ສະຫະປະຊາຊາດ:ພື້ນຖານເພື່ອໃຫ້ການທູດຫລາຍຝ່າຍຂອງຫວຽດນາມພັດທະນາຢ່າງແຮງ

(VOVWORLD) - ກ່ອນນີ້ 75  ປີ (24/10/1945- 24/10/2020), ສະຫະປະຊາຊາດ, ອົງການຈັດຕັ້ງຫລາຍຝ່າຍໃຫຍ່ກວ່າໝູ່ໃນໂລກ ໄດ້ຮັບການສ້າງຕັ້ງຂຶ້ນ ດ້ວຍເປົ້າໝາຍສະກັດກັ້ນ, ແກ້ໄຂບັນດາຄວາມສ່ຽງເກີດການປະທະກັນ,ຍູ້ສົງຄາມໃຫ້ຖອຍໄປ, ຮັກສາສັນຕິພາບ, ສ້າງໂລກໃຫ້ ພັດທະນາ, ອີ່ມໜຳສຳລານ, ວັດທະນາຖາວອນ. ຮ່ວມເດີນທາງກັບ ສປຊ ນັບແຕ່ປີ 1977, ຫວຽດນາມ ສ້າງຂີດໝາຍພິເສດສະເພາະໃນອົງການນີ້. ຈາກນັ້ນ ນຳມາເຊິ່ງບັນດາຜົນປະໂຫຍດອັນໃຫຍ່ຫລວງໃຫ້ແກ່ປະເທດຊາດ. ແລະ ອາດຢັ້ງຢືນໄດ້ວ່າ ການເຂົ້າຮ່ວມ ສປຊ ແມ່ນປະຖົມປັດໄຈເພື່ອໃຫ້ການທູດຫລາຍຝ່າຍຂອງຫວຽດນາມ ພັດທະນາຢ່າງແຮງ.

ນັບແຕ່ຊຸມມື້ຕົ້ນຂອງລັດ ຫວຽດນາມ ເອກະລາດ, ທ່ານປະທານໂຮ່ຈີມິນ ໄດ້ຢັ້ງຢືນວ່າ “ເສລິພາບ, ເອກະລາດ ຢ່າງສົມບູນແລະ ຕະຫລອດການ” ຂອງຊາດຫວຽດນາມ ຕ້ອງຕິດພັນກັບພື້ນຖານສັນຕິພາບຂອງໂລກ ແລະ ເພີ່ນໄດ້ສົ່ງຈົດໝາຍຂົນຂວາຍຢ່າງແຮງເພື່ອໃຫ້ຫວຽດນາມ ເຂົ້າຮ່ວມ ແລະໄດ້ຮັບການຮັບ ຮອງຈາກ ສປຊ ໂດຍໄວ.

ເຂົ້າຮ່ວມ ສປຊ  ຢ່າງເປັນທາງການນັບແຕ່ປີ 1977, ຫວຽດນາມໄດ້ຢັ້ງຢືນ ທີ່ຕັ້ງບົດບາດຂອງປະເທດເອກະລາດ, ເອກະພາບ ດ້ວຍບັນດາສິດພື້ນຖານຂອງຊາດບົນເວທີສາກົນ. ແລະນັບແຕ່ນັ້ນມາ ຫວຽດນາມ ໄດ້ຢັ້ງຢືນທີ່ຕັ້ງ ແລະ ຖານະບົດບາດຢູ່ບັນດາກົນໄກຮ່ວມມືຫລາຍຝ່າຍທົ່ວໂລກ.

ສະຫະປະຊາຊາດ:ພື້ນຖານເພື່ອໃຫ້ການທູດຫລາຍຝ່າຍຂອງຫວຽດນາມພັດທະນາຢ່າງແຮງ - ảnh 1ຫວຽດນາມເຂົ້າຮ່ວມຢ່າງຕັ້ງຫນ້າ ແລະມີຄວາມຮັບຜິດຊອບໃນບັນດາການເຄື່ອນໄຫວຂອງສປຊ  (ພາບ:vietnam+) 

ຈາກການ “ເຂົ້າຮ່ວມ” ຕະຫລອດຮອດ “ການກຳນົດໂຄງສ້າງ”

ຈາກຂີດໝາຍໃຫຍ່ປີ 1977 ເມື່ອ ຫວຽດນາມ ເຂົ້າຮ່ວມ ສປຊ, ປະເທດຊາດ ໄດ້ມີບັນດາບາດກ້າວເດີນເປັນຫນ້າເອກອ້າງທະນົງໃຈບົນເສັ້ນທາງເຊື່ອມໂຍງ ແລະກາຍເປັນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.

ເຂົ້າຮ່ວມສະຫະປະຊາຊາດ, ການເຄື່ອນໄຫວດ້ານການທູດຫຼາຍຝ່າຍຂອງ ຫວຽດນາມ ໄດ້ມີບາດກ້າວໃຫຍ່ດ້ວຍບັນດາເຫດການມີລັກສະນະບາດລ້ຽວ. ນັ້ນແມ່ນເລື່ອງສ້າງການພົວພັນດ້ານການທູດກັບ ອາເມລິກາ ເປັນປົກກະຕິ, ເຂົ້າເປັນສະມາຊິກ ອາຊຽນ, ເຂົ້າເປັນສະມາຊິກຂອງເວທີປາໄສການຮ່ວມມືດ້ານເສດຖະກິດ ອາຊີ-ປາຊີຟິກ (APEC), ລົງນາມສັນຍາແມ່ດ້ານເສດຖະກິດກັບ ສະຫະພາບ ເອີລົບ (EU), ເຂົ້າເປັນສະມາຊິກ ອົງການການຄ້າໂລກ (WTO), ເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2008-2009, ເປັນປະທານ ອາຊຽນ, ເຂົ້າຮ່ວມກຳລັງຮັກສາສັນຕິພາບ ສ.ປ.ຊ, ເປັນປະເທດເຈົ້າພາບຈັດກອງປະຊຸມສຸດຍອດ ອາເມລິກາ-ສ.ປ.ປ ເກົາຫຼີ, ເປັນປະທານ ອາຊຽນ ປີ 2020…. ແລະ ຫວຽດນາມຮັບບົດບາດສຳຄັນອື່ນໆອີກໃນ ສ.ປ.ຊເທື່ອລະກ້າວ. ຖານະບົດບາດທີ່ຕັ້ງຂອງ ຫວຽດນາມ ເລີ່ມມີການປ່ຽນແປ່ງ.

ທ່ານ ໂງກວາງຊວນ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສປຊ ໄລຍະ 1993 – 1999 ພ້ອມທັງແມ່ນຜູ້ມີຫລາຍປີຕິດພັນກັບການທູດຫລາຍຝ່າຍຂອງຫວຽດນາມ ໄດ້ແບ່ງປັນວ່າ:

“ພວກເຮົາໄດ້ມີການຫັນປ່ຽນ, ກໍ່ຮ່າງສ້າງຕົວດ້ວຍຕົນເອງ, ເພິ່ງຕົນເອງ ເພື່ອເຄື່ອນໄຫວບົນພື້ນຖານຜົນປະໂຫຍດຂອງຕົນ ຕິດພັນກັບຜົນປະໂຫຍດຂອງເພື່ອນມິດສາກົນ, ເພື່ອໃຫ້ໂລກເຫັນໄດ້ວ່າ ຫວຽດນາມ ແມ່ນປະເທດ ສະມາຊິກທີ່ມີຄວາມຮັບຜິດຊອບໃນ ສປຊ, ແມ່ນຄູ່ຮ່ວມມືມີຄວາມສາມາດບົ່ມຊ້ອນພັດທະນາ ແລະ ໄວ້ເນື້ອເຊື່ອໃຈ. ພວກເຮົາໄດ້ຜ່ານໄລຍະຄືແນວນັ້ນ. ປະຈຸບັນພວກເຮົາມີຄວາມໝັ້ນແກ່ນເມື່ອເຂົ້າຮ່ວມເຂົ້າໃນບໍ່ວ່າງກົນໄກຊີ້ນຳນຳພາໃດຂອງ  ສປຊ. ການທູດຫລາຍຝ່າຍ ເວົ້າລວມ ແລະ ທີ່ຕັ້ງບົດບາດຂອງຫວຽດນາມ ໃນ ສປຊ ເວົ້າສະເພາະ ໄດ້ມີການປ່ຽນແປງຢ່າງເຫັນໄດ້ຊັດ ແລະບຸກທະລຸ”

 ອາດຢັ້ງຢືນໄດ້ວ່າ ໃນ 43 ປີຜ່ານມາ, ການເຂົ້າຮ່ວມ ສປຊ ໄດ້ນຳມາໃຫ້ປະເທດຊາດບັນດາຜົນງານອັນໃຫຍ່ຫລວງ. ບໍ່ພຽງແຕ່ຕັ້ງຫນ້າຫນູນຊ່ວຍຫວຽດນາມໃນບັນດາຂົງເຂດພັດທະນາການຮັບປະກັນຊີວິດສັງຄົມ, ສຸມໃສ່ດຶງດູດແຫລ່ງກຳລັງໃຫ້ແກ່ພາລະກິດປ່ຽນແປງໃຫມ່, ປ່ຽນແປງນະໂຍບາຍພັດທະນາເສດຖະກິດສັງຄົມເທົ່ານັ້ນ, ແຕ່ການຮ່ວມມືລະຫວ່າງ ຫວຽດນາມ ແລະ ສປຊໄດ້ຫນູນຊ່ວຍຫວຽດນາມຢ່າງຕັ້ງຫນ້າໃນເສັ້ນທາງເຊື່ອມໂຍງ.ຕາມທ່ານເອກອັກຄະລັດຖະທູດ ໂງກວາງຊວັນ ແລ້ວ, ການພົວພັນລະຫວ່າງ ຫວຽດນາມ ແລະສປຊ ອາດຖືວ່າແມ່ນແບບຢ່າງຂອງການຮ່ວມມືພົ້ນເດັ່ນທີ່ປະສົບສຳເລັດທີ່ສຸດໃນໂລກ.

 “ອາດເວົ້າໄດ້ວ່າ ສປຊ ຫນູນຊ່ວຍຫວຽດນາມຫລາຍຢ່າງ, ເປັນຕົ້ນແມ່ນພື້ນຖານດ້ານວັດຖຸ, ແຫລ່ງຊັບພະຍາກອນມະນຸດ. ສປຊ ໄດ້ກະກຽມໃຫ້ພວກເຮົາບັນດາເງື່ອນໄຂເພື່ອກ້າວເຂົ້າສູ່ໄລຍະປ່ຽນແປງໃຫມ່, ເຊື່ອມໂຍງເຂົ້າກັບສາກົນ, ເຄື່ອງໝາຍຂອງຫວຽດນາມໄດ້ຮັບການສ້າງຂຶ້ນບົນພື້ນຖານນີ້. ໃນການຮ່ວມມືສອງຝ່າຍ ລະຫວ່າງຫວຽດນາມ ແລະບັນດາປະເທດ ບາງເທື່ອແມ່ນຢູ່ໃນລະດັບສູງ, ບາງເທື່ອໃນລະດັບຕ່ຳ ໝາຍຄວາມວ່າ ບາງເທື່ອປະສົບກັບຄວາມຫຍຸ້ງຍາກ. ແຕ່ເຖິງຢ່າງໃດກໍຕາມ ອາດເວົ້າໄດ້ວ່າ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ສປຊ ຍາມໃດກໍ່ກ້າວຂຶ້ນ ແລະລ້ວນແຕ່ມີສີສັນຕັ້ງຫນ້າ, ພາວະວິໄສ ແລະ ໂປ່ງໃສ.”

ລະດັບສູງໃຫມ່, ຈຸດສຸມໃຫມ່

ປະຈຸບັນ, ການພົວພັນລະຫວ່າງ ຫວຽດນາມ-ສະຫະປະຊາຊາດ ແມ່ນມຸ່ງໄປເຖິງການຍົກສູງຄຸນນະພາບພັດທະນາດ້ວຍການໃຫ້ບຸລິມະສິດ 3 ຂົງເຂດຈຸດສຸມນັ້ນແມ່ນການເຕີບໂຕແບບຍືນຍົງ, ເພີ່ມທະວີການສຳຜັດບັນດາບໍລິການທີ່ຈຳເປັນມີຄຸນນະພາບສູງ, ການອຸປະກະລະສັງຄົມ, ແລະ ຊຸກຍູ້ການ ບໍລິຫານລັດແນໃສ່ໜູນຊ່ວຍໃຫ້ແກ່ ຫວຽດນາມ ປະຕິບັດບັນດາຍຸດທະສາດພັດທະນາຢ່າງມີປະສິດທິຜົນ. ໃນໄລຍະ 43 ຜ່ານມາ, ການພົວພັນລະຫວ່າງ ຫວຽດນາມ-ສະຫະປະຊາຊາ ດ້ວຍບັນດາບາດກ້າວພັດທະນາຢ່າງກະໂດດຂັ້ນໃນທຸກດ້ານ ແລະ ໃນຫຼາຍລະດັບແຕກຕ່າງກັນ, ຖານະບົດບາດຂອງ ຫວຽດນາມ ໃນເວທີສາກົນ, ໄດ້ຮັບການຍົກສູງຢ່າງບໍ່ຢຸດຢັ້ງນຳມາເຊິ່ງຄວາມເອກອ້າງທະນົງໃຈໃຫ້ແກ່ປະເທດ ຫວຽດນາມ ໃນອົງການມີຂອບຂະໜາດໃຫຍ່ທີ່ສຸດໃນໂລກ.

ສະຫະປະຊາຊາດ:ພື້ນຖານເພື່ອໃຫ້ການທູດຫລາຍຝ່າຍຂອງຫວຽດນາມພັດທະນາຢ່າງແຮງ - ảnh 2ຕອນຄ່ຳວັນທີ 7/6/2019 - ຫວຽດນາມ ກາຍເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສປຊ ອາຍຸການ 2020- 2021 

ພາບ:vietnam+

 ໃນສະພາບການບັນດາສາຍພົວພັນສາກົນສັບສົນຄືປະຈຸບັນ, ການປະພຶດຕໍ່ລະຫວ່າງບັນດາປະເທດໃຫຍ່ ແລະປະເທດນ້ອຍ ພວມຄອບງຳຄວາມເປັນລະບຽບຮຽບຮ້ອຍສາກົນ, ຫວຽດນາມ ສືບຕໍ່ສະແດງໃຫ້ເຫັນກຳລັງຄວາມສາມາດ ແລະ ເປັນເຈົ້າການ, ຕັ້ງຫນ້າພ້ອມກັບເພື່ອນມິດສາກົນ ປຸກລຸກຈິດໃຈຫລາຍຝ່າຍ ແລະ ການຮ່ວມມືສາກົນ. ລະດັບສູງໃຫມ່ຂອງການຮ່ວມມືຫລາຍຝ່າຍແມ່ນຕ່າງກັບໄລຍະກ່ອນນີ້ຫລາຍ. ຫວຽດນາມ ມີຄວາມຮັບຮູ້ຢ່າງຈະແຈ້ງຕໍ່ເລື່ອງ ຕ້ອງຮັບຜິດຊອບຫນ້າທີ່ສຳຄັນກວ່າ, ປະກອບຫລາຍຂໍ້ລິເລີ່ມ,ແນວຄວາມຄິດກວ່າ, ເຂົ້າຮ່ວມການກຳນົດໂຄງສ້າງ, ກົນໄກ, ລະບຽບການໃຫມ່… ຫວຽດນາມຈະສືບຕໍ່ເຂົ້າຮ່ວມຕັ້ງຫນ້າ, ເປັນເຈົ້າການ ທີ່ບັນດາເວທີປາໄສຫລາຍຝ່າຍ,ໃນນັ້ນ ມີ ສປຊ, ຕໍ່ສູ້ ແລະປົກປັກຮັກສາບັນດາຫລັກການພື້ນຖານຂອງ ກົດບັດ ສປຊ  ຄື ຫລັກການ ກ່ຽວກັບຄວາມສະເຫມີພາບອະທິປະໄຕ, ບໍ່ແຊກແຊງເຂົ້າວຽກງານພາຍໃນບັນດາປະເທດ, ບໍ່ນຳໃຊ້ຫລືນາບຂູ່ການນຳໃຊ້ກຳລັງອາວຸດ ພ້ອມທັງປົກປັກຮັກສາຜົນປະໂຫຍດຂອງບັນດາປະເທດພວມພັດທະນາ ໃນນັ້ນ ມີຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ