ສະພາແຫ່ງຊາດຊຸດທີXIVຈະສືບຕໍ່ສ້າງຂີດໝາຍໃຫມ່ໃນວິວັດການພັດທະນາຂອງສະພາແຫ່ງຊາດຫວຽດນາມ

(vovworld)- ວັນ​ທີ 20/7 ທີ່​ວາ​ລະ​ໄຂ​ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ XIV, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ​ຈ້ອງ ໄດ້​ມີ​ບົດ​ກ່າວ​ປາ​ໄສ​ສຳ​ຄັນ, ເຕື້ອງ​ເຖິງ​ບັນ​ດາ​ຫນ້າ​ທີ່​ຈຸດ​ສຸມ​ໃນກອງ​ປະ​ຊຸມຄັ້ງ​ນີ້ ແລະ ບັນ​ດາ​ການ​ກຳ​ນົດ​ທິດ​ພັດ​ທະ​ນາ​ໃຫຍ່​ຂອງ​ສະ​ພາ​ແຫ່ງ​ຊາດ​ໃນ​ອາ​ຍຸ​ການ 5 ປີ ຄື​ແຕ່​ປີ 2016-2021. ຕໍ່​ໄປ​ນີ້ ບັນ​ນາ​ທິ​ການ​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ຄັດ​ສະ​ເຫນີ ບາງ​ເນື້ອ​ໃນ​ຕົ້ນ​ຕໍ​ໃນ​ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ.

ສະພາແຫ່ງຊາດຊຸດທີXIVຈະສືບຕໍ່ສ້າງຂີດໝາຍໃຫມ່ໃນວິວັດການພັດທະນາຂອງສະພາແຫ່ງຊາດຫວຽດນາມ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຫງວຽນ​ຟູ​ຈ້ອງ​ກ່າວ​ຄຳ​ປາ​ໄສ​​ທີ່​ກອງ​ປະ​ຊຸມ

        ບົດ​ກ່າວ​ປາ​ໄສ​ຂອງ​ທ່ານ ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ເນັ້ນ​ຫນັກ​ ເຖິງ​ພາ​ລະ​ບົດ​ບາດ​ການ​ສ້າງ​ລະ​ບົບ​ກົດ​ໝາຍ, ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນການ​ຕິດ​ຕາມກວດ​ການ​ສູງ​ສຸດ; ປະ​ສິດ​ທິ​ຜົນ​ການ​ເຄື່​ອນ​ໄຫວ​ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ສິດ​ຕິດ​ຕາມກວດ​ກາ​ຂອງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສ​ສ​ຊ) ແຕ່​ລະ​ທ່ານ​ກໍ​ຄື​ບັນ​ດາ​ອົງ​ການ​ຂອງ​ສ​ະ​ພາ​ແຫ່ງ​ຊາດ.

        ສູ້​ຊົນ​ຮອດ​ປີ 2020 ມີ​ບັນ​ດາ​ກົດ​ໝາຍ​ທີ່​ຈຳ​ເປັນ​ຢ່າງ​ພຽງ​ພໍ, ຕ​ອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນການ​ສ້າງ​ສາ​ປະ​ເທດ​ຊາດ

        ທ່ານເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ເນັ້ນ​ຫນັກ​ວ່າ​ເຖິງ​ຫນ້າ​ທີ່​ທຳ​ອິດ​ຂອງ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV ນັ້ນ​ແມ່ນ ຄວນ​ສຸມ​ໃສ່​​ກໍ່ສ້າງ ແລະ ​ປັບ​ປຸງ​ລະ​ບົບ​ກົດ​ໝາຍ​ຢ່າງ​ຄົບ​ຊຸດ, ເປັນ​ເອ​ກະ​ພາບ ແລະ ມີ​ຄວາມ​ເປັນ​ໄປໃຫ້​ສົມ​ບູນ​ແບບ. ຢາກ​ເຮັດ​ໄດ້​ຄື​ແນວນັ້ນ, ສະ​ພາ​ແຫ່ງ​ຊາດ ຕ້ອງ​ຕັ້ງ​ຫນ້າ​ຍົກ​ສູງ​ຄຸນ​ນະ​ພາບນິ​ຕິ​ບັນ​ຍັດ​ໃຫ້​ສູງກວ່າ, ປ່ຽນ​ໃຫມ່​ຂັ້ນ​ຕອນ​ສ້າງ​ກົດ​ໝາຍ, ຮັບ​ປະ​ກັນ​ລັກ​ສະ​ນະ​ປະ​ຊາ​ທິ​ປະ​ໄຕ, ລະ​ບອບ​ນິ​ຕິ​ບັນ​ຍັດ, ຄວາມເປີດເຜີຍ, ໂປ່ງ​ໃສ​ຂອງ​ລະ​ບົບ​ກົດ​ໝາຍ.

        “ສຸມ​ໃສ່ເຂົ້າ​ໃນ​ບັນ​ດາ​ຂົງ​ເຂດ​ສ້າງ​ລັດ​ແຫ່ງ​ກົດ​ໝາຍ, ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ, ສິດ​ພົນ​ລະ​ເມືອງ, ຖື​ເປັນ​ສຳ​ຄັນ​ລະ​ບົບ​ກົດ​ໝາຍ​ກ່ຽວ​ກັບ​ທີ່​ດິນ, ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ, ການ​ເງິນ, ເງິນ​ຕາ, ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ,  ສິ່ງ​ແວດ​ລ້ອມ ພ້ອ​ມ​ທັງ​ເອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ຂົງ​ເຂດ​ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຊີ, ການ​ສຶກ​ສາ​ບຳ​ລຸງ​ສ້າງ. ໃນ​ການ​ສ້າງ​ລະ​ບົບ​ກົດ​ໝາຍ, ຍາ​ມ​ໃດ​ກໍຕ້ອງຢືດ​ໝັ້ນ​ຫລັກ​ໝັ້ນ​ແນວ​ຄິດ​ຮັກ​ສາ​ຈຸດ​ໝາຍ, ທັດ​ສະ​ນະ​ແນວ​ທາງ​ຂອງ​ພັກ​ຢ່າງ​ໝັ້ນ​ຄົງ, ເອົາ​ໃຈ​ໃສ່​ຄົ້ນ​ຄວ້າ​ບົດ​ຮຽນ​ຈາກ​ບັນ​ດາ​ປະ​ເທດ, ຮັບ​ເອົາ​ສິ່ງ​ທີ່​ເໝາະ​ສົມ​ກັບ​ສະ​ພາບ​ການ​ຂອງ​ຫວຽດ​ນາມ, ເດັດ​ຂາດບໍ່​ປະ​ໃຫ້​ອິດ​ທິ​ກຳ​ລັງ​ທີ່ເປັນ​ປໍ​ລະ​ປັກ​ສວຍ​ໃຊ້​ດ້ວຍ​ວິ​ທີ​ເຮັດ​ໃຫ້​ລະ​ບົບ​ກົດ​ໝາຍ​ໄປ​ຕາມ​ເສັ້​ນ​ທາງ​ອື່ນ.”

        ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຕິດ​ຕາມກວດ​ກາ, ຄຸນ​ນະ​ພາບ​ຕັດ​ສິນ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ, ຍູ້​ແຮງ​ການ​ເຄື່ອນ​ໄຫວ​ການ​ພົວ​ພັນ​ຕ່າງ​ປະ​ເທດ

ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV ຄວນ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ຕິດ​ຕາມກວດ​ກາ, ຜ່ານ​ການ​ຕິດ​ຕາມກວດ​ກາ​ຢ່າງ​ທັນ​ການ, ມີ​ຄຳ​ເຫັນ​ປັບ​ປຸງ​ໃຫ​້​ເໝາະ​ສົມ, ດັດ​ປັບ​ສິ່ງ​ທີ່​ຜິດ​ພາດ​ໃນ​ວິ​ວັດ​ການ​ປະ​ຕິ​ບັດ​ຢ່າງ​ທັນ​ການ, ຄົ້ນ​ຄ້​ວາ​ເພີ່ມ​ເຕີມ, ສ້າງ​ເອ​ກະ​ສານ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ​ໃຫ້​ສົມ​ບູນ​ແບບ. ການ​ເຄື່ອນ​ໄຫວ​ຕິດ​ຕາມກວດ​ກາ​ຕ້ອງ​ສຸມ​ໃສ່​ເຂົ້າ​ໃນ​ບັນ​ດາ​ບັນ​ຫາ​ສຳ​ຄັນ, ບັນ​ຫາ​ຮ້ອນ​ເຮັ່ງ​ຊື່ງ​ປະ​ຊາ​ຊົນ ແລະ ຜູ້​ມີ​ສິດ​ເລືອກ​ຕັ້ງ​ສົນ​ໃຈ; ເພີ່ມ​ທະ​ວີ​ບົດ​ບາດ​ຕິດ​ຕາມກວດ​ກາ​ຂອງ​ບັນ​ດາ​ຄະ​ນະ​ ສ​ສ​ຊ, ບັນ​ດາ​ກຳ​ມາ​ທິ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ, ສືບ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ຊັກ​ຖາມ ແລະ ຕອບ​ຄຳ​ຊັກ​ຖາມ, ຮັບ​ປະ​ກັນ​ເສີມ​ຂະ​ຫຍາຍ​ປະ​ຊາ​ທິ​ປະ​ໄຕ, ເພີ່ມ​ລັກ​ສະ​ນະປຶກ​ສາ​ຫາ​ລື.

        ຕາມ​ທ່ານເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ​ແລ້ວ, ສະ​ພາ​ແຫ່ງ​ຊາດ ຊຸດ​ທີ XIV ຄວນ​​ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບກວ່າ​ອີກ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ການ​ຕັດ​ສິນ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ, ເປັນ​ຕົ້ນ​ແມ່ນ​ບັນ​ຫາ​ເສດ​ຖະ​ກິດ ສັງ​ຄົມ, ງົບ​ປະ​ມານ​ແຫ່ງ​ລັດ, ກ່ຽວ​ກັບ​ບັນ​ດາ​ໂຄງ​ການ​ລົງ​ທຶ​ນ​ສ​ຳ​ຄັນ​ທີ່​ມີ​ຄວາມ​ສະ​ດຸ້ງ​ໄວ​ສົ່ງ​ຜົນ​ກະ​ທົບ​ເຖິງ​ສະ​ຖຽນ​ລະ​ພາບ​ເສດ​ຖະ​ກິດ​ມະ​ຫາ​ພາກ​, ​ສົ່ງຜົນ​ສະ​ທ້ອນ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ເຖິງ​ສິດ​ຜົນ​ປະ​ໂຫຍດ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເປັນ​ຈຳ​ນວນ​ຫລວງ​ຫລາຍ ​ຕະ​ຫລອດ​ຮອດ ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ​ການຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ລວມ​ຂອງ​ປະ​ເທດຊາດ.

        ທີ່ກອງ​ປະ​ຊຸມ​ຄັ້ງນີ້, ສະ​ພາ​ແຫ່ງ​ຊາດ ຈະ​ດຳ​ເນີນ​ການ​ເລືອກ​ຕັ້ງ ຫລື​ໃຫ້​ສັດ​ຕະ​ຍາ​ບັນ​ບັນ​ດາ​ຖາ​ນະຕຳ​ແຫນ່ງການ​ນຳ​ຫລັກ​ແຫລ່ງ​ບັນ​ດາ​ອົງ​ການ​ລັດ ອາ​ຍຸ​ການ 2016-2021. ນີ້​ແມ່ນ​ຫນ້າ​ທີ່​ສຳ​ຄັນ​ຍິ່ງ, ຮ​ຽກ​ຮ້ອງ​ຈິດ​ໃຈ, ຄວາມ​ຮັບ​ຜິດ​ຊອບ​ສູງ​ຂອ​ງ​ບັນ​ດາ​ ສ​ສ​ຊ ບົນ​ພື້​ນ​ຖານ​ຊາບ​ຊືມ ແລະ ປະ​ຕິ​ບັດ​ທິດ​ທາງວຽກ​ງານ​ພະ​ນັກ​ງານ​ຢ່າງ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ ໂດຍກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອ​ງ​ພັກ​ໄດ້​ວາງ​ອອກ. ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ໄດ້​ສະ​ເຫນີ​ບັນ​ດາ ສ​ສ​ຊ ມີ​ຄວາມ​ປະ​ຊາ​ທິ​ປະ​ໄຕ ປຶກ​ສາ​ຫາ​ລື, ມີ​ຄວາມ​ສະ​ຫລາດ​ສ່ອງ​ໄສ​​ໃນ​ການ​ຄັດ​ເລືອກ ຫລື ໃຫ້​ສັດ​ຕະ​ຍາ​ບັນ​ບັນ​ດາ​ຜູ້​ເໝາະ​ສົມ​ບັນ​ດາ​ຖາ​ນະ​ຕຳ​ແຫນ່ງ​ການ​ນຳ​ຫລັກ​ແຫລ່ງ​ຂອງ​ບັນ​ດາອ​ົງ​ການ​ໃນ​ສະ​ພາ​ແຫ່ງ​ຊາດ, ລັດ, ລັດ​ຖະ​ບານ.

ກ່ຽວ​ກັບ​ວຽກ​ງານ​ການ​ຕ່າງ​ປ​ະ​ເທດ, ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຊີ້​ແຈ້ງວ່າ:

        “ສືບ​ຕໍ່​ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫວ​​ພົວ​ພັນ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ແຫ່ງ​ຊາດ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ແນ​ວ​ທ​າງການ​ຕ່າງ​ປະ​ເທດ​ເປີດກວ້າງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ​ຫັນ​ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນເປັນ​ຫລາຍ​ຮູບ​ຫລາຍ​ແບບ​ຫລາຍ​ຝ່າຍ. ເພີ່ມ​ທະ​ວີ​ການພົ​ວ​ພັນ​ຕ່າງ​ປະ​ເທດ​ແບບອງ​ຝ່າຍ ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ຫນ້າ​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ກັບ​ສະ​ພາ​ແຫ່ງ​ຊາດ​ບັນ​ດາ​ປະ​ເທດ​ຕ່າງໆ, ຍູ້​ແຮງ​ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ​ຫລາຍ​ຝ່າຍ​ໃນ​ບັນ​ດາ​ເວ​ທີ​ປ​າ​ໄສ​ພາກ​ພື້ນ ແລະ ສາ​ກົນ.”

        ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ອົງ​ການ​ຂອງສະ​ພາ​ແຫ່ງ​ຊາດ, ສ​ະ​ມາ​ຊິ​ກ​ສະ​ພາ​ແຫ່ງ​ຊາດ​

ຕາມ​ທ່ານ ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ແລ້ວ, ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ ແມ່ນ​ອີງ​ໃສ່​ສ່ວນ​ຫລາຍ​ຈາກ​ບັນ​ດາ​ອົງ​ກາ​ນ​ຂອງ​ສະ​ພາ​ແຫ່ງ​ຊາດ ແລະ ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ. ສະ​ນັ້ນ ຄວນ​ສືບ​ຕໍ່​ປ່ຽນ​ໃຫມ່, ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ, ເພີ່ມ​ທະ​ວີ​ສິດ​ອຳ​ນາດ​ຂອງ​ບັນ​ດາ​ອົງ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ. ກ່ຽວ​ກັບ ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ທ່ານ ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ເນ​ັ້ນ​ຫນັກ​ວ່າ:

        “ສຳ​ລັບ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ເຖິງວ່າ​ໃນ​ຖາ​ນະ​ຕຳ​ແຫນ່ງວຽກ​ງານ​ໃດ ກໍ​ຄວນ​ມີ​ສະ​ຕິ​ກ່ຽວ​ກັບ​ສິດ, ຄວາມ​ຮັບ​ຜິດ​ຊອບ​ຂອງ​ຜູ້​ເປັນຕົວ​ແທນ​ຂອງ​ປະ​ຊາ​ຊົນ, ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ​ເປັນ​ຢ່າງ​ດີ, ຕິດ​ຕໍ່​ພົວ​ພັນ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເປັນ​ປະ​ຈຳ, ຕັ້ງ​ຫນ້າ, ເປັນ​ເຈົ້າ​ການ​ໃນ​ການ​ປະ​ກອບ​ສ່ວນ​ກຳ​ລັງ​ເຫື່ອ​ແຮງ, ພູມ​ປັນ​ຍາ, ປະ​ກອບ​ສ່ວນ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ ແລະ ບັນ​ດາ​ອົງ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ. ພ້ອມ​ທັງ​ເຊີດ​ຊູ ຈັນ​ຍາ​ບັນຄຸນ​ສົມ​ບັດ, ດຸ​ໝັ່ນ​ຂະ​ຫຍັນ​ພຽນ, ປະ​ຢັດ​ມັດ​ທະ​ຍັດ, ສັດ​ຊື່​ບໍ​ລິ​ສຸດ, ເຫັ​ນ​ແກ່​ສ່ວນ​ລວມບໍ່​ເຫັນ​ແກ່​ສ່​ວນ​ຕົວ, ເດັດ​ດ່ຽວ​ຕໍ່​ສູ້​ຕ້ານ​ທຸກ​ປະ​ກົດ​ການ​ອາດ​ຍາ​ສິດ, ສໍ້​ລາດ​ບັງ​ຫລວງ, ຟຸມ​ເຟືອຍ ແລະ ບັນ​ດາ​ປະ​ກົດ​ການ​ຫຍ​ໍ​້​ທໍ້​ອື່ນ.”

        ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ໃນ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ໄດ້​ວາງ​ໃຫ້​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV ແລະ ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ບັນ​ດາ​ຫນ້າ​ທີ່​ຫນັກ​ຫນ່ວງ. ທ່ານ ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ປາດ​ຖະ​ຫນາ​ວ່າ ສະ​ພາ​ແຫ່ງ​ຊາດ​ຊຸດທີ XIV ຈະ​ມີ​ຫລາຍ​ມາດ​ຕະ​ການ​ບຸກ​ທະ​ລຸ, ປ່ຽນ​ໃຫມ່​ເນື້ອ​ໃນ ແລະ ວິ​ທີ​ການ​ເຄື່ອນ​ໄຫວ​ເພື່ອ​ປະ​ຕິ​ບັດ​ສຳ​ເລັດ​ພາ​ລະ​ກຳ​ຂອງ​ຕົນ, ສືບ​ຕໍ່​ສ້າງ​ຂີດ​ໝາຍ​ໃຫມ່​ໃນ​ປະ​ຫວັດ​ສາດ​ອັນ​ສະ​ງ່າ​ລາ​ສີ ແລະ ວິ​ວັດ​ການ​ພັດ​ທະ​ນາ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ.

ຕອບກັບ

ຂ່າວ/ບົດ​ອື່ນ