ສະພາແຫ່ງຊາດເສີມຂະຫຍາຍບົດບາດ, ທີ່ຕັ້ງ ຂອງຫວຽດນາມ ໃນບັນດາເວທີຫລາຍຝ່າຍ


(vovworld)- ວັນ​ທີ 29/9, ທ່ານ​ນາງ ຫງວຽນ​ທິ​ກີ​ມ​ເງິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຈະ​ນຳ​ຫນ້າ​ຄະ​ນະ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະຊຸມ​ໃຫຍ່​ສະມັດຊາ​ລັດຖະສະພາ​ລະຫວ່າງ​ຊາດ​ອາ​ຊຽນຄັ້ງ​ທີ 37 (AIPA 37) ດຳ​ເນີນ​ຢູ່​ນະ​ຄອນ​ຫລວງ Nay Pyi Taw ປະ​ເທດ ມຽນ​ມາ. ເລື່ອງ​ການ​ນຳ​ສູງ​ສຸດ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ພາກ​ພື້ນ ເປັນ​ການຢັ້ງ​ຢືນ​ວ່າ ຫວຽດ​ນາມ​ຖື​ການ​ຮ່ວມ​ມື​ໃນ​ລັດ​ຖະ​ສະ​ພາ​ສາ​ກົນ​ເປັນ​ສຳ​ຄັນ. ນີ້ກ​ໍ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້ ຫວຽດ​ນາມ ສືບ​ຕໍ່​ສະ​ແດງ​ໃຫ້​ເຫັນ​ນະ​ໂຍ​ບາຍ​ເປັນ​ເຈົ້າ​ການ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​, ເສີມ​ຂະ​ຫຍາຍ​ທີ່​ຕັ້ງ​ບົດ​ບາດ​ຂອງ​ປະ​ເທດ​ຊາດ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ຫລາຍ​ຝ່າຍ.

ສະພາແຫ່ງຊາດເສີມຂະຫຍາຍບົດບາດ, ທີ່ຕັ້ງ ຂອງຫວຽດນາມ ໃນບັນດາເວທີຫລາຍຝ່າຍ - ảnh 1
ກອງ​ປະຊຸມ AIPA 36
ພາບ:TTXVN

        ກອງ​ປະຊຸມ​ໃຫຍ່​ສະມັດຊາ​ລັດຖະສະພາ​ລະຫວ່າງ​ຊາດ​ອາ​ຊຽນຄັ້ງ​ທີ 37 (AIPA 37) ດຳ​ເນີນ​ແຕ່​ວັນ​ທີ 29/9 ຮອດ​ວັນ​ທີ 3/10. ດ້ວຍ​ຫົວ​ຂໍ້​ວ່າ: AIPA ມີ​ຊີ​ວິດ​ຊີ​ວາ​ເພື່ອ​ປະ​ຊ​າ​ຄົມ​ອາ​ຊຽນ​ທີ່​ກ້າວ​ຫນ້າ”, ເຂົ້າ​ຮ່ວມ AIPA 37ມີ​ບັນ​ດາ​ການ​ນຳ​ລັດ​ຖະ​ສະ​ພາ 10 ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ພ້ອມ​ກັບ​ປະ​ເທດ​ສັງ​ເກດ​ການ​ຈຳ​ນວນ​ຫນຶ່ງ. ບັນ​ດາ​ວາ​ລະ​ປຶກ​ສາ​ຫາ​ລື​ໃນ​ຂອບ​ເຂດ AIPA 37 ເພື່ອ​ແນ​ໃສ່​ສືບ​ຕໍ່​ຊຸກ​ຍູ້​ການ​ປະ​ຕິ​ບັດ​ບັນ​ດ​າ​ເນື້ອ​ໃນ​ທີ່​ໄດ້​ວາງ​ອອກ​ໃນ​ເອ​ກະ​ສານ​ວິ​ໄສ​ທັດ ອາ​ຊຽນ 2025.

ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ໃຫ້​ແກ່​ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ລະ​ດັບ​ພາກ​ພື້ນ

        ໂດຍ​ເຂົ້າ​ຮ່ວມ AIPA ຢ່າງ​ເປັນ​ທາງ​ການ​ແຕ່​ປີ 1995, ຍາມ​ໃດ​ຫວຽດ​ນາມ ກໍ​ເປັນ​ເຈົ້າ​ການ​ໃນ​ການເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ AIPA ແລະ ຕັ້ງ​ຫນ້າ​ປະ​ກອບ​ສ່ວນ​ທີ່​ບັນ​ດາ​ກອງ​ປະຊຸມ​ໃຫຍ່​ AIPA -23 (2001-2002), AIPA -31 (2009-2010) ແລະ ບັນ​ດາ​ກອງ​ປະ​ຊຸມ​ຫົວ​ເລື່ອງ​ສະ​ເພາະ, ກອງ​ປະ​ຊຸມ​ຂັ້ນ​ກຳ​ມາ​ທິ​ການຄື: ກອງ​ປະ​ຊຸມ ກ່ຽວກັບ “ຫລັງ​ວິ​ກິດ​ການ​ການ​ເງິນ​ເສດ​ຖະ​ກິດ​ໂລກ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ” ປີ 2010, ກອງ​ປະ​ຊຸມ ກ່ຽວ​ກັບ “ບົດ​ບາດ​ຂອງ​ອົງ​ການ​ນິ​ຕິ​ບັນ​ຍັດ​ກ່ອນ​ເກີດ​ວິ​ກິດ​ການ​ການ​ເງິນ​ເງິນ​ຕາ”ປີ 1998 ແລະ ກອງ​ປະ​ຊຸມ “ຜັນ​ຂະ​ຫຍາຍ​ໂຄງ​ການ​ຄົ້ນ​ຄ້​ວາ​ຮ່ວມ​ມື​ດ້ານ​ນິ​ຕິ​ກຳ​ໃນ​ການ​ປ້ອງ​ກັນ ຕ້ານ​ການ​ຄ້າ​ແມ່​ຍິງ ແລະ​ເດັກ​ນ້ອຍ” ປີ 2005. ຫລາຍ​ຂໍ້​ສະ​ເຫນີຂອງ​ຫວຽດ​ນາມ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ AIPA. ຫວຽດ​ນາມ ກ​ໍ​ໄດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​ການ​ຊຸກ​ຍູ້​ນ້ຳ​ໃຈ​ມິດ​ຕະ​ພາບ, ການ​ຮ່ວມ​ມື, ແລກ​ປ່ຽນ ແລະ ມີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ​ກັນ ໃນ​ປະ​ຊາ​ຄົມ AIPA , ມາ​ນະ​ພະ​ຍາ​ຍາມ​ຍົກ​ສູງ​ບົດ​ບາດ, ທີ່​ຕັ້ງ ແລະ ປະ​ສິດ​ທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ AIPA ເພື່ອ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ​ຂອງ​ພາກ​ພື້ນ ແລະ ໂລກ. ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໄດ້​ມີ​ການ​ປ​່ຽນແປງ​ໃຫມ່,  ປະ​ກາດ​ໃຊ້​ຫລາຍ​ນະ​ໂຍ​ບາຍ, ເອ​ກະ​ສານ​ນິ​ຕິ​ກຳ ຫລາຍ​ສະ​ບັບ ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ມະ​ຕິ​ຜ່ານ​ບັນ​ດາ​ກອງ​ປະ​ຊຸມ​ໃຫຍ່ AIPA.

ທີ່ ກອງ​ປະ​ຊຸມ​ໃຫຍ່ AIPA 37, ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ຈະ​ຕັ້ງ​ຫນ້າ​ເຂົ້າ​ຮ່ວມ​ການ​ປຶກ​ສາ​ຫາ​ລື​ໂຄງ​ການ​ດຳ​ເນີນ​ງານ​ຂອງ ກອງ​ປະ​ຊຸມ​ໃຫຍ່ AIPA ກໍ​ຄື​ບັນ​ດາ​ເນື້ອ​ໃນ​ໃນ​ໂຄງ​ການດ​ຳ​ເນີນ​ງານ. ພ້ອມ​ກັບ​ການ​ນຳ​ລັດ​ຖະ​ສະ​ພາ​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ AIPA, ທ່ານ​ນາງປະ​ທານສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກີມ​ເງິນ ຈະ​ມີ​ບົດ​ກ່າວ​ປາ​ໄສ​ທີ່​ວາ​ລະ​ປຶກ​ສາ​ຫາ​ລື​ທຳ​ອິດ​ຂອງ ກອງ​ປະ​ຊຸມ​ໃຫຍ່ AIPA. ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ຈະ​ມີ​ບົດ​ປະ​ກອບ​ຄຳ​ເຫັນ​ຫລາຍ​ບົດ​ທີ່​ບັນ​ດາ​ວາ​ລະ​ປະ​ຊຸມ​ຂອງຄະ​ນະ​ກຳ​ມະ​ການ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຍິງ, ກຳ​ມາ​ທິ​ການ​ບັນ​ດາ​ບັນ​ຫາ​ກາ​ນ​ເມືອງ, ​ກຳ​ມາ​ທິການ​ບັນ​ດາ​ບັນ​ຫາ​ເສດ​ຖະ​ກິດ, ​ກຳ​ມາ​ທິ​ການ​ບັນ​ດາ​ບັນ​ຫາ​ສັງ​ຄົມ ຊື່ງ​ດຳ​ເນີນ​ຫລັງ​ຈາກນັ້ນ, ເພື່ອ​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສ້າງ​ປະ​ຊາ​ຄົມ ອາ​ຊຽນ ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ຮ່ວມ​ມື ແລະ ວັດ​ທະ​ນາ​ຖາ​ວອນ.

        ການ​ທູດ​ລັດ​ຖະ​ສະ​ພາ​ຫລາຍ​ຝ່າຍ ປະ​ກອບ​ສ່ວນ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

       ເລື່ອງ​ຫວຽດ​ນາມ ຍາມ​ໃດ​ກໍ​ເປັນ​ສະ​ມາ​ຊິກ​ຕັ້ງ​ຫນ້າ​ຂອງ​ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ພາກ​ພື້ນ ນັບ​ແຕ່​ເມື່ອ​ເຂົ້າ​ຮ່ວມ AIPA ມາ​ຮອດ​ປະ​ຈຸ​ບັນ ໄດ້​ສະ​ແດງ​ໃຫ້​ເຫັນ​ແຜນ​ນະ​ໂຍ​ບາຍຂອງ​ຫວຽດ​ນາມໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເປັນ​ເຈົ້າ​ການ, ຕັ້ງ​ຫນ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​.  ນອກ​ຈາກ AIPA ແລ້ວ, ​ປະ​ຈຸ​ບັນ ສະ​ພາ​ແຫ່​ງ​ຊາດ​ຫວຽດ​ນາມ ຍັງ​ແມ່ນ​ສະ​ມາ​ຊິກ​ຂອງ​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​​ສາ​ກົນ IPU, ລັດ​ຖະ​ສະ​ພາ​ປະ​ຊາ​ຄົມ​ບັນ​ດາ​ປະ​ເທດ​ເວົ້າ​ພາ​ສາ ຝ​ລັ່ງ (APF) ແລະ ບັນ​ດາ​ອົງ​ການ​ລັດ​ຖະ​ສະ​ພາ​ອື່ນ. ສະ​ພາ​ແຫ່​ງ​ຊາດ​ຫວຽດ​ນາມ ບໍ່​ພຽງ​ແຕ່​ເຂົ້າ​ຮ່ວມ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ເວ​ທີ​ປ​າ​ໄສ​ນີ້ ຫາກ​ຍັງ​ເປັນ​ເຈົ້າ​ການ​ສະ​ເຫນີ​ບັນ​ດາ​ຂໍ້​ລິ​ເລີ່ມ, ຍົກ​ອອກ​ບັນ​ດາ​ຄຳ​ສະ​ເຫນີ​ແນະ​ມີ​ລັກ​ສະ​ນະ​ສ້າງ​ສັນ ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ຂອງ​ບັນ​ດາ​ອົງ​ການນີ້ຢ່າງ​ມີ​ປະ​ສິດ​ທິ​ຜົນ​. ສິ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ ວຽກ​ງານ​ການ​ຕ່າງ​ປະ​ເທດ​ຫລາຍ​ຝ່າຍ​ຂອງ​ສະ​ພາ​ແຫ່ງ​ຊາດ ນັບ​ມື້​ນັບ​ເປີດກວ້າງ, ປະ​ກອບ​ສ່ວນ​ຢ່າງ​ມີ​ປະ​ສິດ​ທ​ິ​ຜົນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ລວມ ແລະ ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ປະ​ເທດ​ຊາດ. ທ່ານ ໂງ​ດືກ​ແມ້ງ, ຮອງ​ຫົວ​ຫນ້າ​ກຳ​ມາ​ທິ​ການ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ຕີ​ລາ​ຄາ​ວ່າ:

        “ພ້ອມ​ກັບ​ການ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ​ຂອງ​ພັກ, ການ​ທູດ​ຂອງ​ລັດ, ການ​ຕ່າງ​ປະ​ເທດ​ປະ​ຊາ​ຊົນ, ວຽກ​ງານ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ແຫ່ງ​ຊາດ ໄດ້ເຮັດ​ໃຫ້​ເພີ່ມ​ທະ​ວີ​ການພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ກັບ​ລັດ​ຖະ​ສະ​ພາ​ບັນ​ດາ​ປະ​ເທດ​ຢ່າງບໍ່​ຢຸດ​ຢັ້ງ. ໃນ​ສະ​ພາບ​ຫຍຸ້ງ​ຍາກ, ອະ​ທິ​ປະ​ໄຕ​ຂອງ​ຊາດ​ຖືກ​ນາບ​ຂູ່, ພວກ​ເຮົາ​ແກ້​ໄຂ​ສະ​ພາບ​ການ​ດັ່ງ​ກ່າວ​ສຳ​ເລັດ​ຜົນ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ແລະ ລັດ​ຖະ​ສະ​ພາ​ບັນ​ດາ​ປະ​ເທດ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ ມີ​ຄວາມ​ດຸ່ນ​ດ່ຽງ.”

        ໃນ​ທ່າ​ອ່ຽງ​ໂລ​ກາ​ພິ​ວັດ, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ແລະ ຮ່ວມ​ສຳ​ພັນ​ພາກ​ພື້ນ​ຢ່າງ​ແຮງ​ຄື​ປະ​ຈຸ​ບັນ, ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ແຫ່ງ​ຊາດ ດ້ວຍ​ທີ່​ຕັ້ງ​ແມ່ນ​ຊ່ອງ​ການ​ພົວ​ພັນ​ຕ່າງ​ປະ​ເທດ ທັງ​ມີ​ລັກ​ສະ​ນະ​ຂອງ​ລັດ, ທັງ​ມີ​ລັກ​ສະ​ນະ​ຂອງ​ປະ​ຊາ​ຊົນ, ຕ້ອງ​ສວມ​ບົດ​ບາດ​ສຳ​ຄັນ​ໃນ​ວິ​ວັດ​ການ​ຮ່ວມ​ເດີນ​ທາງ​ກັບ​ລັດ​ຖະ​ບານ ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ສຳ​ພັນ​ພາກ​ພື້ນ ແລະ ການ​ຮ່ວມ​ມື​ສາ​ກົນ, ແກ້​ໄຂ​ບັນ​ດາ​ບັນ​ຫາ​ພາກ​ພື້ນ ແລະ ທົ່ວ​ໂລກ. ບັນ​ຫານີ້​ໂດຍ​ທ່ານ ຫງວຽນ​ຟູ​ຈ້ອງ ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ເນັ້ນ​ຫນັກ​ທີ່​ວາ​ລະ​ໄຂ​ກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ເລິກ ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV (7/2016).

        “ສືບ​ຕໍ່​ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ​ຂອງ​ສະ​ພາ​ແຫ່ງ​ຊາດ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ເປີດກວ້າງ, ​ການ​ພົວ​ພັນ​ການ​ຕ່າງ​ປະ​ເທດ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ​ມີຫລາຍ​ຮູບ​ຫລາຍ​ແບບ​ຫລາຍ​ຝ່າຍ. ຍູ້​ແຮງ​ການ​ເຄື​່ອນ​ໄຫວ​ການ​ຕ່າງ​ປະ​ເທດ​ຫລາຍ​ຝ່າຍ​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້ນ ແລະ ສາ​ກົນ. ເອົາ​ໃຈ​ໃສ່​ເຖິງວຽກ​ງານ​ຖະ​ແຫລງ​ຂ່າວ​​ໃຫ້ຕ່າງ​ປະ​ເທດ​ຂອງ​ສະ​ພາ​ແຫ່ງ​ຊາດ, ປະ​ຕິ​ບັດ​ການ​ປະ​ສານ​ງານ, ການ​ສົມ​ທົບ​ໃນ​ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ​ເປັນ​ຢ່າງ​ດີ.”

        ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ​ໄດ້​ກາຍ​ເປັນ​ພາກ​ສ່ວນ​ຫນຶ່ງບໍ່​​ອາດ​ຕັດ​ແຍກ​ອອກ​ຈາກ​ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດ​ຂອງ​ພັກ​ ແລະ ລັດ​ໄດ້. ເລື່ອງ​ຫວຽດ​ນາມ ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ຫນ້າ​ທີ່ AIPA 37 ຢູ່ ມຽນ​ມາ ຈະ​ມາ​ເຖິງ ກໍ​ຄື​ເພີ່ມ​ທະ​ວີ​ການ​ປະ​ກອບ​ສ່ວນ​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ລັດ​ຖະ​ສະ​ພາ​ຫລາຍ​ຝ່າຍ ຈະ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ພິ​ເສດ​ໃນ​ກິດ​ຈະ​ການ​ປ່ຽນ​ໃຫມ່​ຮອບ​ດ້ານ ແລະ ວິ​ວັດ​ທະ​ນາ​ການ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ​ປະ​ເທດ​ຊ​າດ.

ຕອບກັບ

ຂ່າວ/ບົດ​ອື່ນ