ສະພາບເສດຖະກິດ ຫວຽດນາມ ຜ່ານການສັງເກດຂອງສື່ມວນຊົນສາກົນ

(VOVWORLD) -  ສຳນັກຂ່າວສານສາກົນຫລາຍແຫ່ງມີຂໍ້ສັງເກດລວມກ່ຽວກັບເສດຖະກິດ ຫວຽດນາມ ປີ 2021 ສືບຕໍ່ມີບັນດາບາດກ້າວຟື້ນຟູຢ່າງຕັ້ງໜ້າ. ຫວຽດນາມ ຍັງແມ່ນ “ຈຸດພົ້ນເດັ່ນ” ເມື່ອຮັກສາເສດຖະກິດມະຫາພາກເປັນປົກກະຕິ ແລະ ສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ-19 ຢ່າງຂ້ຽວຂາດ.
ສະພາບເສດຖະກິດ ຫວຽດນາມ ຜ່ານການສັງເກດຂອງສື່ມວນຊົນສາກົນ - ảnh 1ເສດຖະກິດ ຫວຽດນາມ ປີ 2021 ສືບຕໍ່ມີບັນດາບາດກ້າວຟື້ນຟູຢ່າງຕັ້ງໜ້າ (ພາບ: Getty Images)

        ດ້ວຍບັນດາໝາກຜົນທີ່ບັນລຸໄດ້ໃນການເຕີບໂຕເສດຖະກິດກໍ່ຄືການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃນປີ 2020, ຫວຽດນາມ ໄດ້ສ້າງແຫຼ່ງບັນດານໃຈໃຫ້ສື່ມວນຊົນສາກົນ. ສຳນັກຂ່າວສານສາກົນຫລາຍແຫ່ງໄດ້ເຕື້ອງເຖິງ, ໄຈ້ແຍກບັນດາຜົນງານຂອງ ຫວຽດນາມ ແລະ ມີຄວາມເຊື່ອໝັ້ນວ່າ ຫວຽດນາມ ຈະມີແງ່ຫວັງດີຂຶ້ນໃນປີ 2021.

ປີ 2021 - ປີກາລະໂອກາດຂອງ ຫວຽດນາມ

       ຕາມໜັງສືພິມ The Straits Times ຂອງ ສິງກະໂປ ແລ້ວ, ປີ 2021 ຈະແມ່ນປີກາລະໂອກາດຂອງ ຫວຽດນາມ. ບົດຂຽນໃຫ້ຂໍ້ສັງເຫດວ່າ ປີ 2021 ອາດຈະແມ່ນຈຸດເວລາບຸກທະລຸຂອງ ຫວຽດນາມ, ຍູ້ໄວລະດັບການເຕີບໂຕ ຂະນະທີ່ບັນດາໂຮງງານໃນພາກພື້ນຍັງປິດປະຕູ ແລະ ຄວາມຕ້ອງການສຳລັບບັນດາຜະລິດຕະພັນເຕັກໂນໂລຊີ, ສາທາລະນະສຸກ ແລະ ບັນດາຜະລິດຕະພັນອື່ນຍັງເພີ່ມຂຶ້ນ.

        ໜັງສືພິມ Asia Times ພັດຖືວ່າ ຍ້ອນການຄວບຄຸມໂລກລະບາດໂຄວິດ-19 ເປັນຢ່າງດີ ໃນໄລຍະຜ່ານມາໄດ້ຊ່ວຍພື້ນຖານເສດຖະກິດ ຫວຽດນາມ ລື່ນກາຍບັນດາປະເທດສ່ວນຫລາຍໃນ ອາຊີ ໃນປີ 2020. ຫວຽດນາມ ຄາດຄະເນວ່າການເຕີບໂຕ GDP ສະເລ່ຍແຕ່ລະປີແມ່ນ 7% ໃນໄລຍະ 5 ປີຈະມາເຖິງ. ເປົ້າໝາຍຂອງ ຫວຽດນາມ ແມ່ນສືບຕໍ່ຍູ້ແຮງລະດັບການຫັນປະເທດກາຍເປັນປະເທດອຸດສາຫະກຳ, ທັນສະໄໝ ແລະ ກາຍເປັນປະເທດພວມພັດທະນາທີ່ມີພື້ນຖານອຸດສາຫະກຳທັນສະໄໝ, ບັນລຸລາຍຮັບປານກາງສູງໃນປີ 2030 ແລະ ຮອດປີ 2045 ກາຍເປັນປະເທດພັດທະນາ, ມີລາຍຮັບສູງ.

        ໃນຂະນະນັ້ນ, ໜັງສືພິມ The South China Morning Post ໃຫ້ຮູ້ວ່າ ລະດັບການເຕີບໂຕ GDP ຂອງ ຫວຽດນາມ ປີ 2021 ຈະບັນລຸກ່ວາ 6%. ໃຫ້ຂໍ້ສັງເຫດເຊັ່ນດຽວກັນ, ໜັງສືພິມ The Business Times ມີຄວາມເຊື່ອໝັ້ນວ່າ ເສດຖະກິດ ຫວຽດນາມ ຈະບັນລຸເປົ້າໝາຍການເຕີບໂຕໃນປີ 2021. ໜັງສືພິມດັ່ງກ່າວມີສຳນັກງານຕັ້ງຢູ່ ຮົ່ງກົງ (ຈີນ) ພັດຫວນຄືນຄຳກ່າວປາໄສຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ທີ່ກອງປະຊຸມທາງອອນລາຍຫວ່າງແລ້ວນີ້ວ່າ ລັດຖະບານວາງເປົ້າໝາຍສູ້ຊົນບັນລຸລະດັບເຕີບໂຕ GDP 6,5% ເມື່ອທຽບໃສ່ເປົ້າໝາຍ 6% ເຊິ່ງສະພາແຫ່ງຊາດວາງອອກໃຫ້ປີ 2021. ຈາກນັ້ນ ຢັ້ງຢືນແງ່ຫວັງເຕີບໂຕເສດຖະກິດຂອງ ຫວຽດນາມ ຍິ່ງຈະແຈ້ງກ່ວາ ເມື່ອກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ວາງອອກແນວທາງຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດໃນໄລຍະຈະມາເຖິງ.

ກຳລັງໜູນສຳຄັນຫລາຍຢ່າງ

ຕາມໜັງສືພິມ The Times of India, ຫວຽດນາມ ໄດ້ປະສົບຜົນສຳເລັດໃນການຮັບມືຕໍ່ການແຜ່ລະບາດຂອງໄວຣັດ SARS-CoV-2. ພາຍໃຕ້ການນຳພາຂອງພັກກອມມູນິດ ຫວຽດນາມ, ການເຂົ້າຮ່ວມຂອງທົ່ວທັງລະບົບການເມືອງ, ການຊີ້ນຳຢ່າງໃກ້ຊິດຂອງລັດຖະບານ ແລະ ການເຂົ້າຮ່ວມຂອງທົ່ວປວງຊົນ ດ້ວຍຈິດໃຈ “ຕ້ານໂລກລະບາດຄືຕ້ານສັດຕູ”, ຫວຽດນາມ ໄດ້ລະດົມທຸກແຫຼ່ງກຳລັງເພື່ອປ້ອງກັນ, ຕ້ານ ແລະ ຄວບຄຸມໂລກລະບາດຢ່າງປະສົບຜົນສຳເລັດ. ຈາກນັ້ນ, ຫວຽດນາມ ໄດ້ປະຕິບັດຢ່າງມີປະສິດທິຜົນ “ເປົ້າໝາຍຄວບຄູ່” ທັງປ້ອງກັນ, ຕ້ານໂລກລະບາດ, ທັງຟື້ນຟູ ແລະ ພັດທະນາເສດຖະກິດ-ສັງຄົມ. ດ້ວຍຍອດຜະລິດຕະພັນພາຍໃນປະເທດ (GDP) ປີ 2020 ເພີ່ມຂຶ້ນ 2,91%, ຫວຽດນາມ ນອນໃນບັນຊີລາຍຊື່ຈຳນວນຫນ້ອຍພື້ນຖານເສດຖະກິດເຕີບໂຕສູງທີ່ສຸດໃນໂລກ. ນີ້ແມ່ນຜົນສຳເລັດໃຫຍ່ສຸດຂອງ ຫວຽດນາມ.

        ຍິ່ງໄປກ່ວານັ້ນ, ໃນຕະຫລອດປີ 2020 ທີ່ເຕັມໄປດ້ວຍສິ່ງທ້າທາຍ, ຫວຽດນາມ ຍັງສືບຕໍ່ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກ້ວາງຂວາງ ແລະ ແຮງກ່ວາອີກ. ດ້ວຍການນຳພາຂອງ ຫວຽດນາມ ໃນບົດບາດເປັນປະທານ ອາຊຽນ 2020, 10 ປະເທດສະມາຊິກ ອາຊຽນ ແລະ 5 ປະເທດຄູ່ຮ່ວມມື ໄດ້ເຊັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ຢ່າງເປັນທາງການ, ສ້າງເຂດການຄ້າເສລີໃຫຍ່ສຸດໃນໂລກ, ຊ່ວຍຊຸກຍູ້ການພັດທະນາເສດຖະກິດຂອງບັນດາປະເທດ ອາຊຽນ ແລະ ບັນດາຄູ່ຮ່ວມມື. ໄປຄຽງຄູ່ກັນນັ້ນ, ຫວຽດນາມ ຍັງມີສັນຍາການຄ້າເສລີສຳຄັນ 2 ສະບັບ ກັບສະຫະພາບ ເອີຣົບ (EVFTA) ແລະ ສະຫະພັນລາຊະອານາຈັກ ອັງກິດ ແລະ ອຽກລັງເໜືອ (UKVFTA).

        ສຳຄັນກ່ວານັ້ນ ແມ່ນກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ດຳເນີນແຕ່ວັນທີ 25 ມັງກອນ ຫາວັນທີ 1 ກຸມພາ 2021 ໄດ້ວາງເປົ້າໝາຍ, ໜ້າທີ່ພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີຕໍ່ໄປ, ໃນນັ້ນ ປີ 2021 ແມ່ນປີບານພັບ.

   ໂດຍມີຂໍ້ສັງເຫດໜ້າປະເອີບໃຈເຊັ່ນດຽວກັນ, ເວັບໄຊ Proactive ຂອງ ອັງກິດ ຄາດຄະເນວ່າ ພື້ນຖານເສດຖະກິດ ຫວຽດນາມ ຈະມີລະດັບການເຕີບໂຕກ່ວາ 6% ໃນປີ 2021 ຍ້ອນມີ “ບັນດາກຳລັງໜູນແຫ່ງການເຕີບໂຕ”. ຕາມ Proactive ແລ້ວ, ຄວາມກ້າແກ່ນໃນໄລຍະເກີດໂລກລະບາດໂຄວິດ-19 “ຊ່ວຍຍົກສູງທີ່ຕັ້ງບົດບາດຂອງ ຫວຽດນາມ ຄືດັ່ງຄູ່ຮ່ວມມືດ້ານການຄ້າໃຫຍ່” ແລະ “ຕໍ່ກຳລັງໜູນ” ໃຫ້ແກ່ບັນດາການພົວພັນການຄ້າຂອງ ຫວຽດນາມ ກັບບັນດາປະເທດອື່ນ.

        ດ້ວຍບັນດາກຳລັງໜູນສຳຄັນນີ້, ເສດຖະກິດ ຫວຽດນາມ ປີ 2021 ຈະສືບຕໍ່ມີທ່າຟື້ນຟູຢ່າງຕັ້ງໜ້າ ແລະ ບັນດາຜົນງານຂອງ ຫວຽດນາມ ກາຍເປັນແຫຼ່ງບັນດານໃຈໃຫ້ແກ່ສື່ມວນຊົນສາກົນ./.

ຕອບກັບ

ຂ່າວ/ບົດ​ອື່ນ