ສະພາແຫ່ງຊາດຫວຽດນາມ ເພີ່ມທະວີການເຄື່ອນໄຫວພົວພັນຕ່າງປະເທດ ຫຼາຍຝ່າຍ ແລະ 2 ຝ່າຍ

(VOVWORLD) -ການເດີນທາງໄປຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຄັ້ງນີ້ຂອງການນຳຫຼັກແຫຼ່ງຫວຽດນາມ ສະແດງໃຫ້ເຫັນຄວາມເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງຫວຽດນາມ ຢູ່ເວທີປາໄສລັດຖະສະພາຫຼາຍຝ່າຍ
ສະພາແຫ່ງຊາດຫວຽດນາມ ເພີ່ມທະວີການເຄື່ອນໄຫວພົວພັນຕ່າງປະເທດ ຫຼາຍຝ່າຍ ແລະ 2 ຝ່າຍ - ảnh 1(ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ເຂົ້າຮ່ວມກອງປະຊຸມ WCSP5)

ວັນທີ 12 ກັນຍາ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫ້ວ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ສິ້ນສຸດການເຂົ້າຮ່ວມກອງປະຊຸມບັນດາປະທານສະພາແຫ່ງຊາດໂລກຄັ້ງທີ 5 (WCSP5) ຢູ່ ໂອຕາລິດ, ຢ້ຽມຢາມ ແລະ ເຮັດວຽກກັບລັດຖະສະພາເອີລົບ (EP), ລາຊະອານາຈັກ ແບນຊິກ ແລະ ຢ້ຽມຢາມ ສ.ແຟງລັງ ຢ່າງເປັນທາງການໃນລະຫວ່າງວັນທີ 05 – 11 ກັນຍາ 2021. ການໄປຢ້ຽມຢາມ ແລະ ເຮັດວຽກຢູ່ ເອີລົບ ຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ບັນລຸໄດ້ໝາກຜົນແທດຈິງຫຼາຍຢ່າງ, ປະກອບສ່ວນເພີ່ມທະວີໃຫ້ແກ່ການພົວພັນຕ່າງປະເທດຫຼາຍຝ່າຍ, ກໍຄືການພົວພັນຮ່ວມມື 2 ຝ່າຍລະຫວ່າງຫວຽດນາມ ກັບບັນດາປະເທດ.

ການເດີນທາງໄປຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ຄັ້ງນີ້ແມ່ນການຢ້ຽມຢາມເອີລົບ ເປັນຄັ້ງທຳອິດຂອງການນຳຫຼັກແຫຼ່ງຫວຽດນາມ ພາຍຫຼັງສ້າງກົງຈັກລັດໃຫ້ສົມບູນແບບ, ສະແດງໃຫ້ເຫັນຄວາມເປັນເຈົ້າການ, ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງຫວຽດນາມ ຢູ່ເວທີປາໄສລັດຖະສະພາຫຼາຍຝ່າຍ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເຮັດໃຫ້ການພົວພັນລະຫວ່າງຫວຽດນາມ ກັບລັດຖະສະພາບັນດາປະເທດເລິກເຊິ່ງຂຶ້ນຕື່ມ.

ຊຸກຍູ້ ແລະ ເຮັດໃຫ້ການທູດລັດຖະສະພາໃຫ້ເລິກເຊິ່ງກວ່າເກົ່າ

ຈຸດພົ້ນເດັ່ນຂອງການທູດຫຼາຍຝ່າຍຄັ້ງນີ້ແມ່ນກອງປະຊຸມບັນດາປະທານສະພາແຫ່ງຊາດໂລກຄັ້ງທີ 5 ເຊິ່ງດຳເນີນໄປຢູ່ນະຄອນຫຼວງ ວຽນ, ປະເທດ ໂອຕາລິດ ດ້ວຍການເຂົ້າຮ່ວມຂອງປະທານສະພາແຫ່ງຊາດ 110 ທ່ານຂອງບັນດາປະເທດໃນໂລກ.

ໃນໄລຍະເຂົ້າຮ່ວມເຫດການຫຼາຍຝ່າຍນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ພົບປະ 2 ຝ່າຍນັບສີບຄັ້ງກັບການນຳລັດຖະສະພາບັນດາປະເທດອາຊີ, ອາຟະລິກາ, ອາເມລິກາ ລາຕິນ, ບັນດາຄູ່ຮ່ວມມືສຳຄັນຄື: ຍີ່ປຸ່ນ, ລັດເຊຍ, ສ.ເກົາຫຼີ, ອິນເດຍ, ຈີເລ… ປະກອບສ່ວນສະແດງໃຫ້ເຫັນບົດບາດເປັນເຈົ້າການຕັ້ງໜ້າຂອງສະພາແຫ່ງຊາດຫວຽດນາມ ໃນການຊຸກຍູ້ການເຂົ້າຮ່ວມການພົວພັນລັດຖະສະພາຫຼາຍຝ່າຍ, ກໍຄືພ້ອມກັບສະຫະພັນລັດຖະສະພາໂລກ ເຂົ້າຮ່ວມແກ້ໄຂບັນດາບັນຫາທົ່ວສາກົນຄື ຄວາມໝັ້ນຄົງ, ການລົບລ້າງຄວາມອຶດຫິວ ຫຼຸດຜ່ອນຄວາມທຸກຍາກ, ການປ່ຽນແປງຂອງດິນຟ້າອາກາດ, ການຮ່ວມມືກັບສາກົນ ເພື່ອປ້ອງກັນ ຕ້ານໂລກລະບາດໂຄວິດ-19 ແລະ ການຟື້ນຟູພາຍຫຼັງໂລກລະບາດ. ທ່ານຫົວຽໜ້າກຳມາທິການການຕ່່າງປະເທດຂອງສະພາແຫ່ງຊາດ ຫວູຫາຍຮ່າ, ຖືວ່າ:

“ການທູດລັດຖະສະພາໄດ້ຕາງໜ້າໃຫ້ເຈດຈຳນົງ, ຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ທັງເປັນການຊຸກຍູ້ການຮ່ວມມືລະຫວ່າງລັດຖະບານ ເຊື່ອມຕໍ່ລະຫວ່າງປະຊາຊົນບັນດາປະເທດຄູ່ຮ່ວມມື. ສຳລັບ ອີຢູ ແລະ ຫວຽດນາມ ແມ່ນການພົວພັນຄູ່ຮ່ວມມືຮອບດ້ານ ແຕ່ໄດ້ນຳມາເຊິ່ງລັກສະນະຍຸດທະສາດ, ສະນັ້ນ ລັດຖະສະພາຂອງທັງ 2 ຝ່າຍສາມາດປະກອບສ່ວນ ແລະ ພິເສດແມ່ນປະທານລັດຖະສະພາ EP ກໍ່ພ້ອມແລ້ວທີ່ຈະສະໜັບສະໜູນຂໍ້ສະເໜີຂອງປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ເຮັດແນວໃດເພື່ອສ້າງຕັ້ງກົນໄກເພື່ອໃຫ້ລັດຖະສະພາເອີລົບ ແລະ ສະພາແຫ່ງຊາດຫວຽດນາມ ເພີ່ມທະວີການພົວພັນ, ປະກອບສ່ວນເຂົ້າໃນການພັດທະນາຂອງສາຍພົວພັນຫວຽດນາມ”.

ຊຸກຍູ້ການທູດເສດຖະກິດກັບບັນດາປະເທດໃນສະຫະພາບເອີລົບ

ການເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ເອີລົບ ຂອງທ່ານປະທານສະແຫ່ງຊາດ ເວືອງດິ່ງເຫ້ວ ຍັງມີໜ້າທີ່ສຳຄັນຊຸກຍູ້ການພົວພັນລະຫວ່າງຫວຽດນາມ ແລະ ສະຫະພາບເອີລົບ, ເຊີ່ງແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນແຖວໜ້າຂອງຫວຽດນາມ. ທີ່ບັນດາການພົບປະສົນທະນາກັບປະທານສະພາເອີລົບ ແລະ ການເຈລະຈາກັບປະທານລັດຖະສະພາເອີລົບ, 2 ຝ່າຍຕັດສິນໃຈຍົກການພົວພັນຄູ່ຮ່ວມມືຮອບດ້ານທີ່ມີຄວາມໝາຍຍຸດທະສາດລະຫວ່າງຫວຽດນາມ ແລະ ສະຫະພາບເອີລົບ ໃຫ້ຂຶ້ນສູ່ລະດັບສູງໃໝ່. ໃນການຢ້ຽມຢາມຄັ້ງນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ບັນດາລັດຖະມົນຕີໄດ້ມີການພົບປະກັບວິສາຫະກິດເກືອບ 50 ແຫ່ງ, ໃນນັ້ນ ມີບັນດາວິສາຫະກິດໃຫຍ່ຂອງເອີລົບ ທີ່ເຄື່ອນໄຫວໃນຫຼາຍຂົງເຂດ. ທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈິຢຸງ ໃຫ້ຮູ້ວ່າ ຜ່ານບັນດາການເຄື່ອນໄຫວດັ່ງກ່າວ, ກໍ່ມີສັນຍາ, ບົດບັນທຶກຊ່ວຍຈຳຫຼາຍສະບັບໄດ້ຮັບການລົງນາມທີ່ມີມູນຄ່ານັບຕື້ USD.

“ພິເສດຄວາມປະທັບໃຈໃນຄັ້ງນີ້ເຊິ່ງຂ້າພະເຈົ້າໄດ້ເຫັນນັ້ນແມ່ນ ການຖືເປັນສຳຄັນຂອງບັນດາວິສາຫະກິດເອີລົບ ສຳລັບຕະຫຼາດຫວຽດນາມ. ພວກເພື່ອນໄດ້ຖືຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ແລະ ຖືຫວຽດນາມ ຄືດັ່ງເພື່ອນໃຫຍ່, ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ. ທີ 2, ນີ້ແມ່ນໂອກາດທີ່ດີເພື່ອໃຫ້ພວກເຮົາສາມາດຮັບກາລະໂອກາດລົງທຶນຈາກບັນດາວິສາຫະກິດຂອງເອີລົບ. ຍາມໃດພວກເພື່ອນກໍ່ສະແດງໃຫ້ເຫັນເຈດຕະນາດີເມື່ອໃຫ້ພວກເຮົາໄດ້ສຳຜັດ, ຖ່າຍທອດເຕັກໂນໂລຊີ”.

ສະພາແຫ່ງຊາດຫວຽດນາມ ເພີ່ມທະວີການເຄື່ອນໄຫວພົວພັນຕ່າງປະເທດ ຫຼາຍຝ່າຍ ແລະ 2 ຝ່າຍ - ảnh 2(ພິທີມອບຮັບວັກຊິນກັນໂຄວິດ-19, ເຄື່ອງອຸປະກອນການແພດຢູ່ແບນຊິກ)

ຊຸກຍູ້ການທູດວັກຊິນ

ໃນການຢ້ຽມຢາມເຮັດວຽກຢູ່ເອີລົບ ຄັ້ງນີ້ຂອງ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ, ການນຳສະຫະພາບເອີລົບ, ລັດຖະສະພາເອີລົບ ໄດ້ເຫັນດີຕໍ່ຂໍ້ສະເໜີຂອງຫວຽດນາມ ແລະ ໃຫ້ຮູ້ວ່າ ຈະຊຸກຍູ້ການນຳບັນດາປະເທດ ກໍຄືຂົນຂວາຍການນຳບັນດາປະເທດໃນສະຫະພາບເອີລົບ ເພີ່ມທະວີການໜູນຊ່ວຍ ຫວຽດນາມ ໃນການສຳຜັດກັບບັນດາແຫຼ່ງສະໜອງຊັກວິນ, ພ້ອມກັນນັ້ນ ກໍ່ໜູນຊ່ວຍການຖ່າຍຖອດເຕັກໂນໂລຊີເພື່ອຜະລິດວັກຊິນ. ວິສາຫະກິດຫວຽດນາມ ກໍ່ໄດ້ລົງນາມໃນສັນຍາ, ຂໍ້ຕົກລົງຫຼາຍສະບັບວ່າດ້ວຍການຮ່ວມມືຊື້ຂາຍ, ຖ່າຍຖອດເຕັກໂນໂລຊີວັກຊິນ, ປະກອບສ່ວນສຳຄັນໃຫ້ແກ່ແຫຼ່ງກຳລັງປ້ອງກັນ, ຕ້ານໂລກລະບາດຂອງປະເທດຊາດ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ກໍ່ມີບັນດາການພົບປະກັບປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເພື່ອຮັບຟັງຄວາມມຸ່ງມາດປາດຖະໜາ, ຄວາມໃນໃຈຂອງພໍ່ແມ່ປະຊາຊົນ; ພ້ອມກັນນັ້ນ ກໍ່ເນັ້ນໜັກວ່າ ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກປະຊາຄົມບັນດາເຜົ່າຫວຽດນາມ ໄດ້ ແລະ ປາດຖະໜາວ່າ ພໍ່ແມ່ປະຊາຊົນຈະສືບຕໍ່ສາມັກຄີກັນ, ໜູນຊ່ວຍເຊິ່ງກັນແລະກັນ.

ການໄປປະຕິບັດງານຂອງທ່ານປະທານສະພາແຫ່ງຊາດ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ສ້າງທ່ວງທ່າໃຫ້ແກ່ການພັດທະນາການພົວພັນຕ່າງປະເທດຂອງສະພາແຫ່ງຊາດນັບທັງ 2 ຝ່າຍ ແລະ ຫຼາຍຝ່າຍ, ທັງນີ້ກໍ່ເປັນການຊຸກຍູ້ ແລະ ເຮັດໃຫ້ນ້ຳໃຈມິດຕະພາບ ແລະ ການຮ່ວມມືລະຫວ່າງຫວຽດນາມ ກັບບັນດາປະເທດໃນໂລກເລິກເຊິ່ງຂຶ້ນຕື່ມ.

ຕອບກັບ

ຂ່າວ/ບົດ​ອື່ນ