ສະພາແຫ່ງຊາດປີ 2013: ບັນດາຂີດໝາຍພົ້ນເດັ່ນ


(vovworld)-​ໃນ​ປີ 2013, ສະພາ​ແຫ່ງ​ຊາດ​ຫວຽດນາມ​ໄດ້​ສ້າງ​ຂີດ​ໝາຍ​ພົ້ນ​​ເດັ່ນ​ດ້ວຍ​ການ​ເຄື່ອນ​ໄຫວ​ສຳຄັນ​ຫລາຍ​ຢ່າງ,​ມີ​ຜົນ​ສະທ້ອນ​ເຖິງຊີວິດ​ທາງ​ດ້ານ​ການ​ເມືອງ​ຂອງ​ປະ​ເທດ​ຊາດ, ສ້າງ​ປະຖົມ​ປັດ​ໄຈ​ສຳຄັນ​ໃຫ້​ແກ່​ການ​ເສິມ​ຂະຫຍາຍ​ປະສິດທິ​ຜົນ​ບັນດາ​ພາລະ​ບົດບາດ​ໂດຍ​ລັດຖະທຳ​ມະນູນ​ກຳນົດ​ຂອງ​ບັນດາ​ອົງການ​ມີ​ສິດ​ອຳນາດ​ແຫ່ງ​ລັດ​ສູງ​ສູດ. ​

ສະພາແຫ່ງຊາດປີ 2013: ບັນດາຂີດໝາຍພົ້ນເດັ່ນ - ảnh 1
ກອງປະຊຸມສະໄຫມສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມ
ຊຸດທີ 13
ພາບ:internet

        ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13 ປີ 2013 ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ຜ່ານ​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 5 ​ແລະ ທີ 6. ມີ​ຫລາຍ​ລັດຖະນະ​ໂຍບາຍ​ສຳຄັນ​​ໄດ້​ຮັບ​ການ​ຮັບຮອງ​ເອົາ​ຈາກ​ສະພາ​ແຫ່ງ​ຊາດ, ​ໃນ​ນັ້ນ ສຳຄັນ​ກວ່າ​ໝູ່​ແມ່ນ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ສຳລັບ​ບັນດາ​ຕຳ​ແຫນ່​ງ​ໂດຍ​ສະພາ​ແຫ່ງ​ຊາດ​ເລືອກ​ຕັ້ງ​ຫລື​​ໃຫ້​ສັດຕະຍາບັນ, ການ​ຮັບຮອງ​ເອົາ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ, ການຮັບຮອງ​ເອົາ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງ ພ້ອມ​ກັບ​ບັນດາ​ລັດຖະນະ​ໂຍບາຍ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ສັງຄົມ.

        ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ-​ການ​ເຄື່ອນ​ໄຫວ​ໃຫ່ມ​ທີ່​ກອງ​ປະຊຸມ​ຂອງ​ສະພາ​ແຫ່ງ​ຊາດ

        ​​ເປັນ​ຄັ້ງ​ທຳ​ອິດ​ພາຍຫລັງ 67 ປີ​ນັບ​ແຕ່​ເມື່ອ​ກອງ​ປະຊຸມ​ສະ​ໄຫມ​ສາມັນ​​ເທື່ອ​ທຳ​ອິດ​ປີ 1946, ສະພາ​ແຫ່ງ​ຊາດ​ຫວຽດນາມ ດຳ​ເນີນ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ສຳລັບ 47 ຕຳ່​ແຫນ່​ງ​ໂດຍ​ສະພາ​ແຫ່ງ​ຊາດ​ເລືອກ​ຕັ້ງຫລື​ໃຫ້​ສັດຕະຍາບັນ. ນີ້​​ແມ່ນ​ການ​ດຳ​ເນີນ​ຊີວິດ​ດ້ານ​ການ​ເມືອງ​ສຳຄັນ, ​ແມ່ນ​ບາດກ້າວ​ໃຫຍ່​ໃນ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ​ເພື່ອ​ຕີ​ລາຄາ​ກ່ຽວ​ກັບ​ບັນດາ​ຜູ້​ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຫລື​ໃຫ້​ສັດຕະຍາບັນ​ຈາກ​ສະພາ​ແຫ່ງ​ຊາດ​ເພື່ອ​ເຊີດ​ຊູ​ຄວາມ​ຮັບຜິດຊອບ​ຂອງ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ(ສສຊ)​ແຕ່ລະ​ທ່ານ​ໃນ​ການ​ເລືອກ​ເຟັ້ນຜູ້​ມີ​ຄວາມ​​ເກັ່ງ​ກ້າສາມ​າດ, ມີ​ຄຸນສົມບັດ​​ໃຫ້​ແກ່​ປະ​ເທດ​ຊາດ. ​ເຖິງ​ວ່າ ຈຸດ​ປະສົງ​ຂອງ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ແມ່ນ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ການ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ ​ແຕ່​ນີ້​ກໍ​ແມ່ນ​ສັນຍານ​ເປັນ​ຫນ້າ​ຊື່ນ​ຊົມ​ກ່ຽວ​ກັບ​ລັກສະນະ​ປະຊາ​ທິປະ​ໄຕ ​ແລະ ລັກສະນະ​ຜູ້​ຕາງຫນ້າ​ຢ່າງ​ແທ້​ຈິງ​ຂອງ​ອົງການ​ສູງ​ສຸດ​ຂອງ​ປະ​ເທດ​ຊາດໂດຍ​ປະຊາຊົນ​ເລື​ອກຕັ້ງ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮູ່ງ ຕີ​ລາຄາ​ວ່າ:

        “ໝາກຜົນ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ຂອງ​ສະພາ​ແຫ່ງ​ຊາດ​ໄດ້​ສອ່ງສອງ​ຢ່າງ​ຈິງ​ຈັງ​ສະພາບ​ເສດຖະກິດ​ສັງຄົມ, ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ການ​ຕ່າງປະ​ເທດ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ຕຸລາການ​ຂອງ​ປະ​ເທດ​ຊາດ. ນີ້​ກໍ​ແມ່ນ​ບົດຮຽນ​ທີ່​ດີ​ເພື່ອ​ໃຫ້​ບັນດາ​ອົງການ,ອົງການຈັດ​ຕັ້ງ​ມີ​ຄວາມ​ຮັບຜິ​ດຊອບ​ຢູ່​ສູນ​ກາງ ​ແລະ ທ້ອງ​ຖິ່ນ, ສະພາ​ປະຊາຊົນ​ທຸກ​ຂັ້ນ​ຄິດ​ໄລ່​ຊັ່ງ​ຊາ, ໝູນ​ໃຊ້​ເມື່ອ​ຜັນ​ຂະຫຍາຍ​ການ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ສຳລັບ​ບັນດາ​ຜູ້​ດຳ​ລົງ​ຕຳ​ແຫນ່​ງ​ໂດຍ​ສະພາ​ປະຊາຊົນ​ເລືອກ​ຕັ້ງ​ໃນ​ໄລຍະ​ຈະ​ມາ​ເຖິງ, ຮັບປະກັນ​ການ​ເພີ່ມ​ທະວີ​ຜົນ​ສັກສິດ, ປະສິດທິ​ຜົນການ​ຕິດຕາມ​ກວດກາ​ຂອງ​ບັນດາ​ອົງການ​ໂດຍ​ປະຊາຊົນ​ເລືອກ​ຕັ້ງ, ຕອບ​ສະຫນອງຄວາມ​ມຸ່ງ​ມາດ​ປາດ​ຖະຫນາ​ຂອງ​ປະຊາຊົນ.”

        ຮັບຮອງ​ເອົາ​​ຮ່າງ​ກົດໝາຍ​ຫລາຍ​ສະບັບ​ທີ່​ສຳຄັນ

        ປີ 2013, ວຽກ​ງານ​ສ້າງ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ​ໄດ້​ຮັບ​ການ​​ເສີມ​ຂະຫຍາຍ​ຢ່າງ​ມີ​ປະສິດທິ​ຜົນ,​​ໃນ​ນັ້ນ ຕ້ອງ​ເຕື້ອງ​ເຖິງ​ເລື່ອງ​ສະພາບ​ແຫ່ງ​ຊາດ​ຮັບຮອງ​ເອົາ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ. ນີ້​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ແມ່ນ​ເຫດການ​ການ​ເມືອງ-​ນິຕິ​ກຳ​ທີ່​ມີ​ລັກສະນະ​ປະຫວັດສາດ, ​ເປີດ​ໄລຍະ​ໃຫມ່​ຂອງ​ກິດຈະການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ​ເລື່ອງ​ຮັບຮອງ​ເອົາ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຮັບປະກັນ​ດ້ານ​ການ​ເມືອງ-​ນິຕິ​ກຳ​ຢ່າງ​ໝັ້ນຄົງ​​ເພື່ອໃຫ້​ປະ​ເທດ​ຫວຽດນາມ​ກ້າວ​ຂຶ້ນຢ່າງ​ໝັ້ນຄົງ​ຕໍ່ຫນ້າ​ບັນດາ​ສິ່ງ​ທ້າ​ທາຍ​ໃຫມ່​ຂອງ​ຍຸກ​ປະຈຸ​ບັນ. ທ່ານ​ນາງ ຫງວຽນ​ແທງ​ຫາຍ, ສສຊ ​ແຂວງ ຮ່ວາ​ບີ່​ງ ຢືນຢັນ​ວ່າ:

        “ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ລັດຖະທ​ຳມະນູນ​ສະບັບ​ປັບປຸງ​ໄດ້​ຮັບ​ຮອງ​ເອົາ ຈະ​ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ເຂົ້າ​ໃນ​ການ​ຊຸກຍູ້ການ​ພັດທະນາ​ເສດຖະກິດ​ສັງຄົມ​ໃນ​ໄລຍະ​ຈະ​ມາ​ເຖິງ, ພິ​ເສດ​ຈະ​ປະກອບສ່ວນ​ຈຳກັດ​ທຸກ​ຂໍ້ຄົງ​ຂ້າງ, ຂັດ​ແຍ້​ງ, ກ້າວ​ກ່າຍ​ລະຫວ່າງ​ບັນດາ​ກົດໝາຍ​ນັບ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ.”

        ພ້ອມ​ກັບ​ເລ່ືອງ​ຮັບຮອງ​ເອົາ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ ປີ 2013, ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​ເອົາ​ກົດໝາຍ​ເກືອບ 20 ສະບັບ ​ແລະ ​ໃຫ້​ຄຳ​ເຫັນ​ໃສ​່ຮ່າງ​ກົດໝາຍ​ອື່ນຫລາຍ​ສະບັບ. ນີ້​ລ້ວນ​ແຕ່​​ແມ່ນບັນດາ​ຮ່າງ​ກົດໝາຍ​ສຳຄັນ, ປະກອບ​ສ່ວນ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ສັງຄົມ, ວິທະຍາສາດ​ເຕັກ​ໂນ​ໂລ​ຊີ, ປັບປຸງ​ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ພັດທະນາ​ປະ​ເທດ​ຊາດ​ແບບ​ຍືນ​ຍົງ. ​ໃນ​ນັ້ນ ​ເປັນ​ຫນ້າ​ສົນ​ໃຈ​ແມ່ນ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງ. ນີ້​ແມ່ນ​ກົດໝາຍ​ສົ່ງ​ຜົນ​ກະທົບ​​ໂດຍ​ກົງ​ເຖິງ​ທຸ​ກດ້ານ​ຂອງ​ຊີວິດ​ທາງ​ດ້ານ​ເສດຖ​ະກິດ​ສັງຄົມ, ສະຖຽນ​ລະ​ພາບ, ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ຊາດ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລື​ວ ​ເນັ້ນ​ຫນັກ​ວ່າ:

        “ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງ​ໄດ້​ຮັບ​ການ​ປັບປຸງ​ຕາມ​ທິດ​ຕ້ອງ​ຮັບປະກັນ​ບັນດາ​ຂໍ້​ກຳນົດ​ຖອນ​ຄືນ​ທີ່​ດິນ​ຢ່າງ​ແຫນ້ນ​ແຟ້ນ, ຕິດ​ພັນ​ກັບ​ສິດ​ອຳນາດ​ຂອງ​ສະພາ​ແຫ່ງ​ຊາດ, ລັດຖະບານ, ສະພາ​ປະຊາຊົນ,​ຄະນະ​ກຳມະການ​ປະຊາຊົນ. ​ໃນ​ການ​ຖອນ​ຄືນ​ທີ່​ດິນ​ຕ້ອງ​ອີງ​ໃສ່​ຫລັກການ​ເປີດ​ເຜີຍ​ໂປ່​ງ​ໃສ​ການ​ຊົດ​ເຊີຍ​ຕ້ອງ​ປະຕິບັດ​ຖືກຕ້ອງ​ກັບ​ການ​ກຳນົດ​ຂອງ​ກົດໝາຍ ​ແລະ ​ໃນ​ບັນດາ​ກໍລະນີ​ທີ່​ຈຳ​ເປັນ.”

​ເພີ່ມ​ທະວີ​ການ​​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ​ເຖິງ​ຜູ້​ມີ​ສິດ​ເລືອກ​ຕັ້ງ

        ດ້ວຍ​ໂຄງການ​ເຄື່ອນ​ໄຫວ​ຕາມ​ໄລຍະ​ເວລາ​ທີ່​ກຳນົດ, ​ໃນ​ປີ 2013, ​ວາລະ​ເຮັດ​ວຽກ​ຫລາຍ​ຄັ້ງ​ຂອງ​ສະພາ​ແຫ່ງ​ຊາດ​ຖືກ​ອອກ​ອາກາດ​ໂດຍ​ກົງ​ທາງ​ວິທະຍຸ, ​ໂທລະພາບ​ເພື່ອ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງຕິ​ດຕາມ​ກວດກາ, ປ​ະກອບ​ສ່ວນ​ສະຫນອງ​ຂໍ້​ມູນ​ຂ່າວ​ທີ່​ມີລັກສະນະ​ຊື່​ຕົງ, ທັນ​ການກ່ຽວ​ກັບການ​ເຄື່ອນ​ໄຫວທີ່ກອງປະຊຸມສະພາ​ແຫ່ງ​ຊາດ​ເຖິງ​ຜູ້ມີ​ສິດ​ເລືອກ​ຕັ້ງ.  ທ່ານ ​ເລຍື​ຕຽນ​,​ສສຊ ​ແຂວງ ກວ້າງຈີ້, ຕີ​ລາຄາ​ວ່າ:

        “ກອງ​ປະຊຸມ​ສະ​ໄຫມ​ສາມັນ​ຄັ້ງ​ມໍ່ມາ​ນີ້, ພິ​ເສດ​ແມ່ນ​ອາຍຸ​ການ​ສະພາ​ແຫ່ງ​ຊາດ​ຊຸດ​ທີ 13, ສະພາ​ແຫ່ງ​ຊາດ ​ແລະ   ຄະນະ​ປະ​ຈຳ​ສະພາ​ແຫ່ງ​ຊາດ​ໄດ້​ມີ​ແຜນ​ນະ​ໂຍບາຍ​ເປີດ​ເຜີຍ​ຫລາຍ​ກວ່າ. ກ່ອນ​ນັ້ນ ພຽງ​ມີ​ວາລະ​ປະຊຸມ​ໄຂ​, ອັດ, ການ​ຊັກ​ຖາມ​ຫລື​ການ​ປຶກສາ​ຫາລື​ກ່ຽວ​ກັບ​ເສດຖະກິດ​ສັງຄົມ​ເທົ່າ​ນັ້ນ. ​ໄລຍະ​ມໍ່ໆ​ມາ​ນີ້ ​ແມ່ນ​ການ​ຕິດຕາມ​ກວດກາ​ຫົວ​ເລື່ອງ​ສະ​ເພາະ, ບາງ​ກົດໝາຍ, ຮ່າງ​ລັດຖະ​ທຳ​ມະນູນ​ປີ 1992 ສະບັບ​ປັບປຸງ, ປຶກສາ​ຫາລື​ເພື່ອ​ໃຫ້​ປະຊາຊົນ​ກຳ​ໄດ້​ຢ່າງ​ລະອຽດ​ກວ່າ. ນີ້​ແມ່ນ​ກາລະ​ໂອກາດ​ທີ່​ດີ​ເພື່ອ​ໃຫ້​ສະພາ​ແຫ່ງ​ຊາດ​ເຜີຍ​ແຜ່​ຂໍ້​ມູນ​ຂ່າວສານ​ເຖິງ​ຜູ້​ມີ​ສິດ​ເລືອກ​ຕັ້ງ.”

        ພ້ອມ​ກັບ​ບັນດາ​ຂີດ​ໝາຍ​ດັ່ງກ່າວ, ປີ 2013, ສະພາ​ແຫ່ງ​ຊາດ​ໄດ້​ຮັບຮອງ​​ເອົາ​ບັນດາ​ມະຕິ​ກ່ຽວ​ກັບ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ສ້າງ​ປະຖົມ​ປັດ​ໄຈ​ເພື່ອ​ໃຫ້​ຫວຽດນາມ​ສຳ​ເລັດ​ບັນດາ​ຈຸດໝາຍ​ທີ່​ວາງ​ອອກ. ຄື​ຮັບຮອງ​ເອົາ​ມະ​ຕິ​ກ່ຽວ​ກັບ​ການ​ດັດ​ປັບ​ແຜນ​ງົບປະມານ​ແຫ່​ງລັດ​ປີ 2013 ​ແລະ ​ແຜ​ນງົບ​ປະມານ​ແຫ່ງ​ລັດ​ປີ 2014, ຂໍ້​ຕົກລົງ​ຍົກ​ລະດັບ​ເພດານ​ລາຍ​ຈ່າຍ​ງົບປະມານ​​ແຫ່ງ​ລັດເກີນ​ດຸນ​​ໃຫ້​ແກ່2 ປີ​ແມ່ນ​ຂຶ້ນ​ເຖິງ 5,3% GDP.

ອາດ​ຈະ​ຢືນຢັນ​ໄດ້​ວ່າ ບັນດາ​ຂີດ​ໝາຍ​ສຳຄັນ​ຊື່​ງສະພາ​ແຫ່ງ​ຊາດ​ບັນລຸ​ໄດ້​ໃນ​ປີ 2013 ​ແມ່ນ​ມີ​ລັກສະນະ​ປະຫວັດສາດ, ​ແມ່ນ​ກຳລັງ​ຫນູນ​ເພື່ອ​ໃຫ້​ອົງການ​ມີ​ສິດ​ອຳນາດ​ແຫ່ງ​ລັດ​ສູງ​ສຸດ​ສືບ​ຕໍ່​ປະຕິບັດ 3 ພາລະ​ບົດບາດ​ນິຕິບັນຍັດ, ຕັດສິນ​ບັນດາ​ບັນຫາ​ສຳຄັນ​ຂອງ​ປະ​ເທດ​ຊາດ ​ແລະ ຕິດ​ຕາມ​ກວດກາ​ສູງ​ສຸດ​ສຳລັບ​ການ​ເຄື່ອນ​ໄຫວ​ ທັງ​ໝົດຂອງ​ລັດ​ເປັນ​ຢ່າງ​ດີ​.


ຂ່າວ/ບົດ​ອື່ນ