ສະພາບການເມືອງບໍ່ມີທາງອອກຢູ່ອີຢີບ ກ່ອນກາລະໂອກາດໄດ້ຮັບການແກ້ໄຂ

(vovworld) - ວັນ​ທີ 25/8, ພັກ  Salafish Nour, ​ເຊິ່ງ​ແມ່ນ​ພັກ​ອິດສະ​ລາມ​ໃຫຍ່​ອັນ​ດັບ 2 ຢູ່​ອີ​ຢີບ, ປະກາດ​ຈະ​ເຂົ້າ​ຮ່ວມ​ຄະນະ​ກຳມະການ​ປັບປຸງ​ລັດຖະທຳ​ມະນູນ. ​ໃນ​ຂະນະ​ທີ່ປະ​ເທດ​ອາ​ຟະ​ລິ​ກາ​ເໜືອ​ ນີ້ ພວມ​ຕົກຢູ່​ໃນ​ສະພາບ​ປະ​ທະ​ກັນ​ນັ້ນ, ຄຳ​ປະກາດ​ຂອງ​ພັກ Salafish Nour ພ້ອມ​ກັບ​ການ​ຜັນ​ແປ​ທີ່​ດີ​ອື່ນໆ​ໃນ​ເວທີການ​ເມືອງ​ໄດ້​ສ້າງ​ຄວາມ​ຫວັງ​ໃຫ້​ແກ່​ການ​ຊຸກຍູ້​ຂະ​ບວນວິວັດ​​ແຫ່ງ​ການ​ຂ້າມ​ຜ່ານ ​ໂດຍ​ກອງທັບ​ປຸກລະດົມ. ​ແຕ່​ອີ​ຢີບ ສາມາດ​ໝູນ​ໃຊ້​ບັນດາ​ກາລະ​ໂອກາດ​ນີ້​ໄດ້​ຫຼື​ບໍ, ​ເຊີນ​ທ່ານ​ຮັບ​ຟັງ​ບົດ​ຂຽນ​ຂອງ​ບັນນາທິການ​ວິທະຍຸ​ກະຈາຍສຽງ​ຫວຽດນາມ​ທີ່​ມີ​ຫົວ​ຂໍ້​ວ່າ: “ສະພາບ​ການ​ເມືອງ​ບໍ່​ມີ​ທາງ​ອອກ​ຢູ່​ອີ​ຢີບ ກ່ອນ​ກາລະ​ໂອກາດ​ໄດ້​ຮັບ​ການ​ແກ້​ໄຂ“.

ສະພາບການເມືອງບໍ່ມີທາງອອກຢູ່ອີຢີບ ກ່ອນກາລະໂອກາດໄດ້ຮັບການແກ້ໄຂ - ảnh 1

ການແຫ່ຂະບວນປະທ້ວງຂອງຊາວອີຢີບ

 (ພາບ: AFP/TTXVN)

​ພາຍຫຼັງ​ຂົ່ມຂູ່​ຖອນ​ອອກ​ຈາກ​ວິວັດທະນາ​ການ​ການ​ເມືອງ​ໂດຍ​ກອງທັບ​ປຸກລະດົມ​ຫຼາຍ​ຄັ້ງ ຍ້ອນຖືກ​ສະ​ເໜີ​​ໃຫ້ຍົກ​ເລີກບາງ​ມາດຕາ​ທີ່ກ່ຽວຂ້ອງ​​ເຖິງ​ກົດໝາຍ​ອິດສະ​ລາມ Sharia ນັ້ນ, ​ເລື່ອງພັກ Salafish Nour ປະກາດ​ເຂົ້າ​ຮ່ວມ​ຄະນະ​ກຳມະການ​ປັບປຸງ​ລັດຖະທຳ​ມະນູນ​ໄດ້​ກໍ່​ຄວາມ​ຕົກສະ​ເງີ້​ໃຫ້​ແກ່​ຫາງ​ສຽງ. ຄຳ​ປະກາດ​ນີ້​ຖືກ​ຍົກ​ອອກ​ມາ​ໃນ​ສະພາບ​ທີ່​ພັກ​ອ້າຍ​ນ້ອງ​ອິດສະ​ລາມ, ​ເຊິ່ງ​ແມ່ນ​ກຳລັງ​ອິດສະ​ລາມ​ໃຫຍ່​ກວ່າ​ໝູ່​ຢູ່​ປະ​ເທດ​ນີ້, ​ເດັດ​ດຽວ​ຄັດຄ້ານ​ລັດຖະບານ​ຊົ່ວຄາວ ​ແລະ ກອງທັບ ດ້ວຍ​ເລື່ອງ​ປຸກລະດົມ​ຂະ​ບວນການ​ແຫ່​ຂະ​ບວນປະ​ທ້ວງ​ຂະໜາດ​ໃຫຍ່​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ. ອະທິບາຍ​ກ່ຽວ​ກັບ​ຂໍ້​ຕົກລົງ​ນີ້, ຜູ້ຕາງໜ້າ​ພັກ Salafish Nour ​ໃຫ້​ຮູ້​ວ່າ, ໜຶ່ງ​ໃນ​ບັນດາ​ຈຸດປະສົງ​ເຂົ້າ​ຮ່ວມ​ຄະນະ​ກຳມະການ​ປັບປຸງ​ລັດຖະທຳ​ມະນູນນັ້ນ ​ແມ່ນ​ເພື່ອ​ແນ​ໃສ່​ຮັກສາ​ສີສັນ​ຂອງ​ອິດສະ​ລາມ​ໄວ້.

ນັກ​ໄຈ້​ແຍກ​ຫຼາຍ​ທ່ານ​ຫວັງ​ວ່າ, ການ​ກະທຳ​ຂອງ​ພັກ Salafish Nour  ຈະ​ເປັນ​ການ​ປະກອບສ່ວນ​ຊຸກຍູ້​ວິວັດ​ທະ​ນາ​ການ​ຂ້າມ​ຜ່ານ​ໂດຍ​ກອງທັບ​ປຸກລະດົມ​ເມື່ອ​ວັນ​ທີ 3/7 ພາຍຫຼັງ​ໂຄ່ນ​ລົ້ມ​ທ່ານ Morsi. ​ໃນ​ວິວັດທະນາ​ການ​ນີ້, ອີ​ຢີບຈະ​ປັບປຸງ​ລັດຖະທຳ​ມະນູນ​ປີ 2012, ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ ​ແລະ ປະທານາທິບໍດີ.

​ໃນ​ຂະນະ​ນັ້ນ, ການ​ແຫ່​ຂະ​ບວນປະ​ທ້ວງ ​ໂດຍ​ພັກ​ອ້າຍ​ນ້ອງ​ອິດສະ​ລາມ​ປຸກລະດົມ​ພວມ​ມີ​ສັນຍານ​ອ່ອນ​ລົງ. ຕົວຢ່າງ​ຄື​​ໃນການແຫ່​ຂະ​ບວນຢູ່​ເມືອງ Maadi, ​ໃກ້​ກັບ​ສຳນັກງານ​ສານ​ລັດຖະທຳ​ມະນູນ​ສູງ​ສຸດ​ທີ່ນະຄອນຫຼວງ Cairo ມີ​ຜູ້​ເຂົ້າ​ຮ່ວມພຽງ​ປະມານ 300 ຄົນ​ເທົ່າ​ນັ້ນ ​ແລະ ການ​ແຫ່​ຂະ​ບວນບາງ​ຄັ້ງ​ໂດຍ​ອົງການ​ອ້າຍ​ນ້ອງ​ອິດສະ​ລາມ​ປຸກລະດົມ​ຢູ່​ທ້ອງ​ຖີ່​ນຈຳນວນ​ໜຶ່ງ​ກໍ່​ມີ​ຂອບ​ຂະໜາດ​ນ້ອຍ. ການ​ແຫ່​ຂະ​ບວນທັງ​ໝົດ​ເຫຼົ່າ​ນັ້ນ​ບໍ່​ພາ​ໄປ​ເຖິງ​ການ​ປະ​ທະ​ກັນ​ກັບ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ ຫຼື ຊາວ​ທ້ອງ​ຖີ່​ນ. ​ເມື່ອ​ທຽບ​ໃສ່​ກ່ອນ​ນີ້ກໍ່​ເຫັນ​ວ່າ, ຈຳນວນ​ຜູ້​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນປະ​ທ້ວງ​ໂດຍ​ພັກ​ອ້າຍ​ນ້ອງ​ອິດສະ​ລາມ​ປຸກລະດົມ​ໄດ້​ຫຼຸດ​ລົງ​ຢ່າງ​ວ່ອງ​ໄວ.

ຕໍ່ໜ້າ​ສັນຍານ​ທີ່​ດີ​ດັ່ງກ່າວ, ທ່ານ Ahmed El-Meslemani, ທີ່​ປຶກສາ​ສື່ສານ​ຂອງ​ປະທານາທິບໍດີ​ຊົ່ວຄາວ​ອີ​ຢີບ, ຢືນຢັນ​ວ່າ, ປະ​ເທດ​ອາ​ຟະ​ລິ​ກາ​ເໜືອ ນີ້ ​ໄດ້ຜ່ານ​ຜ່າ​ກົນອຸບາຍ​ໂຄ່ນ​ລົ້ມ​ລັດ ​ແລະ ປະຈຸ​ບັນ​ພວມ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຕ້ານ​ຄືນ​ບັນດາ​ພາກສ່ວນ​ຫົວ​ຮຸນ​ແຮງ​ໃນ​ອົງການ​ອ້າຍ​ນ້ອງ​ອິດສະ​ລາມ (MB) ​ແລະ ບັນດາ​ກຳລັງ​ອິດສະ​ລາມ​ພັນທະ​ມິດ. ທ່ານ​ຜູ້​ນີ້​ກໍ່​ເປີດ​ເຜີຍ​ວ່າ, ລັດຖະບານ​ພວມ​ມີ​ການ​ພົບ​ປະ ​ແລະ ປຶກສາ​ຫາລື​ກັບ​ບັນດາ​ກຳລັງ​ການ​ເມືອງ​ພາຍ​ໃນ​ປະ​ເທດ, ​ໃນ​ນັ້ນ​ມີ​ພັກ Salafish Nour, ພ້ອມ​ທັງ​ຢືນຢັນ​ວ່າ ລະບອບ​ການ​ເມືອງ​​ໄລຍະ​ຂ້າມ​ຜ່ານ ​ໂດຍ​ກອງທັບ​ປຸກລະດົມ​ນັ້ນ​ພວມ​ດຳ​ເນີນ​ຢ່າງ​ຖືກ​ທິດ. ​ໃນ​ສະພາບ​ການນັ້ນ​ລັດຖະບານ​ຊົ່ວຄາວ​ອີ​ຢີບ ​ໄດ້​ຕົກລົງຖອນ​ເວລາ​ປະກາດ​ສະ​ພາວະ​ສຸກ​ເສີນ​ໃນ​ຍາມ​ກາງ​ຄືນ​ໃຫ້​ສັ້ນ​ລົງ.

​ເຖິງ​ວ່າ​ເຈົ້າ​ໜ້າ​ທີ່​ອີ​ຢີບ ປະກາດ​ຄື​ແນວ​ນັ້ນ​ກໍ່ຕາມ, ​ແຕ່ຫາງ​ສຽງ​ຍັງ​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ວ່າ, ການ​ຈັບ​ຕົວ​ບັນດາ​ສະມາຊິກ​ຂອງ​ອົງການ​ອ້າຍ​ນ້ອງ​ອິດສະ​ລາມ ອາດ​ຈະ​ພາ​ໃຫ້​ອົງການ​ນີ້​ຮ່ວມ​ສຳພັນ​ກັບ​ພາກສ່ວນ​ອິດສະ​ລາມ​ຫົວ​ຮຸນ​ແຮງ​ຂອງ​ຕ່າງປະ​ເທດ ​ເພື່ອ​ຍາດ​ເອົາ​ສິດ​ອຳນາດ. ຍິ່ງ​ກວ່າ​ນັ້ນ, ​ເລື່ອງ​ສານ​ປະກາດ​ປ່ອຍຕົວ​ປະທານາທິບໍດີ Hosni Mubarak ​ເປັນ​ອິດ​ສະລະ ກໍ່​ແມ່ນ​ສາຍ​ເຫດ​ທີ່​ອາດ​ຈະ​ເຮັດ​ໃຫ້​ສະພາ​ບມີ​ຄວາມ​ສັບສົນ​ຍິ່ງ​ຂຶ້ນ. ​ໃນ​ຂະນະ​ນັ້ນ, ລັດຖະບານ​ຊົ່ວຄາວ​ພວມປະ​ເຊີນ​ໜ້າ​ກັບ​ຄຳ​ສັ່ງ​ລົງ​ໂທດ​ຂອງ​ຝ່າຍ​ຕາ​ເວັນ​ຕົກ. ສະຫະພາບ​ເອີ​ລົບ, ​ເຊິ່ງ​ແມ່ນ​ຄູ່ຮ່ວມ​ມື​ການ​ຄ້າ​ໃຫຍ່​ກວ່າ​ໝູ່​ຂອງ​ອີ​ຢີບ, ​ໄດ້​ຕົກລົງ​ຢຸດຕິ​ການ​ຂາຍ​ອຸປະກອນ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ອາວຸດ​ໃຫ້​ອີ​ຢີບ. ອາ​ເມ​ລິ​ກາ​ ປະກາດຈະ​ພິຈາລະນາ​ຄືນ​ກ່ຽວ​ກັບແຫຼ່ງທຶນ​ໃຫ້​ປະ​ເທດ​ນີ້. ທ່ານ​ນາຍົກລັດຖະມົນຕີອີຢີບ Hazem El-Beblawi ກໍ່​ເນັ້ນ​ໜັກ​ເຖິງຄວາມ​ວິຕົກ​ກັງວົນ​ຂອງ​ຫາງ​ສຽງ ​ເມື່ອ​ຕອບ​ສຳພາດ​ຕໍ່​ຊ່ອງ​ໂທລະພາບ ABC News, ວ່າ​ປະ​ເທດ​ນີ້​ຈະ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ບາງ​ບັນຫາ​ຫຍຸ້ງຍາກ​ທີ່​ສຸດ.

ຖ້າ​ຫາກ​ລັດຖະບານ​ຊົ່ວ​ຄາວ​ຢູ່​ອີ​ຢີບບໍ່​ແກ້​ໄຂ​ສາຍ​ເຫດ​ຂອງ​ການ​ປະ​ທະ​ກັນ​​ໄດ້ຢ່າງ​ເຖິງ​ຖອງ ​ແລະ ຮູ້ໝູນ​ໃຊ້​ກາລະ​ໂອກາດ​ທີ່​ມີ​ຢູ່​ແລ້ວ, ຄວາມ​ປາຖະໜາ​ຂອງ​ປະຊາຊົນ​ປະ​ເທດ​ນີ້​ກ່ຽວ​ກັບ​ພື້ນຖານ​ການ​ເມືອງ, ​ເສດຖະກິດ​ຈະ​ບໍ່​ສາມາດປະກົດ​ຜົນເປັນ​ຈິງ​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ