ສະພາບການຢູ່ພາກພື້ນຕາເວັນອອກກາງປີ 2018: ບັນດາວິວັດທະນາການສັນຕິພາບຍັງບໍ່ທັນໄດ້ຮັບການແກ້ໄຂຢ່າງເຖິງຖອງ

(VOVWORLD) -ປີ 2018 ໄດ້ຜ່ານໄປ ແຕ່ສະພາບການຢູູ່ພາກພື້ນຕາເວັນອອກກາງ ຍັງມີຫລາຍບັນຫາຍັງບໍ່ທັນໄດ້ຮັບການແກ້ໄຂຢ່າງເຖິງຖອງ. ການປະທະກັນກ່ຽວກັບຜົນປະໂຫຍດລະຫວ່າງບັນດາພັກຝ່າຍ, ການແກ້ງແຍ້ງໄດ້ສົ່ງຜົນສະທ້ອນຢ່າງຫນັກຫນ່ວງລະຫວ່າງບັນດາປະເທດມະຫາອຳນາດເຮັດໃຫ້ພາກພື້ນນີ້ໃນປີ 2018   ເກີດຄວາມຂັດແຍ້ງ, ຄວາມເຄັ່ງຕຶງ ແລະ ການປະທະກັນຫລາຍຢ່າງ, ຍາກທີ່ຈະບັນລຸບາດກ້າວກະໂດດຂັ້ນໃນການແກ້ໄຂການປະທະກັນໃນປີ 2019 ໄດ້.

ເຖິງວ່າ ປີ 2018 ແມ່ນປີທີ່ອົງການລັດອິດສະລາມ (IS) ຢູ່ ອີຣັກ ແລະ ຊີຣີ ຖືກປະລາໄຊກໍຕາມ ແຕ່ສະພາບການຢູ່ພາກພື້ນ ຕາເວັນອອກກາງ ຍັງສັບສົນຢູ່.

ຄວາມເຄັ່ງຕຶງຍັງສືບຕໍ່ເກີດຂຶ້ນຢູ່ພາກພື້ນຕາເວັນອອກກາງ

ການປະທະກັນທີ່ແກ່ຍາວຢູ່ ຕາເວັນອອກກາງ ລະຫວ່າງ ປາແລດສະຕີນ ແລະ ອິດສະຣາແອນໃນປີ 2018 ເພີ່ມຂຶ້ນໂດຍບັງເອີນ  ເມື່ອອາເມລິກາ ຕົກລົງຮັບຮອງເອົາ Jelusalem ຊື່ງແມ່ນເຂດດິນແດນທີ່ສະດຸ້ງໄວລະຫວ່າງ ອິດສະຣາແອນ ແລະ ປາແລດສະຕີນ ແມ່ນນະຄອນຫລວງຂອງ ອິດສະຣາແອນ ແລະ ຍ້າຍສຳນັກງານສະຖານທູດ ອາເມລິກາ ຈາກ Tel Aviv ໄປຕັ້ງຢູ່ Jerusalem. ຂໍ້ຕົກລົງນີ້ ຂອງ ອາເມລິກາ ເຮັດໃຫ້ຊາວປາແລດສະຕີນ ໂກດເຄືອງ, ປິດປະຕູການເຈລະຈາກ່ຽວກັບອະນາຄົດຂອງມາດຕະການສອງລັດ ປາແລດສະຕີນ ແລະ ອິດສະຣາແອນຊື່ງດຳລົງຊີວິດຢູ່ຮ່ວມກັນໃນສັນຕິພາບ ແລະ ເຄີຍໄດ້ຮັບການຫນູນຊ່ວຍຈາກປະຊາຄົມສາກົນໃນຫລາຍປີຜ່ານມາ.

ນອກນັ້ນ ເລື່ອງສຳເນົາເອກະສານນິວເຄຼຍ ຂອງ ອີຣານ ຄິດວ່າຈະສິ້ນສຸດລົງ ແຕ່ປະຈຸບັນໄດ້ກາຍເປັນສາຍເຫດ “ເລີ່ມຕົ້ນ”ມາດຕະການລົງໂທດຂອງອາເມລິກາ ເລັ່ງໃສ່ ເຕເຮຣານ, ພາໃຫ້ເກີດຄວາມອັນຕະລາຍຫລາຍຢ່າງ. ນະໂຍບາຍປະເທດ ອາເມລິກາ ເຫນືອກວ່າສິ່ງໃດໝົດ ຂອງທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຍູ້ການພົວພັນລະຫວ່າງ ອາເມລິກາ ແລະ ອີຣານ ຕົກເຂົ້າສູ່ລະດັບຕ່ຳສຸດໃນ 1 ທົດສະວັດມານີ້. ບໍ່ພຽງແຕ່ມີຄວາມແຂງກະດ້າງໃນການຖອນຄືນຂໍ້ຕົກລົງນິວເຄຼຍກັບອີຣານ ຄັ້ງປະຫວັດສາດເທົ່ານັ້ນ ຫາກ ວໍຊີງຕັນ ຍັງເພີ່ມທະວີການຈັດວາງບັນດາຄຳສັ່ງລົງໂທດເລັ່ງໃສ່ ເຕເຮຣານອີກດ້ວຍ. ໃນຂະນະນັ້ນ ອາເມລິກາ ຍາມໃດກໍ່ຖື ອີຣານ ແມ່ນ “ໄພນາບຂູ່” ແຕະຕ້ອງເຖິງບັນດາຜົນປະໂຫຍດຍຸດທະສາດຍາວນານຂອງ ອາເມລິກາ ຢູ່ ຕາເວັນອອກກາງ, ທຳລາຍໂຄງສ້າງຄວາມໝັ້ນຄົງຢູ່ພາກພື້ນ ໂດຍ ອາເມລິກາ ສ້າງຕັ້ງທີ່ອີງໃສ່ບັນດາປະເທດພັນທະມິດຢູ່ ພາກພື້ນ ຄື: ອິດສະຣາແອນ ແລະ ຊາອຸດີ ອາຣັບບີ, ອີຣານ ກໍ່ສະແດງໃຫ້ເຫັນທັດສະນະບໍ່ຖອຍຫລັງ, ເດັດດ່ຽວບໍ່ຜ່ອນສັ້ນຜ່ອນຍາວ ເຖິງວ່າ ຖືກກຳລັງດັນຈາກບັນດາການລົງໂທດຂອງ ອາເມລິກາ ນັບມື້ນັບຫນັກຫນ່ວງກໍຕາມ. ບັນດາຄຳກ່າວຫາ, ການນາບຂູ່ເຊິ່ງກັນ ແລະກັນ ອາດຈະເຮັດໃຫ້ສົງຄາມຄັ້ງໃຫມ່ເກີດຂຶ້ນຢູ່ ພາກພື້ນ ຕາເວັນອອກກາງ.

ໃນຂະນະນັ້ນ ເສັ້ນທາງສ້າງສັນຕິພາບຢູ່ ຊີຣີ ໃນປີຜ່ານມາ ຍັງສັບສົນຢູ່. ເຖິງວ່າ ອຳນາດການປົກຄອງ ຊີຣີ ຍາດໄຊຊະນະໃນການປະທະກັນ, ສ້າງບັນດາຂໍ້ກຳນົດຂອງຕົນຢູ່ ຫລາຍເຂດໃນທົ່ວປະເທດ, ພາຍໃຕ້ການຫນູນຊ່ວຍຂອງລັດເຊຍ ແລະ ອີຣານ ແຕ່ຈຳນວນຜູ້ຖືກເສຍຊີວິດ ແລະ ບາດເຈັບໃນບັນດາການປະທະກັນນີ້ແມ່ນຫລາຍທີ່ສຸດ. ຫວ່າງມໍ່ໆມານີ້ ບັນດາອົງການບໍ່ຂຶ້ນກັບລັດຖະບານຂອງ ຊີຣີ ແລະ ຕວກກີ ໄດ້ປະກາດການສະຖິຕິທີ່ເປັນຫນ້າເຈັບແສບວ່າ ຈຳນວນສາມັນຊົນຖືກເສຍຊີວິດ ຢູ່ ຊີຣີ ໃນປີ 2018 ແມ່ນຂຶ້ນເຖິງ 7000 ຄົນ, ສູງກວ່າປີ 2017.

ໃນສະພາບການນັ້ນ, ເຢແມນ ແມ່ນປະເທດຫນຶ່ງຢູ່ ຕາເວັນອອກກາງ ກໍ່ປະເຊີນຫນ້າກັບວິກິດການມະນຸດສະທຳຢ່າງຮ້າຍແຮງທີ່ສຸດໃນໂລກ ພາຍຫລັງ 4 ປີເກີດສົງຄາມພາຍໃນ. ມີປະຊາຊົນນັບມື່ນໆຄົນຖືກເສຍຊີວິດ ແລະ ບາດເຈັບ, ນັບລ້ານໆຄົນຕ້ອງໄປອົບພະຍົບ. ການດຳລົງຊີວິດຂອງ ຊາວ ເຢແມນ 22/25 ລ້ານຄົນ ແມ່ນອີງໃສ່ການຊ່ວຍເຫລືອ ແລະ ປະຊາຊົນຢູ່ທີ່ນີ້ພວມຕົກເຂົ້າສູ່ສະພາບອຶດຫິວທີ່ຮ້າຍແຮງທີ່ສຸດໃນໂລກໃນຮອບເວລາ 100 ປີຜ່ານມາ. ເຖິງຢ່າງໃດກໍຕາມ ມາຮອດປະຈຸບັນ ມາດຕະການດ້ານການເມືອງຮອບດ້ານເພື່ອຢຸດຕິການປະທະກັນ ຍັງບໍ່ທັນຊອກໄດ້ເທື່ອ ແລະ ອະນາຄົດຂອງປະເທດນີ້ບໍ່ຮູ້ວ່າຈະຄືແນວໃດ.

        ໃນສະພາບການຂາດສະຖຽນລະພາບດ້ານການເມືອງ, ຄວາມສະຫງົບປອດໄພ , ການກໍ່ການຮ້າຍຫົວຮຸນແຮງ ນັບມື້ນັບມີໂອກາດຈະເກີດຢ່າງແຮງ, ກາຍເປັນບັນດາບັນຫາສັບສົນວຸ້ນວາຍຂອງພາກພື້ນ ຕາເວັນອອກກາງໃນ ປີ 2018.

ສະພາບການ ຕາເວັນອອກກາງ 2019 ຍັງບໍ່ທັນມີສັນຍານດີຂຶ້ນ

        ປັດຈຸບັນ, ສະພາບການ ຕາເວັນອອກກາງ ຖືກການຄອບງໍາຈາກບັນດາອິດທິກໍາລັງ ທັງຢູ່ພາຍໃນ ແລະ ນອກພາກພື້ນ ແລະ ກາຍເປັນບໍລິເວນ “ແຕະຕ້ອງ” ເຖິງຜົນປະໂຫຍດທາງຍຸດທະສາດຢ່າງດຸເດືອດລະຫວ່າງບັນດາປະເທດມະຫາອໍານາດ. ເຖິງວ່າ ວິວັດທະນາການສ້າງສັນຕິພາບຢູ່ ຊີຣີ ພວມມີບັນດາບາດກ້າວຄືບໜ້າໃດໜຶ່ງ ດ້ວຍເລື່ອງ ອາເມລິກາ ຖອນກໍາລັງທະຫານອອກຈາກ ຊີຣີ ກໍຕາມ, ແຕ່ສິ່ງດັ່ງກ່າວ ບໍ່ໝາຍຄວາມວ່າ ເລື່ອງ ອາເມລິກາ ປະລະຜົນປະໂຫຍດ ຢູ່ ຕາເວັນອອກກາງ ຫາກພຽງແຕ່ແມ່ນການຫັນປ່ຽນໄປສູ່ຍຸດທະສາດແຊກແຊງ ໂດຍມີການຄັດເລືອກເທົ່ານັ້ນ. ສໍາລັບພາກພື້ນໜຶ່ງທີ່ມີການແຊກແຊງຈາກຫຼາຍຝ່າຍເກີນໄປ ພ້ອມກັບບັນດາເປົ້າໝາຍທີ່ກົງກັນຂ້າມກັນ ຢູ່ປະເທດດັ່ງກ່າວ  ອາດຈະເຮັດໃຫ້ອະນາຄົດດ້ານການເມືອງຂອງ ຊີຣີ ບໍ່ຮູ້ວ່າຈະຄືແນວໃດ. ກໍເຊັ່ນດຽວກັນ ການປະທະກັນຢູ່ ເຢແມນ, ເຖິງວ່າ ຫາກໍມີຄວາມຫວັງພາຍຫຼັງການເຈລະຈາ ໂດຍການອຸປະຖໍາຈາກ ສະຫະປະຊາຊາດ ເມື່ອເດືອນ ທັນວາ 2018 ຜ່ານມາ, ທາດແທ້ ພຽງແຕ່ແມ່ນການຕໍ່ສູ້ດ້ວຍກໍາລັງທະຫານຕ່າງປະເທດຄັ້ງຕໍ່ໄປຢູ່ ຕາເວັນອອກກາງ. ການຕໍ່ສູ້ຍາດເອົາຜົນສະທ້ອນລະຫວ່າງສອງປະເທດມະຫາອໍານາດ ແມ່ນ ຊາອຸດິ ອາຣັບບີ ກັບ ອີຣານ, ຢືນຢູ່ເບື້ອງຫຼັງ ແມ່ນບັນດາສໍາພັນສະມິດ ຍາກທີ່ຈະແກ້ໄຂໄດ້ໃນໄລຍະຈະມາເຖິງ.

        ອາດຈະເວົ້າໄດ້ວ່າ ສະພາບການຢູ່ ຕາເວັນຕົກອອກກາງ ໃນປີ 2018 ແມ່ນຜົນລວມຂອງບັນດາຂໍ້ຂັດແຍ່ງກັນ ທີ່ມີມາແຕ່ດົນນານ ທີ່ຍັງບໍ່ທັນມີວິທີການແກ້ໄຂ, ຂອງບັນດາວິວັດທະນາການສ້າງສັນຕິພາບ ທີ່ຍັງບໍ່ທັນໄດ້ຮັບການແກ້ໄຂຢ່າງເຖິງຖອງ. ປີ 2019, ສະພາບການຜັນແປຂອງພາກພື້ນ ຍັງຊ້ອນແຝງຫຼາຍຢ່າງຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ຍ້ອນບັນດາປະເທດມະຫາອໍານາດ ພວມຊອກຫາວິທີການແກ້ໄຂຜົນປະໂຫຍດພູມມີຍຸດທະສາດຂອງຕົນ ຢູ່ພາກພື້ນສໍາຄັນນີ້.

ຕອບກັບ

ຂ່າວ/ບົດ​ອື່ນ