ສະພາບການໃນແຫຼມເກົາຫຼີ ຍາກທີ່ຈະປົວແປງໄດ້

ເປັນ​ເອ​ກະ​ສັນ​ກັນ​ເພີ່ມ​ທະ​ວີ​ກຳ​ລັງ​ດັນ ແລະ ບັນ​ດາ​ມາດ​ຕະ​ການ​ຂວ້ຳ​ບາດ​ຕ້ານ ສ.ປ.ປ.ເກົາຫຼີ ໃນ​ຂະ​ນະ​ທີ່​ຍົງ​ຄົງ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ນຳ​ປະ​ເທດ​ອາ​ຊີ​ໃຕ້​ນີ້​ກັບ​ຄືນ​ສູ່​ການ​ເຈ​ລະ​ຈາ. ນັ້ນ​ແມ່ນ​ເນື້ອ​ໃນຂອງ​ການ​ພົບ​ປະ​ຂັ້ນ​ສູງ​ລະ​ຫວ່າງ 3 ປະ​ເທດ​ອາ​ເມ​ລິ​ກາ, ຍີ​ປຸ່ນ ແລະ ສ.ເກົາຫຼີ​ເມື່ອ​ວັນ​ທີ 27/5 ຢູ່​ນະ​ຄອນຫຼວງ​ເຊີ​ອູນ. ໃນ​ສະ​ພາ​ວະ​ທີ່​ບັນ​ດາ​ການ​ກະ​ທຳ​ທ​ີ່​ຖືກ​ຖື​ວ່າ ແມ່ນ​ການ​ເກາະ​ຜິດ ຂອງ​ພຽງ​ຢາງ​ໃນ​ໄລ​ຍະ​ມໍ່​ໆມານີ້, ບັນ​ດາ​ຖະ​ແຫຼງ​ການ​ທີ່​ແຂງ​ກະ​ດ້າງ​ຂອງ​ຫົວ​ໜ້າ​ຄະ​ນະ​ເຈ​ລະ​ຈ​າ​ຂອງ 3 ໃນ​ຈຳ​ນວນ​ບັນ​ດາ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ 6 ຝ່າຍ​ກ່ຽວ​ກັບ​ໂຄງ​ການ​ນິວ​ເຄຼຍ​ຂອງ ສ.ປ.ປ.ເກົາຫຼີ ຄາດ​ວ່າ​ຈະ​ເຮັດ​ໃຫ້​ສະ​ພາບ​ການ​ໃນ​ພາກ​ພື້ນ​ເພີ່​ມ​ຄວາມ​ເຄັ່ງ​ຕຶງ​ຂຶ້ນ.

 

ສະພາບການໃນແຫຼມເກົາຫຼີ ຍາກທີ່ຈະປົວແປງໄດ້ - ảnh 1
ທະ​ຫານ ສ.ເກົາຫຼີ ລາດ​ຕະ​ເວນ​ລຽບ​ຕາມ​ຊາຍ​ແດນ     (AP)

     ທີ່​ການ​ພົບ​ປະ​ຢູ່​ເຊີ​ອູນ, ປະ​ເທດ​ ສ.ເກົາຫຼີ, ຜູ້​ຕາງ​ໜ້າ 3 ປະ​ເທດ​ໄດ້​ເປັນ​ເອ​ກະ​ພາບ​ກັນ​ວ່າ ບັນ​ດາ​ບາດ​ກ້າວ​ເດີນ​ໃໝ່​ກ່ຽວ​ກັບ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ນິວ​ເຄຼຍ​ຂອງ ສ.ເກົາຫຼີ ໃນ​ໄລ​ຍະ​ມໍ່​ໆມານີ້ ແມ່ນ​ຮ້າຍ​ແຮງ​ທີ່​ສຸດ ແລະ ແບ່ງ​ປັນ​ກ່ຽວ​ກັບ​ຄວາມ​ຮັບ​ຮູ້ຢ່າງ​ຮີບ​ດ່ວນໃນ​ການ​ແກ້​ໄຂ​ບັນ​ຫາ. ​ຫົວ​ໜ້າ​ຄະ​ນະ​ເຈ​ລະ​ຈ​າ​ຂອງສ.ເກົາຫຼີ ທ່ານ Hwang Joon – kook ກ່າວ​ເຕືອນ​ວ່າ ພຽງ​ຢາງ​ຈະ​ຕ້ອງ​ປະ​ເຊີນ​ໜ້າ​ຕໍ່​ກຳ​ລັງ​ດັນ​ທີ່​ເພີ່ມ​ທະ​ວີ​ຂຶ້ນ​ຈາກປະ​ຊາ​ຄົມ​ໂລກ ຖ້າ​ຫາກ​ເຂົາ​ເຈົ້າ​ສືບ​ຕໍ່​ມີ​ການ​ກະ​ທຳ​ເກາະ​ຜິດ​ຄື​ໃນ​ໄລ​ຍະ​ທີ່​ຜ່ານ​ມາ ແລະ ການ​ເຮັດ​ໃຫ້​ຕົກ​ຢູ່​ໂດດ​ດຽວດ້ານ​ການ​ທູດ ແລະ ເສດ​ຖະ​ກິດ​ສຳ​ລັບ​ສ.ປ.ປ.ເກົາຫຼີ ຈະ​ໃຫຍ່ຫຼວງກວ່າ. ນອກ​ຈາກນັ້ນ, 3 ຝ່າຍ​ກໍ​ຢືນ​ຢັນ​ຄືນ​ກ່ຽວ​ກັບ​ຄຳ​ໝັ້​ນ​ສັນ​ຍາ​ສືບ​ຕໍ່​ຮ່ວມ​ມື​​ກັນຢ່າງ​ແໜ້ນ​ແຟ້ນກ່ຽວ​ກັບ​ບັນ​ດາເກົາຫຼີ ກໍ​ຄື​ຮັກ​ສາ​ຄວາມ​ເປັນ​ເອ​ກະ​ພາບ​ລະ​ຫວ່າງ 5 ຝ່າຍ ລວມ​ທັງ​ລັດ​ເຊຍ ແລະ ຈີນ.

     ບັນ​ດາ​ການ​ກະ​ທຳ​ເພີ່ມ​ທະ​ວີ​ຄວາມ​ເຄັ່ງ​ຕຶງ

  ໃນ​ຂະ​ນະ​ທີ່ສ.ປ.ປ.ເກົາຫຼີຖະ​ແຫຼງ​ດຳ​ເນີນ​ການ​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຈາກ​ກຳ​ປັ່ນ​ດຳ​ນ້ຳຢ່າງ​ສຳ​ເລັດ​ຜົນ​ເມື່ອ​ອາ​ທິດ​ແລ້ວນີ້ ຊຶ່ງ​ພວມກໍ່​ຄວາມ​ໂຕ້​ຖຽງ​ກັນຫຼາຍ​ຢ່າງນັ້ນ, ໃນ​​ມໍ່​ໆມານີ້, ປະ​ເທດນີ້​ສືບ​ຕໍ່​ຜັນ​ຂະ​ຫຍາຍກໍ່​ສ້າງບັນ​ດາ Boong – ke ທະ​ຫານ​ເທິ່ງ​ເກາະ​ຊາຍ​ແດນ​ຕິດ​ກັບສ.ເກົາຫຼີ. ຕາມ​ການ​ກ່າວ​ຫາ​ຂອງ​ເຊີ​ອູນ, ເກາະ Galdo ຫ່າງ​ຈາກ​ເສັ້ນ​ຊາຍ​ແດນ​ທາງ​ທະ​ເລ​ຕິດ​ກັບສ.ເກົາຫຼີ 2,5 ກິ​ໂລ​ແມັດ, ຊຶ່ງ​ໄດ້​ຮັບ​ການ​ປະ​ກອບ​ບັນ​ດາ​ຖານ​ຍິງ​ລູກ​ສອນ​ໄຟ ແລະ ບັນ​ດາ​ດ່ານ​ເວນ​ຍາມ​ເພື່ອ​ຕິດ​ຕາມກວດ​ກາ​ການ​ເຄື່ອນ​ໄຫວ​ຂອງ​ທະ​ຫານ​ເຮືອ ແລະ ກຳ​ປັ່ນ​ລາດ​ຕະ​ເວນສ.ເກົາຫຼີ. ຖ້າ​ຫາກວ່າ 2 ປະ​ເທດ​ເກີດ​ການ​ປະ​ທະ​ກັນ, ເກາະ Galdo ຈະ​ເປັນ​ຖານ​ທີ່​ໝັ້ນໃກ້​ທີ່​ສຸດ​ເພື່ອ​ບຸກ​ໂຈມ​ຕີ​ເກາະ​ຕ່າງໆ​​ຢູ່ໃກ້​ກັບຊາຍ​ແດນ​ຂອງ ສ.ເກົາຫຼີ. ທາງ​ຝ່າຍ ສ.ເກົາຫຼີ ຖື​ວ່າ ໄດ້​ມີ​ຄ້າຍ​ທະ​ຫານ​ຢ່າງ​ໜ້ອຍ 5 ແຫ່ງ​ໄດ້​ຮັບ​ການ​ປຸກ​ສ້າງ ແລະ ເຊີ​ອູນ​ຖື​ວ່າ ນີ້​ແມ່ນ​ໄພ​ນາບ​ຂູ່​ທີ່​ຮ້າຍ​ແຮງ. ໃນ​ທັນ​ທີ່, ກອງ​ທັບ ສ.ເກົາຫຼີ ໄດ້​ຜັນ​ຂະ​ຫຍາຍ​ບັນ​ດາ​ລູກ​ສອນ​ໄຟ Spike ດ້ວຍ​ໄລ​ຍະ​ຍິງ 20 ກິ​ໂລ​ແມັດ​ໄປ​ຍັງ 2 ເກາະ Yoonpyeong ​ແລະ   Baengnyeongdo ເພື່ອ​ປ້ອງ​ກັນພາກ​ພື້ນ.

     ກອງ​ທັບ​ອາ​ເມ​ລິ​ກາ ແລະ ສ.ເກົາຫຼີ ກ​ໍໄດ້ຂຸ້ນ​ຂ້ຽວ​ວາງ​ອອກບັນ​ດາແຜນ​ການ​ໂຕ້​ຕອບ, ໃນ​ນັ້ນ​ມີ​ທັງ​ກໍ​ລະ​ນີ​ບຸກ​ໂຈມ​ຕີ​ບັນ​ດາ​ຖານ​ທີ່ໝັ້ນກຳ​ປັ່ນ​ດຳ​ນ້ຳ​ຂອງ ສ.ປ.ປ.ເກົາຫຼີ. ອາ​ເມ​ລິ​ກາ ແລະ ສ.ເກົາຫຼີກໍ​ຍັງ​ປຶກ​ສາ​ຫາ​ລື​ການ​ຜັນ​ຂະ​ຫຍາຍ​ລະ​ບົບ​ກຳ​ປັ່ນ​ດຳ​ນ້ຳ​ຄົ້ນ​ພົບ​ບັນ​ດາ​ສັນ​ຍານ​ຂອງ​ກໍ​ລະ​ນີຍິງ​ລູກ​ສອນ​ໄຟ​ໃກ້​ຈະ​ເກີດ​ຂຶ້ນ​ເພື່ອ​ບຸກ​ໂຈມ​ຕີ​ທຳ​ລາຍ. ປະ​ຈຸ​ບັນ, ເຊີ​ອູນ​ພວມ​ຊັ່ງ​ຊາ​ຊື້​ປະ​ກອບ​ລະ​ບົ​ບ​ຣາ​ດາ​ຈາກ​ອິດ​ສະ​ຣາ​ແອນ​ເພື່ອ​ເປີດກວ້າງລະ​ດັບ​ປົກ​ຄຸມ​ຂອງ​ຄື້ນ​ຣາ​ດາ.

     ແງ່​ຫວັງ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ຍັງ​ບໍ່​ແນ່ນອນ

   ການ​ເຈ​ລະ​ຈາ 6 ຝ່າຍ​ກ່ຽວ​ກັບ​ການ​ສ້າງ​ແຫຼມເກົາຫຼີ ປອດ​ນິວ​ເຄຼຍ ທີ່​ເຄີຍຖືກ​ຕົກ​ຢູ່​ໃນ​ສະ​ພາບບໍ່​ມີທາງ​ອອກ ນັບ​ແຕ່​ເດືອນ 12 ປີ 2008 ມາ​ຮອດ​ປະ​ຈຸ​ບັນ. ບັນ​ຫາຫຼັກ​ແຫຼ່ງ​ແມ່ນ​ຢູ່​ບ່ອນ​ວ່າ ໃນ​ຂະ​ນະ​ທີ່​ອາ​ເມ​ລິ​ກາ ແລະ ບັນ​ດາ​ປະ​ເທດ​ພັນ​ທະ​ມິດ​ຢາກ​ໃຫ້​ພຽງ​ຢາງ​ຕ້ອງ​ສະ​ແດງ​ເຈດ​ຕະ​ນາ​ດີ​ດ້ວຍ​ບັນ​ດາ​ຄ​ຳ​ໝັ້ນ​ໝາຍ​ດ້ານ​ນິວ​ເຄຼຍ, ແທນ​ທີ່​ປະ​ເທດນີ້​ຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ ແລະ ບັນ​ດາ​ການ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ດ້ານ​ການ​ເມືອງ​ໃດ​ໜຶ່ງນັ້ນ, ພຽງ​ຢາງ​ພັດ​ຮຽກ​ຮ້ອງວໍ​ຊິງ​ຕັນ ແລະ ບັນ​ດາບັນ​ດາ​ປະ​ເທດ​ພັນ​ທະ​ມິດຕ້ອງ​ຮັບ​ຮອງ​ປະ​ເທດນີ້ແມ່ນ​ປະ​ເທດ​ມະ​ຫາ​ອຳ​ນາດ​ດ້ານ​ອາ​ວຸດ​ນິວ​ເຄຼຍ. ຍ້ອ​ນເຫດນີ້​ເອງ, ຫຼາຍ​ປີ​ທີ່​ຜ່ານ​ມາ, ພາກ​ພື້ນນີ້, ຍັງ​ຄົງ​ຕົກ​ຢູ່​ໃນ​ສະ​ພາບ​ສັບ​ສົນ​ເຊັ່ນ : ການ​ຍິງ​ລູກ​ສອນ​ໄຟ, ຊ້ອມ​ຮົບ, ການ​ເກາະ​ຜິດ, ຕຳ​ໜິ​ຕິ​ຕຽນ, ກ່າວ​ເຕືອນ​ຊຶ່ງ​ກັນ ແລະ ກັນ, ອັນ​ໄດ້​ເຮັດ​ໃຫ້​ເພີ່ມ​ຄວາມ​ເຄັ່ງ​ຕຶງ​ທີ່​ເຄີຍ​ມີ​ມາ​ແລ້ວ​ລະ​ຫວ່າງ 2 ພາກເກົາຫຼີ.

     ຕໍ່​ໜ້າ​ບັນ​ດາ​ການ​ຜັນ​ແປ​ໃນ​ປະ​ຈຸ​ບັນ, ແງ່​ຫວັງ​ການ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ​ກ່ຽວ​ກັບການລົບ​ລ້າງ​ອາ​ວຸດ​ນິວ​ເຄຼຍ​ໃນ​ແຫຼມເກົາຫຼີ, ຕາມ​ບັນ​ດາ​ຜູ້​ຊ່ຽວ​ຊານ​ແລ້ວ, ບັນ​ຫານີ້​ແມ່ນບໍ່​ແນ່ນອນ. ສ.ປ.ປ.ເກົາຫຼີບໍ່​ພຽງ​ແຕ່​ຍິງ​ທົດ​ລອງ​ລູກ​ສອນ​ໄຟ​ນຳ​ວິ​ຖີ​ຈາກ​ກຳ​ປັ່ນ​ດຳ​ນ້ຳຢ່າງ​ສຳ​ເລັດ​ຜົນ​ເທົ່າ​ນັ້ນ, ຫາກ​ຍັງ​ຖະ​ແຫຼງວ່າ ປະ​ຈຸ​ບັນ ຍັງ​ສາ​ມາດ​ຕິດ​ຫົວ​ນິວ​ເຄຼຍ​ໃສ່​ລູກ​ສອນ​ໄຟ​ອີກ​ດ້ວຍ. ໃນ​ວັນ​ທີ 28/5, ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ ແລະ ສ.ເກົາຫຼີ ໄດ້​ໄປ​ຍັງ​ປັກກິງເພື່ອ​ພົບ​ປະ​ກັບ​ຄູ່​ຕຳ​ແໜ່ງ​ຂອງ​ຈີນ ເພື່ອ​ປາດ​ຖະ​ໜາ​ວ່າ ປັກ​ກິງ​ຈະ​ໃຊ້​ການ​ສົ່ງ​ຜົນ​ສະ​ທ້ອນ​ຂອງ​ຕົນ​ເພື່ອ​ເກ້ຍກອມ​ພຽງ​ຢາງ​ປະ​ລະ​ຄວາມ​ມັກ​ໃຫ​ຍ່​ໃຝ່​ສູງ​ດ້າ​ນ​ນິວ​ເຄຼຍ. ແຕ່​ໃນ​ສະ​ພາບ​ການ​ທີ່ ອາ​ເມ​ລິ​ກາຫັນ​ໄປ​ສູ​່​ອາ​ຊີ, ຈີນ​ກໍ​ຫວັງ​ຢາກ​ຮັກ​ສາ​ການ​ພົວ​ພັນ​ທີ່​ດີ​ກັບ​ ສ.ປ.ປ.ເກົາຫຼີ ຊຶ່ງ​ແມ່ນປະ​ເທດ​ພັນ​ທະ​ມິດຂອງ​ຕົນ ເໜືອກວ​່າ​ການ​ແກ້​ໄຂ​ໂຄງ​ການ​ນິວ​ເຄຼຍ​ຂອງ​ປະ​ເທດນີ້. ວົງ​ການ​ນັກ​ໄຈ້​ແຍກ​ຖື​ວ່າ ຝ່າຍຈີນ ຈະ​ຍັງ​ຄົງ​ຮັກ​ສາ​ທັດ​ສະ​ນະ​ບັນ​ຫາ​ນິວ​ເຄຼຍ​ຂອງ ສ.ປ.ປ.ເກົາຫຼີ ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ​ໂດຍ​ຜ່ານ​ການ​ເຈ​ລະ​ຈາ.

     ຕ​າມ​ການ​ສັງ​ເກດ​ຂອງວົງ​ການ​ນັກ​ຊ່ຽວ​ຊານ​ແລ້ວ, ບໍ່​ວ່າ​ການ​ກະ​ທຳ​ໃດໆ​ຂອງ​ແຕ່​ລະ​ຝ່າຍ​ຄື ບຸກ​ໂຈມ​ຕີ ຫຼື ປ້ອງ​ກັນ, ສະ​ພາບ​ຂາດ​ສະ​ຖຽນ​ລະ​ພາບ​ໃນ​ແຫຼມ​ເກົາຫຼີ ແມ່ນບໍ່​ມີ​ຜົນ​ປະ​ໂຫຍດ​ສຳ​ລັບ​ການ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ. ວິ​ທີ​ການ​ແກ້​ໄຂ​ໃດ​ແດ່​ສຳ​ລັບ​ບັນ​ຫາ​ນິວ​ເຄຼຍ​ຂອງ ສ.ປ.ປ.ເກົາຫຼີ ຍັງ​ຄົງ​ແມ່ນ​ຄຳ​ຖາມ ຊຶ່ງ​ມາ​ຮອດ​ປະ​ຈຸ​ບັນ, ບັນ​ດາ​ຝ່າຍ​ຍັງ​ບໍ່​ທັນ​ຊອກ​ຫາ​ໄດ້​ຄຳ​ຕອບ​ເທົ່າ​ທີ່​ຄວນເທື່ອ. ອາດ​ຈະ​ແມ່ນ​ວ່າ ບັນ​ດາ​ມາດ​ຕະ​ການ​ສ້າງ​ຄວາມ​ເຊື່ອ​ໝັ້ນ ອາດ​ຈະ​ແມ່ນ​ສ່ວນ​ໜຶ່ງ​ຂອງ​ເສັ້ນ​ທາງ​ລົບ​ລ້າງ​ອາ​ວຸດ​ນິວ​ເຄຼຍ​ໃນ​ແຫຼມເກົາຫຼີ

ຕອບກັບ

ຂ່າວ/ບົດ​ອື່ນ