ສະພາບນ້ຳຖ້ວມຢູ່ຈີນ ແລະ ບັນຫາຄຸ້ມຄອງແຫຼ່ງນ້ຳຢູ່ຍອດແມ່ນ້ຳ

(VOVWORLD) -ສະພາບນ້ຳຖ້ວມຢູ່ຈີນ ໄດ້ກໍ່ຄວາມເສຍຫາຍຢ່າງໃຫຍ່ຫຼວງ, ຮ້າຍແຮງເຖິງການດຳລົງຊີວິດຂອງປະຊາຊົນນັບຮ້ອຍລ້ານຄົນຢູ່ທາງພາກໃຕ້ປະເທດນີ້.
ສະພາບນ້ຳຖ້ວມຢູ່ຈີນ ແລະ ບັນຫາຄຸ້ມຄອງແຫຼ່ງນ້ຳຢູ່ຍອດແມ່ນ້ຳ - ảnh 1

ຄຽງຂ້າງບັນດາປັດໃຈຈາກການປ່ຽນແປງຂອງດິນຟ້າອາກາດແລ້ວ, ວົງການນັກຊ່ຽວຊານສາກົນຍັງໄດ້ຍົກອອກບັນດາຄຳໄຈ້ແຍກ, ຂໍ້ສັງເກດທີ່ແຕກຕ່າງກັນທີ່ກ່ຽວຂ້ອງເຖິງປະສິດທິຜົນ ກໍຄືບັນຫາຄຸ້ມຄອງແຫຼ່ງນ້ຳຈາກບັນດາເຂື່ອນໄຟຟ້ານ້ຳຕົກ ທີ່ກໍ່ສ້າງຢູ່ເຂດຍອດນ້ຳໃນການປ້ອງກັນ, ຕ້ານນ້ຳຖ້ວມ.

        ຕາມຂໍ້ມູນຈາກລັດຖະບານຈີນ ແລ້ວ, ຝົນຕົກ, ນ້ຳຖ້ວມໄດ້ເກີດຂຶ້ນໃນບໍລິເວນກວ້າງຢູ່ທາງພາກກາງ ແລະ ທາງທິດຕາເວັນອອກຂອງປະເທດນີ້ ມາຮອດປະຈຸບັນໄດ້ເຮັດໃຫ້ປະຊາຊົນກວ່າ 140 ຄົນເສຍຊີວິດ, ສົ່ງຜົນສະທ້ອນເຖິງປະຊາຊົນ 38 ລ້ານຄົນ ແລະ ທຳລາຍເຮືອນຊານ 28.000 ຫຼັງ. ນ້ຳຖ້ວມບໍ່ພຽງແຕ່ກໍ່ຄວາມເສຍຫາຍຢ່າງໜັກໜ່ວງຕໍ່ລະບົບຄັນຄູຢູ່ແມ່ນ້ຳ ຈາງແຢງ (ແຍງຊື) ຢູ່ທາງພາກໃຕ້ເທົ່ານັ້ນ, ຫາກຍັງນາບຂູ່ເຖິງລະບົບແມ່ນ້ຳ ຂວາງເຄືອ ແລະ ບັນດາແຂວງທາງພາກເໜືອອີກດ້ວຍ.

ເກີດຄວາມເສຍຫາຍຢ່າງໜັກໜ່ວງ

        ເກີດມີຝົນຕົກໜັກມານັບແຕ່ທ້າຍເດືອນ ພຶດສະພາ ຈົນມາຮອດປະຈຸບັນ ໄດ້ເຮັດໃຫ້ປະຊາຊົນນັບຮ້ອຍຄົນເສຍຊີວິດ ຫຼື ຫາຍສາບສູນ ແລະ ສົ່ງຜົນສະທ້ອນເຖິງປະຊາຊົນນັບຮ້ອຍລ້ານຄອບຄົວຢູ່ທາງພາກໃຕ້ຂອງຈີນ. ຝົນຕົກໜັກແກ່ຍາວຜິດປົກກະຕິ ຍັງກໍ່ໃຫ້ເກີດນ້ຳຖ້ວມຢ່າງຮ້າຍແຮງທີ່ສຸດໃນຮອບເວລາ 2-3 ທົດສະວັດຜ່ານມາ, ຄາດຄະເນຄວາມເສຍຫາຍໃນເບື້ອງຕົ້ນແມ່ນຂຶ້ນເຖິງ 13,5 ຕື້ USD. ລະດັບໜ້ານ້ຳຢູ່ແມ່ນ້ຳ 33 ສາຍໄດ້ເພີ່ມຂຶ້ນສູງບັນລຸລະດັບສະຖິຕິ, ໃນຂະນະທີ່ເຕືອນໄພ ນ້ຳຢູ່ແມ່ນ້ຳ 443 ສາຍໄດ້ລົ້ນຕາຝັ່ງ.

        ນັບແຕ່ຕົ້ນລະດູຝົນມາຮອດປະຈຸບັນ, ວົງການນັກຊ່ຽວຊານຈີນ ແລະ ສາກົນ ໄດ້ຍົກອອກການໄຈ້ແຍກ, ຂໍ້ສັງເກດທີ່ແຕກຕ່າງກັນຢ່າງຕໍ່ເນື່ອງ ເຊິ່ງກ່ຽວຂ້ອງເຖິງປະສິດທິຜົນ ກໍຄືກຳລັງຄວາມສາມາດໃນການປ້ອງກັນ, ຕ້ານໄພນ້ຳຖ້ວມ ແລະ ຜົນກະທົບຂອງເລື່ອງກໍ່ສ້າງເຂື່ອນໄຟຟ້າຂະໜາດໃຫຍ່ຫຼາຍເປົ້າໝາຍຂອງຈີນ. ໃນນັ້ນ, ໜ້າສົນໃຈທີ່ສຸດແມ່ນເຂື່ອນເກັບນ້ຳ ຊານສາ ທີ່ມີລວງຍາວ 2,3 ກມ, ສູງ 185 ມ, ປະຈຸບັນຍັງແມ່ນເຂື່ອນໄຟຟ້ານ້ຳຕົກໃຫຍ່ທີ່ສຸດໃນໂລກ. ເຂື່ອນໄຟຟ້ານ້ຳຕົກນີ້ໄດ້ຮັບການກໍ່ສ້າງ ແລະ ນຳເຂົ້າເຄື່ອນໄຫວນັບແຕ່ປີ 2003 ດ້ວຍຈຸດປະສົງກັນນ້ຳຖ້ວມຢູ່ລຽບຕາມແມ່ນ້ຳ ແຍງຊື. ເຖິງຢ່າງໃດກໍ່ຕາມ, ຍ້ອນມີຄວາມວິຕົກກັງວົນອາດຈະເກີດນ້ຳຖ້ວມຢູ່ຍອດນ້ຳໃນລະດູແລ້ງ ໄດ້ເຮັດໃຫ້ເຂື່ອນເກັບນ້ຳເກີນກຳນົດ ສະນັ້ນອຳນາດການປົກຄອງທ້ອງຖິ່ນໄດ້ເກັບນ້ຳຢູ່ໃນລະດັບຕ່ຳ (ດ້ວຍວິທີປ່ອຍນ້ຳຢູ່ສາຂາຍ່ານລຸ່ມແມ່ນ້ຳອອກ). ບັນດາການກະທຳດັ່ງກ່າວໄດ້ເຮັດໃຫ້ນ້ຳຖ້ວມໃນປະຈຸບັນ ໄຫຼລົງໄປຍ່ານລຸ່ມແມ່ນ້ຳ, ກໍ່ໃຫ້ເກີດນ້ຳຖ້ວມຢ່າງໜັກຢູ່ເຂດໃຕ້ເຂື່ອນ ແລະ ນັບແຕ່ຕົ້ນເດືອນ ຝົນໄດ້ຕົກໜັກເຮັດໃຫ້ລະດັບນ້ຳຢູ່ໃນເຂື່ອນເພີ່ມຂຶ້ນສູງ.

ບັນຫາການຄຸ້ມຄອງແຫຼ່ງນ້ຳຈາກຍອດນ້ຳ

        ແຕ່ດົນນານມາແລ້ວ, ນັກທໍລະນີວິທະຍາຂອງຈີນ ຫຼາຍຄົນ ໄດ້ຄັດຄ້ານການກໍ່ສ້າງເຂື່ອນຂະໜາດໃຫຍ່, ໂດຍຖືວ່າ ກຳລັງເກັບນ້ຳຂອງເຂື່ອນ ຊານສາ ກວມເອົາ ປະລິມານນ້ຳຖ້ວມພຽງແຕ່ໜ້ອຍດຽວ. ເຂື່ອນກັນນ້ຳ ຊານສາ ຢູ່ຍອດນ້ຳສາມາດ ກັນນ້ຳຖ້ວມໄດ້ແຕ່ສ່ວນໃດສ່ວນໜຶ່ງ ແລະ ຊົ່ວຄາວເທົ່ານັ້ນ ແລະ ກໍ່ປະກອບສ່ວນບໍ່ຫຼາຍຕໍ່ການຄວບຄຸມນ້ຳຖ້ວມທີ່ເກີດຂຶ້ນຍ້ອນຝົນຕົກໜັກຢູ່ເຂດຍ່ານກາງ ແລະ ຍ່ານລຸ່ມແມ່ນ້ຳ ແຍງຊື. ຕາມບັນດານັກຊ່ຽວຊານແລ້ວ, ເມື່ອກໍ່ສ້າງເຂື່ອນກັນນ້ຳ, ວົງການນັກວາງແຜນບໍ່ໄດ້ຄິດໄລ່ເຖິງກຳລັງຄວາມສາມາດໃນການດັດສົມນ້ຳຖ້ວມແບບທຳມະຊາດຂອງບັນດາແມ່ນ້ຳ ແລະ ອ່າງເກັບນ້ຳ. ຫວ່າງມໍ່ໆມານີ້, ອຳນາດການປົກຄອງຈີນ ເອງກໍ່ຍອມຮັບວ່າ ບໍ່ໄດ້ອີງໃສ່ແຕ່ເຂື່ອນກັນນ້ຳຊານສາ ເພື່ອດັດສົມນ້ຳໃຫ້ທັງເຂດທົ່ງພຽງແມ່ນ້ຳ ແຍງຊື. ຕາມບັນດານັກຊ່ຽວຊານແລ້ວ, ນ້ຳຖ້ວມຫຼາຍສຸດແມ່ນໃນທ້າຍເດືອນ ກໍລະກົດ, ຕົ້ນເດືອນ ສິງຫາ ຈະແມ່ນບົດກວດກາຢ່າງແທ້ຈິງໃຫ້ແກ່ກຳລັງຄວບຄຸມນ້ຳຖ້ວມຂອງເຂື່ອນ ຊານສາ ແລະ ສິ່ງທ້າທາຍອັນໃຫຍ່ຫຼວງຍັງຢູ່ຕໍ່ໜ້າ.

        ໃນໂລກ, ນັບມື້ນັບມີຫຼາຍຄົນຄັດຄ້ານການກໍ່ສ້າງເຂື່ອນກັນນ້ຳຂະໜາດໃຫຍ່. ປະຊາຊົນນັບມື້ນັບມານະພະຍາຍາມປົກປັກຮັກສາແມ່ນ້ຳ ແລະ ການຫາເງິນລ້ຽງຊີບທີ່ອີງໃສ່ແມ່ນ້ຳນັ້ນ ໃຫ້ຫຼຸດພົ້ນອອກຈາກຜົນກະທົບຂອງການກໍ່ສ້າງເຂື່ອນກັນນ້ຳຂະໜາດໃຫຍ່. ຄຽງຂ້າງນັ້ນ, ຮຽກຮ້ອງຕ້ອງໃຫ້ຊົດເຊີຍຄວາມເສຍຫາຍຈາກເຂື່ອນກັນນ້ຳເກົ່າກໍ່ຂຶ້ນ, ເຂົາເຈົ້າກໍ່ສະເໜີບັນດາມາດຕະການປ່ຽນແທນຢ່າງມີປະສິດທິຜົນກວ່າໃນເລື່ອງສະໜອງໄຟຟ້າ, ນ້ຳ ແລະ ຄຸ້ມຄອງນ້ຳຖ້ວມຄື: ກໍ່ສ້າງເຂື່ອນກັນນ້ຳຂະໜາດນ້ອຍ ແລະ ອະນຸຸລັກແຫຼ່ງນ້ຳ. ໃນ 2-3 ທົດສະວັດຜ່ານມາ, ມີການເຄື່ອນໄຫວຫຼາຍຢ່າງຢູ່ເວທີສາກົນໄດ້ຊີ້ໃຫ້ເຫັນຜົນກະທົບທີ່ຫຍໍ້ທໍ້ຂອງການກໍ່ສ້າງເຂື່ອນກັນນ້ຳຂະໜາດໃຫຍ່ໂດຍຕ້ອງໄດ້ຢຸດຕິການກໍ່ສ້າງ. ເຖິງຢ່າງໃດກໍ່ຕາມ, ເຂື່ອນກັນນ້ຳຂະໜາດໃຫຍ່ຫຼາຍແຫ່ງຍັງສືບຕໍ່ນາບຂູ່ເຖິງການດຳລົງຊີວິດຂອງປະຊາຊົນໃນທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ