ສະພາແຫ່ງຊາດຫວຽດນາມໃຫ້ຄຳໝັ້ນສັນຍາ ແລະ ກະທຳເພື່ອໂລກພັດທະນາຢ່າງໝັ້ນຄົງ

(vovworld) - ທີ່ກອງ​ປະຊຸມ​ບັນດາ​ປະທານ​ສະພາ​ແຫ່ງ​ຊາດ​ໂລກຄັ້ງ​ທີ 4, ​ເຊິ່ງ​ໄຂ​ຂຶ້ນ​ໃນ​ວັນ​ທີ 31/8 ຢູ່​ສຳນັກງານສະຫະ​ປະຊາ​ຊາດ (​ສປຊ) ທີ່​ນິວຢອກ (ອາ​ເມ​ລິ​ກາ), ທ່ານ​ປະທານ​ສະພາ​ແຫ່​ງຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ມີ​ບົດ​ປາ​ໄສ​ສຳຄັນ​ຕໍ່ໜ້າ 140 ຄະນະ​ຜູ້​ແທນ​ລັດຖະສະພາ​ຂັ້ນ​ສູງ ທີ່​ມາ​ຈາກ​ປະ​ເທດ​ຕ່າງໆ​ໃນ​ໂລກ. ວິທະຍຸ​ກະຈາຍສຽງ​ຫວຽດນາມ ຂໍຄັດ​ສະ​ເໜີ​ເນື້ອ​ໃນ​ບົດປາ​ໄສ​ສຳຄັນນີ້ ຜ່ານ​ບົດ​ຂຽນ “ສະພາ​ແຫ່ງ​ຊາດ​ຫວຽດນາມ​ໃຫ້​ຄຳ​ໝັ້ນ​ສັນຍາ ​ແລະ ກະທຳ​ເພື່ອ​ໂລກ​ພັດທະນາ​ຢ່າງ​ໝັ້ນຄົງ“.

ສະພາແຫ່ງຊາດຫວຽດນາມໃຫ້ຄຳໝັ້ນສັນຍາ ແລະ ກະທຳເພື່ອໂລກພັດທະນາຢ່າງໝັ້ນຄົງ - ảnh 1


ທ່ານ​ປະທານ​ສະພາ​ແຫ່​ງຊາດ​ ຫງວຽນ​ຊິງ​ຮຸ່ງ

ຕ້ອນຮັບສະມາຊິກສະພາສູງອາເມລິກາ

ທ່ານ​ປະທານ​ສະພາ​ແຫ່​ງຊາດ​ ຫງວຽນ​ຊິງ​ຮຸ່ງ ຊີ້​ແຈ້ງວ່າ, ສະພາ​ແຫ່​ງຊາດ ​ແມ່ນ​ພື້ນຖານ​ປະຊາທິປະ​ໄຕ. ກອງ​ປະຊຸມ​ສຸດ​ຍອດ​ປະທານ​ສະພາ​ແຫ່ງ​ຊາດ​ບັນດາ​ປະ​ເທດ​ໃນ​ໂລກ​ຄັ້ງ​ນີ້ ​ແມ່ນ​ໂອກາດ​ເພື່ອທົບ​ທວນຄືນ​ບັນດາ​ຄຳ​ໝັ້ນ​ສັນຍາ ​ເຊິ່ງສະພາ​ແຫ່ງ​ຊາດ​ປະ​ເທດ​ຕ່າງໆ​ໄດ້​ຍົກ​ອອກ​ມາ ​ແລະ ຢືນຢັນ​ຄືນ​ບັນດາ​ຄຳ​ໝັ້ນ​ສັນຍາ​ນັ້ນ, ດ້ວຍ​ບັນດາ​ເນື້ອ​ຄວາມ​ໃໝ່​ທີ່​ເໝາະ​ສົມ​ກັບ​ສະພາບ​ການ​ໂລກ​ທີ່​ພວມ​ປ່ຽນ​ແປງ​ໃນ​ແຕ່​ລະ​ວັນ, ​ແຕ່​ລະ​ຊົ່ວ​ໂມງ.

ມານະ​ພະຍາຍາມ​ສ້າງ​ໂຄງການດຳ​ເນີນ​ງານພັດທະນາ​ຢ່າງ​ໝັ້ນຄົງ

ທ່ານ​ປະທານ​ສະພາ​ແຫ່​ງຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ, ທຸກ​ປະ​ເທດ, ຊົນ​ຊາດ​ໃນ​ທົ່ວ​ໂລກ ​ລ້ວນ​ແຕ່​ມີ​ຄວາມ​ມຸ້ງ​ຫວັງ​ກ່ຽວ​ກັບ​ໂລກ​ສັນຕິພາບ ກໍ່​ຄື​ຕັດສິນ​ໃຈ​ກໍ່ສ້າງ​ພື້ນຖານ​ປະຊາທິປະ​ໄຕ. ​ເພື່ອ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ, ​ແມ່ນ​ຕ້ອງ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ​ແລະ​ກັນ​ຢ່າງ​ບໍ່​ຢຸດ​ຢັ້ງ, ຮັບປະກັນ​ສັນຕິພາບ​ຢ່າງ​ໝັ້ນຄົງ, ຜ່ານ​ການ​ຮ່ວມ​ມື, ການ​ເຈລະຈາ. ​ເມື່ອ​ສັນຕິພາບ ​ແລະ ປະຊາທິປະ​ໄຕ ​ໄດ້​ຮັບ​ປະກັນ​ແລ້ວ, ພື້ນຖານ​​ເພື່ອຊຸກຍູ້​ຄວາມ​ຈະ​ເລີ​ນ ​ແລະ ພັດທະນາ​​ແບບ​ຍືນ​ຍົງຈຶ່ງ​​ໄດ້​ຮັບປະກັນ ​ແລະ ກົງກັນຂ້າມ​, ​ເມື່ອມີ​ປະຊາທິປະ​ໄຕ ​ແລະ ການພັດທະນາ​ຢ່າງໝັ້ນຄົງ ຈະ​ສ້າງ​ເງື່ອນ​ໄຂ​​ໃຫ້​​ແກ່ການ​ປັບປຸງ​ສັນຕິພາບ​ຢ່າງ​ໝັ້ນຄົງ​.

ຕາມທ່ານ​ປະທານ​ສະພາ​ແຫ່​ງຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ, ປະຊາ​ຄົມ​ໂລກພວມ​ຮ່ວມ​ແຮງ​ຮ່ວມ​ໃຈ​ມານະ​ພະຍາຍາມ​ສ້າງ​​ໂຄງການ​ດຳ​ເນີນ​ງານ​ພັດທະນາ​ໃໝ່ຢ່າງ​ໝັ້ນຄົງ​, ດ້ວຍ​ຄາດໝາຍ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ທຸກ​ຍາກ, ​ແກ້​ໄຂ​ສະພາບຂາດຄວາມ​ສະ​ເໝີ​ພາບ ​ແລະ ປົກ​ປັກ​ຮັກສາ​ພິພົບ​ໃຫ້​ໂລກ​ໃນ​ພາຍ​ພາກ​ໜ້າ. ດ້ວຍ​ຄວາມ​ຕັດສິນ​ໃຈ​ດ້ານ​ການ​ເມືອງ​ຢ່າງ​ແຮງ, ບັນດາ​ລັດຖະສະພາ​ສະມາຊິກ IPU ​ໄດ້​ຮັບຮອງ​ເອົາ​ຖະ​ແຫຼ​ງການ​ຮ່າ​ໂນ້ຍ “ບັນດາ​ຄາດໝາຍ​ພັດທະນາ​ຢ່າງ​ໝັ້ນຄົງ: ຫັນ​ທັດສະນະ​ເປັນ​ການ​ກະທຳ“ ທີ່​ກອງ​ປະຊຸມ​ໃຫຍ່ IPU -132 ​ເຊິ່ງຈັດຂຶ້ນ​ຢູ່​ຮ່າ​ໂນ້ຍ, ​ໃນ​ເດືອນ 3/2015 ຜ່ານ​ມາ. ບັນດາ​ສະມາຊິກ​ລັດຖະສະພາ ​ໄດ້​ຢືນຢັນ​ເຖິງ​ວິ​ໄສ​ທັດ​ພັດທະນາ​ຢ່າງ​ໝັ້ນຄົງ, ຖື​ປະຊາຊົນ​ເປັນ​ໃຈ​ກາງ​ປະຕິບັດບັນດາ​ສິດທິ​ມະນຸດ, ມອບ​ສິດ​ໃຫ້​ທຸກ​ຄົນ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ທັງ​ໝົດ, ​ໂດຍ​ອີງ​ໃສ່ 3 ​ເສົາ​ຄຳ້​ຄື: ​ເສດຖະກິດ, ສັງຄົມ ​ແລະ ສິ່ງແວດ​ລ້ອມ; ພ້ອມ​ທັງ​ຮັບປະກັນ​ສັນຕິພາບ ​ແລະ ຄວາມ​ໝັ້ນຄົງ​ສາກົນ, ​ເຄົາລົບ​ກົດ​ບັດ ສປຊ ​ແລະ ກົດໝາຍ​ສາກົນ.

ສະພາ​ແຫ່ງ​ຊາ​ຫວຽດນາມ ​ເພື່ອ​ໂລກ​ແຫ່ງ​ສັນຕິພາບ ​ແລະ ປະຊາທິປະ​ໄຕ

ທ່ານ​ປະທານ​ສະພາ​ແຫ່​ງຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ຊີ້​ແຈ້ງວ່າ, ຜ່ານ​ການ​ຕໍ່ສູ້​ຍາດ​ເອົາ​ເອກະລາດ​​ແຫ່ງຊາດ​ມາ​ຫຼາຍ​ປີ, ພ້ອມ​ກັບ​ປະຊາຊົນປະ​ເທດ​ຕ່າງໆ​ໃນ​ໂລກ, ຍາມ​ໃດ​ປະຊາຊົນ​ຫວຽດນາມ​ ກໍ່​ຢາກ​ໄດ້​ດຳລົງ​ຊີວິດ​ໃນ​ໂລກ​ແຫ່ງ​ສັນຕິພາບ ​ແລະ ປະຊາທິປະ​ໄຕ. ຍ້ອນ​ເຫດ​ນັ້ນ, ຄາດໝາຍ​​​ເພື່ອມຸ້ງ​ໄປ​ເຖິງ  ​ແລະ ກຳລັງ​ໜູນ​ພັດທະນາ​ຂອງ​ຊາດ​ຫວຽດນາມ ຍາມ​ໃດ​ກໍ່​ແມ່ນ “ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ຍຸຕິ​ທຳ, ສີວິ​ໄລ“.

ຍາມ​ໃດ​ຫວຽດນາມ ກໍຖື​ວ່າ ​ເພື່ອ​ຮັບປະກັນ​ປະຊາທິປະ​ໄຕ​ໃນ​ການ​ພົວພັນ​ກັບ​ສາກົນ, ປະ​ເທດ​ຕ່າງໆ​ຕ້ອງ​ເຄົາລົບ ​ແລະ ຍົກ​ສູງ​ບົດບາດ​ຂອງ​ການ​ຮ່ວມ​ມື​ກັບ​ສາກົນ, ບົນ​ພື້ນຖານ​ກົດໝາຍ​ສາກົນ ​ໃນ​ການ​ແກ້​ໄຂ​ບັນດາ​ບັນ​ຫາ​ບໍ່​ລົງ​ລອຍ​ກັນ​ລະຫວ່າງ​ປະ​ເທດ​ຕ່າງໆ. ​ໃນ​ລະດັບ​ຊາດ, ​ເພື່ອ​ຮັບປກັນ​ປະຊາທິປະ​ໄຕ, ສະພາ​ແຫ່ງ​ຊາດ​ຄວນ​ມີ​ບົດບາດ​ສຳຄັນ​ໃນ​ການ​ເພີ່ມ​ທະວີ​ບົດບາດ​ຂອງ​ລັດ​ແຫ່ງ​ອຳນາດ​ນິຕິບັນ​ຍັດ, ຮັບປະກັນ​ລັກສະນະ​ເຄັ່ງ​ຄັດ ​ແລະ ສ່ອງ​​ໃສ, ທ່ຽງ​ທຳ​ຂອງ​ກົດໝາຍ, ພ້ອມ​ທັງ​ປັບປຸງ​ລະບົບ​ກົດໝາຍ​, ກົນ​ໄກ, ນະ​ໂຍບາຍ ​ແນ​ໃສ່​ຮັບປະກັນ​ປະຕິບັດ​ບັນດາ​ສິດ​ເສລີ​ໂດຍ​ພື້ນຖານ​ຂອງ​ປະຊາຊົນ.

ດ້ວຍ​ຄວາມ​ປາຖະໜາ​ຢາກ​ຮັກສາ​ສັນຕິພາບ, ຍາມ​ໃດ​ຫວຽດນາມ ກໍ່​ມີ​ແຜນ​ນະ​ໂຍບາຍ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ໂດຍ​ສັນຕິ​ວິທີ, ບົນ​ພື້ນຖານ​ເຄົາລົບ​ບັນດາ​ຫຼັກການ​ຂອງ​ກົດ​ບັດ ສປຊ, ຂອງ​ກົດໝາຍ​ສາກົນ, ​ໃຫ້​ຄຳ​ໝັ້ນ​ສັນຍາ​ບໍ່​ນຳ​ໃຊ້​ອາວຸດ ຫຼື​ຂົ່ມຂູ່​ນຳ​ໃຊ້​ກຳລັງ​ອາວຸດ, ​ເພື່ອ​ຜົນ​ປະ​ໂຫຍ​ດ ​ແລະ ຄວາມ​ໝັ້ນຄົງ​ລວມຂອງ​ພາກ​ພື້ນ ​ແລະ ຂອງ​ໂລກ. ຫວຽດນາມ ​ກ່າວ​ປະນາມ​ບັນດາ​ການ​ກະທຳ​ໃຊ້​ຄວາມ​ຮຸນ​ແຮງ, ຫຼືຂົ່ມຂູ່​ໃຊ້​ກຳລັງ​ອາວຸດ, ກໍ່​ການ​ຮ້າຍ​​ໃນ​ທົ່ວ​ໂລກ​ຢ່າງ​ແຮງ.

​ເພື່ອ​ປະຕິບັດ​ຈຸດໝາຍ​ພັດທະນາ​ຢ່າງ​ໝັ້ນຄົງ, ຫວຽດນາມ​ ກຳນົດ​ແຈ້ງສາມ​​ເສົາ​ຄຳ້​ຂອງ​ການ​ພັດທະນານັ້ນ​ແມ່ນ​: ​ເສດຖະກິດ, ສັງຄົມ ​ແລະ ສິ່ງ​ແວດ​ລ້ອມ, ​ໃນ​ນັ້ນ​ຍົກ​ສູງ ​ແລະ ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ເຈົ້າ​ຂອງ​ປະຊາຊົນ, ຖື​ການ​ພັດທະນາ​ຢ່າງ​ໝັ້ນຄົງ ​ແມ່ນ​ພາລະກິດ​ຂອງ​ທົ່ວ​ປວງ​ຊົນ.

ສຸດ​ທ້າຍ, ທ່ານ​ປະທານ​ສະພາ​ແຫ່​ງຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ເນັ້ນ​ໜັກ​ວ່າ, ຄວາມ​ມຸ້ງ​ຫວັງອັນ​ຊອບ​ທຳຂອງ​ປະຊາຊົນ​ແຕ່ລະຄົນ​ໃນ​ໂລກ​ນີ້, ນັ້ນ​ແມ່ນ​ໄດ້​ດຳລົງ​ຊີວິດ​ໃນ​ໂລກ​ແຫ່ງ​ສັນຕິພາບ, ປະຊາທິປະ​ໄຕ, ອິ່ມໜຳສຳລານ ​ແລະ ມີ​ຄວາມ​ຜາ​ສຸກ. ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ປະກອບສ່ວນ​ສ່ອງ​ແສງ​ທັດສະນະກ່ຽວ​ກັບຄຳ​ໝັ້ນ​ສັນຍາຂອງ​ລັດຖະສະພາ​ປະ​ເທດ​ຕ່າງໆ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບຜິດຊອບ​ຂອງ​ບັນດາ​ລັດຖະສະພາ​ໃນ​ການ​ສ້າງ​ໂລກ​ທີ່​ດີງາມ​ກວ່າ, ຜ່ານ​ກົດໝາຍ ​ແລະ ນະ​ໂຍບາຍ​ປະຊາທິປະ​ໄຕ, ຕອບ​ສະໜອງ​ຄວາມ​ມຸ້ງ​ຫວັງຂອງ​ປະຊາຊົນ​ທຸກ​ຄົນ​ໃນທົ່ວ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ