ສະພາບຂາດຄວາມໝັ້ນຄົງຢູ່ຝ່າຍຕາເວັນຕົກ

(vovworld) – ​ບັນດາ​ເຫດການ​ທະຫານ​ອັງກິດ, ຝລັ່ງ ຖືກບຸກ​ໂຈມ​ຕີດ້ວຍ​ອາວຸດ​ປະຖົມ​ປະ​ຖານ ທີ່​ເກີດ​ຂຶ້ນ​ຢ່າງ​ຕໍ່​ເນື່ອງຫວ່າງ​ແລ້ວ​ນີ້ ​ໄດ້​ເຮັດ​ໃຫ້​ບັນດາ​ປະ​ເທດ​ດັ່ງກ່າວ​ຕົກ​​ເຂົ້າ​ສູ່​ສະພາບ​ເຕືອນ​ໄພ. ​ແມ່ນ​ບໍ່​ວ່າ, ນີ້​ແມ່ນ​ການ​ບຸກ​ໂຈມ​ຕີ​ເພື່ອ​ໂຕ້​ຕອບ​ເຫດ​ກໍ່​ການ​ຮ້າຍ​ຄັ້ງຕ່າງໆ ຫຼື​ ແມ່ນ​ຜົນ​ຕາມ​ມາ​ຈາກ​ແນວ​ຄິດ​ອິດສະ​ລາມ​ຫົວ​ຮຸນ​ແຮງ?  ນັ້ນ​ແມ່ນ​ສິ່ງ​ທີ່ບັນດາ​ເຈົ້າ​ໜ້າ​ທີ່​ພວມ​ຊອກ​ຫາຄຳ​ຕອບ​, ​ແຕ່​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ການ​ກະທຳ​ຂອງ ”ພວກ​ຫົວ​ຮຸນ​ແຮງ” ນີ້ ​ໄດ້​ເຮັດ​ໃຫ້​ເອີ​ລົບ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍ​ໃໝ່​ໃນ​ໄລຍະ​ຈະ​ມາ​ເຖິງ.

ສະພາບຂາດຄວາມໝັ້ນຄົງຢູ່ຝ່າຍຕາເວັນຕົກ - ảnh 1

ຕົວການ​ຢືນ​ຢູ່​ບ່ອນ​ເກີດ​ເຫດ​ຮຽກຮ້ອງ​ຜູ້​ຂ້າມ​ຖະໜົນ​ຖ່າຍຮູບ ຫຼື ຖ່າຍ​ທຳ​ວີ​ດີ​ໂອ

(ພາບ: ອິນເຕີແນດ)

​ເຫດການ​ພວກ​ອິດສະ​ລາມ​ຫົວ​ຮຸນ​ແຮງ​ຂ້າ​ພັນ​ລັນ​ແທງ​ທະຫານ​ອັງກິດ ຜູ້​ໜຶ່ງ​ຢູ່​ລອນ​ດອນ ປະ​ເທດ​ອັງກິດ ນັ້ນ, ​ໄດ້​ເຮັດ​ໃຫ້ຫາ​ງສຽງ​ວິຕົກ​ກັງວົນຫຼາຍ, ຫຼັງ​ຈາກ​ນັ້ນ​ສອງ, ສາມ​ມື້, ຢູ່​ຝລັ່ງ, ທະຫານ​ອື່ນອີກ​ຜູ້​ໜຶ່ງ​ກໍ່​ຖືກ​ແທງ​ຢ່າງ​ສາຫັດ​ຢູ່​ເຂດ​ໃຈກາງ​ສູນ​ການ​ຄ້າ​ທີ່​ຄຶກຄົມ​ໜາ​ແໜ້ນ ມໍ່​ກັບ​ໃຈກາງ​ນະຄອນຫຼວງ​ປາ​ຮີ. ສິ່ງ​ທີ່​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ ທັງ 2 ​ເຫດການ​ນີ້ ​ລ້ວນ​ແຕ່​ເກີດ​ຂຶ້ນ​ຢູ່​ເຂດ​ທີ່​ມີ​ພົນລະ​ເມືອງ​ໜາ​ແໜ້ນ​​ ​ແລະ ຜູ້​ກໍ່​ການ​ຮ້າຍ​ກໍ່ບໍ່​​ຕັ້ງ​ໃຈ​ຫຼົບ​ໜ້າ, ຫາກ​ຍັງ​ຢືນ​ຢູ່​ບ່ອນ​ເກີດ​ເຫດ​ເພື່ອ​ຮຽກຮ້ອງ​ຜູ້​ຂ້າມ​ຖະໜົນ​ຖ່າຍຮູບ ຫຼື ຖ່າຍ​ທຳ​ວີ​ດີ​ໂອ. ສາຍ​ເຫດ​ໜຶ່ງ​ດຽວ​ທີ່​ເຮັດ​ໃຫ້​ພວກ​ມັນ​ເຂັ່ນຂ້າ​ຜູ້​ບໍ່​ມີ​ໂທດ​ກ​ຳນັ້ນ ​ແມ່ນ​ເພື່​ອແກ້​ແຄ້ນ​ຕໍ່​ເລື່ອງ​ລັດຖະບານ​ອັງກິດ ​ເຂົ້າ​ຮ່ວມ​ສົງຄາມ​ຕ້ານ​ຊາວ​ອິດສະ​ລາມ, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ຊາວ​ອັງກິດ​ໂຄ່ນ​ລົ້ມ​ລັດຖະບານ. ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ​ເລື່ອງ​ຕົວ​ການ 2 ຄົນບຸກ​ໂຈມ​ຕີ​ທະຫານ​ອັງກິດ​ຜູ້​ໜຶ່ງ ​ແລະ ຖ້ອຍ​ຄຳ​ທີ່​ມີ​ລັກສະນະ​ການ​ເມືອງ ​ເຊິ່ງພວກ​ມັນ​ໄດ້​ຍົກ​ອອກ​ພາຍຫຼັງ​ກໍ່​ເຫດ​ນັ້ນ, ​ແມ່ນ​ພື້ນຖານ​ເພື່ອ​ໃຫ້​ທຸກ​ຄົນ​ເຊື່ອ​ໝັ້ນ​ວ່າ, ນີ້​ບໍ່​ແມ່ນ​ກໍລະນີ​ຂ້າ​ຄົນ​ແບບ​ທຳ​ມະ​ດາ. ກໍ່​ເຊັ່ນ​ດຽວ​ກັບ​ເຫດການ​ບຸກ​ໂຈມ​ຕີ​ຢູ່​ອັງກິດ, ​ເຖິງ​ວ່າ​ບໍ່​ທັນ​ມີ​ພື້ນຖານ​ເພື່ອ​ຢືນຢັນ​ໄດ້​ວ່າ​ມີ​ການຮ່ວມ​ສຳພັນ, ​ແຕ່​ເບິ່ງ​ວິທີ​ເຊິ່ງພວກ​ມັນ​ປະຕິບັດ​ຢູ່​ຝລັ່ງ ກໍ່​ສາມາດ​ເຫັນ​ໄດ້​ວ່າ ການ​​ບຸກ​ໂຈມ​ຕີທັງ​ສອງ​ນັ້ນ ລ້ວນ​ແຕ່​ມີ​ສາຍ​ເຫດ​ດຽວ​ກັນ. ນັ້ນ​ແມ່ນ​ການ​ແກ້​ແຄ້ນ​ ຕໍ່​ການ​ບຸກ​ໂຈມ​ຕີ​ຕ້ານ​ກໍ່​ການ​ຮ້າຍ​ຄັ້ງຕ່າງໆ​ຂອງ​ອັງກິດ ​ແລະ ຝລັ່ງ. ສຳລັບ​ອັງກິດ​ແມ່ນ​ຍ້ອນ​ເລື່ອງ​ເຂົ້າ​ຮ່ວມ​ກຳລັງ​ທະຫານ​ປະສົມທີ່​ຄຽງ​ຂ້າ​ງອາ​ເມ​ລິ​ກາ ​ໃນ​ບັ້ນ​ຮົບ​ຕ້ານ​ກໍ່​ການ​ຮ້າຍ​ຢູ່​ອາບ​ກາ​ນິສະຖານ ​ແລະ ອີ​ຮັກ. ສ່ວນ​ຝລັ່ງ ​ແມ່ນ​ຍ້ອນ​ປະ​ເທດ​ນີ້​ດຳ​ເນີນ​ບັ້ນ​ຊອກ​ຈັບ​ພວກ​ກໍ່​ການ​ຮ້າຍ​​ຢູ່​ອາ​ຟຣິກາ​ເໜືອ ​ແລະ ຫວ່າງ​ແລ້ວ​ນີ້​ແມ່ນ​ການ​ແຊກ​ແຊງ​ດ້ານ​ການ​ທະຫານ​ຢູ່​ມາລີ. ​ເວົ້າ​ແນວ​ອື່ນ, ນີ້​ບາງ​ເທື່ອ​ແມ່ນ​ຄຳປະກາດ​ສົງຄາມຂອງ​ຜູ້​ເຊື່ອ​ຖື​ສາສະໜາ​ອິດສະ​ລາມ ທີ່​ມີ​ຕໍ່​ທະຫານ​ຝ່າຍ​ຕາ​ເວັນ​ຕົກ ຍ້ອນ​ເຂົາ​ເຈົ້າ​ໄດ້​ເຂົ້າ​ຮ່ວມ​ບັ້ນ​ຮົບ​ຕ້ານ​ກໍ່​ການ​ຮ້າຍ​ຢູ່​ຫຼາຍ​ແຫ່ງ​ໃນ​ໂລກ.

ການ​ບຸກ​ໂຈມ​ຕີ​ຄັ້ງ​ຕ່າງໆ​ໃສ່​ທະຫານ​​ອັງກິດ ​ແລະ ຝລັ່ງຜ່ານ​ມາ ມີ​ລັກສະນະ​ຂອງ​ການ​ບຸກ​ໂຈມ​ຕີ​ທາງ​ສາສະໜາ​ຫຼື​ບໍ່? ມາ​ຮອດ​ປະຈຸ​ບັນ, ຍັງ​ບໍ່​ທັນ​ມີ​ມູນ​ຖານ​ເພື່ອ​ພິສູດ​ໃຫ້​ເຫັນ​ສິ່ງ​ດັ່ງກ່າວ​ເທື່ອ. ​ແຕ່​ເມື່ອ​ສັງ​ເກດ​ບັນດາ​ເຫດການ​ບຸກ​ໂຈມ​ຕີ​ໃນ​ໜຶ່ງ​ເດືອນ​ຜ່ານ​ມາ, ນັບ​ແຕ່​ເຫດການ​ວາງ​ລະ​ເບີດ​ຢູ່ Boston ຕະຫຼອດ​ຮອດ​ເຫດການ​ທີ່​ເກີດ​ຂຶ້ນ​ຢູ່​ລອນ​ດອນ ​ແລະ ປານຣີ ນັ້ນ, ສາມາດ​ເຫັນ​ໄດ້​ຢ່າງ​ຈະ​ແຈ້ງວ່າ, ບັນດາ​ເຫດ​ບຸກ​ໂຈມ​ຕີ​ດັ່ງກ່າວ​ລ້ວນ​ແຕ່​ໂດຍ​ພວກ​ກໍ່​ການ​ຮ້າຍ​ປະຕິບັດ. ຕາມ​ຜູ້​ຊ່ຽວຊານ​ຕ້ານ​ກໍ່​ການ​ຮ້າຍ​ຈຳນວນ​ໜຶ່ງ​ແລ້ວ, ບັນດາ​ເອກະສານ, ບົດ​ຂຽນ​ທີ່​ມີ​ແນວ​ຄິດ​ຫົວ​ຮຸນ​ແຮງ​ນັບ​ມື້​ນັບ​ປະກົດ​ຫຼາຍ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ ຂອງ​ລັດຖະບານ​ຈຳນວນ​ໜຶ່ງ​ຢູ່​ເອີ​ລົບ, ອັນ​ໄດ້​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ເຜີຍ​ແຜ່​ຄຳ​ພີຕາ​ຍຕົວ​ຂອງ​ສາສະໜາ​ອິດສະ​ລາມ. ​ໃນ​ຂະນະ​ນັ້ນ, ຕຳຫຼວດ ​ແລະ ສືບ​ລາຊະການ​ລັບ​ຂອງ​ອັງກິດ, ຝລັ່ງ ຫຼື ອາ​ເມ​ລິ​ກາ ​ພັດ​ບໍ່​ມີ​ພາຫະນະ​ຢ່າງ​ພຽງພໍ ​ເພື່ອ​ຄົ້ນ​ພົບ​ບັນດາ​ພາກສ່ວນ​ກໍ່​ການ​ຮ້າຍ​ນີ້. ຕາມ​ບົດ​ລາຍ​ງານ​ຂອງ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ຮອນ​ລັງ​ ແລ້ວ, ​ເວທີ​ປາ​ໄສຕ່າງໆ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ ພວມ​​ເປັນ​ການ​ປຸກລະດົມບັນດາ​ການ​ກະທຳ​ຫົວ​ຮຸນ​ແຮງ​ຂະໜາດ​ນ້ອຍ ​ຄື​ເຫດ​ເຂັ່ນຂ້າທະຫານ 2 ຄັ້ງຜ່ານ​ມາ. ນັບ​ແຕ່​ປີ 2010 ມາ​ຮອດ​ປະຈຸ​ບັນ, ອັງກິດ ​ໄດ້​ທຳລາຍກວ່າ 2000 ​ເວັບ​ໄຊ ທີ່​ມີ​ເນື້ອ​ໃນກະຕຸກ​ຊຸກ​ຍູ້​ດຳ​ເນີນການ​ກໍ່​ການ​ຮ້າຍ. ປະຈຸ​ບັນ, ກົດໝາຍ​ຂອງ​ອັງກິດ​ກໍ່​ພວມ​ໄດ້​ຮັບ​ການ​ນຳ​ໃຊ້ ​ເພື່ອ​ກີດຂວາງ​ບັນດາ​ຜູ້​ທີ່​ມີ​ທ່າ​ອ່ຽງ​ຈະ​ກາຍ​ເປັນ​ບັນດາ​ພາກສ່ວນ​ຫົວ​ຮຸນ​ແຮງ​ ຂອງ​ກຳລັງ​ກໍ່​ການ​ຮ້າຍ. ​ແຕ່​ຄວາມ​ມານະ​ພະຍາຍາມ​ກີດຂວາງ ”ຂະ​ບວນການ​ຫັນ​ເປັນ​ຫົວ​ຮຸນ​ແຮງ” ​ໃນ​ປະຊາ​ຄົມ​ຊາວ​ມຸດ​ສະ​ລິນ ພັດ​ປະສົບ​ກັບ​ການ​ໂຕ້​ຖຽງ​ກັນ​ພາຍ​ໃນ​ອຳນາດ​ການ​ປົກຄອງ​ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ, ​ໃນ​ນັ້ນຝ່າຍ​ໜຶ່ງ​ມີ​ທັດສະນະ​ເຄົາລົບ​ສິດ​ເສລີ​ໃນ​ການ​ປາກ​ເວົ້າ ​ແລະ ຝ່າຍ​ໜຶ່ງ​ເຄົາລົບ​ຍຸດ​ທະ​ສາດ​ຕ້ານ​ກໍ່​ການ​ຮ້າຍ​ຢ່າງ​ແຮງ.

ປະຈຸ​ບັນ, ສາຍ​ເຫດ​ຂອງ​ການ​ບຸກ​ໂຈມ​ຕີ 2 ຄັ້ງ​ຢູ່​ປາ​ຮີ ​ແລະ ລອນ​ດອນ​ບໍ່​ທັນ​ໄດ້​ຮັບ​ການ​ຢັ້ງຢືນ​ວ່າ ມີ​ການ​ກ່ຽວຂ້ອງ​ເຖິງ​ບັນດາ​ອົງການ​ກໍ່​ການ​ຮ້າຍ​ຫຼື​ບໍ. ​ແຕ່​ບັນດາ​ຜູ້​ຊ່ຽວຊານ​​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ, ຖ້າ​ຫາກ​ສິ່ງ​ດັ່ງກ່າວ​ໄດ້​ຮັບ​ການ​ກຳນົດ ນີ້​ຈະ​ແມ່ນ ”ຄວາມ​ຝັນ​ທີ່​ຮ້າຍ​ແຮງ​ຂອງ​ຂະ​ແໜງ​ປ້ອງ​ກັນ​ຄວາມ​ສະຫງົບ​ຝ່າຍ​ຕາ​ເວັນ​ຕົກ”. ດ້ວຍ​​ແບບ​ວິທີ​ກະທຳ​ໃໝ່​ແມ່ນ ”ຫັນ​ເປັນ​ງ່າຍດາຍ” ການ​ບຸກ​ໂຈມຕີ​​ບໍ່​ຕ້ອງ​ໃຊ້​ອາວຸດ​ທີ່​ທັນ​ສະ​ໄໝ, ດ້ວຍ​ຂະໜາດ​ນ້ອຍ ​ແຕ່​ກໍ່​ຂຶ້ນ​ໂດຍ​ບັງ​ເອີນ​ນັ້ນ, ​ເບິ່ງ​ຄື​ວ່າ​ຕົວ​ການ​ພວມ​ພະຍາຍາມ​ເຜີຍ​ແຜ່​ແນວ​ຄິດ​ຫົວ​ຮຸນ​ແຮງ ​ເພື່ອກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ​ດ້ານການ​ເມືອງ, ສັງຄົມ. ​ໃນ​ຂະນະ​ທີ່​ພວມ​ຮັບ​ມື​ກັບ​ວິ​ກິດ​ການ​ໜີ້​ສາທາລະນະນັ້ນ, ​​ແນ່ນອນ​ວ່າ, ເອີ​ລົບ​ຈະຕ້ອງ​ພະຍາຍາມ​ສຸດ​ຈິດ​ສຸດ​ໃຈ​ເພື່ອ​ຮັບ​ມື​ກັບ​ຄວາມ​ຂາດ​ສະຖຽນ​ລະ​ພາບ ​ເຊິ່ງອາດ​ຈະ​ເພີ່ມ​ຂຶ້ນ​ໃນ​ໄລຍະ​ໃກ້ໆ​ນີ້.

 

ຕອບກັບ

ຂ່າວ/ບົດ​ອື່ນ