ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ນຳສະ​ເໜີ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ

(VOVWORLD) - ກອງປະຊຸມຄັ້ງທີ 7 ສະພາແຫ່ງຊາດຊຸດທີ XV ໄດ້ດຳເນີນຢູ່ຮ່າໂນ້ຍ. ນີ້ແມ່ນກອງປະຊຸມກາງປີ 2024 ສຳຄັນ, ໄດ້ຮັບຖືວ່າແມ່ນປີປະຕິບັດສຳເລັດ ບັນດາໂຄງການໃຫຍ່, ບັນດາບັນຫາກ່ຽວກັບ ເສດຖະກິດມະຫາພາກ, ສັງຄົມ ຕ້ອງໄດ້ຍົກອອກນະໂຍບາຍຊີ້ຂາດ. ຢູ່ນອກກອງປະຊຸມ, ສະມາຊິກສະພາແຫ່ງຊາດບາງທ່ານ ໄດ້ປະກອບຄຳເຫັນຫຼາຍຢ່າງກ່ຽວກັບບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກ ຂອງພື້ນຖານເສດຖະກິດ, ວິວັດທະນາການ ໃຫ້ແກ່ບັນດາ ນະໂຍບາຍຊີ້ຂາດຍາວນານ ເພື່ອປະຕິບັດສຳເລັດເປົ້າໝາຍພັດທະນາເສດຖະກິດ ສັງຄົມທີ່ໄດ້ວາງອອກ.

ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ນຳສະ​ເໜີ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ - ảnh 1ກອງປະຊຸມຄັ້ງທີ 7 ສະພາແຫ່ງຊາດຊຸດທີ XV (ພາບ:  vov.vn)

ບັນດາສະມາຊິກສະພາແຫ່ງຊາດລ້ວນແຕ່ໃຫ້ຂໍ້ສັງເກດວ່າ ເຖິງວ່າ ໃນຊຸມເດືອນຕົ້ນປີ 2024, ບັນດາດັດຊະນີ ເສດຖະກິດ ຫວຽດນາມ ໄດ້ຮັບການປົວແປງກໍ່ຕາມ ແຕ່ການເຕີບໂຕເສດຖະກິດຍັງປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ. ເລື່ອງ ລັດຖະບານໄດ້ຍົກອອກ 11 ໜ້າທີ່ ແລະ ວິທີການແກ້ໄຂຫຼັກໃນໄລຍະຈະມາເຖິງ ແມ່ນບັນດານະໂຍບາຍຊີ້ຂາດຖືກທິດ, ຕ້ອງໄດ້ຮັບການຜັນຂະຫຍາຍຢ່າງຂ້ຽວຂາດ.

ສຸມໃສ່ເຂົ້າບັນດາມາດຕະການບຸກທະລຸກ, ຈຸດສຸມ

ຕາມບົດລາຍງານລັດຖະບານ, ການເຕີບໂຕເສດຖະກິດ GDP ໄຕມາດທີ 1 ປີ 2024 ບັນລຸ 5,66% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023, ສູງທີ່ສຸດໃນໄລຍະ 4 ປີມານີ້. ນະໂຍບາຍເງິນຕາ ໄດ້ຮັບການບໍລິຫານຢ່າງມີໄຫວພິບ; ໄລ່ມາຮອດວັນທີ 30 ເມສາ ການປ່ອຍເງິນລົງທຶນພາກສາທາລະນະ ບັນລຸກ່ວາ 17,4% ແຜນການ, ສູງທີ່ສຸດໃນ 4 ປີຜ່ານມາ. ການຜະລິດ ກະສິກຳມີການເຕີບໂຕ, ຜະລິດອຸດສາຫະກຳມີການຟື້ນຟູ…

ເຖິງຢ່າງໃດກໍຕາມ, ສະພາບການເສດຖະກິດ, ການເມືອງ ໂລກ ມີການຜັນແປທີ່ສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້, ມີການຜັນແປທີ່ບໍ່ເຄີຍມີມາກ່ອນ, ເກີນການຄາດຄະເນ, ສ້າງກຳລັງດັ່ນທີ່ໃຫຍ່ຫຼວງ ຕໍ່ວຽກງານຊີ້ນຳບໍລິຫານ. ດັ່ງນັ້ນ, ເລື່ອງ ລັດຖະບານ ສຸມໃສ່ເຂົ້າ 11 ໜ້າທີ່ ແລະ ວິທີການຫຼັກ ໄດ້ຮັບການເຫັນດີເປັນເອກະພາບຈາກ ສະມາຊິກ ສະພາແຫ່ງຊາດ. ທ່ານ ຫງວຽນຈຸໂຮ່ຍ, ສະມາຊິກສະພາແຫ່ງຊາດ ນະຄອນ ຫາຍຝ່ອງ ຖືວ່າ:

ໃນທຸກຂົງເຂດ ວິທະຍາສາດ ເຕັກໂນໂລຢີຕ້ອງນຳໜ້າ. ບໍ່ມີຍາມໃດ ຂ້າພະເຈົ້າເຫັນບົດບາດຂອງວິທະຍາສາດ ເຕັກໂນໂລຢີ ຢ່າງຈະແຈ້ງຄືໃນປັດຈຸບັນ. ມາຮອດປັດຈຸບັນ ຖ້າວ່າ ພວກເຮົາບໍ່ຕີລາຄາ ທີ່ຕັ້ງບົດບາດຂອງວິທະຍາສາດ ເຕັກໂນໂລຢີ ຢ່າງຖືກຕ້ອງ ດ້ວຍຖານະບົດບາດເປັນຂໍ້ກຸນແຈ ເພື່ອຕັດສິນການບຸກທະລຸໃດໜຶ່ງ ໝາຍຄວາມວ່າ ພວກເຮົາ ຈະມີຄວາມພິດພາດ. ບົດບາດຂອງ ວິທະຍາສາດ ເຕັກໂນໂລຢີ ຕ້ອງຕິດພັນກັບ ຄຸນນະພາບແຫຼ່ງຊັບພະຍາກອນ ມະນຸດ ແລະ ການບຳລຸງສ້າງຄືນໃໝ່ແຫຼ່ງຊັບພະຍາກອນມະນຸດ. ດັ່ງນັ້ນ, ພວກເຮົາ ຢາກປ່ຽນຄຸນນະພາບຂອງແຫຼ່ງຊັບພະຍາກອນມະນຸດ, ຢາກມີເຕັກໂນໂລຢີ ພວກເຮົາຕ້ອງ ມີການກະກຽມຢ່າງຈະແຈ້ງ ແລະ ມີການປ່ຽນແປງໃໝ່ ຢ່າງຂ້ຽວຂາດ ແລະ ຮອບດ້ານ.

ໄປຄຽງຄູ່ກັບການເອົາໃຈໃສ່ພັດທະນາແຫຼ່ງຊັບພະຍາກອນ ມະນຸດ ທີ່ມີຄຸນນະພາບສູງ ຕິດພັນກັບການຍູ້ແຮງການຄົ້ນຄ້ວາ, ພັດທະນາ ແລະ ນຳໃຊ້ວິທະຍາສາດ ເຕັກໂນໂລຢີ, ອີກວິທີການໜຶ່ງ ເຊິ່ງລັດຖະບານ ໄດ້ວາງອອກປະຕິບັດຢ່າງຂ້ຽວຂາດໃນປີນີ້ ແມ່ນຍູ້ແຮງການປ່ອຍເງິນລົງທຶນພາກສາທາລະນະ, ຖືການລົງທຶນພາກສາທາລະນະ ເປັນປັດໄຈ ເພື່ອເລີ່ມຕົ້ນ ແລະ ນຳໜ້າການລົງທຶນພາກເອກະຊົນ, ເພີ່ມທະວີການຮ່ວມມືລະຫວ່າງພາກລັດ - ເອກະລຊົນ. ທ່ານ ຮ່ວາງວັນເກືອງ ສະມາຊິກສະພາແຫ່ງຊາດນະຄອນ ຮ່າໂນ້ຍ ຊີ້ແຈ້ງວ່າ:

ຖ້າພວກເຮົາ ປະຕິບັດການລົງທຶນສາທາລະນະ ເປັນຢ່າງ ດີ ຂ້າພະເຈົ້າຖືວ່າ ມັນຈະມີຜົນກະທົບສອງດ້ານ. ທີໜຶ່ງ ແມ່ນຊ່ວຍເພີ່ມຄວາມຕ້ອງການຜ່ານການລົງທຶນສາທາລະນະ. ທີສອງ ປັດຈຸບັນ ຈຳນວນເງິນຍັງເຫຼືອເປັນຈຳນວນຫຼາຍ ເລື່ອງ ລັດຖະບານ ເພີ່ມທະວີການລົງທຶນສາທາລະນະ, ຈຳໜ່າຍ ພັນທະບົດ ບໍ່ຢ້ານມີການແກ້ງແຍ້ງກັບວິສາຫະກິດ. ຂ້າພະເຈົ້າຖືວ່າ ພວກເຮົາຕ້ອງຄິດເຖິງການລົງທຶນສາທາລະນະ ໃນບັນດາຂົງເຂດກ່ຽວກັບພື້ນຖານໂຄງລ່າງສັງຄົມ ບໍ່ສະເພາະແຕ່ ຂົງເຂດຄົມມະນາຄົມເທົ່ານັ້ນ ຍົກຕົວຢ່າງຄື: ການສຶກສາ, ສາທາລະນະສຸກ. ພິເສດ, ປັດຈຸບັນ ຫວຽດນາມ ພວມດຶງດູດເງິນລົງທຶນຈາກຕ່າງປະເທດ ຕາມການລົງທຶນລຸ້ນໃໝ່, ບັນດາຂົງເຂດແມ່ນເຕັກໂນໂລຢີສູງຄື ຊີບເຄິ່ງຊັກນຳໄຟຟ້າ ດັ່ງນັ້ນ ພວກເຮົາ ຕ້ອງກະກຽມແຫຼ່ງຊັບພະຍາກອນມະນຸດໃຫ້ເປັນຢ່າງດີທີ່ສຸດ.

ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ນຳສະ​ເໜີ​ບັນ​ດາ​ມາດ​ຕະ​ການ​ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ - ảnh 2ທ່ານ ຮ່ວາງວັນເກືອງ ສະມາຊິກສະພາແຫ່ງຊາດນະຄອນ ຮ່າໂນ້ຍ ( ພາບ:daibieunhandan.vn )

ເພີ່ມທະວີການຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ, ປ້ອງກັນ, ຕ້ານໄພທຳມະຊາດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຮັບປະກັນຄວາມໝັ້ນຄົງແຫຼ່ງນ້ຳ, ສ້າງແຜນຮ່າງສັງລວມກ່ຽວກັບການປ້ອງກັນ, ຕ້ານໄພແຫ້ງແລ້ງ, ຂາດນ້ຳ, ນຳເຄັມຊື່ມ… ກໍ່ແມ່ນກຸ່ມມາດຕະການເຊິ່ງສະມາຊິກສະພາແຫ່ງຊາດເອົາໃຈໃສ່ ປາດຖະໜາຢາກ ລັດຖະບານສຸມໃສ່ຍູ້ແຮງ. ທ່ານ ຫງວຽນຈຸກເຊີນ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ແຂວງ ເບັ້ນແຈ ຍົກອອກຄຳເຫັນວ່າ:

ບັນຫາເຊິ່ງພວກຂ້າພະເຈົ້າໄດ້ຮັບຄຳເຫັນຈາກຜູ້ມີສິດເລືອກຕັ້ງຫຼາຍທີ່ສຸດນັ້ນແມ່ນ ບັນຫາການປ່ຽນແປງຂອງດິນຟ້າອາກາດ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ເປັນຕົ້ນແມ່ນຫວ່າງແລ້ວນີ້ ໄພແຫ້ງແລ້ງ ແລະ ນ້ຳເຄັມຊື່ມ ທີ່ແກ່ຍາວ. ເຮັດແນວໃດ ເພື່ອໃຫ້ ລັດຖະບານ, ບັນດາກະຊວງ, ຂະແໜງການສູນກາງ ກໍ່ຄືອຳນາດການປົກຄອງທ້ອງຖິ່ນ ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຕ້ອງມີມາດຕະການ ໃນສະເພາະໜ້າ ແລະ ຍາວນານ ເພື່ອຮັບປະກັນແຫຼ່ງສະໜອງນ້ຳຈືດ, ນ້ຳສະອາດ ເພື່ອຮັບໃຊ້ການຜະລິດກໍ່ຄືການດຳລົງຊີວິດຂອງ ປະຊາຊົນ.

ມີຄວາມມຸ່ງຫວັງຕໍ່ຫຼາຍ ນະໂຍບາຍຊີ້ຂາດ

ເມື່ອສັງເກດຫວນຄືນສະພາບການເສດຖະກິດຂອງ ຫວຽດນາມ ໃນປີ 2023 ແລະ ຊຸມເດືອນຕົ້ນປີ 2024, ຫວຽດນາມ ບັນລຸໄດ້ໝາກຜົນທີ່ຕັ້ງໜ້າຫຼາຍຢ່າງ. ມີກຸ່ມບໍລິສັດໃຫຍ່ຫຼາຍແຫ່ງໄດ້ໃຫ້ຄຳໝັ້ນສັນຍາ ເຂົ້າມາລົງທຶນຢູ່ ຫວຽດນາມ ໃນຂົງເຂດເອເລັກໂຕນິກ, ຊິບ, ເຄິ່ງຊັກນຳໄຟຟ້າ, ພະລັງງານທົດແທນ… ນີ້ແມ່ນຄວາມມານະພະຍາຍາມ, ຄວາມຕັດສິນໃຈຢ່າງສູງຂອງລັດ, ວິສາຫະກິດ ແລະ ປະຊາຊົນໃນສະພາບການປະສົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງ. ເຖິງຢ່າງໃດກໍຕາມ, ຕ້ອງມີບັນດາມາດຕະການ ຮີບດ່ວນ ແລະ ຍາວນານເພື່ອຮັບປະກັນເສດຖະກິດ ຫວຽດນາມ ມີການພັດທະນາຍືນຍົງກ່ວາ, ຍົກສູງລັກສະນະເອກະລາດ, ຄວາມເປັນເຈົ້າຂອງຕົນເອງ ໃນໄລຍະຍາວ. ທ່ານ ຈິ້ງຊວັນອານ, ສະມາຊິກສະພາແຫ່ງຊາດ ແຂວງ ດົ່ງນາຍ, ເນັ້ນໜັກວ່າ:

ຂ້າພະເຈົ້າຖືວ່າ ພວກເຮົາ ບັນລຸໄດ້ບັນດາໝາກຜົນທີ່ເປັນໜ້າຊື່ນຊົມ ແຕ່ພວກເຮົາຕ້ອງມີມາດຕະການຢ່າງຂ້ຽວຂາດ ແລະ ລະອຽດ. ກອງປະຊຸມຄັ້ງທີ 7 ແມ່ນກອງປະຊຸມກາງປີ. ປີ 2024 ໄດ້ຮັບຖືວ່າແມ່ນປີ ບານພັບ ກ່ອນທີຈະກ້າວເຂົ້າສູ່ປີ 2025. ອາດເວົ້າໄດ້ວ່າ ນີ້ແມ່ນປີປະຕິບັດສຳເລັດ ບັນດາໂຄງການໃຫຍ່, ບັນດາບັນຫາກ່ຽວກັບເສດຖະກິດມະຫາພາກ, ສັງຄົມ ລ້ວນແຕ່ລໍຄອຍ ຄຳຕອບ ແລະ ການສະເໜີ ໃນກອງປະຊຸມຄັ້ງນີ້. ບັນດາຄຳເຫັນ, ນະໂຍບາຍຊີ້ຂາດຂອງກອງປະຊຸມນີ້ ມີຜົນກະທົບຢ່າງໃຫຍ່ຕໍ່ວຽກງານບໍລິຫານ ປະເທດຊາດ.

ສະມາຊິກສະພາແຫ່ງຊາດ ກໍ່ເຊື່ອໝັ້ນວ່າ ດ້ວຍຄວາມມານະພະຍາຍາມ, ການຕັດສິນໃຈຢ່າງສູງ, ລັດຖະບານ ບໍລິຫານສືບຕໍ່ເສີມຂະຫຍາຍບັນດາໝາກຜົນ, ຜ່ານຜ່າຄວາມຫຍຸ້ງຍາກ ເພື່ອປະຕິບັດສຳເລັດບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມໃນປີ 2024 ແລະ ທັງໄລຍະ 2021 – 2025 ຢູ່ລະດັບສູງສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ