ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 15: ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ ເພື່ອ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ການ​ພັດ​ທະ​ນາ

(VOVWORLD) -ຕອນເຊົ້າວັນທີ 20 ກໍລະກົດ, ກ່າວຄຳເຫັນທີ່ວາລະໄຂກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດຫວຽດນາມ ຊຸດທີ 15, ທ່ານເລຂາທິການໃຫ່ຍຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຝູຈ້ອງ ໄດ້ເນັ້ນໜັກວ່າ, ໂດຍແມ່ນອົງການຜູ້ຕາງໜ້າສູງສຸດຂອງ ປຊຊ, ອົງການສິດອຳນາດແຫ່ງລັດສູງສຸດຂອງປະເທດ ສສ ຫວຽດນາມ, ສະພາແຫ່ງຊາດຫວຽດນາມ ຕ້ອງເສີມຂະຫຍາຍບັນດາຜົນງານ ແລະ ປະສົບການໃນຕະຫຼອດ 75 ປີຜ່ານມາ, ສືບຕໍ່ປ່ຽນແປງໃໝ່, ຍົກສູງຄຸນນະພາບ ແລະ ປະສິດທິຜົນການເຄື່ອນໄຫວ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ການເມືອງຂອງປະເທດຊາດໃນໄລຍະໃໝ່ເປັນຢ່າງດີ.
 
ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 15: ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ ເພື່ອ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ການ​ພັດ​ທະ​ນາ - ảnh 1

 (ພາບ:TTXVN)

      ເລີ່ມຕົ້ນບົດກ່າວປາໄສ, ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ເຊື່ອໝັ້ນວ່າ, ກອງປະຊຸມຄັ້ງປະຖົມມະເລິກ, ສະພາແຫ່ງຊາດຫວຽດນາມ ຊຸດທີ 15 ຈະເປີດໄລຍະໃໝ່ທີ່ເຕັມໄປດ້ວຍແງ່ຫວັງທີ່ດີງາມ ຂອງການເຄື່ອນໄຫວສະພາແຫ່ງຊາດ.

ສະພາແຫ່ງຊາດແຕ່ລະຊຸດລ້ວນແຕ່ສ້າງຂີດໝາຍສະເພາະ

   ໂດຍໄດ້ຢ້ຳຄືນປະຫວັດສາດກ່ວາ 75 ປີ, ດ້ວຍ 14 ອາຍຸການເຄື່ອນໄຫວຂອງສະພາແຫ່ງຊາດ, ທ່ານເລຂທິການໃຫ່ຍ ຫງວຽນຝູຈ້ອງ ເນັ້ນໜັກວ່າ: ຍາມໃດສະພາແຫ່ງຊາດກໍ່ຮ່ວມເດີນທາງພ້ອມກັບຊາດ, ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງບົດບາດ, ທີ່ຕັ້ງເປັນອົງການຜູ້ແທນສູງສຸດຂອງ ປຊຊ, ອົງການສິດອຳນາດສູງສຸດ, ບັນລຸໄດ້ຫຼາຍຜົນງານໃນບັນດາການເຄື່ອນໄຫວນິຕິທຳ, ຕິດຕາມກວດກາ, ການຕ່າງປະເທດ, ຕັດສິນບັນດາບັນດາຫາສຳຄັນ. ຕາມທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ, ເບິ່ງລວມແລ້ວ, ສະພາແຫ່ງຊາດແຕ່ລະຊຸດ ລ້ວນແຕ່ສ້າງບັນດາຂີດໝາຍສະເພາະ ແລະ ລ້ວນແຕ່ໄດ້ປະຕິບັດສຳເລັດໜ້າທີ່ໂດຍ ປຊຊ ມອບໝາຍໃຫ້, ປະຕິບັດຖືກຕ້ອງພາລະໜ້າທີ່ສ້າງລັດຖະທຳມະນູນ, ກົດໝາຍ, ຕິດຕາມກວດກາສູງສຸດ ແລະ ຕັດສິນບັນດາບັນຫາສຳຄັນຂອງປະເທດຊາດ.

ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 15: ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ ເພື່ອ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ການ​ພັດ​ທະ​ນາ - ảnh 2

 (ພາບ:TTXVN)

   ການຕັດສິນບັນດາບັນຫາສຳຄັນກໍ່ບັນລຸໄດ້ຫຼາຍໝາກຜົນທີ່ຕັ້ງໜ້າ ແລະ ນັບມື້ນັບແທດຈິງກ່ວາ. ບັນດາມະຕິຂອງສະພາແຫ່ງຊາດ ກ່ຽວກັບແຜນການພັດທະນາເສດຖະກິດ-ສັງຄົມ; ນະໂຍບາຍການເງິນ-ເງິນຕາ; ນະໂຍບາຍຂອງຊາດ, ສາສະໜາ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການຕ່າງປະເທດ… ສອດຄ່ອງກັບແຜນນະໂຍບາຍ, ແນວທາງຂອງພັກ ແລະ ເຈດຈຳນົງ, ຄວາມມຸ່ງມາດປາດຖະໜາຂອງ ປຊຊ. ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ເນັ້ນໜັກວ່າ:

   ບັນດາຜົນງານທີ່ສະພາແຫ່ງຊາດບັນລຸໄດ້ໃນ 75 ປີຜ່ານມາໄດ້ເລີ່ມຈາກການຊີ້ນຳນຳພາທີ່ຖືກຕ້ອງຂອງພັກ, ສະພາແຫ່ງຊາດຊຸດຕ່າງໆ ຍາມໃດກໍ່ໄດ້ກຳແໜ້ນແນວທາງ, ທັດສະນະ ແລະ ບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ເພື່ອຫັນລະບຽບການເປັນກົດໝາຍ ແລະ ໝູນໃຊ້ເຂົ້າໃນບັນດາການເຄື່ອນໄຫວຂອງສະພາແຫ່ງຊາດຢ່າງຖືກຕ້ອງ. ນັ້ນແມ່ນໝາກຜົນຂອງການສະໜິດຕິດພັນຢ່າງສະໜິດແໜ້ນລະຫວ່າງສະພາແຫ່ງຊາດ ແລະ ປຊຊ, ກຳໄດ້ຖືກກັບຄວາມໃນໃຈ, ຄວາມມຸ່ງມາດປາດຖະໜາຂອງ ປຊຊ; ຮັບຟັງ ແລະ ຮັບບັນດາຄຳເຫັນ, ຂໍ້ສະເໜີທີ່ຖືກຕ້ອງຊອບທຳຂອງຜູ້ມີສິດເລືອກຕັ້ງ ແລະ ຕິດຕາມກວດກາການແກ້ໄຂບັນດາຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ, ເຮັດໃຫ້ສະພາແຫ່ງຊາດເປັນອົງການຜູ້ຕາງໜ້າສູງສຸດຢ່າງແທ້ຈິງ, ຕາງໜ້າໃຫ້ເຈດຈຳນົງ ແລະ ຄວາມມຸ່ງມາດປາດຖະໜາຂອງ ປຊຊ.

ຫັນບັນດາລັດຖະນະໂຍບາຍສຳຄັນເປັນລະອຽດ

   ຕາມທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ, ຄວາມຮຽກຮ້ອງຕ້ອງການຂອງພາລະກິດປ່ຽນແປງໃໝ່, ຫັນປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ, ສ້າງສາ ແລະ ປົກປັກຮັກສາປະເທດຊາດໃນໄລຍະໃໝ່ ພວມວາງອອກບັນດາໜ້າທີ່ອັນໜັກໜ່ວງ ແຕ່ສະຫງ່າລາສີໃຫ້ແຫ່ຫວຽດນາມ. ທ່ານສະເໜີໃຫ້ສະພາແຫ່ງຊາດ ຈົ່ງສືບຕໍ່ເສີມຂະຫຍາຍຢ່າງແຮງ ບົດບາດ, ທີ່ຕັ້ງໃນການສ້າງຂອບກົດໝາຍນິຕິກຳໃຫ້ແກ່ບັນດາການເຄື່ອນໄຫວຂອງປະເທດຊາດ, ຮັບໃຊ້ໃຫ້ແກ່ໜ້າທີ່ພັດທະນາເສດຖະກິດ-ສັງຄົມ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຕ່າງປະເທດ… ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ກ່າວຕໍ່ໄປວ່າ:

   ໃນສະເພາະໜ້າ, ຄວນສຸມໃສ່ປະຕິບັດໃຫ້ເປັນຢ່າງດີ ວຽກງານຫັນເປັນລະບອບລະບຽບການ, ຫັນເປັນລະອຽດບັນດາລັດຖະນະໂຍບາຍສຳຄັນ ຊື່ງໄດ້ຢັ້ງຢືນໃນກອງປະຊຸມໃຫ່ຍຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກ, ກະກຽມໃນທຸກດ້ານ, ຮັບປະກັນໃຫ້ການເຄື່ອນໄຫວຂອງສະພາແຫ່ງຊາດຊຸດທີ 15 ມີການພັດທະນາຫຼາຍກ່ວາ ແລະ ບັນລຸຄຸນນະພາບນັບມື້ນັບສູງກ່ວາ, ອັນໄດ້ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ຂອງການປະຕິວັດ ແລະ ຄວາມໃນໃຈ, ຄວາມມຸ່ງມາດປາດຖະໜາຂອງ ປຊຊ ໃນໄລຍະໃໝ່. ຢາກເຮັດໄດ້ຄືແນວນັ້ນ, ສະມາຊິກສະພາແຫ່ງຊາດທຸກທ່ານໃນອາຍຸການນີ້ ຕ້ອງສືບຕໍ່ຍົກສູງນ້ຳໃຈຄວາມຮັບຜິດຊອບ, ສຸດຈິດສຸດໃຈເພື່ອປະເທດຊາດ, ເພື່ອ ປຊຊ, ຮັບໃຊ້ໃຫ້ແກ່ປະເທດຊາດ, ຮັບໃຊ້ ປຊຊ, ສະໜິດຕິດພັນ ແລະ ຮັບຟັງຄຳເຫັນຂອງ ປຊຊ, ປະຕິບັດສຳເລັດໜ້າທີ່ໂດຍຜູ້ມີສິດເລືອກຕັ້ງມອບໝາຍໃຫ້ເປັນຢ່າງດີທີ່ສຸດ.

   ທ່ານເລຂາທິການໃຫ່ຍ ຫງວຽນຝູຈ້ອງ ເຊື່ອໝັ້ນວ່າ, ໃນໄລຍະຈະມາເຖິງ, ສະພາແຫ່ງຊາດຈະສືບຕໍ່ປະກອບສ່ວນອັນໃຫ່ຍຫຼວງກ່ວາອີກ ເຂົ້າໃນພາລະກິດປ່ຽນແປງໃໝ່, ສົມເປັນອົງການຜູ້ຕາງໜ້າສູງສຸດຂອງ ປຊຊ, ອົງການສິດອຳນາດແຫ່ງລັດສູງສຸດຂອງປະເທດ ສສ ຫວຽດນາມ.

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ