ສະຫະປະຊາຊາດສືບຕໍ່ຢັ້ງຢືນບົດບາດຂອງຕົນໃນສະພາບການໃຫມ່ຂອງໂລກ

(VOVWORLD) -ວາລະປະຊຸມຂັ້ນສູງຂອງກອງປະຊຸມສະມັດຊາໃຫຍ່ ສປຊ ພວມດຳເນີນຢູ່ ສຳນັກງານຂອງ ສປຊ ທີ່ ນີວຢອກ ສະຫະລັດ ອາເມລິກາ ໃນວັນທີ 25 ກັນຍາ ຫາວັນທີ 1 ຕຸລາ, ໂດຍມີການເຂົ້າຮ່ວມຂອງ ປະມຸກລັດ 81 ທ່ານ, ການນຳລັດຖະບານ 51 ທ່ານ ແລະ ລັດຖະມົນຕີບັນດາປະເທດ 47 ທ່ານ. ໃນສະພາບການຂອງໂລກພວມຜັນແປໄປຢ່າງສັບສົນນັ້ນ, ການວາງຄາດໝາຍຫຍັບມໍ່ໃກ້ກັບປະຊາຊົນກວ່າ ເພື່ອສັນຕິພາບ, ຄວາມສະເຫມີພາບ ແລະ ພັດທະນາແບບຍືນຍົງ, ສປຊ ພວມສືບຕໍ່ສະແດງໃຫ້ເຫັນບົດບາດແມ່ນພື້ນຖານທີ່ຂາດບໍ່ໄດ້ສຳລັບພື້ນຖານສັນຕິພາບຢ່າງໝັ້ນຄົງ, ຍຸຕິທຳ ແລະ ວັດທະນາຖາວອນໃນໂລກ.

ດ້ວຍຫົວຂໍ້ “ເຮັດໃຫ້ ສປຊ ມີຄວາມສະຫນິດຕິດພັນກັບປະຊາຊົນທຸກຄົນກວ່າ: ການນຳທົ່ວໂລກ ແລະ ການແບ່ງປັນຄວາມຮັບຜິດຊອບ ເພື່ອບັນດາສັງຄົມສັນຕິພາບ, ຍຸຕິທຳ ແລະ ໝັ້ນຄົງ”, ກອງປະຊຸມປີນີ້ ໄດ້ສຸມໃສ່ເຂົ້າໃນ 7 ຫົວເລື່ອງກ່ຽວຂ້ອງເຖິງການພັດທະນາແບບຍືນຍົງ, ການປ່ຽນແປງຂອງດິນຟ້າອາກາດ, ສັນຕິພາບ ແລະ ຄວາມໝັ້ນຄົງ, ສິດທິມະນຸດ, ບັນດາຄວາມວິຕົກກັງວົນກ່ຽວກັບສຸຂະພາບຂອງວົງຄະນາຍາດ ແລະ ຄວາມສະເຫມີພາບລະຫວ່າງຍິງ - ຊາຍ.

ສະຫະປະຊາຊາດສືບຕໍ່ຢັ້ງຢືນບົດບາດຂອງຕົນໃນສະພາບການໃຫມ່ຂອງໂລກ - ảnh 1ວາລະປະຊຸມທີ່ສະຫະປະຊາຊາດ (ພາບ: TTXVN)

ຈຸດໃຫມ່ທີ່ກອງປະຊຸມຄັ້ງນີ້

ຫົວເລື່ອງທີຫນຶ່ງ ແລະ ກໍ່ແມ່ນຈຸດໃຫມ່ຂອງກອງປະຊຸມໃນປີນີ້ ນັ້ນແມ່ນບັນດາການນຳວາງຈຸດສຸມເຂົ້າໃນເລື່ອງມອບສິດໃຫ້ຊາວຫນຸ່ມ. ປະຈຸບັນ ໃນໂລກ ມີ 1,8 ຕື້ຄົນທີ່ຢູ່ໃນເກນອາຍຸແຕ່ 10- 24 ປີ, ໃນນັ້ນ ມີຈຳນວນ 90% ແມ່ນດຳລົງຊີວິດຢູ່ບັນດາປະເທດດ້ອຍພັດທະນາ. ເຖິງຢ່າງໃດກໍຕາມ, ສະພາບການດ້ານການເມືອງຂາດສະຖຽນລະພາບ, ການຫວ່າງງານ, ຂອບເຂດເຂົ້າຮ່ວມບັນດາການເຄື່ອນໄຫວດ້ານການເມືອງ ແລະ ພົນລະເຮືອນ ຖືກຈຳກັດ   ອາດຈະເຮັດໃຫ້ລຸ້ນໄວຫນຸ່ມຖືກຕົກຢູ່ໂດດດ່ຽວ. ສະນັ້ນ ທີ່ກອງປະຊຸມຄັ້ງນີ້ ເປັນຄັ້ງທຳອິດໃນປະຫວັດສາດ, ສປຊ ໄດ້ປຸກລະດົມຍຸດທະສາດກວ້າງຂວາງຢ່າງເປັນທາງການເພື່ອເພີ່ມທະວີຄວາມມານະພະຍາຍາມເຄື່ອນໄຫວເພື່ອຊາວຫນຸ່ມ ໃນ 3 ເສົາຄ້ຳຄື: ສັນຕິພາບ ແລະ ຄວາມໝັ້ນຄົງ, ສິດທິມະນຸດ ແລະ ການພັດທະນາແບບຍືນຍົງ.

ຕໍ່ຈາກນັ້ນ ການຮັບປະກັນສຸຂະພາບໃຫ້ວົງຄະນາຍາດ ແມ່ນບຸລິມະສິດແຖວຫນ້າໃນໂຄງການດຳເນີນງານຄັ້ງນີ້ ດ້ວຍ 2 ບັນຫາຫລັກແຫລ່ງ ນັ້ນແມ່ນພະຍາດວັນນະໂລກ ແລະ ບັນດາພະຍາດບໍ່ຕິດແປດ. ສະຫະປະຊາຊາດ ຄາດວ່າ ປະຈຸບັນໃນໂລກ ໃນຈຳນວນ 10 ຄົນເສຍຊີວິດ ມີ 7 ຄົນຖືກຕິດບັນດາພະຍາດບໍ່ຕິດແປດ (ພະຍາດຫົວໃຈຫລອດເລືອດ, ມະເຮັງ, ເບົາຫວານ). ຖ້າຫາກບໍ່ມີການກະທຳຢ່າງຂ້ຽວຂາດ, ຄາດວ່າ ຈຳນວນຜູ້ຖືກເສຍຊີວິດຍ້ອນພະຍາດຕິດແປດອາດຈະເພີ່ມຂຶ້ນເຖິງ 10 ລ້ານຄົນໃນປີ 2050, ໃນນັ້ນ ພະຍາດວັນນະໂລກ ແມ່ນພະຍາດເຮັດໃຫ້ມີຜູ້ເສຍຊີວິດຫລາຍກວ່າໝູ່.

ທີ່ກອງປະຊຸມຄັ້ງນີ້, ມີການເຄື່ອນໄຫວໜຶ່ງທີ່ບໍ່ເຄີຍໄດ້ດໍາເນີນມາກ່ອນ ນັ້ນແມ່ນ ທ່ານເລຂາທິການໃຫຍ່ ສະຫະປະຊາຊາດ ໄດ້ເຕົ້າໂຮມກຸ່ມຮ່ວມມືເຕັກນິກດີຈີຕອນ ຄັ້ງທໍາອິດ ເພື່ອ ຮັບມືກັບບັນດາຜົນຮ້າຍຢ້ອນຫຼັງຈາກເຕັກໂນໂລຢີ ແລະ ເພີ່ມທະວີການຮ່ວມມືສາກົນ. ໄປຄຽງຄູ່່ກັນນັ້ນ, ອົງການຈັດຕັ້ງຄູ່່ຮ່ວມມືທົ່ວໂລກ ເພື່ອການພັດທະນາຂໍ້ມູນຂ່າວສານແບບຍືນຍົງ ພ້ອມກັບ ບັນດາຄູ່ຮ່ວມມືອື່ນ ໄດ້ປຸກລະດົມບັນດາຄວາມມານະພະຍາຍາມໃໝ່ ເພື່ອຕໍ່ສູ້ກັບໄພອຶດຫິວທຸກຍາກ ແລະ ແກ້ໄຂບັນດາສິ່ງທ້າທາຍອື່ນໆ. ບັນດາເຫດການດັ່ງກ່າວ ຄາດວ່າ ຈະດຶງດູດຄວາມສົນໃຈເປັນພິເສດຈາກຫາງສຽງ ຍ້ອນວ່າໂລກພວມຢູ່ໃນຍຸກສະໄໝໃໝ່ຂອງເຕັກໂນໂລຢີຮັບໃຊ້ສັງຄົມ.

        ບັນຫາໜຶ່ງອີກ ເຊິ່ງ ສປຊ ແລະ ບັນດາປະເທດສະມາຊິກສົນໃຈ ນັ້ນແມ່ນ ສັນຕິພາບ ແລະ ພັດທະນາ. ທີ່ກອງປະຊຸມນີ້, ປະຊາຄົມໂລກ ຈະສະແດງຄວາມຕັດສິນໃຈສູງໃນຄວາມ ມານະພະຍາຍາມປັບປຸງກໍາລັງຮັກສາສັນຕິພາບຂອງ ສປຊ. ນີ້ແມ່ນໜ້າວຽກທີ່ຮີບດ່ວນໃນສະພາບການບັນດາການປະທະກັນພວມຕ່າວປີ້ນກັບການພັດທະນາຂອງໂລກ ແລະ ກໍ່ໃຫ້ເກີດຜົນເສຍຫາຍຢ່າງໜັກໜ່ວງ ທັງຊີວິດອິນຊີ ກໍຄື ມ້າງເພທໍາລາຍພື້ນຖານໂຄງລ່າງຢ່າງຮ້າຍແຮງ.

        ປັດຈຸບັນ, ສປຊ ພວມມານະພະຍາຍາມສ້າງສັນຕິພາບ ແລະ ສະຖຽນລະພາບ ຢູ່ 14 ສະຖານທີ່ ທີ່ຜັນຂະຫຍາຍບັນດາການເຄື່ອນໄຫວຮັກສາສັນຕິພາບ. ທ່ານເລຂາທິການໃຫຍ່ ສປຊ ພວມຕັ້ງໜ້າຜັນຂະຫຍາຍແຜນການດໍາເນີນງານເພື່ອສັນຕິພາບ, ລິເລີ່ມປຸກລະດົມການສະໜັບສະໜູນບັນດາມາດຕະການການເມືອງ ໃຫ້ຫຼາຍກວ່າອີກ ເພື່ອແກ້ໄຂການປະທະກັນກໍຄືສະຫງວນກໍາລັງຫຼາຍກວ່າໃຫ້ແກ່ບັນຫາດັ່ງກ່າວ. ນອກຈາກນັ້ນ, ການປ່ຽນແປງຂອງດິນຟ້າອາກາດ, ການປົກປ້ອງຊາວລີ້ໄພ ແລະ ຊາວອົບພະຍົບ ກໍແມ່ນຫົວຂໍ້ທີ່ພົ້ນເດັ່ນໃນກອງປະຊຸມຄັ້ງນີ້ ໃນສະພາບທີ່ບັນດາການປະທະກັນ ແລະ ສະພາບການປ່ຽນແປງດິນຟ້າອາກາດ ເຮັດໃຫ້ຈໍານວນຄົນຖືກສູນເສຍເຮືອນຊານໃນທົ່ວໂລກ ເພີ່ມຂຶ້ນສູງທີ່ສຸດໃນປະຫວັດສາດ. ນີ້ກໍແມ່ນໜ້າທີ່ສໍາຄັນ ເພື່ອບັນລຸໄດ້ບັນດາເປົ້າໝາຍພັດທະນາແບບຍືນຍົງ ເພື່ອບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫຼັງ...

        ສືບຕໍ່ພາລະກໍາໃນສະພາບການໃໝ່ຂອງໂລກ ດ້ວຍສິ່ງທ້າທາຍຫຼາຍຢ່າງ

        ກ່ອນໜ້ານີ້ 73 ປີ, ສປຊ ແມ່ນ ອົງການຈັດຕັ້ງໃຫຍ່ສຸດໃນໂລກໄດ້ຮັບການສ້າງຕັ້ງຂຶ້ນ, ເຊິ່ງໄດ້ສ້າງບາດກ້າວພັດທະນາປະຫວັດສາດໃນການພົວພັນສາກົນທັນສະໄໝ, ເປີດໄລຍະໃໝ່ໃນການແກ້ໄຂ, ສະກັດກັ້ນການປະທະກັນສາກົນ, ຮັກສາສັນຕິພາບ. ຜ່ານໄລຍະປັບປຸງຢ່າງບໍ່ຢຸດຢັ້ງ, ປັດຈຸບັນ, ສປຊ  ຍັງຄົງແມ່ນອົງການທົ່ວໂລກທີ່ໃຫຍ່ສຸດ ແລະປະກອບສ່ວນເຂົ້າໃນການປັກປັກຮັກສາພື້ນຖານສັນຕິພາບຂອງໂລກຫຼາຍພໍສົມຄວນ.

        ດ້ວຍຫົວຂໍ້ວ່າ “ເຮັດໃຫ້ ສປຊ ສະໜິດຕິດພັນກັບປະຊາຊົນທຸກຄົນກວ່າ: ການນໍາທົ່ວໂລກ ແລະ ແບ່ງປັນຄວາມຮັບຜິດຊອບເພື່ອບັນດາສັງຄົມສັນຕິພາບ, ຍຸຕິທໍາ ແລະ ໝັ້ນຄົງ”, ກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງນີ້ ມີຫຼາຍເນື້ອໃນໃໝ່, ແທດຈິງ, ຖືບົດບາດຂອງປະຊາຊົນເປັນສໍາຄັນ, ສປຊ ພວມສືບຕໍ່ປະຕິບັດບົດບາດເປັນທູດສັນຕິພາບ, ສ້າງນໍ້າໃຈ ສາມັກຄີ, ມິດຕະພາບລະຫວ່າງຊາດ ແລະ ຊຸກຍູ້ການພັດທະນາຮອບດ້ານຂອງມວນມະນຸດ. 

ຕອບກັບ

ຂ່າວ/ບົດ​ອື່ນ