ສະພາແຫ່ງຊາດຊອກຫາມາດຕະການຍູ້ໄວການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່

(vovworld)- ວັນ​ທີ 2/11, ແຜນ​ຮ່າງ​ ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່ ໄລ​ຍະ 2016 -2020 ເປັນ​ຄັ້ງ​ທຳ​ອິດ​ໄດ້​ນຳ​ມາ​ປຶກ​ສາ​ຫາ​ລື​ຄົບ​ຄະ​ນະທີ່​ຫໍ​ປະ​ຊຸມ​ໃນ​ຂອບ​ເຂດກອງ​ປະ​ຊຸມ​ສະ​ໄຫມ​ສາ​ມັນ​ເທື່ອ​ທີ 2 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 14. ແຜນ​ຮ່າງ​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ການ​​ປ່ຽນ​ແປງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່, ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດໃຫ້​ເໝາະ​ສົມ, ເພື່ອ​ບັນ​ລຸ​ລະ​ດັບ​ການ​ເຕີບ​ໂຕ​ໃຫຍ່ກວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ສະພາແຫ່ງຊາດຊອກຫາມາດຕະການຍູ້ໄວການສ້າງໂຄງປະກອບພື້ນຖານເສດຖະກິດຄືນໃຫມ່ - ảnh 1
ພາບ​ປະ​ກອບ:TTXVN


        ໄລ​ຍະ 2011-2015, ຫວຽດ​ນາມ ໄດ້​ດຳ​ເນີນ​ການ ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່ ຕາມ ການ​ກຳ​ນົດ 4 ທິ​ດ​ທາງ, ໃນ​ນັ້ນ ມີ​ການ​ປະ​ຕິ​ບັດ​ 3 ຈຸດ​ສຸມ ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່​ຢ່າງ​ຂ້ຽວ​ຂາດ ແລະ ມີ​ປະ​ສິດ​ທິ​ຜົນ (ສ້າງ​ໂຄງ​ປະ​ກອບ​ການ​ລົງ​ທຶນ​ຄືນ​ໃຫມ່, ສ້າງ​ໂຄງ​ປະ​ກອບ​ລະ​ບົບ​ວິ​ສາ​ຫະ​ກິດ​ຄືນ​ໃຫມ່, ສ້າງ​ໂຄງ​ປະ​ກອບ​ລະ​ບົບ​ການ​ເງິນ ທະ​ນາ​ຄານ​ຄືນ​ໃຫມ່”; ສືບ​ຕໍ່​ສ້າງ​ໂຄງ​ປະ​ກອບ​ຄືນ​ໃຫມ່ ແລະ ພັດ​ທະ​ນາ​ໂຄງ​ປະ​ກອບ​ເຂດ​ເສດ​ຖະ​ກິດ​ຄືນ​ໃຫມ່​ໃຫ້​ເໝາະ​ສົມ. ເຖິງ​ຢ່າງ​ໃດ​ກໍ​ຕາມ ໝາກ​ຜົນ​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄ​ືນ​ໃຫມ່​ຍັງ​ບໍ່​ທັນ​ບັນ​ລຸ​ຄຳ​ຮຽກ​ຮ້ອງ​ຕ້ອງ​ການ​ຄ​ື​ດັ່ງ​ໄດ້​ວາງ​ອອກ.

        ໃນ​ໄລ​ຍະ 2016- 2020, ຄາດ​ໝາຍ​ສັງ​ລວມ​ຂອງ​ແຜນ​ການ ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່ ແມ່ນ​ເພື່​ອ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ໃຫ້​ເໝາະ​ສົມ ແລະ ຂະ​ຫຍັນ​ຂັນ​ເຄື່ອນກວ່າ, ມີ​ສະ​ມັດ​ຕະ​ພາບ​ສູງກວ່າ, ມີ​ກຳ​ລັງ​ຄວາມ​ສາ​ມາດ​ແກ້​ງ​ແຍ້ງ​ສູງກວ່າ, ຮັບ​ປະ​ກັນ​ການ​ເຕີບ​ໂຕ​ຂຽວ, ສະ​ອ​າດ, ໝັ້ນ​ຄົງ​ເຂັ້ມ​ແຂງ.

        ​ວາງ​ຫລາຍ​ແຜນ​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃຫມ່

        ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່ 2016-2020 ໄດ້​ຮັບ​ການ​ສ້າງ​ຂຶ້ນ​ຕາມ 2 ແຜນ​ການ​ຄື: ການ​ປະ​ຕິ​ບັດ​ການ​ສ້າງ​ໂຄງ​ປະ​ກອບ​​ຢ່າງຂ້ຽວ​ຂາດ ແລະ ມີ​ຫລາຍ​ບາດ​ກ້າວບຸກ​ທະ​ລຸ​ (ແຜນ​ການ​ທີ 1) ແລະ ຍູ້​ໄວ​ການ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃຫມ່ (ແຜນ​ການ​ທີ 2). ທັງ 2 ແຜນ​ການນີ້​ໄດ້​ຮັບ​ການ​ຮັບ​ຮູ້​ວ່າ ລ້ວນ​ແຕ່​ນຳ​ມາ​ເຊິງ​ບັນ​ດາ​ການ​ກະ​ທົບ​ຢ່າງ​ຕັ້ງ​ຫນ້າ​ໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດ ແລະ ຮູບ​ແບບ​ການ​ເຕີບ​ໂຕ​ຂຽວ​ຄື: ເຮັດ​ໃຫ້​ລະ​ດັບ​ການ​ເຕີບ​ໂຕ GDPເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ, ຮັກ​ສາ​​ໄພ​ເງິນ​ເຟີ້​ຢູ່​ໃນ​ລະ​ດັບເປັນ​ປົກ​ກະ​ຕິ, ຫລຸດ​ຜ່ອນ​ການ​ຂາດ​ດຸ່ນ​ງົບ​ປະ​ມານ​ແຫ່ງ​ລັດ, ເພີ່ມ​ປະ​ສິດ​ທີ​ຜົນ​ການ​ລົງ​ທຶນ ແລະ ປະ​ກອບ​ສ່ວນ​ຫັນ​ປ່ຽນ​ຮູບ​ແບບ​ເສດ​ຖະ​ກິດ. ໃນ​ນັ້ນ ແຜນ​ການ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃຫມ່​ຢ່າງ​ຂ້ຽວ​ຂາດ ໄດ້​ສ້າງ​ບັນ​ດາ​ໝາກ​ຜົນ​ຈະ​ແຈ້ງກວ່າ, ພິ​ເສດ ໃນ​ໄລ​ຍະ​ກາງ ແລະ ຍາວ. ໃນ​ແຜນ​ການ​ ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່

ໄລ​ຍະ 2016-2020 ນີ້, ບັນ​ດາ​ຄາດ​ໝາຍ​ ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່ ສ່ວນ​ຫລາຍ​ໄດ້​ວາງ​ອອກ​ຢ່າງ​ລະ​ມັດ​ລະ​ວັງ ແລະ ປະ​ຕິ​ບັດ​ຕາມ​ແຜນ​ການ​ທີ 2, ເຖິ​ງ​ວ່າ ມີ​ການ​ສຳ​ຜັດ​ກັບ​ແຜນ​ການ​ທີ 1 ໃນ​ເນື້ອ​ໃນ​ ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່ ອາດ​ຈະ​ຍູ້​ໄວ​ຄວາມ​ຄືບ​ຫນ້າ. ທ່ານ ເຈີນ​ຮ່​ວາງ​ເງິນ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຄະ​ນະນະ​ຄອນ ໂຮ່​ຈິ​ມີນ ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ລັດ​ຖະ​ບານ ໄດ້​ຍົກ​ອອກ​ຫລາຍ​ມາດ​ຕະ​ການ, ໃນ​ນັ້ນ ວາງ​ອອກ​ບັນ​ດາ​ແຜນ​ການ, ໝາຍ​ຄວາມ​ວ່າ ພວກ​ເຮົາ​ໄດ້​ຄາດຄະ​ເນ​​ລ່ວງ​ຫນ້າ​ບັນ​ດາ​ສິ່ງ​ທ້າ​ທ​າຍ​ໃນ​ສະ​ພາບ​ການ​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ພວມ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ,ກວ້າງ​ຂວາງ, ອາດ​ຈະ​ຖືກ​ຜົນ​ກະ​ທົບ ຈາກ​ສະ​ພາບ​ການ​ເສດ​ຖະ​ກິດ ສັງ​ຄົມ​ໂລກຢ່າງ​ງ່າຍ​ດາຍ. ຂ້າ​ພະ​ເຈົ້າ​ຄິດ​ວ່າ ບັນ​ດາ​ແຜນ​ການນີ້​ແມ່ນ​ມີ​ຄວາມ​ຈຳ​ເປັນ​ທີ່​ສຸດ. ພິ​ເສດ ແຜນ​ຮ່າງ​ກໍ​ເຕື້ອງ​ເຖິງ​ໄມ້​ງັດ, ມາດ​ຕະ​ການ​​ແກ້​ໄຂກ່ຽວ​ກັບ​ການ​ລະ​ດົມ​ທຶນ, ງົບ​ປ​ະ​ມານ​ແຫ່ງ​ລັດ, ເຕື້ອງ​ເຖິງ​ບັນ​ດາ​ການ​ກະ​ທົບ​ເຖິງ​ພື້ນ​ຖານ​ເສດ​ຖະ​ກິດ.”

        ປະ​ຕິ​ບັດ 5 ເນື້ອ​ໃນ​​ຈຸດ​ສຸມ​ໃນ​ການສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່​ຢ່າງ​ມີ​ປະ​ສິດ​ທິ​ຜົນ

        ແຜນ​ການ​ຍົກ​ອອກ 5 ເນື້ອ​ໃນ ກວມ​ລວມ​ຫນ້າ​ທີ່​ສຳ​ຄັນ​​ທັງ​ໝົດຂອງ​ການ ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່, ຈັດ​ແບ່ງ​ລະ​ອຽດ​ຫນ້າ​ທີ່​ຂອງ​ທ້ອງ​ຖິ່ນ​​ດ້ວຍ 70 ຫນ້າ​ທີ່. ໃນ 5 ຂົງ​ເຂດ​ຈຸດ​ສຸມ, ມີ 2 ຂົງ​ເຂດ​ໃຫມ່ ນັ້​ນ​ແມ່ນ​: ສ້າງ​ໂຄງ​ປະ​ກອບ​ລາຍ​ຮັບ, ລາຍ​ຈ່​າຍງົບ​ປະ​ມານ ແລະ ຫນີ້​ສາ​ທາ​ລະ​ນະ​ຄືນ​ໃຫມ່ ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຄວາມ​ໝັ້ນ​ຄົງ​ໃຫ້​ແກ່​ງົບ​ປະ​ມານ​ແຫ່ງ​ລັດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດີງ​ເຫ້ວ, ສະ​ມາ​ຊິກ​ສະ​ພາ​ແຫ່​ງ​ຊາດ ແຂວງ ຮ່າ​ຕີງ ຢືນ​ຢັນ​ວ່າ: ໃນ​ການ ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່, ບັນ​ຫາ​ປະ​ຢັດ​ການ​ໃຊ້​ຈ່າຍ ຕ້ອງ​ແມ່ນ​ລັດ​ຖະ​ນະ​ໂຍ​ບາຍ ດ້ວຍ​ທັດ​ສະ​ນະ​​ໃຊ້​ຈ່າຍ​ໃນຄວາມ​ສາ​ມາດ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ແລະ ກູ້​ຢືມ​ທຶນ​​ໃນ​ຄວາມ​ສາ​ມາດ​ຈະ​ຊຳ​ລະ​ຫນີ້​ສິນ​ໄດ້; ສູ້​ຊົນ​ເພີ່ມ​ລາຍ​ຮັບ​ເພື່ອ​ເພີ່ມ​ລາຍຈ່າຍ, ລາຍ​ຮັບ​ບໍ່​ບັນ​ລຸ​ໄດ້​ຕາມ​ແຜນ ຕ້ອງ​ຫລຸດ​ຜ່ອນ​ລາຍ​ຈ່າຍ, ຕ້ອງ​ເຄັ່ງ​ຄັດ​ໃນ​ນະ​ໂຍ​ບາຍ​ການ​ເງິນ. ໃນ​ການ​ສ້າງ​ໂຄງ​ປະ​ກອບ​ລາຍ​ຮັບ, ລາຍ​ຈ່າຍ​ງົບ​ປະ​ມານ​ຄືນ​ໃຫມ່, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເວືອງ​ດີງ​ເຫ້ວ ເນັ້ນ​ຫນັກ​ວ່າ: ລັດ​ຖະ​ບານ ກຳ​ນົດ ບໍ່​ເພີ່ມ​ອັດ​ຕາ​ສ່ວນ​ລະ​ດົມ​ງົບ​ປະ​ມານ, ບໍ່​ເພີ່ມ​ອັດ​ຕາ​ພາ​ສີ​ອາ​ກອນ ແຕ່​ຕ້ອງ​ເປີດກວ້າງ​ຮາກ​ຖານ​ເກັບ​ພາ​ສີ​ອາ​ກອນ. ລັດ​ຖະ​ບານ​ສົ່ງ​ເສີມ​ບັນ​ດາ​ຄອບ​ຄົວ​ດຳ​ເນີນ​ທຸ​ລະ​ກິດ​ຄວນ​ສ້າງວິ​ສາ​ຫະ​ກິດ ແລະ ເພີ່ມ​ທະ​ວີ​ການ​ຄຸ້​ມ​ຄອງ​ພາ​ສີ​ອາ​ກອນ​ຢູ່​ບັນ​ດາ​ຮາກ​ຖານນີ້ ພ້ອມ​ທັງ​ຊຸກ​ຍູ້​ການ​ເລີ່ມ​ປະ​ກອບ​ອາ​ຊີບ​ເພື່ອ​ສ້າງ​ຕັ້ງ​ວິ​ສາ​ຫະ​ກິດ.

ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່, ທ່ານ ຟຸ່ງວັນ​ຮຸ່ງ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແຂວງ ກາວ​ບັ່ງ ສະ​ເຫນີວ່າ: ລັດ​ຖະ​ບານ ຄວນ​ຂ້ຽວ​ຂາດ, ໃກ້​ຊິດ​ຕິດ​ແທດກວ່າ, ຍູ້​ແຮງ​ຄວາ​ມ​ຮັບ​ຮູ້​ກ່ຽວ​ກັບ ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່​ຢູ່​ບັນ​ດາ​ຂະ​ແຫນງ​ການ, ທ​້ອງ​ຖິ່ນ​ຕ່າງ​ໆ.

        “ໃນ​ແຜນ​ການ ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່ ໄລ​ຍະ 2016-2020, ເລື່ອງ​ຕິດ​ຕາມກວດ​ກາ​ວິ​ວັດ​ການ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃຫມ່ ຄວນ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ. ຂ້າ​ພະ​ເຈົ້າ​ປາດ​ຖະ​ຫນາ​ວ່າ ​ໃນ​ກອງ​ປະ​ຊຸມ​ເທື່ອນີ້ ສະ​ພາ​ແຫ່ງ​ຊາດ​ຈະ​ອອກມະ​ຕິ​ສະ​ເພາະ​ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະ​ກອບ​ຄືນ​ໃຫມ່. ລັດ​ຖະ​ບານ ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ຢ່າງ​​ງ່າຍ​ດາຍກວ່າ. ນອກນັ້ນ ຄວນ​ເອົາ​ໃຈ​ໃສ່​ເຖິງ​ປັດ​ໄຈ​ມະ​ນຸດ. ຜູ້​ມີ​ສິດ​ເລືອກ​ຕັ້ງ​ປາດ​ຖະ​ຫນາ​ວ່າ​: ພັກ, ລັດ​ຖະ​ບານ​ມີ​ຄວາມ​ຂ້ຽວ​ຂາດກວ່າ​ໃນ​ການ​ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ຕ້ານ​ການ​ສະ​ແຫວງ​ຫາ​ຜົນ​ປະ​ໂຫຍດເປັນ​ກຸ່ມ ເພື່ອ​ໃຫ້​ພາ​ລະ​ກິດ​ສ້າງ​ໂຄງ​ປະ​ກອບເສດ​ຖະ​ກິດ​ຄືນ​ໃຫມ່​ສຳ​ເລັດ​ຜົນ.”

        ທ່ານ ຟ້າມ​ຟູ​ກວກ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ຄະ​ນະ​ນະ​ຄອນ​ໂຮ່​ຈິ​ມີນ ຖື​ວ່າ: ແຜນ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່ຄວນ​ກຳ​ນົດ​ບົດ​ບາດ​ຂອງ​ປະ​ຊາ​ຄົມ​ວິ​ສ​າ​ຫະ​ກິດ​ ຮ່ວມ​ກັບ​ລັດ​ຖະ​ບານ​ໃນ​ວິ​ວັດ​ການນີ້ ຕື່ມ​ອີກ. ບົນ​ພື້ນ​ຖານນັ້ນ ສະ​ມາ​ຊິ​ກ​ສະ​ພາ​ແຫ່ງ​ຊາດ ສະ​ເຫນີ​ວ່າ:

        “ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ, ຄຽງ​ຄູ​່ກັ​ບເລື່ອງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ໃນ​ການ​ເລີ່ມ​ປະ​ກອບ​ອາ​ຊີບ, ລັດ​ຖະ​ບານ ຄວນ​ສະ​ຫນັບ​ສະ​ຫນູນ​ການ​ສ້າງ​ຕັ້ງ​ບັນ​ດາ​ກຸ່ມ​​ບໍ​ລິ​ສັດເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ​ໃຫຍ່. ກ່ຽວ​ກັບ​ການ ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ແຫ່ງ​ລັດ​ຄືນ​ໃຫມ່, ສະ​ເຫນີ ຄວນ​ສ້າງ​ອົງ​ການ​ຄຸ້ມ​ຄອງ​ທຶນ, ຊັບ​ສິນ​ຂອງ​ລັດ​ໃນ​ວິ​ວັດ​ການ​ຫັນ​ລັດ​ວິ​ສາ​ຫະ​ກິດ​ເປັນ​ຫຸ້ນ​ສ່ວນ​ໂດຍ​ໄວ ເພື່ອ​ຫລີກ​ລ້ຽງ​ການ​ຮົ່ວ​ໄຫລ​ຊັບ​ສິນ, ຄວນ​ນຳ​ໃຊ້​ແຫລ່ງ​ລາຍ​ຮັບ​ຈາກ​ການ​ຫັນ​ລັດ​ວິ​ສາ​ຫະ​ກິດ​ເປັນ​ຫຸ້ນສ່ວນ​ໃຫ້​ແກ່​ການ​ລົງ​ທຶນ​ພັດ​ທະ​ນາ. ຂ້າ​ພະ​ເຈົ້າ​ກໍ​ສະ​ເຫນີ ກຳ​ນົດ 4 ກຳ​ລັງ​ຫນູນ​ໃຫ້​ແກ່​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃຫມ່ຄື: ເສດ​ຖະ​ກິດ​ພາ​ກ​ເອ​ກະ​ຊົນ, ເສດ​ຖະ​ກິດ​ແຫ່ງ​ລັດ, ​ພາກທີ່​ມີ​ເງິນ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ, ຊາວ​ກະ​ສິ​ກອນ.”

        ຫວຽດ​ນາມ​ໄດ້​ສ້າງ​ແຜນ​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃຫມ່​ແຕ່​ປີ 2016 -2020 ໃນ​ສະ​ພາບ​ການ​ສ້າງ​ຮູບ​ແບບ​ການ​ເຕີບ​ໂຕ​ເສດ​ຖ​ະ​ກິດ ຍັງ​ອີງ​ໃສ່​ສ່ວນ​ຫລາຍ​ຈາກ​ບັນ​ດາ​ປັດ​ໄຈ​ສົ້ນ​ອອກ, ຄຸນ​ນະ​ພາບ​ການ​ເຕີບ​ໂຕ, ສະ​ມັດ​ຕະ​ພາບ​ແຮງ​ງານ ແລະ ກຳ​ລັງ​ແກ້ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ ຍັງ​ຢູ່​ໃນ​ລະ​ດັບ​ຕ່ຳ ແລະ ການ​ປັບ​ປຸ​ງ​ຍັງຊັກ​ຊ້າ. ສະ​ນັ້ນ ການ​ປະ​ຕິ​ບັດ​ການ ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່ ໄລ​ຍະ 2016 -2020 ​ຢ່າງ​ມີ​ປະ​ສິດ​ທິ​ຜົນຈະ​ມີ​ຜົນ​ກະ​ທົບ​ໃຫຍ່, ປະ​ກອບ​ສ່ວນ​ສ້າງ ແລະ ພັດ​ທະ​ນາ​ການ​ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃຫມ່​ໃຫ້​ເໝາະ​ສົມ, ປັບ​ປຸງກ​ຳ​ລັງ​ແຮງ​ພາຍ​ໃນ​ເທື່ອ​ລະ​ກ້າວ​ເພື່ອ​ພັດ​ທະ​ນາ​ແບບ​ຍືນ​ຍົງ.


ຕອບກັບ

ຂ່າວ/ບົດ​ອື່ນ