ສະພາແຫ່ງຊາດຫວຽດນາມ - ສະມາຊິກທີ່ເປັນເຈົ້າການ ແລະ ຕັ້ງໜ້າຂອງ IPU


(vovworld) – ກອງ​ປະຊຸມ​ໃຫຍ່​ສະຫະພັນ ລັດຖະສະພາ​ສາກົນ IPU – 132 ຈະ​ໄຂ​ຂຶ້ນ​ຢູ່​ຮ່າ​ໂນ້ຍ​ ເປັນ​ເວລາ 5 ວັນ​ຢ່າງ​ເປັນ​ທາງ​ການ, ແຕ່​ວັນ​ທີ 28/3. ​ເປັນ​ຄັ້ງ​ທຳ​ອິດ​ທີ່​ສະພາ​ແຫ່ງ​ຊາດ​ຫວຽດນາມ​ ເປັນ​ເຈົ້າພາບ​ຈັດ​ຕັ້ງເຫດການ​ການ​ທູດລັດຖະສະພາສຳຄັນ​ທີ່ມີ​ລະດັບ​ສາກົນ​ນີ້, ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ເພື່ອນ​ມິດສາ​ກົນ​ທີ່​ສະຫງວນ​ໃຫ້​ແກ່​ຫວຽດນາມ, ທັງ​ເປັນ​ຜົນງານ​ຂອງ​ຫວຽດນາມ​ ​ໃນກວ່າ 35 ປີທີ່​ເປັນ​ສະມາຊິກທີ່​ຕັ້ງໜ້າ ​ແລະ ​ເປັນ​ເຈົ້າ​ການ​ຂອງ IPU.

ສະພາແຫ່ງຊາດຫວຽດນາມ - ສະມາຊິກທີ່ເປັນເຈົ້າການ  ແລະ ຕັ້ງໜ້າຂອງ IPU - ảnh 1

ປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ກ່າວຄຳເຫັນທີ່IPU-130, Geneva

(ພາບ: ipu132vietnam.vn)

        ສະພາ​ແຫ່ງ​ຊາດ​ຫວຽດນາມ​ ໄດ້​ຮັບ​ເຂົ້າ​ເປັນ​ສະມາຊິກ​ຂອງ ສະຫະພັນ ລັດຖະສະພາ​ສາກົນ (IPU) ​ແຕ່​ເດືອນ 4/1979. ​ເມື່ອ​ເປັນ ​ສະມາຊິກ​ຂອງ IPU, ຫວຽດນາມ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ເພື່ອນ​ມິດສາ​ກົນ​ໃນ​ທຸກ​ດ້ານ. ບໍ່​ພຽງ​ແຕ່​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ IPU ຢ່າງ​ຄົບ​ຖ້ວນ​ເທົ່າ​ນັ້ນ, ສະພາ​ແຫ່ງ​ຊາດ​ຫວຽດນາມ​ ຍັງ​ປະກອບ​ຄວາມ​ເຫັນ​ຫຼາຍ​ຢ່າງ​ກັບ​ເພື່ອນ​ມິດສາ​ກົນ ​ແລະ ​ແບ່ງປັນ​ບົດຮຽນ​ໃນ​ການ​ປະຕິບັດ​ບັນດາ​ຄາດໝາຍ​ພັດທະນາ​ປະ​ເທດ​ຊາດ​ອີກ​ດ້ວຍ.

        ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ IPU

        ສະພາ​ແຫ່ງ​ຊາດ​ຫວຽດນາມ​ ຖືເລື່ອງ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ IPU ​ແມ່ນ​ໜ້າ​ທີ່​ສຳຄັນ​ອັນ​ດັບ​ໜຶ່ງ​ໃນ​ການ​ເຄື່ອນ​ໄຫວ​ການ​ທູດ​ລັດຖະສະພາ​ຫຼາຍ​ຝ່າຍ​ຂອງ​ສະພາ​ແຫ່ງ​ຊາດ, ​ເພື່ອ​ແນ​ໃສ່​ຊຸກຍູ້ ​ແລະ ປົກ​ປ້ອງ​ບັນດາສິດ​ຜົນ​ປະ​ໂຫຍ​ດຂອງ​ຫວຽດນາມ, ສະ​ແດງ​ທັດສະນະ​ແຫ່ງ​ຊາດ​ກ່ຽວ​ກັບ​ຄວາມ​​ເອົາ​ໃຈ​ໃສ່​​ລວມ​ໃນ​ທົ່ວ​ໂລກ, ປະກອບສ່ວນ​ຍົກ​ສູງ​ທີ່​ຕັ້ງ, ບົດບາດ​ຂອງ​ສະພາ​ແຫ່ງ​ຊາດຫວຽດນາມ​ ເວົ້າ​ສະ​ເພາະ ​ແລະ ຫວຽດນາມ ​ເວົ້າ​ລວມ​ໃນ​ເວທີ​ສາກົນ. ນີ້​ກໍ່​ແມ່ນ​ແຫ່ງ​ທີ່​ສະພາ​ແຫ່ງ​ຊາດ​ຫວຽດນາມ​ ສາມາດ​ສຳ​ພັດ​ດ້ວຍ​ຫຼາຍ​ເນື້ອ​ໃນ, ບົດຮຽນ​ໃນ​ການ​ເຄື່ອນ​ໄຫວ ​ກໍ່​ຄືພຶດຕິ​ກຳ​ຕົວ​ຈິງ​ທີ່​ດີ​ຂອງ​ລັດຖະສະພາ​ສາກົນ, ​ເພື່ອປະກອບສ່ວນ​​ປັບປຸງ ​ແລະ ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ຂອງ​ຕົນ.

        ​ໃນ​ໄລຍະ 35 ກວ່າ​ປີທີ່​ເປັນ​ສະມາຊິກ​ຂອງ IPU, ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ ​ແລະ ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຢູ່​ກອງ​ປະຊຸມ​ປະຈຳ​ປີ ​ແລະ ກອງ​ປະຊຸມ​ຫົວ​ເລື່ອງ​ສະ​ເພາະ​ຕ່າງໆ​ຂອງ IPU. ສະພາ​ແຫ່ງ​ຊາດ​ຫວຽດນາມ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ບັນດາກອງ​ປະຊຸມ​ຫົວເລື່ອງ​ສະ​ເພາະ​ຂອງ IPU ຫຼາຍ​ຄັ້ງ​ເຊັ່ນ: ກອງ​ປະຊຸມ​ພາກ​ພື້ນ​ອາຊີ - ປາຊີ​ຝິກກ່ຽວ​ກັບ “ການ​ເພີ່ມ​ທະວີ​ບົດບາດ​ຂອງ​ລັດຖະສະພາ​ໃນ​ການ​ປົກ​ປ້ອງ​ເດັກ“ ປີ 2006; ກອງ​ປະຊຸມ​ສຳ​ມະ​ນາ​ພາກ​ພື້ນ​ອາຊີ - ປາຊີ​ຝິກ ກ່ຽວ​ກັບ “ບົດບາດ​ຂອງ​ລັດຖະສະພາ​ໃນ​ການ​ປ້ອງ​ກັນ ​ແລະ ຕ້ານ HIV/AIDS“ ປີ 2009. ທ່ານ ​ໂງ​ດຶກ​ແມ້ງ, ຮອງ​ຫົວໜ້າ​ກຳມາ​ທິການ​ການ​ຕ່າງປະ​ເທດ, ຫົວໜ້າ​ອະ​ອະນຸ​ກຳມະການ​ສື່ສານ​ໂຄສະນາ IPU -132, ​ໃຫ້​ຮູ້​ວ່າ:

        “ສະພາ​ແຫ່ງ​ຊາດ​ຫວຽດນາມ​ ຢືນຢັນ​ທີ່​ຕັ້ງ, ບົດບາດ​ຂອງ​ຕົນ​ໃນ IPU ​ເທື່ອ​ລະ​ກ້າວ, ​ແລະ​ສະ​ແດງ​ອອກ​ຜ່ານ​ເລື່ອງ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ກອງ​ປະຊຸມ​ຫົວ​ເລື່ອງ​ສະ​ເພາະ​ຫຼາຍ​ຄັ້ງ​ຂອງ IPU ​ເຊັ່ນ: ບັນດາ​ກອງ​ປະຊຸມ​ຫົວ​ເລື່ອງ​ສະ​ເພາະ​ກ່ຽວ​ກັບ​ບັນຫາ​ສຸຂະພາບ, ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ. ພ້ອມ​ກັບ​ການ​ຢັ້ງຢືນ​ທີ່​ຕັ້ງ, ບົດບາດ​ຂອງ​ຕົນ, ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ສະ​ແດງ​ໃຫ້​ເຫັນ​ລັກສະນະ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ຂອງ​ຕົນ​ໃນ IPU“.

        ດ້ວຍ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ຂອງ​ຕົນ, ສະພາ​ແຫ່ງ​ຊາດ​ຫວຽດນາມ ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະທານ​ກຸ່ມ​ພູມ​ສາດ​ການ​ເມືອງ​ພາກ​ພື້ນ​ອາຊີ - ປາຊີ​ຝິກ ປີ 2006, ​ເປັນ​ຜູ້​ປະສານ​ການ​ເຄື່ອນ​ໄຫວ​ລວມຂອງ 27 ລັດຖະສະພາ​ທີ່​ເປັນ​ສະມາຊິກ IPU ​ໃນ​ພາກ​ພື້ນ​ນີ້​ໂດຍ​ກົງ. ປີ 2007, IPU -117 ​ໄດ້​ເລືອກ​ຕັ້ງ​ຜູ້ຕາງໜ້າ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ເຂົ້າ​ຄະນະ​ບໍລິຫານ​ງານ​ອາຍຸ​ການ 2007-2011 ​ແລະ ​ເລືອກ​ຕັ້ງ​ຫວຽດນາມ ​ເປັນຮອງ​ປະທານ IPU ​ໃນ​ປີ 2009, ຜ່ານ​ນັ້ນ, ຫວຽດນາມ ​ມີ​ເງື່ອນ​ໄຂ​ປະກອບສ່ວນ​ໂດຍ​ກົງ ​ແລະ ​ແທດ​ຈິງ​ກວ່າ​ອີກ ເຂົ້າ​ໃນ​ການ​ປະຕິບັດ​ບັນດາ​ຄາດໝາຍ​ສະຫັດ​ສະ​ວັດ​ ກ່ຽວ​ກັບ​ເລື່ອງ​ສຳ​ເລັດ​ການ​ສຶກສາ​ຊັ້ນ​ປະຖົມ, ​ເພີ່ມ​ທະວີ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ, ຍົກ​ສູງ​ບົດບາດ, ທີ່​ຕັ້ງ​ຂອງ​ແມ່ຍິງ​ຂື້ນ​ຕື່ມ. ທ່ານ ​ໂງກ​ວາງ​ຊວນ, ຮອງ​ຫົວໜ້າ​ກຳມາ​ທິການ​ການ​ຕ່າງປະ​ເທດ, ສະພາ​ແຫ່ງ​ຊາດ​ຫວຽດນາມ, ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ຮູ້ສຶກ​ເອກອ້າງ​ທະ​ນົງ​ໃຈ​​ເມື່ອ​ເວົ້າວ່າ, ສະພາ​ແຫ່ງ​ຊາດ​ຫວຽດນາມ ນັບ​ມື້​ນັບ​ກາຍ​ເປັນ​ສະມາຊິກ​ທີ່​ຕັ້ງໜ້າ, ມີ​ຄວາມ​ຮັບຜິດຊອບ​ໃນ​ອົງການ​ຫຼາຍ​ຝ່າຍ​ນີ້, ດັ່ງ​ນັ້ນ​ພວກ​ເຮົາ​ບໍ່​ພຽງ​ແຕ່​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ອົງການ​ນີ້ຢ່າງ​ຄົບ​ຖ້ວນ​ເທົ່າ​ນັ້ນ, ຫາກ​ນັບ​ມື້​ນັບ​ປະກອບ​ຄວາມ​ເຫັນ​, ​ແບ່ງປັນ​ບົດຮຽນຫຼາຍ​ຢ່າງກັບ​ເພື່ອນ​ມິດສາ​ກົນ​ອີກ​ດ້ວຍ. ນັ້ນ​ແມ່ນ​ສາຍ​ເຫດ​ທີ່​ພາ​ໃຫ້ IPU ​ເລືອກ​ຕັ້ງ​ຫວຽດນາມ​ເຂົ້າ​ອົງການ​ການ​ນຳ​ຂອງ IPU “.

        ອົງການ IPU – 132 - ຈຸດ​ພົ້ນ​ເດັ່ນ​ທີ່​ສຳຄັນ​ໃນ​ພື້ນຖານ​ການ​ທູດ​ລັດຖະສະພາ​ຫວຽດນາມ

        ​ເລື່ອງຮັບ​ຮູ້​​ການ​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ​ຂອງ​ຫວຽດນາມ​ ​ເຂົ້າ IPU ສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ, ​ເມື່ອ​ຫວຽດນາມ ​ໄດ້​ຮັບ​ມອບ​ໜ້າ​ທີ່ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ໃຫຍ່ IPU 132 ​ໃນ​ທ້າ​ຍສັບປະດາ​ນີ້, ຢູ່​ຮ່າ​ໂນ້ຍ. ນີ້​ກໍ່​ແມ່ນ​ກາລະ​ໂອກາດ​ເພື່ອ​ໃຫ້​ຫວຽດນາມ​ ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ, ລະອຽດ​ກວ່າ, ປະກອບ​ແນວ​ຄວາມ​ຄິດ, ຂໍ້​ສະ​ເໜີ​ຫຼາຍ​ກວ່າ​ໃນ IPU 132. ສະພາ​ແຫ່ງ​ຊາດ​ຫວຽດນາມ ຈະ​ພ້ອມ​ກັບ​ບັນດາ​ສະມາຊິກ IPU ປຶກສາ​ຫາລື​ຫົວ​ຂໍ້​ສັງ​ລວມນັ້ນ​ແມ່ນ “ບັນດາ​ຄາດໝາຍ​ພັດທະນາ​​ແບບ​ຍືນ​ຍົງ: ຫັນ​ຄຳ​ເວົ້າ​ເປັນ​ການ​ກະທຳ“, ຄາດ​ຄະ​ເນ​ຈະ​ຮັບຮອງ​ເອົາ​ບັນດາ​ຮ່າງ​ມະຕິ​ເຊັ່ນ: ມະຕິ​ສົງຄາມ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ດ; ມະຕິ​ສ້າງ​ກົນ​ໄກ​ໃໝ່​ກ່ຽວ​ກັບການຄຸ້ມ​ຄອງ​ແຫຼ່ງນຳ້; ມະຕິ​ກ່ຽວ​ກັບ​ກົດໝາຍ​ສາກົນ​ໃນ​ສາຍ​ພົວພັນ​ກັບ​ອະທິປະ​ໄຕ​ແຫ່ງ​ຊາດ, ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ຕ່າງໆ ​ແລະ ສິດທິ​ມະນຸດ. ພິ​ເສດ, IPU 132, ຄາກ​ວ່າ​ຈະ​ອອກ​ຖະ​ແຫຼ​ງການຮ່າ​ໂນ້ຍ, ​ເຊິ່ງ​ແມ່ນ​ເອກະສານ​ການ​ເມືອງ - ການ​ທູດ ກ່ຽວ​ກັບ​ບັນດາ​ບັນຫາ​ໃຫຍ່​ທົ່ວ​ໂລກ, ຖະ​ແຫຼ​ງການ​ຮ່າ​ໂນ້ຍ ຍັງ​ແມ່ນ​ສານ​ສັນຕິພາບ, ມິດຕະພາບ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ​ຫວຽດນາມ ທີ່​ສົ່ງ​ເຖິງ​ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ​ທົ່ວ​ໂລກ. ທ່ານ​ປະທານ​ສະພາ​ແຫ່​ງຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ​, ຢືນຢັນ​ວ່າ:

        “ພວກ​ເຮົາ​ຫວັງ​ວ່າ​ຮູບ​ພາບ​ປະ​ເທດ​ຊາດ, ປະຊາຊົນ ​ແລ​ະ ປະຫວັດສາດ, ວັດທະນະທຳຫວຽດນາມ ຈະ​ສ້າງ​ເປັນ​ຂີດ​ໝາຍ​ໃນ​ກອງ​ປະຊຸມ​ຄັ້ງ​ນີ້ ​ແລະ ນີ້​ແມ່ນ​ຈຸດ​ເວລາ​ເພື່ອ​ໃຫ້​ພວກ​ເຮົາ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັ້ງໜ້າ, ​ເປັນ​ເຈົ້າການ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ທີ​ສອງ​ແມ່ນ​ບັນດາ​ຂໍ້​ສະ​ເໜີ​ຂອງ​ຫວຽດນາມ ​ທີ່​ວາລະ​ປຶກສາ​ຫາລື​ຫົວ​ເລື່ອງ​ສະ​ເພາະຕ່າງໆ ຕ້ອງ​ສະ​ແດງ​ໃຫ້​ເຫັນ​ຫຼັກ​ໝັ້ນ​ຮັກຫອມ​ສັນຕິພາບ​ຂອງ​ປະ​ເທດ​ຊາດ​ ກໍ່​ຄືມູນ​ເຊື້ອ​ວັດທະນະທຳ​ປະຫວັດສາດ​ອັນ​ພິລະ​ອາດ​ຫານ, ຄວາມ​ສະໜິດ​ຕິດ​ພັນ, ຈິດ​ໃຈ​ຮ່ວມ​ມື, ​ເປີດ​ກວ້າງ​ການ​ພົວພັນ​ກັບ​ເພື່ອນ​ມິດສາ​ກົນຢ່າງ​ຈະ​ແຈ້ງ“.

        ​ເລື່ອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ​ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ IPU 132, ຢູ່​ຮ່າ​ໂນ້ຍ ຈະ​ມາ​ເຖິງ​ນັ້ນ, ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ເຄື່ອນ​ໄຫວ​ການ​ທູດ​ລັດຖະສະພາ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ, ປະກອບສ່ວນ​ສະ​ແດງ​ໃຫ້​ເຫັນ​ແນວທາງ​ການ​ຕ່າງປະ​ເທດ​ສັນຕິພາບ, ມິດຕະພາບ, ​ເປີດ​ກວ້າງ, ຫັນ​ການ​ພົວພັນ​ກັບ​ສາກົນ​ຂອງ​ພັກ ​ແລະ ລັດ​ຫວຽດນາມ ​ເປັນ​ຫຼາຍ​ຮູບ, ຫຼາຍ​ແບບ, ຫຼາຍ​ຝ່າຍ, ​ແລະ ຢືນຢັນ​ເຖິງ​ການ​ເຊືອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ເລິກ​ເຊິ່ງ ​ແລະ ກວ້າງຂວາງ​ຂອງ​ຫວຽດນາມ.

       

ຕອບກັບ

ຂ່າວ/ບົດ​ອື່ນ