ສະ​ພາບ​ຂາດ​ສະ​ຖຽນ​ລະ​ພາບ​ຢູ່ ອາບ​ກາ​ນີ​ສະ​ຖານ ພາຍຫຼັງ ອາ​ເມ​ລິ​ກາ ແລະ ສຳ​ພັນ​ທະ​ມິດ​ຖອນ​ທະ​ຫານ

(VOVWORLD) -ກໍ່ຖືກກັບຄວາມວິຕົກກັງວົນຂອງວົງການນັກໄຈ້ແຈກ, ກຳລັງ ຕາລີບານ ພວມເພີ່ມທະວີບັນດາການບຸກໂຈມຕີ ແລະ ຍາດຄືນສິດຄວບຄຸມເຂດດິນແດນຫຼາຍແຫ່ງຢູ່ ອາບການີສະຖານ. ການລຸກຮຶ້ຂຶ້ນຂອງ ຕາລີບານ ໄດ້ຮັບການຊຸກຍູ້ ໃນສະພາບການທີ່ກຳລັງທະຫານປະສົມສາກົນ ໂດຍ ອາເມລິກາ ນຳໜ້າ ໄດ້ຄ່ອຍໆປະຕິບັດ ແຜນການຖອນທະຫານທັງໝົດ ອອກຈາກສະໜາມຮົບແຫ່ງນີ້ສຳເລັດ.
ສະ​ພາບ​ຂາດ​ສະ​ຖຽນ​ລະ​ພາບ​ຢູ່ ອາບ​ກາ​ນີ​ສະ​ຖານ ພາຍຫຼັງ ອາ​ເມ​ລິ​ກາ ແລະ ສຳ​ພັນ​ທະ​ມິດ​ຖອນ​ທະ​ຫານ - ảnh 1

 ທະຫານລາດທ້ອງຖິ່ນຈັບອາວຸດໜູນຊ່ວຍກຳລັງ ອາບການີສະຖານ ໃນການຕໍ່ສູ້ຕ້ານ ຕາລີບານຢູ່ ແຂວງ Herat (ພາບ: Reuters)

    ໃນທ້າຍອາທິດຜ່ານມາ, ເຈົ້າໜ້າທີ່ ຕາລີບານ ທ່ານໜຶ່ງໄດ້ປະກາດວ່າ, ກຳລັງນີ້ ຍາດໄດ້ສິດຄວບຄຸມໃນເຂດດິນແດນ ອາບການີສະຖານ ປະມານ 85%. ເຖິງວ່າ, ວົງການເຈົ້າໜ້າທີ່ ອາບການີສະຖານ ໄດ້ປະຕິເສດຂ່າວດັ່ງກ່າວໂດຍທັນທີກໍ່ຕາມ, ແຕ່ມັນຍັງເຮັດໃຫ້ຫຼາຍຄົນຕອ້ງຢ້ຳຄືນຄວາມສ່ຽງທີ່ບັນດານັກຊ່ຽວຊານໄດ້ກ່າວເຕືອນແຕ່ກ່ອນແລ້ວວ່າ: ເຂດດິນແດນ ອາບການີສະຖານ ທັງໝົດ ອາດຈະຕົກເຂົ້າສູ່ກຳມືຂອງພວກທະຫານກະບົດໂດຍໄວ ພາຍຫຼັງ ອາເມລິກາ ແລະ ສຳພັນທະມິດ ໄດ້ຖອນກຳລັງທະຫານອອກຈາກເຂດດິນແດນແຫ່ງນີ້ສຳເລັດ

ສະ​ພາບ​ຂາດ​ສະ​ຖຽນ​ລະ​ພາບ​ຢູ່ ອາບ​ກາ​ນີ​ສະ​ຖານ ພາຍຫຼັງ ອາ​ເມ​ລິ​ກາ ແລະ ສຳ​ພັນ​ທະ​ມິດ​ຖອນ​ທະ​ຫານ - ảnh 2

 ອາເມລິກາ ຈະຖອນທະຫານອອກຈານ ອາບການີສະຖານ ສຳເລັດໃນເດືອນ 8/2021. (ພາບ: ABC News)

ຕາລີບານ ຍູ້ແຮງການບຸກໂຈມຕີ, ເປີດກ້ວາງການຄວບຄຸມເຂດດິນແດນ

   ໃນສະພາບການທີ່ກອງທັບ ອາເມລິກາ ໄດ້ຖອນນັກຮົບປະມານ 90% ອອກຈາກ ອາບການີສະຖານ ສຳເລັດນັ້ນ, ບັນດາມືປືນ ຕາລີບານ ພວມຍູ້ແຮງບັ້ນບຸກໂຈມຕີ ເພື່ອແນໃສ່ຍືດເອົາສິດຄວບຄຸມບັນດາເຂດດິນແດນ. ໃນທ້າຍອາທິດຜ່ານມາ, ບັນດາມືປືນ ຕາລີບານ ປະກອບອາວຸດໜັກ ໄດ້ເພີ່ມທະວີການບຸກໂຈມຕີ ບັນດາກຳລັງທະຫານລັດຖະບານ ຢູ່ແຂວງທາງທິດຕາເວັນຕົກ Herat, ຍາດສິດຄວບຄຸມດ່ານຊາຍແດນສຳຄັນສອງແຫ່ງລະຫວ່າງ ອາບການີສະຖານ ກັບ ອີຣານ ແລະ ຕວກເມນີສະຖານ. ເຈົ້າໜ້າທີ່ ອາບການີສະຖານ ທ່ານໜຶ່ງໂດຍບໍ່ເຜີຍຊື່ໃຫ້ຮູ້ວ່າ: ແຂວງ Herat ສ່ວນຫຼາຍໄດ້ຕົກເຂົ້າສູ່ກຳມືຂອງ ຕາລີບານ ແລ້ວ.

   ນອກຈາກແຂວງຍຸດທະສາດ Herat, ຕາລີບານ ກໍ່ພວມຍູ້ແຮງບັນດາບັ້ນບຸກໂຈມຕີ ເພື່ອແນໃສ່ຍາດສິດຄວບຄຸມບັນດາເຂດຊົນນະບົດ, ເຂດພູດອຍໃນເຂດດິນແດນ ອາບການີສະຖານ ເກືອບທັງໝົດ.

   ເຖິງຢ່າງໃດກໍ່ຕາມ, ສິ່ງທີ່ໜ້າວິຕົກກັງວົນແມ່ນ ຄວາມສາມາດຕໍ່ສູ້ຂອງບັນດາກຳລັງ ອາບການີສະຖານ ເມື່ອບໍ່ມີການໜູນຫຼັງຂອງກຳລັງທະຫານປະສົມ. ບົດລາຍງານຫວ່າງແລ້ວນີ້ໃຫ້ຮູ້ວ່າ: ພາຍຫຼັງພຽງ 2,3 ວັນ ທີ່ຖືກບັນດາການບຸກໂຈມຕີຂອງ ຕາລີບານ, ມີນັກຮົບ ອາບການີສະຖານ ຢ່າງໜ້ອຍສຸດ 1000 ຄົນ ໄດ້ແລ່ນໜີໄປປະເທດບ້ານໃກ້ເຮືອນຄຽງ ຕາຢີກີສະຖານ. ຈຳນວນນັກຮົບຖືກຈັບຕົວ, ລັກໜີ ຫຼືຍອມຈຳນົນ ຕາລີບານ ຍັງບໍ່ທັນໄດ້ປະກາດ, ແຕ່ລ້ວນແຕ່ໄດ້ສັງເກດວ່າ ອາດຈະມີເຖິງນັບຮ້ອຍຄົນ, ຊ້ຳບໍ່ໜຳແມ່ນຫຼາຍກ່ວາອີກ.

ອະນາຄົດທີ່ໜ້າວິຕົກກັງວົນ

   ໃນການຖະແຫຼງໃນທາງໂທລະພາບເມື່ອວັນທີ 11 ກໍລະກົດ, ທ່ານ John Kirby ໂຄສົກກະຊວງປ້ອງກັນປະເທດ ອາເມລິກາ ຍອບຮັບວ່າ: ທຳນຽບ 5 ແຈມີຄວາມວິຕົກກັງວົນຢ່າງເລິກເຊິ່ງ ກ່ຽວກັບສະພາບການຢູ່ ອາບການີສະຖານ ຂະນະທີ່ໄດ້ເວົ້າວ່າ: “ພວກຂ້າພະເຈົ້າ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງ ເມື່ອໄດ້ຕິດຕາມສະພາບຄວາມໝັ້ນຄົງທີ່ຊົ່ວຮ້າຍລົງຢ່າງໄວວາ ແລະ ການໃຊ້ຄວາມຮຸນແຮງເກີດຂຶ້ນຫຼາຍ ກໍ່ຄືທ່າບຸກໂຈມຕີໂດຍ ຕາລີບານ ພວມປະຕິບັດໃນປະຈຸບັນ”.

   ບັນດານັກສັງເກດການຖືວ່າ, ກອງທັບ ອາບການີສະຖານ ຍາກທີ່ຈະຕ້ານຄືນການບຸກໂຈມຕີຢ່າງແຮງໃນປະຈຸບັນຂອງ ຕາລີບານ ໄດ້, ຖ້າບໍ່ມີການໜູນຊ່ວຍຈາກສາກົນ. ພິເສດ, ນັກໄຈ້ແຍກຫຼາຍທ່ານ ໄດ້ສະແດງຄວາມເຫັນດີເຫັນພ້ອມກັບການຕີລາຄາຂອງອົງການສືບລາຊະການລັບ ອາເມລິກາ ໂດຍຫຼາຍແຫຼ່ງຂ່າວຄັດສະເໜີມາວ່າ: ອຳນາດການປົກຄອງສູນກາງ ອາບການີສະຖານ ໂດຍ ວໍຊິງຕັນ ໜູນຫຼັງ ຢູ່ ກາບຸນ ອາດຈະຖືກໂຄານລົ້ມໃນຮອບເວລາ 6 ເດືອນ ນັບແຕ່ວັນ ອາເມລິກາ ແລະ ສຳພັນທະມິດຖອນນັກຮົບອອກຈາກປະເທດນີ້ສຳເລັດ. ຕາມຄຳຖະແຫຼງຫຼ້າສຸດໃນອາທິດຜ່ານມາ ຂອງປະທານາທິບໍດີ ອາເມລິກາ Joe Biden ແລ້ວ, ອາເມລິກາ ຈະຢຸດຕິການມີໜ້າຂອງນັກຮົບປະເທດນີ້ທັງໝົດ ຢູ່ ອາບການີສະຖານ ໃນວັນທີ 31 ສິງຫາປີນີ້.

           

ຕອບກັບ

ຂ່າວ/ບົດ​ອື່ນ