​ໃຫ້​ແກ່​ນັກ​ການ​ເມືອງ​ຍິງທີ່​ມີ​ສິດ​ອຳນາດ​ກວ່າ​ໝູ່​ຢູ່​ເອີ​ລົບ​ໃນ​ອາຍຸ​ການ​ຈະ​ມາ​ເຖິງ. ​ແຕ່​ນາຍົກລັດຖະມົນຕີຍິງຜູ້​ນີ້​ ພັດ​ບໍ່​ມີ​ເວລາ​ຫຼາຍ​ເພື່ອ​ຊົມ​ໃຊ້​ໄຊຊະນະ​ດັ່ງກ່າວ, ​ເພາະວ່າ​ທ່ານ​ນາງ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ເລື່ອງ ຊອກ​ຫາ​ພັນທະ​ມິດ​ເພື່ອ​ກຳ​ອຳນາດ ກໍ່​ຄື​ສືບ​ຕໍ່​ແກ້​ໄຂ​ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ​ໃນ​ສັງຄົມ​ເຢຍລະ​ມັນ.

ສະພາບການຢູ່ປະເທດເຢຍລະມັນ ພາຍຫຼັງການເລືອກຕັ້ງ - ảnh 1

ນາຍົກລັດຖະມົນຕີ Angela Merkel

(ພາບ: tienphong.vn)

ການ​ທ້າ​ທາຍ​ທຳ​ອິດ​ສຳລັບ​ທ່ານ​ນາງ ​Angela Merkelແມ່ນ ຊອກ​ຫາ​ຄູ່​ຮ່ວມ​ມື​ຕື່ມ​ອີກ ​ເພື່ອ​ສ້າງ​ຕັ້ງ​ສຳພັນ​ທະ​ມິດ​ກຳ​ອຳນາດ. ​ຜົນ​ຂອງ​ການ​ກວດ​ບັດ​ເລືອກ​ຕັ້ງຢູ່​ສະຖານ​ທີ່​ເລືອກ​ຕັ້ງ 229 ​ແຫ່ງຂອງ​ເຢຍລະ​ມັນ​​ໃຫ້​ເຫັນ​ວ່າ, ພັນທະ​ມິດ​ປະຊາທິປະ​ໄຕ/​ສັງຄົມສາສະໜາ​ຄຣິດ (CDU/CSU) ຂອງ​ທ່ານ​ນາງນາຍົກລັດຖະມົນຕີ Angela Merkel  ຍາດ​ໄດ້​ຈຳ​ນວນ​ບັດ​ສະໜັບສະໜູນ​ສູງ​ສຸດ, ດ້ວຍ​ 41%. ​ແຕ່​​ຜົນງານ​ນີ້,     CDU/CSU ພຽງ​ແທີ່​ມີ 311 ​ໃນ​ຈຳນວນ 630 ທີ່​ນັ່ງ​ໃນ​ສະພາ​ແຫ່ງ​ຊາດ​ເທົ່າ​ນັ້ນ, ບໍ່​ຍາດໄດ້ຈຳນວນ​ທີ່​ນັ່ງ​ຢ່າງ​ພຽງພໍຕາມ​ກຳນົດ​ຂອງ​ກົດໝາຍ ດັ່ງ​ນັ້ນ​ຕ້ອງ​ຊອກ​ຫາ​ພັນທະ​ມິດ​ເພື່ອ​ສ້າງ​ຕັ້ງ​ລັດຖະບານ​ໃຫ້​ໝັ້ນຄົງ.

​ໃນ​ຂະນະ​ນັ້ນ, ພັກ​ປະຊາທິປະ​ໄຕ​ເສລີ (FDP) ​ເຊິ່ງ​ແມ່ນພັນທະ​ມິດ​ຂອງ​ທ່ານ​ນາງ Merkel ຍາດ​ໄດ້​ພຽງ 4,8% ຈຳນວນ​ບັດ​ສະໜັບສະໜູນ​ເທົ່າ​ນັ້ນ, ບໍ່​ພຽງພໍ​ເພື່ອ​ມີ​ຕົວ​ແທນ​ໃນ​ສະພາ​ແຫ່ງ​ຊາດ ຕາມ​ກຳນົດ​ຂອງ​ກົດໝາຍ​ແມ່ນ 5%. ດັ່ງ​ນັ້ນ ທ່ານ​ນາງ Merkel ຕ້ອງ​ຊອກ​ຫາ​ສຳພັນ​ທະ​ມິດ​ໃໝ່. ການ​ເຈລະຈາ​ເພື່ອ​ມີ​ສຳພັນ​ທະ​ມິດ​ໃຫຍ່​ ແມ່ນ​ຈະ​ຫຍຸ້ງຍາກ ​ແລະ ຕ້ອງ​ເສຍ​ເວລາ​ຫຼາຍ.

ຕາມ​ທຳ​ມະ​ດາ​ແລ້ວ, ທ່ານ​ນາງ Merkel ສາມາດ​ເຈລະຈາ​ສ້າງ​ຕັ້ງ​ລັດຖະບານ​ປະສົມ​ກັບ​ພັກ​ຂຽວ, ຫຼືພັກ​ປະຊາທິປະ​ໄຕ​ສັງຄົມ (SPD) ​ໄດ້. ​ແຕ່​ປະຈຸ​ບັນ, ທັງ​ສອງ​ພັກ​ນີ້​ຜັດ​ຍັງ​ເມີນ​ເສີຍ​ຕໍ່​ສິ່ງ​ດັ່ງກ່າວ. ​ເລື່ອງ​ສ້າງ​ພັນທະ​ມິດ​ກັບ SPD ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​​ເພາະວ່າ, ​ຫົວໜ້າ​ຂອງ​ພັກ​ນີ້, ທ່ານ Peer Steinbrueck ​ເຄີຍ​ຖະ​ແຫຼ​ງວ່າ ທ່ານ​ນາງ Merkel ຕ້ອງ​ຊອກ​ຫາ​ການສະໜັບສະໜູນ​​​ເອງໃຫ້​ແກ່​ຕົນ​. ປະທານ SPD, ທ່ານ Sigmar Gabriel ຖື​ວ່າ ​ເພື່ອ​ດຳ​ເນີນ​ການ​ເຈລະຈາ, ທ່ານ​ນາງ Merkel ຕ້ອງ​ຕອບ​ບັນດາ​ຄຳ​ຖາມ: ພັກ​ຂອງ​ທ່ານ​ນາງ​ຈະ​ພ້ອມ​ກັບ​ເຢຍລະ​ມັນ ​ກ້າວ​ໄປ​ໃສ, ມີ​ຄາດໝາຍ​ຄື​ແນວ​ໃດ ​ແລະ ​ເຫັນ​ດີ​ຕໍ່​ເງື່ອນ​ໄຂ​ເຈລະຈາ​ໃດ. ສ່ວນທ່ານ​ເລຂາທິການ​ໃຫຍ່ SPD ທ່ານ Andrea Nahkes ພັດ​ຢືນຢັນ​ວ່າ​ ບໍ່​ມີ​ເລື່ອງ SPD ຮັບ​ຮູ້​ຮ່ວມ​ສຳພັນ​ກັບ​ພັກ CDU/CSU. ​ໃນ​ຂະນະ​ນັ້ນ, ການ​ຮ່ວມ​ສຳພັນ​ກັບ​ພັກ​ຂຽວ ກໍ່​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ບໍ່​ແມ່ນ​ໜ້ອຍ ​ເມື່ອ​ແນວທາງ​ຂອງ CDU/CSU  ​ແລະ ພັກ​ຂຽວ ມີ​ຄວາມ​ແຕກ​ຕ່າງ​ກັນ​ຫຼາຍ​ທີ່​ສຸດ, ພິ​ເສດ​​ແມ່ນ​ໃນ​ບັນຫາ​ພາສີ​ອາກອນ.

ດັ່ງ​ນັ້ນ​, ເພື່ອ​ໃຫ້​ສະພາ​ແຫ່ງ​ຊາດ​ຊຸດ​ໃໝ່​ສາມາດ​ດຳ​ເນີນ​ກອງ​ປະຊຸມ​ສະ​ໄໝ​ທຳ​ອິດ​ໃນ​ວັນ​ທີ 22/10, ພັກ​ຂອງທ່ານ​ນາງ Merkel ຕ້ອງ​ສະ​ແດງ​ຄວາມ​ສາມາດ​ຂອງ​ຕົນ​ໃນ​ການ​ເຈລະຈາ​ເພື່ອ​ສາມາດສ້າງ​ຕັ້ງ​ພັນທະ​ມິດ​ກຳ​ອຳນາດ​ໃຫ້​ໄດ້ ​ແຕ່​ບໍ່​ສົ່ງ​ຜົນ​ສະທ້ອນ​ເຖິງ​ນະ​ໂຍບາຍ ​ເຊິ່ງ CDU/CSU  ​ໄດ້​ວາງ​ອອກ​ໃນ​ການ​ຫາ​ສຽງ​ເລືອກ​ຕັ້ງ.

ຍັງ​ມີ​ການ​ທ້າ​ທາຍ​ໜຶ່ງ​ອີກ​ສຳລັບ​ທ່ານ​ນາງ Merkel ​ແມ່ນ​ເລື່ອງ​ສືບ​ຕໍ່​ແກ້​ໄຂ​ບັນດາ​ບັນຫາ​ທີ່​ຍັງ​ຄົງ​ຄ້າງ​ໃນ​ສັງຄົມ​ເຢຍລະ​ມັນ. ນັ້ນ​ແມ່ນ​ຄວາມ​ແຕກ​ຕ່າງ​ກັນດ້ານ​ລາຍ​ຮັບນັບ​ມື້​ນັບ​ສູງ ບັນຫາ​ນີ້ພວມ​ສ້າງ​ຄວາມ​ເຄັ່ງ​ຕຶງ​ໃຫ້​​ແກ່ສັງຄົມ ​ແລະ ​ເຢຍລະ​ມັນ ​ໄດ້​ກາຍ​​ເປັນ​ປະ​ເທດ​​ທີ່ມີຈຳນວນ​ຄົນ​ໄດ້ຮັບ​​ເງິນ​ເດືອນ​ຕຳ່​ກວ່າ​ກວ່າ​ໝູ່​ຢູ່​ເອີ​ລົບຫຼາຍ​ທີ່​ສຸດ. ຄຽງ​ຂ້າງ​ນັ້ນ, ¼ ຈຳນວນ​ກຳມະກອນ​ຂອງ​ເຢຍ​ລະ​ມັນ ​ພວມ​ເຮັດ​ວຽກ​ແບບ​ຊົ່ວຄາວ ບໍ່​ເປັນ​ປົກກະຕິ ​ແລະ ມີ 7 ລ້ານ​ຄົນ​ໄດ້​ຮັບ​ເງິນ​ເດືອນ​ບໍ່​ທັນ​ຮອດ 11 USD/ຊົ່ງ​ໂມງ. ​ແຕ່​ການ​ທ້າ​ທາຍ​ນີ້​ບໍ່​ຫຼາຍ​ປານ​ໃດ, ​ເພາະວ່າ​ໃນ​ໄລຍະ​ກຳ​ອຳນາດ​ຜ່ານ​ມາ, ທ່ານ​ນາງ Merkel  ​ໄດ້​ນຳພາ​ປະ​ເທດ​ບັນລຸ​ໄດ້ຜົນ​ງານ​ບໍ່​ແມ່ນ​ໜ້ອຍ. ​ເສດຖະກິດ​ຂອງເຢຍລະ​ມັນ ບັນລຸ​ລະດັບ​ເຕີບ​ໂຕ 0.7% ​ໃນ​ງວດ​ທີ 2/2013. ອັດຕາ​ຄົນ​ວ່າງ​ງານ​ກໍ່​ຫຼຸດ​ລົງ​ຢູ່​ໃນ​ລະດັບ​ຕຳ່​ແມ່ນ 6,8%. ​ເສດຖະກິດ​ເຢຍລະ​ມັນ​ ໄດ້​ຜ່ານ​ຜ່າ​ວິ​ກິດ​ການ ​ແຕ່​ບໍ່​ປະສົບ​ກັບ​ຄວາມ​ເສຍ​ຫາຍ. ​ເຢຍລະ​ມັນ​ ຍັງ​ຄົງ​ຖືກ​ຈັດ​ອັນ​ດັບຄວາມໄວ້​ເນື້ອ​ເຊື່ອ​ໃຈ​ແມ່ນ AAA. ບັນດາປະສົບ​ການ, ຄຸນ​ນະ​ທາດ ​ແລະ ຜົນສຳ​ເລັດ​ຂອງ​ທ່ານ​ນາງ Merkel  ​ກໍ່ແມ່ນ​ເງື່ອນ​ໄຂ​ສະດວກ ​ເພື່ອ​ໃຫ້​ທ່ານ​ນາງຜັນ​ຂະຫຍາຍນະ​ໂຍບາຍ​ຂອງ​ພັກ CDU/CSU ​ດ້ວຍ​ຄວາມ​ເຊື່ອ​ໝັ້ນ.

ທ່ານ​ນາງ Merkel  ​ເຄີຍ​ກ່າວ​ປາ​ໄສ​ວ່າ “ຄວາມ​ຫຍຸ້ງຍາກ​ບໍ່​ອາດ​ກີດຂວາງ​ພວກ​ເຮົາ​ໄດ້, ຫາກ​ກົງກັນຂ້າມ ​ມັນ​ຍັງ​ເປັນ​ແຫຼ່ງປຸກລະດົມ​ກຳລັງ​ໃຈ​​ໃຫ້​ແກ່ພວກ​ເຮົາ“ ຫວັງ​ວ່າການ​ທ້າ​ທາຍ​ເຫຼົ່າ​ນັ້ນ, ອີກ​ເທື່ອ​ໜຶ່ງ​ຈະ​ເປັນ​ກຳລັງ​ໜູນ​ຊ່ວຍ​ໃຫ້ທ່ານ​ນາງ Merkel  ​ສຳ​ເລັດ​ຜົນ​ໃນ​ການ​ຊີ້​ນຳ​ນຳພາ​ປະ​ເທດ, ​ໃນ​ຕໍ່ໜ້າ​ແມ່ນ​ຊອກ​ຫາ​ສຳພັນ​ທະ​ມິດ​ໃຫ້​ໄດ້ ​ເພື່ອ​ສ້າງ​ຕັ້ງ​ລັດຖະບານ​​ເປັນ​ປົກ​ກະຕິ.

 

ຕອບກັບ

ຂ່າວ/ບົດ​ອື່ນ