ສະພາແຫ່ງຊາດປຶກສາຫາລືມາດຕະການແກ້ໄຂຄວາມຫຍຸ້ງຍາກຂອງພື້ນຖານເສດຖະກິດ

(vovworld)-​ໃນ​ມື້​ປຶກສາ​ຫາລື​ກ່ຽວ​ກັບ​ສະພາບ​ການ​ເສດຖະກິດ​ສັງຄົມ​ໃນ​ວັນ​ທີ 24/10 ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 6 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13, ສະພາບ​ເສດຖະກິດ​ຫວຽດນາມ ​ແລະ ກຳນົດ​ທິດ​ພັດທະນາ​ໃນ​ໄລຍະ​ຈະ​ມາ​ເຖິງ​ໄດ້​ຮັບ​ການ​ເຕື້ອງ​ເຖິງ​ຈາກ​ສະມາຊິກ​ສະພາ​ແຫ່ງ​ຊາດ​ (ສສຊ) ຫລາຍ​ທ່ານ. ນັກ​ຂ່າວ​ວິ​ທະ​ຍຸ​ກະຈາຍສຽງ​ຫວຽດນາມ​ຂໍຄັດ​ສະ​ເຫ​ນີບາງ​ຄຳ​ເຫັນ​ຂອງ ສສຊ ກ່ຽວ​ກັບ​ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ພື້ນຖານ​ເສດຖະກິດ. ​

          ຕີ​ລາຄາ​ສັງ​ລວມ, ສສຊ ຫລາຍ​ທ່ານ​ໃຫ້​ຂໍ້​ສັງ​ເກດ​ວ່າ ປີ 2013 ພື້ນຖານ​ເສດຖະກິດ​ຫວຽດນາມ ບໍ່​ທັນ​ສາມາດຫລຸດ​ພົ້ນ​ອອກ​ຈາກ​ໄລຍະ​ຫຍຸ້ງຍາກ​ໄດ້​ເທື່ອ. ສິ່ງ​ດັ່ງກ່າວ​ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​​ການ​​ເຕີບ​ໂຕບັນລຸ​ລະດັບ​ຕຳ່​ເທົ່າ​ນັ້ນ ຫາກ​​ຍັງ​ສະ​ແດງ​ຢູ່​ໃນການ​ຟື້ນ​ຕົວ ​ແລະ ຄວາມ​ສາມາດ​ນຳ​ໃຊ​້ທຶນຮອນ​ຊັກ​ຊ້າ​ອີກ​ດ້ວຍ. ສະ​ນັ້ນ ຄວນ​ມີ​ນະ​ໂຍບາຍ​ເໝາະ​ສົມ​ເພື່ອ​ຢຸດຕິ​ສະພາບ​ການ​ດັ່ງກ່າວ. ທ່ານ ​ເຈີ​ນຢູລີກ, ສສຊ ນະຄອນ​ໂຮ່ຈິ​ມີນ ສະ​ເຫ​ນີລັດຖະບານ​ສ້າງ​ຍຸດ​ທະ​ສາດ​ພັດທະນາ​ຍາວ​ນານ​ກວ່າ, ບໍ່​ຄວນ​ສ້າງ​ແຜນການ​ສະ​ເພາະ​ປີ 2014 ຫາກ​ຕ້ອງ​ຄິດ​ໄລ່​ເຖິງ​ໄລ​ຍະ​ກາງ​ໃຫ້​ທັງ​​ໄລຍະ 2014-2015.

        “ລະອຽດ ຄວນ​ວາງ​ຈຸດໝາຍ​ການ​ເຕີບ​ໂຕ​ສະ​ເລ່ຍ​ໃນ 2 ປີ ປະມານ 6%, ບໍ່​ຄວນ​ຟ້າວ​ຟັ່ງ​ຊຸກຍູ້​ຄວາມ​ຕ້ອງການ ​ແລະ ຕະຫລາດ​ດ້ວຍ​ທຸກ​ວິທີ. ດັດຊະນີ​ລາຄາ​ໃຊ້​ສອຍ​ໃນ 2 ປີ​ຈະ​ມາ​ເຖິງ ຄວນ​ສູ້​ຊົນ​ຈຳກັດ​ຢູ່​ລະດັບ​ປະມານ 7%. ລັດຖະບານ​ໄດ້​ສະ​ເຫ​ນີ​ເພີ່ມ​ລາຍ​ຈ່າຍ​ງົບປະມານ​ເກີນ​ດຸນ​ໃນ 2 ປີ 2014-2015 ​ໃຫ້​ຂຶ້ນ​ເຖິງ 5,3%. ​ແຕ່ສິ່ງ​ສຳຄັນ​ທີ່​ສຸ​ດ​ແມ່ນ​ຕ້ອງ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃນ​ການ​ເພີ່ມ​ສິນ​ເຊື່ອ. ຖ້າ​ຫາກ​ສິນ​ເຊື່ອ​ບໍ່​ເພີ່ມ​ຂຶ້ນ​ເຖິງ 15% ພື້ນຖານ​ເສດຖະກິດ​ຍາກ​ທີ່​ສາ​ມາດຫລຸດ​ພົ້ນ​ອອກ​ຈາກ​ສະພາບ​ຊັກ​ຊ້າ​ໄດ້. ຄວນ​ກຳນົດ​ການ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ ​ແມ່ນ​ຫນ້າ​ທີ່​ຕົ້ນຕໍ​ນັບ​ແຕ່​ນີ້​ຮອດ​ປີ 2015 ​ເພື່ອ​ສຸມ​ໃສ່​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່.”

ສະພາແຫ່ງຊາດປຶກສາຫາລືມາດຕະການແກ້ໄຂຄວາມຫຍຸ້ງຍາກຂອງພື້ນຖານເສດຖະກິດ - ảnh 1
ສສຊ ຫລາຍ​ທ່ານ​ໃຫ້​ຂໍ້​ສັງ​ເກດ​ວ່າ ປີ 2013 ພື້ນຖານ​ເສດຖະກິດ​ຫວຽດນາມ ບໍ່​ທັນ​ສາມາດຫລຸດ​ພົ້ນ​ອອກ​ຈາກ​ໄລຍະ​ຫຍຸ້ງຍາກ​ໄດ້​ເທື່ອ
ພາບ: internet

        ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດ​ຖະກິດ​ຄືນ​ໃຫມ່, ລະອຽດ​ ​ໃນ​ 3 ຂົງ​ເຂດ​ສຳຄັນ ນັ້ນ​ແມ່ນ​ການ​ລົງທຶນ​ຂອງ​ລັດ, ລະບົບ​ທະນາຄານ​ການ​ຄ້າ, ບັນດາ​ອົງການ​ການ​ເງິນ ​ແລະ ລະບົບ​ລັດ​ວິ​ສາ​ຫະກິດ, ​ເຖິງ​ວ່າ​ໄດ້​ຮັບ​ການ​ປະຕິບັດ​ຈາກ​ລັດຖະບານ​ແລ້ວ​ກໍ​ຕາມ ​ແຕ່​ຕາມ​ບັນດາ ສສຊ ​ຍັງ​ບໍ່​ທັນ​ບັນລຸ​ປະສິດທິ​ຜົນ​ຄື​ດັ່ງ​ຄວາມ​ຫວັງ. ທ່ານ ​ເຈືອງ​ຈ້ອງ​ເຫ​ງ້ຍ, ສສຊ ນະຄອນ ຮ່າ​​ໂຮ່ຈິ​ມີນ ສະ​ເຫ​ນີ ຄວນ​ສ້າງ​ຕັ້ງ​ຄະນະ​ກຳມະການ​ສະ​ເພາະ​ກິດ​ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດ​ຖະກິດ​ຄືນ​ໃຫມ່. ຄະນະ​ກຳມະການ​ຈະ​ນຳ​ເຂົ້າ​ເຄື່ອນ​ໄຫວ​ຢ່າງ​ເປັນ​ທາງ​ການ​​ໃນ​ປີ 2014 ດ້ວຍ​ບັນດາ​ພາກສ່ວນ​ຄື: ສະມາຊິກ​ຂອງ​ສະພາ​ແຫ່ງ​ຊາດ, ບັນດາ​ອົງການ​ຈັດ​ຕັ້ງ, ອົງການ​ກຳນົດ​ລາຄາ, ຕິດຕາມ​ກວດກາ​ເອກະລາດ. ທ່ານ ດີງຊວນ​ຖາວ,​ສສຊ ນະຄອນ ຮ່າ​ໂນ້ຍ ສະ​ເຫ​ນີ: ລັດຖະບານ ​​ໄຈ້​​ແຍກ, ​ເຮັດ​ແຈ້ງ ​ແລະ ວາງ​ອອກ​ຫລາຍ​ມາດ​ຕະການ​​ໃຫ້​ແຂງ​ແຮງ​ກວ່າ​ເພື່ອ​ຊຸກຍູ້​ການ​ລົງທຶນ​ຂອງ​ລັດ. ​ໃນ​ຂະນະ​ນັ້ນ ຢູ່​ຂົງ​ເຂດ​ລັດ​ວິ​ສາ​ຫະກິດ, ຕາມທ່ານ ​ເຈີ​ນຢູລີກ ສສຊ ນະຄອນ ​ໂຮ່ຈິ​ມີນ ​ແລ້ວ, ສືບ​ຕໍ່ສະ​ເຫ​ນີຖ້າ​ຫາກ​ລັດ​ຢາກ​ດຳ​ເນີນ​ການ​ຫັນ​ລັດ​ວິ​ສາ​ຫະກິດ​ເປັນ​ຫຸ້ນ​ສ່ວນ, ວິ​ສາ​ຫະກິດ​ແຫ່ງ​ໃດ​ບໍ່​ຈຳ​ເປັນ​ຮັກສາ​ຫຸ້ນ​ສ່ວນ ຕ້ອງ​​ເອົາທຶນຮອນສ່ວນ​ ​ ນັ້ນນຳ​ໃຊ້​ໃຫ້​ວຽກ​ອື່ນ.

        “ພວກ​ເຮົາ​ຫັນ​ບໍລິ​ສັດ​ລູກ​ເປັນ​ຫຸ້ນ​ສ່ວນ ​ແລ້ວ​ມອບ​ທຶນ​ໃຫ້​ບໍລິສັດ​ແມ່ ​ເຮັດ​ຄື​ແນວ​ນັ້ນ​ບໍ່​ມີ​ປະສິດທິ​ຜົນ. ຕາມ​ຂ້າພະ​ເຈົ້າ​ແລ້ວ, ກຸ່ມ​ບໍລິສັດ​ແຫ່ງ​ລັດ​ຄວນ​ຮັກສາ 51% ຫຸ້ນ​ສ່ວນ, 49% ຍັງ​ເຫລືອ​ຕ້ອງ​ຂາຍ​ໃຫ້​ບໍລິສັດ​ອື່ນ. ຢາ​ກສັບ​ຊ້ອນ​ຄື​ນ ຕ້ອງ​ເບິ່ງ​ສັງ​ລວມ​ແຕ່​ລະໝວດ, ​ແຕ່​ລະ​ຂົງ​ເຂດ​ຊື່​ງລັດ​ຄວນ​ລົງທຶນ​ກຳນົດ​ໃຫ້​ຕະຫລາດ.”

        ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່ ຄວນ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ເປັນ​ລະບົບ​ກວ່າ. ທ່ານ ​ເຈີ​ນຊວນ​ຮ່ວາ, ສສຊ ​ແຂວງ ກວ໋າງນີງ ຖື​ວ່າ:

        “ມະຕິ​ກອງ​ປະຊຸມ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຄັ້ງ​ທີ 3 ຊຸດ​ທີ 11 ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດ​ຖະກິດ​ຄືນ​ໃຫມ່ ​ແມ່ນ​ຖືກ​ຕ້ອງ ​ແຕ່​ບັນດາ​ມາດ​ຕະການ​ຕໍ່​ໄປ​ເພື່ອ​ປະຕິບັດ​ບໍ່​ທັນ​ຄົບ​ຊຸດ​. ຢາກ​ປະຕິບັດການ​ສ້າງໂຄງ​ປະກອບພື້ນຖານ​ເສດຖະກິດ​ຄືນ​​ໃຫມ່​ຢ່າງ​ມີ​ປະສິດທິ​ຜົນ ຕ້ອງ​ຮັບ​ຟັງ​ຄຳ​ເຫັນ​ຈາກ​ຫລາຍ​ຝ່າຍ.”

        ກ່ຽວ​ກັບ​ການ​ປະຕິບັດ​ແຜນການ 5 ປີ (2011-2015), ​ຕາມ ສສຊ ຫລາຍ​ທ່ານ​ແລ້ວ, ຕໍ່ຫນ້າ​ສະພາບ​ການ​ດັ່ງກ່າວ ລັດຖະບານ​ບໍ່​ຄວນ​ຟ້າວ​ຟັ່ງ​ຊຸກຍູ້​ຄວາມ​ຕ້ອງການ, ຍູ້​ການ​ເຕີບ​ໂຕ​ສູງ. ບັນຫາ​ຄຸນ​ນະພາ​ບຂອງ​ການ​ເຕີບ​ໂຕ​ ​ແລະ ຮັກສາ​ເສດຖະກິດ​ມະຫາ​ພາກ​ຈຶ່ງ​ແມ່ນ​ບັນຫາ​ຕ້ອງ​ສຸມ​​ໃສ່​ຕົ້ນຕໍ.

        ລັດຖະບານ​ຫວຽດນາມ ສຸ້ຊົນ​ບັນລຸ​ການ​ເຕີບ​ໂຕ​ສະ​ເລ່ຍ 6%/ປີ​​​ໃຫ້​ໄດ້​ໃນ​ 2 ປີ 2014-2015. ບັນດາ​ຂໍ້​ສະ​ເຫ​ນີຂອງ ສສຊ ພ້ອມ​ກັບ​ບັນດາ​ມາດ​ຕະການ​, ການ​ຊີ້​ນຳ​ນຳພາ​ຂອງ​ລັດຖະບານ ຈະ​ປະກອບສ່ວນ​ຊ່ວຍ​ພື້ນຖານ​ເສດຖະກິດ​ກັບ​ຄືນ​ສູ່​ທ່າ​ເຕີບ​ໂຕ​ຢ່າງ​ໝັ້ນ​ຄົງ​ຫນັກ​ແຫນ້ນ​ກວ່າ​​ໃນ​ໄລຍະ​ຈະ​ມາ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ