ສະຫະປະຊາຊາດ ມີຄວາມປະເອີບໃຈທີ່ລະມັດລະວັງກ່ຽວກັບແງ່ຫວັງເສດຖະກິດທົ່ວໂລກ

(VOVWORLD) -

ບົດລາຍງານກ່ຽວກັບສະພາບການ ແລະ ແງ່ຫວັງເສດຖະກິດໂລກ, ປະກາດວັນທີ 16 ພຶດສະພາ, ສປຊ ໄດ້ໃຫ້ຂໍ້ສັງເກດວ່າ: ການເຕີບໂຕເສດຖະກິດທົ່ວໂລກປີນີ້ມີຫຼາຍປັດໄຈຕັ້ງໜ້າ. ແຕ່ເຖິງຢ່າງໃດກໍ່ຕາມ, ສິ່ງທ້າທາຍກໍ່ພວມເພີ່ມຂຶ້ນສຳລັບຫຼາຍພື້ນຖານເສດຖະກິດທີ່ພວມພັດທະນາ.

ສະຫະປະຊາຊາດ ມີຄວາມປະເອີບໃຈທີ່ລະມັດລະວັງກ່ຽວກັບແງ່ຫວັງເສດຖະກິດທົ່ວໂລກ - ảnh 1ທ່ານ Shantanu Mukherjee, ຜູ້ອຳນວຍການໜ່ວຍໄຈ້ແຍກເສດຖະກິດ ແລະ ນະໂຍບາຍ, ກົມບັນດາບັນຫາເສດຖະກິດ ແລະ ສັງຄົມຂອງ ສປຊ (DESA)
(ພາບ: un.org)

        ບົດລາຍງານຂອງ ສປຊ ປະກາດໃນວັນທີ 16 ພຶດສະພາ ແມ່ນສະບັບອັບເດດເຖິງກາງປີຂອງບົດລາຍງານສະພາບການ ແລະ ແງ່ຫວັງເສດຖະກິດໂລກທີ່ປະກາດໃນເດືອນ ມັງກອນ 2024.

        ກຳລັງໜູນຈາກບັນດາພື້ນຖານເສດຖະກິດໃຫຍ່

        ໃນບົດລາຍງານຫຼ້າສຸດ, ສປຊ ໃຫ້ຂໍ້ສັງເກດກ່ຽວກັບແງ່ຫວັງເສດຖະກິດທົ່ວໂລກ ໄດ້ຮັບການປັບປຸງ, ດັ່ງນັ້ນ, ໃນການຄາດຄະເນການເຕີບໂຕເສດຖະກິດທົ່ວໂລກປີນີ້ ສປຊ ໄດ້ຍົກຂຶ້ນເປັນ 2,7%, ສູງກ່ວາ 0,3 ຈຸດສ່ວນຮ້ອຍເມື່ອທຽບໃສ່ການຄາດຄະເນໃນເດືອນມັງກອນ, ໃນຂະນະທີ່ການເຕີບໂຕຂອງປີ 2025 ໄດ້ຄາດຄະເນວ່າແມ່ນ 2,8%, ສູງກ່ວາ 0,1 ຈຸດສ່ວນຮ້ອຍເມື່ອທຽບໃສ່ການຄາດຄະເນກ່ອນນັ້ນ. ໂດຍອະທິບາຍໃຫ້ຂໍ້ສັງເກດທີ່ປະເອີບໃຈນີ້, ທ່ານ Shantanu Mukherjee, ຜູ້ອຳນວຍການໜ່ວຍໄຈ້ແຍກເສດຖະກິດ ແລະ ນະໂຍບາຍ, ກົມບັນດາບັນຫາເສດຖະກິດ ແລະ ສັງຄົມຂອງ ສປຊ (DESA) ຖືວ່າ: ບາງພື້ນຖານເສດຖະກິດໃຫຍ່ ແລະ ຫາກໍ່ພົ້ນເດັ່ນມີການເຕີບໂຕດີກ່ວາຄວາມມຸ່ງຫວັງ ໃນຊຸມເດືອນຜ່ານມາ ແລະ ສ້າງກຳລັງໜູນນຳເສດຖະກິດທົ່ວໂລກຫລຸດພົ້ນອອກຈາກໄພຖືກຊຸດໂຊມ. ໄປຄຽງຄູ່ກັນນັ້ນ, ເລື່ອງບັນດາພື້ນຖານເສດຖະກິດໃຫຍ່ສືບຕໍ່ຮັກສາອັດຕາດອກເບ້ຍສູງ ເພື່ອຫລຸດໄພເງິນເຟີ້ ແຕ່ບໍ່ເຮັດໃຫ້ສະພາບຫວ່າງງານເພີ່ມຂຶ້ນ ກໍ່ແມ່ນການປະກອບສ່ວນປັບປຸງຄວາມໄວ້ເນື້ອເຊື່ອໃຈເຂົ້າການເຕີບໂຕໃນໄລຍະຈະມາເຖິງ.

        ສຳລັບພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ, ແມ່ນ: ອາເມລິກາ, ສປຊ ໄດ້ຄາດຄະເນວ່າ: ອາເມລິກາ ອາດຈະເຕີບໂຕ 2,3% ໃນປີນີ້. ຈີນ, ແມ່ນພື້ນຖານເສດຖະກິດໃຫຍ່ທີ 2 ໃນໂລກ, ກໍ່ໄດ້ຮັບການຄາດຄະເນເຕີບໂຕ 4,8% ໃນປີ 2024 ນີ້, ສູງກ່ວາ 0,1 ຈຸດສ່ວນຮ້ອຍເມື່ອທຽບໃສ່ການຄາດຄະເນໃນຕົ້ນປີ. ບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນສຳຄັນອື່ນໆແມ່ນ: ບຣາຊິນ, ອິນເດຍ, ລັດເຊຍ ກໍ່ໄດ້ຮັບການຕີລາຄາຕັ້ງໜ້າກ່ຽວກັບແງ່ຫວັງການເຕີບໂຕ. ໃນບັນດາພື້ນຖານເສດຖະກິດໃຫຍ່, ມີພຽງເອີລົບ ແມ່ນໄດ້ຮັບການຕີລາຄາຍັງບໍ່ຕັ້ງໜ້າເທົ່າທີ່ຄວນ, ໃນຂະນະທີ່ ສປຊ ໄດ້ຫລຸດລະດັບການຄາດຄະເນການເຕີບໂຕເສດຖະກິດຂອງສະຫະພາບເອີລົບ (EU) ແຕ່ 1,2% ລົງເຫຼືອພຽງ 1%. ກົງກັນຂ້າມກັບຄວາມປະເອີບໃຈ, ເຖິງວ່າມີຄວາມລະມັດລະວັງ, ສຳລັບບັນດາພື້ນຖານເສດຖະກິດໃຫຍ່, ສປຊ ໄດ້ຍົກອອກຫຼາຍການຕີລາຕາທີ່ຫຍໍ້ທໍ້ສຳລັບແງ່ຫວັງການເຕີບໂຕຂອງຫຼາຍພື້ນຖານເສດຖະກິດທີ່ພວມພັດທະນາ, ພິເສດແມ່ນ ອາບຟຣີກາ, ເຊິ່ງແມ່ນສະຖານທີ່ ສປຊ ໃຫ້ຂໍ້ສັງເກດວ່າ ມີປະມານ 20 ປະເທດ ພວມຈົມຢູ່ໃນກອງໜີ້, ໃນນັ້ນມີບັນດາພື້ນຖານເສດຖະກິດໃຫຍ່ຂອງທະວີບຄື: ອີຢິບ, ນີເຊ, ອາບຟຣີກາໃຕ້ ມີການເຕີບໂຕບໍ່ດີປານໃດ. ທ່ານ Shantanu Mukherjee ໃຫ້ຂໍ້ສັງເກດວ່າ:

        “ແງ່ຫວັງສຳລັບຫຼາຍປະເທດພວມພັດທະນາບໍ່ປະເອີບໃຈປານໃດ. ການຄາດຄະເນການເຕີບໂຕຢູ່ບັນດາປະເທດນີ້ໃນປີນີ້ ແລະ ປີຕໍ່ໄປ ພວກຂ້າພະເຈົ້າໄດ້ຍົກຂຶ້ນເປັນປະມານ 3,3%, ແຕ່ຕົວເລກນີ້ຍັງຕ່ຳເມື່ອທຽບໃສ່ໄລຍະກ່ອນເກີດໂລກລະບາດ. ເປັນໜ້າສົນໃຈ, ການຄາດຄະເນການເຕີບໂຕຂອງ ອາບຟຣີກາ ແລະ ບັນດາປະເທດດ້ອຍພັດທະນາທີ່ສຸດໃນປີນີ້ໄດ້ຫລຸດລົງເປັນ 3,3%”.

ສະຫະປະຊາຊາດ ມີຄວາມປະເອີບໃຈທີ່ລະມັດລະວັງກ່ຽວກັບແງ່ຫວັງເສດຖະກິດທົ່ວໂລກ - ảnh 2(ພາບປະກອບ: ສຳນັກຂ່າວສານຊິນຮວາ/TTXVN)

ຄວາມສ່ຽງຈາກວິກິດການດິນຟ້າອາກາດ

        ສັງລວມແລ້ວ, ເຖິງວ່າຍົກລະດັບການຄາດຄະເນການເຕີບໂຕທົ່ວໂລກ ແຕ່ ສປຊ ກໍ່ໄດ້ຍົກອອກຄຳກ່າວເຕືອນກ່ຽວກັບຄວາມສ່ຽງ, ໃນຂະນະທີ່ຖືວ່າ ສະພາບການອັດຕາດອກເບ້ຍສູງທີ່ແກ່ຍາວຢູ່ຫຼາຍພື້ນຖານເສດຖະກິດໃຫຍ່, ໜີ້ເສຍ, ຄວາມສ່ຽງດ້ານພູມສາດການເມືອງເພີ່ມຂຶ້ນ ຈະສືບຕໍ່ແມ່ນບັນດາປັດໄຈນາບຂູ່ເຖິງການເຕີບໂຕເສດຖະກິດ ແລະ ຄວາມສະຖຽນລະພາບຂອງຫຼາຍປະເທດ. ພິເສດ, ສປຊ ໄດ້ຕີລາຄາຜົນກະທົບທີ່ນັບມື້ນັບໃຫຍ່ຫຼວງຂອງການປ່ຽນແປງຂອງດິນຟ້າອາກາດ ພວມວາງອອກບັນດາສິ່ງທ້າທາຍຮ້າຍແຮງກ່ຽວກັບເສດຖະກິດ, ນາບຂູ່ຈະລົບລ້າງຜົນງານແຫ່ງການພັດທະນາໃນຫຼາຍປີຂອງຫຼາຍປະເທດ, ພິເສດແມ່ນບັນດາປະເທດດ້ອຍພັດທະນາທີ່ສຸດ (LDCs)  ແລະ ບັນດາປະເທດເກາະນ້ອຍ (SIDS). ຍ້ອນເຫດນັ້ນ, ຕາມ ທ່ານ Shantanu Mukherjee, ຜູ້ອຳນວຍການໜ່ວຍໄຈ້ແຍກເສດຖະກິດ ແລະ ນະໂຍບາຍຂອງ DESA ແລ້ວ, ໃນໄລຍະຍາວ ປະຊາຄົມສາກົນຄວນຍູ້ແຮງວິວັດການຫັນເປັນພະລັງງານຍຸຕິທຳໃນທົ່ວໂລກ, ພ້ອມທັງສ້າງບັນດາກົນໄກຊ່ວຍໃຫ້ບັນດາປະເທດດ້ອຍພັດທະນາແຕ່ມີຫຼາຍແຫຼ່ງຊັບພະຍາກອນສຳຄັນຫຼາຍ ໃຫ້ແກ່ການຫັນປ່ຽນພະລັງງານ, ເປັນຕົ້ນແມ່ນຢູ່ ອາບຟຣີກາ, ອາເມລິກາ ລາຕິນ, ສາມາດເກັບໄດ້ແຫຼ່ງຜົນປະໂຫຍດດ້ານເສດຖະກິດ - ສັງຄົມຫຼາຍກ່ວາຈາກບັນດາແຫຼ່ງຊັບພະຍາກອນນີ້:

        “ໃນບົດລາຍງານ, ພວກຂ້າພະເຈົ້າເຫັນວ່າມີສອງບັນຫາສະຫຼັບສັບຊ້ອນສຳຄັນ. ທີໜຶ່ງແມ່ນເຮັດແນວໃດເພື່ອຊຸກຍູ້ການຜະລິດ ແລະ ແຫຼ່ງສະໜອງທີ່ອຸດົມສົມບຸນຂອງບັນດາແຫຼ່ງຊັບພະຍາກອນບໍ່ແຮ່ທີ່ຈຳເປັນ, ດ້ວຍຂອບຂະໜາດ ແລະ ລະດັບທີ່ຈຳເປັນໃຫ້ແກ່ການຫັນເປັນພະລັງງານ. ຈາກນັ້ນ, ແມ່ນເຮັດແນວໃດເພື່ອໃຫ້ບັນດາປະເທດມີແຫຼ່ງຊັບພະຍາກອນອຸດົມສົມບຸນ ອາດຈະຫັນມັນເປັນທ່າໄດ້ປຽບເພື່ອບັນລຸບັນດາເປົ້າໝາຍພັດທະນາແບບຍືນຍົງໃນໄລຍະຍາວ”.

        ການປ່ຽນແປງຢ່າງວ່ອງໄວ ກ່ຽວກັບເຕັກໂນໂລຊີ, ພິເສດແມ່ນປັນຍາປະດິດ (AI), ກໍ່ແມ່ນປັດໄຈອື່ນ ເຊິ່ງ ສປຊ ໄດ້ເນັ້ນໜັກວ່າ: ອາດຈະສ້າງບັນດາຜົນກະທົບໃຫຍ່ຫຼວງເຖິງການເຕີບໂຕເສດຖະກິດທົ່ວໂລກໃນໄລຍະຈະມາເຖິງ, ໃນຂະນະທີ່ຖືວ່າ AI ນຳມາເຊິ່ງຫຼາຍກາລະໂອກາດ ໃຫ້ແກ່ບັນດາປະເທດ ແຕ່ກໍ່ມີຫຼາຍຄວາມສ່ຽງເພີ່ມຊ່ອງຫວ່າງດ້ານເຕັກໂນໂລຊີລະຫວ່າງບັນດາພື້ນຖານເສດຖະກິດພັດທະນາກັບສ່ວນທີ່ຍັງເຫຼືອຂອງໂລກ./.

ຕອບກັບ

ຂ່າວ/ບົດ​ອື່ນ