ສະພາບຄວາມຫຍຸ້ງເຫຍືອງໃນຂະແໜງ ສືບລາຊະການລັບອາເມລິກາ

​  (vovworld)-  ເລື່ອງ​ຫວ່າງ​ແລ້ວ​ນີ້​, ອະດີດ​ພາລະ​ກອນ​ອົ​ງການສືບ​ລາຊະການ​ລັບ​ສູນ​ກາງ​ອາ​ເມ​ລິ​ກາ (CIA) Edward Snowden ໄດ້​ເປີດ​ເຜີຍ​​ທາງ​ສື່​ມວນ​ຊົນກ່ຽວ​ກັບລາຍການ​ສອດແນມ​ອິນ​ເຕີ​ເນັດ​ທັງ​ພາຍ​ໃນ ​ແລະ ຕ່າງ ປະ​ເທດ​ຂອງ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ​ອາ​ເມ​ລິ​ກາ (NSA) ຊື່​ງ​ໄດ້​ດຳເນີນ​ໃນ​ຫລາຍ​ປີຜ່ານມາ ​ໄດ້​ເຮັດ​​ໃຫ້​ປະ​ເທດ​ອາ​ເມ​ລິ​ກາ​ ສັ່ນ​ສະ​ເທືອນ ​ແລະ ​ກໍ່ຜົນ​ເສຍ​ຫາຍ​ອັນ​ໃຫ່ຍຫລວງ​ຕໍ່​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ອຳນາດ​ການ​ປົກຄອງ​ປະທາ​ນາ​ທິບໍດີ Barak Obama. ​ເຫດການ​ນີ້​ຍັງ​ສົ້ງຜົນ​ສະທ້ອນລະຫວ່າງ​ອາ​ເມ​ລິ​ກາ​ ກັບ​ບັນດາ​ຄູ່​ຮ່ວມ​ມື​ຄື: ລັດ​ເຊຍ, ຈີນ ​ແລະ ສະຫະພາບເອີ​ລົບ.

ສະພາບຄວາມຫຍຸ້ງເຫຍືອງໃນຂະແໜງ ສືບລາຊະການລັບອາເມລິກາ - ảnh 1

(ພາບປະກອບ:businessinsider.com)

​ ເຫດການ​​ເລີ່​ມ​ຕົ້ນແຕ່​ວັນ​ທີ 6/6, ຂະນະ​ທີ່​ໜັງສືພິມ​ Washington Post (ອາ​ເມ​ລິ​ກາ) ​ແລະ Guadian (ອັງກິດ) ພ້ອມ​ກັນ​ລົງ​ພິມ​ຂໍ້​ມູນຂ່າວຂອງ Edward Snowden  ກ່ຽວ​ກັບ​ເລື່ອງ​ແຕ່​ດົນ​ນານ​ມາ​ແລ້ວ, ລັດຖະບານ​ອາ​ເມ​ລິ​ກາ​ ໄດ້​ເກັບ​ກຳ​ຂໍ້​ມູນ​ສ່ວນ​ຕົວ​ຂອງ​ຜູ້ນຳ​ໃຊ້​ອິນ​ເຕີ​ເນັດ​ຢ່າງ​ປິດ​ລັບ. ຕາມ​ນັ້ນ​ແລ້ວ, ກົມ​ສືບສວນ​ສະຫະລັດ​ອາ​ເມ​ລິ​ກາ ​ແລະ ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ​ໄດ້​ຜັນ​ຂະຫຍາຍ​ລາຍການ​ທີ່​ມີ​ຊື່ລັບວ່າ PRISM ​ໃນ​ຕະຫລອດ 6 ປີຜ່ານມາ ​ເພື່ອ​ເກັບ​ກຳ​ຂໍ້​ມູນ​ຈາກ​ຄອມ​ຟີ​ວ​ເຕີ​​ແມ່​ຂອງ​ບັນດາ​ບໍລິສັດ​ອິນ​ເຕີ​ເນັດ​ໃຫ່ຍ​ເພື່ອ​ຊອກ​ຫາ​ບັນດາ​ຂໍ້ມູນອີ​​ແມວ, ​ເທບ​ວີ​ເດ​ໂອ, ຮູບ​ພາບ, ສຽງ ​ແລະ ​ເອກະສານ​ອື່ນໆ​ຂອງ​ຜູ້​ໃຊ້​ອິນ​ເຕີ​ເນັດ.

ສະພາບຄວາມຫຍຸ້ງເຫຍືອງໃນຂະແໜງ ສືບລາຊະການລັບອາເມລິກາ - ảnh 2

(ພາບ:vietnamnet.vn)

  ພາຍຫລັງ​ການ​ເປີດ​​ເຜີ​ຍຂອງ Edward Snowden, ບັນດາ​ເຈົ້າໜ້າ​ທີ່​ຫຼັກ​ແຫຼ່ງຂອງອົງການ​ປ້ອງ​ກັນ​ຄວາມ​ສະຫງົບອາ​ເມ​ລິ​ກາ ​​ໄດ້ແກ້​ຕົວ​ວ່າ: ​ລາຍການ​ລັບ​ດັ່ງກ່າວ ​ໄດ້​ຊ່ວຍ​ຄົ້ນພົບ ​ແລະ ສະກັດ​ກັ້ນກ່ວາ 50 ​ແຜນ​ການບຸກ​ໂຈມຕີກໍ່​ການ​ຮ້າຍ​ແນ່​ໃສ່​ປະ​ເທດ​ອາ​ເມ​ລິ​ກາ ​ແລະ ບັນດາ​ເປົ້າໝາຍ​ຂອງ​ອາ​ເມ​ລິ​ກາ ​ໃນ​ໂລກນັບ​ແຕ່​ຫລັງ​ເຫດການ​ກໍ່​ການ​ຮ້າຍ​ໃນ​ວັນ​ທີ 11/9/2001. ປະທາ​ນາ​ທິບໍດີ Barak Obama ຮຽກຮ້ອງ​ໃຫ້ ປຊຊ ຕ້ອງ​ເລືອກ​ເຟັ້ນລະຫວ່າງ​ດານ​ຮັກສາ​ຄວາມ​ລັບ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ແຫ່ງ​ຊາດ.

   ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ສິ່ງ​ເຮັດ​ໃຫ້ອົງການ​ສືບ​ລາຊະການ​ລັບ​ອາ​ເມ​ລິ​ກາ ມີ​ຄວາມ​ວິຕົກ​ກັງວົນ​ທີ່​ສຸດ ​ນັ້ນແມ່ນ​ເລື່ອງ​ເຂົາ​ເຈົ້າບໍ່​ທັນ​ຮູ້​ແຈ້ງວ່າ, ປະຈຸ​ບັນ, Edward Snowden ພວມ​ຮັກສາ​ເອກະສານ​ລັບ​ທີ່​ມີ​ລະດັບ​ສະດຸ້​ງ​ໄວ້​ສູງ ຫລາຍ​ເທົາ​ໃດ. ຕໍ່ໜ້າ​ໄພ​ອັນຕະລາຍ​ດັ່ງກ່າວ, ອາ​ເມ​ລິ​ກາ ​ໄດ້​ດຳ​ເນີນ​ຫລາຍ​ມາດ​ຕະການ​ເພື່ອ​ກີດຂວາງ ​ແລະ ຊອກ​ຈັບ​ Edward Snowden ຄື: ຍົກ​​ເລິກໜັງສືຜ່ານ​ແດນ​ພົນລະ​ເມືອງ​ອາ​ເມ​ລິກາ, ຕາມ​ລ່າຜູ້​ນີ້ຍ້ອນ​ໂທດ​ເຄື່ອ​ນໄຫວ​ເປັນ​ນັກ​ສືບ, ​ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ປະ​ເທດ​ຕ່າງໆ​ຈົ່ງປະ​ຕິ​ເສດ​ບໍ່ໃຫ້​ອະດີດ​ພາລະ​ກອນ CIA ຜູ້​ນີ້​ເຂົ້າ​ເມືອງ.

  ​ທຸກ​ສິ່ງທຸກ​ຢ່າງ​ບໍ່​ພຽງ​ແຕ່​​ກໍ່​ຄວາມ​ເຄັ່ງຕຶງ​ຢູ່ພາຍໃນປະ​ເທດ​ອາ​ເມ​ລິ​ກາ​ເທົ່າ​ນັ້ນ, ຫາກ​ຍັງ​ສົ່ງ​ຜົນ​ສະທ້ອນ​ເຖິງ​ການ​ພົວພັນ​ລະຫວ່າງ​ອາ​ເມ​ລິ​ກາ ກັບປະ​ເທດ​ຈຳນວນ​ໜຶ່ງ, ພິ​ເສດ​ແມ່ນຈີນ ​ແລະ ລັດ​ເຊຍ ຊື່​ງ​ເປັນ​ແຫ່ງ​ທີ່ Edward Snowden ຜ່ານ​​ແດນ​ເພື່ອ​ຂໍ​ລົບ​ໄພ​ຢູ່​ປະ​ເທດ​ທີ 3. ທັງ​ລັດ​ເຊຍ ​ແລະ ຈີນ ລ້ວນ​ແຕ່​ບໍ່​ໄດ້​ຈັບ​ຕົວກໍ່​ຄື​ສົ່ງ​ Edward Snowden ກັບ​ຄືນ​ອາ​ເມ​ລິ​ກາ ຕາມ​ຂໍ້​ສະ​ເໜີ​ຂອງ​ປະ​ເທດ​ນີ້ ​ແລະ ພ້ອມ​ກັນ​ປະຕິ​ເສດ​ບັນດາ​ຄຳ​ກ່າວ​ຫາຂອງ​ອາ​ເມ​ລິ​ກາ ​ໂດຍ​ຖື​ວ່າ: ປັກ​ກິ​ງ ​ແລະ ມົດ​ສະ​ກູ ​ກ່ຽວຂ້ອງ​ເຖິງ​ເລື່ອງ Edward Snowden ​ອອກ​ຈາກ​ຮົ່ງກົງ (ຈີນ). ທ່ານ​ນາງ ຮວາຈຸນ​ຢິງ ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ ຊີ້​ແຈ້ງວ່າ: ຄຳ​ກ່າວ​ຫາ​ຂອງ​ວໍ​ຊິງ​ຕັນ ກ່ຽວ​ກັບ​ເລື່ອງ​ລັດຖະບານ​ຈີນ ມີ​ການ​ກ່ຽວຂ້ອງ​ເຖິງ​ເຫດການ​ອອກ​ໄປ​ຂອງ Edward Snowden ​ແມ່ນ​ໄຮ້​ເຫດຜົນ. ທ່ານ​ນາງ ຮວາຈຸນ​ຢິງ ຢືນຢັນ​ວ່າ: ​ເລື່ອງຮົ່ງກົງ (ຈີນ) ອະນຸຍາດ​ໃຫ້ Edward Snowden ອອກ​ຈາກ​ເຂດ​ປົກຄອງ​ພິ​ເສດ​ນີ້ ​ແຕ່​ບໍ່​ຈັບ​ຕົວ​ເພື່ອ​ສົ່ງ​ກັບ​ຄືນ​ອາ​ເມ​ລິ​ກາ ​ແມ່ນ​ຖືກ​ຕ້ອງຕາ​ມກົດໝາຍ ​ແລະ ຮຽກຮ້ອງ​ໃຫ້​ຝ່າຍ​ຕ່າງໆ ຈົ່ງ​ເຄົາລົບ​ນັບຖື​ຄຳ​ຕັດສິນ​ຂອງ​ອຳນາດ​ການ​ປົກຄອງ​ເຂດ​ປົກຄອງ​ພິ​ເສດຮົງກົງ. ​ເຫດການ​ດັ່ງກ່າວ​​ໄດ້​​ເພີ່ມ​ຄວາມດັນໃຫ້​ຄຳ​ຖະ​ແຫລ​ງຂອງ​ຈີນ ​ທີ່​ວ່າ: ​ເຂົາ​ເຈົ້າກໍ່​​ແມ່ນ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​​ແຮກ​ເກີ. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ຕາມ​ວົງ​ການ​ນັກ​ສັງ​ເກດ​ການ​ແລ້ວ, ​ເຫດການ​ດັ່ງກ່າວ​ຍັງຈະ​ແມ່ນ​ເງົາ​ທີ່ມືດມົວ​ຕໍ່​ແງ່​ຫວັງ​ຮ່ວມມື​ກ່ຽວ​ກັບ​ບັນຫາ​ປ້ອງ​ກັນ​ຄວາມ​ໝັ້ນຄົງທາງເຄືອ​ຂ່າຍ​ອິນ​ເຕີ​ເນັດ​ລະຫວ່າງ​ຈີນ ​ແລະ ອາ​ເມ​ລິ​ກາ ຄື​ດັ່ງຄວາມ​ເຫັນ​ດີ​ເປັນ​ເອກະສັນ​ລະຫວ່າງ​ທ່ານປະທາ​ນາ​ທິບໍດີອາ​ເມ​ລິ​ກາ Barak Obama ​ແລະ ປະທານ​ປະ​ເທດ​ຈີນ​ສື​ຈີນ​ຜິ​ງ.

   ສຳລັບ​ປະ​ເທດ​ລັດ​ເຊຍ ​ແລ້ວ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ລັດ​ເຊຍ Sergei Lavrov ຢືນຢັນ​ວ່າ: ປະ​ເທດ​ນີ້​ບໍ່​ກ່ຽວຂ້ອງ​ເຖິງ​ເລື່ອງ Edward Snowden ອອກ​ຈາກຮົ່ງກົງ (ຈີນ). ຕາມ​ທ່ານ​ແລ້ວ, ບັນດາ​ຄຳ​ກ່າວ​ຫາ​ເພື່ອ​ແນ​ໃສ່​ຜູກໂທດ​ໃຫ້​ມົດ​ສະ​ກູ ​ແມ່ນ​ໄຮ້​ເຫດຜົນ ​ແລະ ບໍ່​ສາມາດ​ຮັບ​ຮູ້​ໄດ້. ກ່ອນ​ໜ້ານັ້ນ, ​ເຈົ້າໜ້າ​ທີ່​ສິດທິ​ມະນຸດ​ຂອງລັ​ດເຊຍ​ທ່ານ​ໜຶ່ງ​ກໍ​ໄດ້​ຢືນຢັນ​ວ່າ: ອາ​ເມ​ລິ​ກາ ບໍ່​ມີ​ສິດ​ຮຽກຮ້ອງ​ລັດ​ເຊຍ ຈັບ​ຕົວ ​ແລະ ສົ່ງບຸກຄົນ​ນີ້ກັບ​ຄືນ​ອາ​ເມ​ລິ​ກາ, ຍ້ອນ​ວ່າ Edward Snowden ບໍ່​ມີ​ການ​ກະທຳ​ຜິດຢູ່​ລັດ​ເຊຍ ກໍ່​ຄື​ເຈົ້າໜ້າ​ທີ່​ລັດ​ເຊຍ ກໍ່​ບໍ່​ໄດ້​ຮັບ​ບໍ່​ວ່າ​​ແຈ້ງ​ການໃດໆຈາກ​ອົງການ​ຕຳຫລວດ​ຕ້ານ​ອາດຊະຍາ​ກຳ​ສາກົນ (ອິນ​ເຕີ​ໂປ​ນ) ກ່ຽວ​ກັບ​ຄຳ​ສັ່ງ​ຈັບ​ຕົວ​ພົນລະ​ເມືອງ​ອາ​ເມ​ລິ​ກາ ຜູ້​ນີ້.

   ​ໃນ​ຂະນະ​ນັ້ນ, ສະຫະພາບ​ເອີ​ລົບ ​ພັດສະ​ແດງ​ຄວາມ​ວິຕົກ​ກັງວົນ​ກ່ຽວ​ກັບ​ໄພ​ນາບ​ຂູ່ອັນ​ຮ້າຍ​ແຮງ​ຕໍ່​ບັນດາ​ພົນລະ​ເມືອງ​ເອີ​ລົບ ຈາກ​ລາຍການ​ຕິດຕາມ​ກວດກາ​ຂະໜາດ​ໃຫ່ຍຂອງ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ຢູ່​ຟາກ​ພຸ້ນຂອງ​ມະຫາ​ສະມຸດ​ອັກ​ລັງ​ຕິກ.

  ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ, ​ເຫດການ​ຂອງອະດີດ​ພາລະ​ກອນ​ອົ​ງການສືບ​ລາຊະການ​ລັບ​ສູນ​ກາງ​ອາ​ເມ​ລິ​ກາ (CIA) Edward Snowden ​ໄດ້​ກໍ່​ຜົນ​ສະທ້ອນ​ຢ່າງ​ໜັກໜ່ວງ​ຕໍ່​ພາບ​ພົດ​ຂອງ​ປະ​ເທດ​ອາ​ເມ​ລິ​ກາ ​ແລະ ​ສະ​ແດງໃຫ້​ເຫັນ​ວ່າ: ອາ​ເມ​ລິ​ກາ ​​​ໄດ້ມີ​ການ​ກະທຳ​ຝືນ​ກັບ​ບັນດາ​ຄຳ​ຖະ​ແຫລ​ງຕຳ​ນິຕິ​ຕຽນ​ປະ​ເທດ​ຕ່າງໆ ກ່ຽວ​ກັບ​ອັນ​ທີ່​ເອີ້ນ​ວ່າ: ລະ​ເມີດ​ສິດ​ຂອງ​ພົນລະ​ເມືອງ./.

ຕອບກັບ

ຂ່າວ/ບົດ​ອື່ນ