ສະພາແຫ່ງຊາດດຳເນີນການຊັກຖາມ: ຄວາມຮັບຜິດຊອບຂອງສະມາຊິກສະພາແຫ່ງຊາດຕໍ່ຜູ້ມີສິດເລືອກຕັ້ງ

(VOVWORLD) - ການຊັກຖາມແມ່ນຮູບແບບຕິດຕາມກວດກາສຳຄັນພິເສດ, ສະແດງໃຫ້ເຫັນໜ້າທີ່ຄວາມຮັບຜິດຊອບຂອງສະພາແຫ່ງຊາດ ແລະ ບັນດາສະມາຊິກສະພາແຫ່ງຊາດຕໍ່ຜູ້ມີສິດເລືອກຕັ້ງ
ສະພາແຫ່ງຊາດດຳເນີນການຊັກຖາມ: ຄວາມຮັບຜິດຊອບຂອງສະມາຊິກສະພາແຫ່ງຊາດຕໍ່ຜູ້ມີສິດເລືອກຕັ້ງ - ảnh 1  ໃນວາລະຊັກຖາມທີ່ກອງປະຊຸມສະໄໝສາມັນ ສະພາແຫ່ງຊາດຄັ້ງນີ້, ມີ 4 ໝວດບັນຫາໄດ້ຄັດເລືອກເພື່ອຊັກຖາມ
(ພາບປະກອບ: quochoi.vn)

        ວາລະຊັກຖາມ ແລະ ຕອບຄຳຊັກຖາມທີ່ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ຈະຈັດຂຶ້ນເປັນເວລາ 2 ມື້ເຄິ່ງ, ເລີ່ມແຕ່ວັນທີ 04 ມິຖຸນາ, ໂດຍສຸມໃສ່ 4 ໝວດບັນຫາຂຶ້ນກັບຂົງເຂດ: ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ອຸດສາຫະກຳການຄ້າ, ກວດສອບບັນຊີ, ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ. ນີ້ແມ່ນການເຄື່ອນໄຫວດ້ານການເມືອງເປັນປະຈຳທີ່ບັນດາກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ, ສະແດງໃຫ້ເຫັນໜ້າທີ່ຄວາມຮັບຜິດຊອບຂອງບັນດາສະມາຊິກສະພາແຫ່ງຊາດຕໍ່ຜູ້ມີສິດເລືອກຕັ້ງ ດ້ວຍຖ້ານະເປັນຜູ້ຕາງໜ້າໃຫ້ແກ່ສິດອຳນາດຂອງປະຊາຊົນ, ຕາງໜ້າໃຫ້ປະຊາຊົນ ຮຽກຮ້ອງໃຫ້ບັນດາລັດຖະມົນຕີ, ຫົວໜ້າຂະແໜງຕອບ, ເຮັດແຈ້ງໜ້າທີ່ຂອງຕົນ.

        ການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມຂອງສະພາແຫ່ງຊາດ ຍາມໃດກໍ່ໄດ້ຮັບຄວາມສົນໃຈຕິດຕາມເປັນພິເສດຂອງຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດ. ບັນດາວາລະຊັກຖາມ ແລະ ຕອບຄຳຊັກຖາມຂອງສະພາແຫ່ງຊາດ ລ້ວນແຕ່ໄດ້ຖ່າຍທອດສົດທາງໂທລະພາບ, ວິທະຍຸກະຈາຍສຽງ ເພື່ອໃຫ້ຜູ້ມີສິດເລືອກຕັ້ງ ແລະ ປະຊາຊົນໃນທົ່ວປະເທດຕິດຕາມ. ການເຄື່ອນໄຫວຊັກຖາມ ແລະ ຕອບຄຳຊັກຖາມຂອງສະພາແຫ່ງຊາດໃນໄລຍະຜ່ານມາ ໄດ້ປະກອບສ່ວນຕັ້ງໜ້າເພື່ອແກ້ໄຂຫຼາຍບັນຫາໃນສັງຄົມ, ສົ່ງຜົນສະທ້ອນຢ່າງແທດຈິງ, ຊຸກຍູ້ບັນດາອົງການແຫ່ງລັດ ຍົກສູງຄຸນນະພາບ, ປະສິດທິຜົນການເຄື່ອນໄຫວ.

ຊັກຖາມຖືກຕ້ອງບັນຫາ

        ວຽກງານກະກຽມໃຫ້ແກ່ວາລະຊັກຖາມ ແລະ ຕອບຄຳຊັກຖາມທີ່ກອງປະຊຸມສະໄໝສາມັນເທື່ອທີ 7 ຄັ້ງນີ້ໄດ້ຮັບການກະກຽມຢ່າງລະອຽດ. ຄະນະປະຈຳສະພາແຫ່ງຊາດໄດ້ຄັດເລືອກແຕ່ກ່ອນບັນດາບັນຫາຊັກຖາມ, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາລັດຖະມົນຕີ, ຫົວໜ້າຂະແໜງກວດກາ, ຕີລາຄາ ແລະ ມີບົດລາຍງານລະອຽດກ່ຽວກັບໝວດບັນຫາຊັກຖາມ. ບົນພື້ນຖານນັ້ນ, ບັນດາສະມາຊິກສະພາແຫ່ງຊາດມີເວລາຢ່າງພຽງພໍເພື່ອຄົ້ນຄວ້າ, ຊັກຖາມໃຫ້ຖືກຕ້ອງບັນດາເນື້ອໃນຈຸດສຸມ, ສົ່ງຄຳມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງເຖິງບັນດາລັດຖະມົນຕີ, ຫົວໜ້າຂະແໜງ. ທ່ານນາງ ຫງວຽນທິງອັກຊວັນ, ສະມາຊິກສະພາແຫ່ງຊາດແຂວງ ບິ່ງເຢືອງ, ຕີລາຄາວ່າ:

        “ຂ້າພະເຈົ້າເຄົາລົບເຫັນດີຕໍ່ເລື່ອງພາຍຫຼັງກອງປະຊຸມຄະນະປະຈຳສະພາແຫ່ງຊາດແຕ່ລະຄັ້ງກໍ່ໄດ້ຄັດເລືອກຄຳເຫັນ, ຂໍ້ສະເໜີແນະທີ່ຍັງບໍ່ທັນໄດ້ຮັບການແກ້ໄຂ ເພື່ອຕິດຕາມ, ສ້າງການຫັນປ່ຽນຢ່າງຈະແຈ້ງໃນຕົວຈິງ. ຈາກນັ້ນ, ສະພາແຫ່ງຊາດຈະຄົ້ນຄວ້າ, ສະເໜີຂັ້ນມີສິດອຳນາດໃນການຍົກສູງພາລະບົດບາດ, ໜ້າທີ່, ສິດອຳນາດເພື່ອຍົກສູງຄຸນນະພາບການເຄື່ອນໄຫວ, ໂດຍສະເພາະແມ່ນການເຄື່ອນໄຫວຕິດຕາມກວດກາ ເພື່ອຕອບສະໜອງຄວາມມຸ່ງມາດປາດຖະໜາອັນຊອບທຳຂອງຜູ້ມີສິດເລືອກຕັ້ງ.”

ຜູ້ມີສິດເລືອກຕັ້ງລໍຖ້າຫຼາຍເນື້ອໃນສຳຄັນ

        ໃນວາລະຊັກຖາມທີ່ກອງປະຊຸມສະໄໝສາມັນ ສະພາແຫ່ງຊາດຄັ້ງນີ້, ມີ 4 ໝວດບັນຫາໄດ້ຄັດເລືອກເພື່ອຊັກຖາມ ລ້ວນແຕ່ແມ່ນບັນດາບັນຫາກວມລວມ, ທັງມີລັກສະນະຕໍ່ໜ້າ ແລະ ຍາວນານສຳລັບການປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມຂອງປະເທດຊາດໃນໄລຍະຈະມາເຖິງ, ພ້ອມທັງກໍ່ສົ່ງຜົນສະທ້ອນໂດຍກົງເຖິງຊີວິດການເປັນຢູ່ຂອງປະຊາຊົນ. ທ່ານນາງ ເຈິ່ນທິຍິຍ່າ, ສະມາຊິກສະພາແຫ່ງຊາດນະຄອນ ຮ່າໂນ້ຍ, ຮອງຫົວໜ້າຄະນະຄົ້ນຄວ້າຄຳຮ້ອງຂໍຄວາມເປັນທຳຂອງສະພາແຫ່ງຊາດ, ຖືວ່າ, ໃນບັນດາສະໄໝປະຊຸມມໍ່ໆມານີ້, ສະພາແຫ່ງຊາດໄດ້ປ່ຽນແປງໃໝ່ການຊັກຖາມ ຕອບສະໜອງຄວາມລໍຖ້າຂອງຜູ້ມີສິດເລືອກຕັ້ງ. ທ່ານນາງເຊື່ອໝັ້ນວ່າ, ບັນດາຂະແໜງ, ຂົງເຂດທີ່ໄດ້ຮັບການຊັກຖາມນັ້ນ ຈະມີກຳລັງໜູນໃໝ່ຫຼາຍຢ່າງຕື່ມອີກ, ມີວີທິເຮັດໃໝ່ ເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດ, ສ້າງທ່ວງທ່າໃຫ້ແກ່ການພັດທະນາຂອງຂະແໜງ, ຂົງເຂດ, ບົນຈິດໃຈຮັບໃຊ້ຜົນປະໂຫຍດຂອງປະຊາຊົນ ນັ້ນແມ່ນເປົ້າໝາຍສູງສຸດ.

        ໂດຍມີຄວາມສົນໃຈເຖິງນະໂຍບາຍພິເສດສະເພາະ, ດຶງດູດການລົງທຶນໃຫ້ແກ່ບັນດາບັນຫາວັດທະນະທຳ, ກິລາ, ທ່ອງທ່ຽວ, ທ່ານ ລຶວບາໝາກ, ສະມາຊິກສະພາແຫ່ງຊາດແຂວງ ລ້າງເຊີນ, ຖືວ່າ:

        “ລັດຖະບານຕ້ອງມີກົນໄກ, ນະໂຍບາຍ ແລະ ມາດຕະການແກ້ໄຂສຳລັບຖັນແຖວນັກສິລະປິນ, ນັກສະແດງທີ່ໝົດອາຍຸອາຊີບ, ແຕ່ຍັງບໍ່ທັນຮອດອາຍຸພັກບຳນານ. ພ້ອມກັນນັ້ນ, ຕ້ອງມີກົນໄກ, ນະໂຍບາຍ, ດຶງດູດ, ເກື້ອກູນສຳລັບຜູ້ທີ່ເຮັດວຽກໃນຂົງເຂດນີ້. ຈາກນັ້ນ, ສາມາດປະກອບສ່ວນຍົກສູງຄຸນນະພາບບັນດາລາຍການສະແດງສິລະປະ, ທັງປະຕິບັດໜ້າທີ່ການເມືອງ, ທັງຕອບສະໜອງເປັນຢ່າງດີກວ່າສຳລັບຄວາມຮຽກຮ້ອງທີ່ນັບມື້ນັບສູງ ກ່ຽວກັບການປະດິດຄິດສ້າງວັດທະນະທຳຂອງປະຊາຊົນ, ນັກສິລະປິນ, ນັກສະແດງແຕ່ລະຄົນ.”

        ກ່ຽວກັບຂົງເຂດວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ໂດຍສະເພາະແມ່ນບັນດາບັນຫາກ່ຽວຂ້ອງເຖິງນະໂຍບາຍພິເສດສະເພາະ, ດຶງດູດການລົງທຶນໃຫ້ແກ່ບັນດາການເຄື່ອນໄຫວວັດທະນະທຳ, ກິລາ, ທ່ອງທ່ຽວ… ທ່ານຮອງສາດສະດາຈານ, ປະລິນຍາເອກ ບຸຍຮ່ວາຍເຊີນ, ກຳມະການຜູ້ປະຈຳການກຳມາທິການວັດທະນະທຳ, ສຶກສາຂອງສະພາແຫ່ງຊາດ, ຖືວ່າ:

        “ໃນໄລຍະປະຈຸບັນ, ບັນຫາພັດທະນາວັດທະນະທຳ ແລະ ຊາວ ຫວຽດນາມ ມີກາລະໂອກາດຫຼາຍຢ່າງ, ແຕ່ກໍ່ປະສົບກັບຄວາມຫຍຸ້ງຍາກບໍ່ໜ້ອຍ. ເຮັດແນວໃດນຳໃຊ້ກາລະໂອກາດເພື່ອຜ່ານຜ່າບັນດາສິ່ງທ້າທາຍ, ແກ້ໄຂສ້າງທີ່ຄ້າງຄາໃຫ້ແກ່ການພັດທະນາວັດທະນະທຳ, ເພື່ອຈາກນັ້ນໃຫ້ດ້ານວັດທະນະທຳກາຍເປັນພື້ນຖານດ້ານຈິດໃຈຂອງສັງຄົມ, ແມ່ນເປົ້າໝາຍ, ກຳລັງໜູນຢ່າງແທດຈິງໃຫ້ແກ່ການພັດທະນາເສດຖະກິດ, ສັງຄົມ”.

        ການຊັກຖາມແມ່ນຮູບແບບຕິດຕາມກວດກາສຳຄັນພິເສດ, ສະແດງໃຫ້ເຫັນໜ້າທີ່ຄວາມຮັບຜິດຊອບຂອງສະພາແຫ່ງຊາດ ແລະ ບັນດາສະມາຊິກສະພາແຫ່ງຊາດຕໍ່ຜູ້ມີສິດເລືອກຕັ້ງ, ພ້ອມກັນນັ້ນ, ກໍ່ກຳນົດແຈ້ງໜ້າທີ່ຂອງຫົວໜ້າບັນດາອົງການທີ່ມີໜ້າທີ່ ສຳລັບຂົງເຂດທີ່ຕົນເອງຮັບຜິດຊອບ. ຈາກນັ້ນ, ສ້າງການຫັນປ່ຽນຢ່າງຕັ້ງໜ້າ, ປະຕິບັດບັນດາໜ້າທີ່ຮອດທ້າຍປີ 2024 ໃຫ້ເປັນຢ່າງດີທີ່ສຸດ ກໍ່ຄືທັງອາຍຸການ 2021 – 2026.

ຕອບກັບ

ຂ່າວ/ບົດ​ອື່ນ