ສະຫະພັນລັດເຊຍຮັບຕຳແຫນ່ງປະທານ G8: ຄວາມສະດວກ ແລະ ສິ່ງທ້າທາຍ

(vovworld)- ວັນ​ທີ 1/1/2014, ສະຫະພັນ​ລັດ​ເຊຍ ​ໄດ້ຮັບ​ການມອບໂອນ​ຕຳ​ແຫນ່​ງ​ເປັນປະທານ​ໝູນວຽນ​ຂອງ​ກຸ່ມ​ບັນດາ​ພື້ນຖານ​ເສດ​ຖະກິດ​ພັດທະນາ G8 ຢ່າງ​ເປັນ​ທາງ​ການ. ​ໂດຍ​ໄດ້​ຮັບ​ການ​ສັງ​ເກດ​ວ່າ ​ແມ່ນ​ອາຍຸ​ການ​ມີ​ຄວາມ​ສະດວກຂະນະ​ທີ່ເສດຖະກິດ​ບັນດາ​ປະ​ເທດ​ສະມາຊິກ​ພວມມີ​ສັນຍານ​ຟື້ນ​ຕົວ​ແຕ່​ຍັງຊ້ອນ​ແຝງ​ສິ່ງ​ທ້າ​ທາຍ​ບໍ່​ແມ່ນ​ຫນ້ອຍ​ສຳລັບ​ລັດ​ເຊຍ​ເມື່ອ​ເກ້​ຍກອ່ມ​ບັນດາ​ປະ​ເທດ​ສະມາຊິກ​ເປັນ​ເອກະ​ພາບ​ໃນ​ການ​ແກ້​ໄຂ​ບັນດາ​ບັນຫາ​ສາກົນ.

ສະຫະພັນລັດເຊຍຮັບຕຳແຫນ່ງປະທານ G8: ຄວາມສະດວກ ແລະ ສິ່ງທ້າທາຍ - ảnh 1
ທ່ານປະທານາທິບໍດີ ລັດເຊຍ V. Putin
photo:baodongnai.com.vn

        ຕາມ​ຖະ​ແຫລ​ງການຂອງ​ວົງ​ການ​ເຈົ້າ​ຫນ້າ​ທີ່​ລັດ​ເຊຍ​ແລ້ວ, ຈຸດ​ສຸມຂອງ​ປະ​ເທດ​ນີ້​ໃນ​ປີ 2014, ປີທີ່​ຮັບ​​ຕຳ​ແຫນ່​ງປະທານ​ໝູນວຽນ​ຂອງ G8 ​ຈະແມ່ນ​ການຕ້ານ​ການ​ກໍ່​ກາ​ນຮ້າຍ, ຕ້ານ​ການ​ຄ້າຂາຍ​ຢາ​ເສບ​ຕິດ ​ແລະ ​ແກ້​ໄຂ​ວິ​ກິດ​ການ​ຢູ່​ພາກ​ພື້ນ. ລັດ​ເຊຍ ຈະ​ເອົາ​ໃຈ​ໃສ່​ເຖິງ​ການ​ຮັບປະກັນການ​ເຕີບ​ໂຕເສດຖະກິດ, ພ້ອມ​ກັບ​ບັນດາ​ສະມາຊິກ​ຂອງ G8 ພັດທະນາ​ຕາ​​ມທິດ​ປົກກະຕິ.

        ຄວາມ​ສະດວກ​ເມື່ອ​ເສດຖະກິດ​​ຟື້ນ​ຕົວ, ຄວບ​ຄຸມ​ການ​ປະ​ທະ​ກັນ

        ລັດ​ເຊຍ​ຮັບ​ຕຳ​ແຫນ່​ງປະທານ G8 ​ໃນ​ສະພາບ​ການ​ທີ່ກຸ່ມປະເທດນີ້ໄດ້​ຮັບ​ຂ່າວ​ດີ​ຢ່າງ​ລຽນຕິດກ່ຽວ​ກັບ​ສະພາບ​​ເສດຖະກິດ​ຂອງ​ບັນດາ​ປະ​ເທດ​ສະມາຊິກຄື: ອາ​ເມ​ລິ​ກາ, ​ເຢຍລະ​ມັນ, ຝລັ່ງ, ອັງກິດ. ນີ້​ແມ່ນ​ປັດ​ໄຈ​ສຳຄັນ​ເພື່ອ​ໃຫ້ການ​ປະຕິບັດ​ບັນດາ​ຈຸດໝາຍ​ລວມຂອງ G8 ​ໃນ​ອາຍຸ​ການ​ຂອງ​ລັດ​ເຊຍ ຢ່າງ​ງ່າຍ​ດາຍ​ກວ່າ.

        ຢູ່​ອາ​ເມ​ລິ​ກາ, ທ່າ​ຟື້ນ​ຕົວ​ຂອງ​ພື້ນຖານ​ເສດຖະກິດ​​ໃນທ້າຍ​ປີ 2013 ມີ​ສັນຍານ​ດີ​ກວ່າ​ເມື່ອ​ທຽບ​ໃສ່​ການ​ຄາ​ດຄະ​ເນ. ລະດັບ​ການ​ເຕິ​ບ​ໂຕ​ໃນ​ໄຕ​ມາດ​ທີ 3 ຂອງ​ພື້ນຖານ​ເສດຖະກິດ ອາ​ເມ​ລິ​ກາ ບັນລຸ​ລະດັບ​ສູງສຸດ​ໃນ​ກວ່າ 2 ປີ ຜ່ານ​ມາ​ເມື່ອ GDP ​ເພີ່ມ​ຂຶ້ນ​ເຖິງ 4,1%. ທ່າ​ຟື້ນ​ຕົວຢ່າງ​ວ່ອງ​ໄວ​ຂອງ​ພື້ນຖານ​ເສດຖະກິດ​ໄດ້​ຊ່ວຍ​ໃຫ້​ສະພາບ​ວ່າງ​ງານ​​ໃນ​ເດືອນ 11/2013 ລົງ​ໃນ​ລະດັບ​ຕຳ່​ສຸດ​ໃນ​ກວ່າ 5 ປີຜ່ານມາ, ລົງ​ເຫລືອງ​ພຽງ 7% ​ແລະ ຄາດ​ຄະ​ເນ​ອັດຕາ​ນີ້​ໃນ​ປີ 2014 ​ແມ່ນ 6,5-6,7%.

​ໃນ​ຂະນະ​ນັ້ນ ຢູ່ ​ເຢຍລະ​ມັນ, ຊື່ງແມ່ນພື້ນຖານ​ເສດຖະກິດ​​ໃຫຍ່​ກວ່າ​ໝູ່​ຢູ່ ​ເອີ​ລົບ, ອົງການ​ສະຖິຕິ​ຂອງ​ປະ​ເທດ​ນີ້​ຫາ​ກໍ​ໃຫ້​ຮູ້​ວ່າ: ຈຳນວນ​ຜູ້​ມີ​ວຽກ​ເຮັດ​ງານ​ທຳ​ເພີ່ມ​ຂຶ້ນ​ລະດັບ​ສະຖິຕິ​ໃນ​ປີ 2013, ບັນລຸ​ເກືອບ 42 ລ້ານ​ຄົນ. ອັດຕາ​ວ່າງ​ງານ​ຫລຸດ​ລົງ 1,6% ​ເມື່ອ​ທຽບ​ໃສ່​ປີ​ກ່ອນ,​ລົງ​ເຫລືອງ​ພຽງ 2,3 ລ້ານ​ຄົນ. ​ເສດຖະກິດ​ເຢຍລະ​ມັນ​ອາດ​ຈະ​ບັນລຸ​ການ​ເຕີບ​ໂຕ 1,7%​ໃນ​ປີ 2014 ​ເມື່ອ​ທຽບ​ໃສ່​ລະດັບ 0,5%ຂອງ​ປີ 2013. ຫວ່າງ​ແລ້ວ​ນີ້, ທະນາຄານ​ສູນ​ກາງ ຝລ່ັງ ​ແລະ ສະ​ຖາ​ບັນ​ສະຖິຕິ ​ແລະ ຄົ້ນ​ຄ້ວາ​ເສດຖະ​ກິດ​ແຫ່ງ​ຊາດ ກໍ​ຄາດ​ຄະ​ເນ​ວ່າ ຝລ່ັງ ຈະ​ບັນ​ລຸ​ການ​ເຕີບ​ໂຕ 0,4-0,5% ​ໃນ​ໄຕ​ມາດ 4 ປີ 2013 ​ແລະ ການ​ຟື້ນ​ຕົວ​ນີ້​ຈະ​ໄດ້​ຮັບ​ການ​ຮັກສາ​ໃນ​ປີ​ນີ້. ຕາມ​ບັນດາ​ນັກ​ເສດຖະກິດ​ແລ້ວ, ທ່າ​ຟື້ນ​ຕົວ​ຂອງ​ອັງກິດ, ພື້ນຖານ​ເສດຖະກິດ​ໃຫຍ່​ອັນ​ດັບ 6 ຂອງ​ໂລກ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ​ໃນ​ປີ​ນີ້ ດ້ວຍ​ລະດັບ​ການ​ເຕີບ​ໂຕ​ອາດ​ຈະ​ບັນ​ລຸ 2,4% ​ເມື່ອ​ທຽບ​ໃສ່​ລະດັບ 1,4% ຂອງ​ປີ 2013.

ກ່ຽວ​ກັບ​ການ​ແກ້​ໄຂ​ບັນດາ​ສະຖານ​ທີ່​ເຄັ່ງຮ້ອນ​ໃນ​ໂລກ, ​ໃນ​ອາຍຸ​ການ​ເປັນປະ ທານ G8 ຂອງ​ລັດ​ເຊຍ ກໍ່​ຮັບ​ຮູ້​ຫຼາຍ​ສັນຍານ​ທີ່​ຕັ້ງໜ້າ. ທ່ານ Alexei Pushkov ປະທານ​ກຳມາ​ທິການ​ພົວພັນ​ກັບ​ຕ່າງປະ​ເທດ​ສະພາ​ຕ່ຳ​ (ດູ​ມາ​) ແຫ່ງ​ຊາດ​ລັດ​ເຊຍ ​ໃຫ້​ຂໍ້​ສັງ​ເກດ​ວ່າ: ລັດ​ເຊຍ ຮັບ​ຜິດ​ຊອບ​ເປັນ​ປະທານ​ໝູນວຽນ G8 ກົງ​ກັບ​ຈຸດເວລາທີ່​ສຳຄັນ, ຂະນະ​ປະກົດ​ມີ​ບັນດາ​ຄວາມ​ກ້າວໜ້າ​ພື້ນຖານ​ກ່ຽວ​ກັບ​ບັນຫາ​ອີຣານ ​ແລະ ຊີຣີ. ທ່ານ Alexei Pushkov ​ເນັ້ນໜັກ​ເຖິງ​ຄວາມ​ຮັບຜິດຊອບ​ຂອງ G8 ​ໃນ​ການ​ສ້າງ​ບັນດາ​ທ່າ​ອ່ຽງຕັ້ງໜ້າ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ນັບ​ແຕ່​ທ້າຍ​ປີ 2013 ​ແລະ ລັດ​ເຊຍ ອາດ​ຈະ​ເພີ່ມ​ທະວີ​ບັນດາ​ທ່າ​ອ່ຽງນີ້​ດ້ວຍ​ບົດບາດ​ເປັນ​ປະທານ​ໝູນວຽນ G8.

  ສິ່ງ​ທ້າ​ທາຍ​ໃນ​ປະຈຸ​ບັນ

  ບໍ່​ແມ່ນ​ເລື່ອງ​ບັງ​ເອີນ​ທີ່​ບັນດາ​ເຈົ້າໜ້າ​ທີ່ລັດ​ເຊຍ ​ໄດ້​ກຳນົດການ​ໃຫ້​ບຸລິ ມະສິດ​ໃນ​ປີ​ຮັບ​ຜິດ​ຊອບ​ທີ່​ຕັ້ງປະທານ​ໝຼນວຽນ​ຂອງ​ກຸ່ມ G8 ​ແມ່ນ​ຕ້ານ​ກໍ່​ການ​ຮ້າຍ, ຕ້ານ​ການຄ້າຂາຍ​ຢາ​ເສບ​ຕິດ ​ແລະ ​ແກ້​ໄຂ​ບັນດາ​ວິ​ກິດ​ການ​ໃນ​ພາກ​ພື້ນ. ນີ້​ແມ່ນ​ສິ່ງ​ທ້າ​ທາຍ​ສຳລັບ​ລັດ​ເຊຍ ​ແລະ ບັນດາ​ປະ​ເທດ​ສະມາຊິກ G8. ສິ່ງ​ທ້າ​ທາຍ​ນີ້​ປະກົດ​ມີ​ນັບ​ທັງ​ໃນ​ຊຸມ​ວັນ​ທ້າຍ​ປີ 2013 ປະ​ເທດ​ລັດ​ເຊຍ ມີ​ຄວາມ​ສັ່ນ​ສະ​ເທືອ​ນຍ້ອນ​ເຫດ​ວາງ​ລະ​ເບີດ​ສະຫຼະ​ຊີບ 2 ຄັ້ງຢູ່​ນະຄອນ Volgograd ຊື່​ງ​ເຮັດ​ໃຫ້​ກວ່າ 30 ຄົນ​ເສຍ​ຊີວິດ ​ແລ​ະ ອີກ​ນັບ​ສີ​ບຄົນ​ຖືກ​ບາດ​ເຈັບ. ບັນດາ​ເຈົ້າໜ້າ​ທີ່​ມົດ​ສະ​ກູ​ ວິຕົກ​ກັງວົນ​ວ່າ ບັນດາ​ກຸ່ມ​ມື​ປືນ​ພວມ​ເພີ່ມ​ທະວີ​ການ​ເຄື່ອນ​ໄຫວ​ໃຊ້​ຄວາມ​ຮຸນ​ແຮງ​ໃນ​ໄລຍະ​ເວລາ​ແຕ່​ນີ້​ຮອດ​ງານ​ມະຫາ​ກຳ​ກິລາ​ລະດູ​ໜາວ 2014 ຈັດ​ຂຶ້ນ​ຢູ່​ນະຄອນ Sochi.  ພິ​ເສດ, ​ເຂດ​ຕາກ​ອາກາດ Sochi ກໍ່​ແມ່ນສະຖານ​ທີ່​ລັດ​ເຊຍ ຈັດ​ກອງ​ປະຊຸມ​ສຸດ​ຍອດ G8 ​ໃນ​ເດືອນ 6/2014.

   ນອກຈາກ​ນັ້ນ​ແລ້ວ, ພາຍຫຼັງ​ທີ່ຢູ​ແກຼນ ລົບ​ລ້າງ​ການ​ເຊັ​ນສົນທິສັນຍາ ກັບ​ສະຫະພາບ​ເອີ​ລົບ,  ຄວາມ​ເຄັ່ງຕຶງລະຫວ່າ​ງລັດ​ເຊຍ ​ແລະ ບັນດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ ກໍ່​ຈະ​ສົ່ງ​ຜົນ​ສະທ້ອນ​ບໍ່​ແມ່ນ​ໜ້ອຍ​ເຖິງ​ບົດບາດ​ເປັນ​ປະທານ G8 ຂອງ​ລັດ​ເຊຍ.

  ພ້ອມ​ກັນນັ້ນ, ​ເສດຖະກິດ​ທົ່ວ​ໂລກ​ປີ 2014 ຍັງ​ຊ້ອນ​ແຝງ​ຄວາມ​ສ່ຽງ​ຫຼາຍ​ຢ່າງ ດ້ວຍ​ນະ​ໂຍບາຍ​ຮັດ​ເຂັມຄັດ​ຂອງ​ເອີ​ລົບ ​ແລະ ການ​ເຕີບ​ໂຕ​ຊັກ​ຊ້າ​ຢູ່​ຍີ່ປຸ່ນ ​ແລະ ຈີນ.

   ການ​ຮັບຜິດຊອບ​ບົດບາດ​ເປັນ​ປະທານ G8 ໃນປີ 2014 ​ແມ່ນ​ໂອກາດ ​ແລະ ກໍ່​ແມ່ນ​ສິ່ງ​ທ້າ​ທາຍ​ບໍ່​ແມ່ນ​ໜ້ອຍ​ສຳລັບ​ລັດ​ເຊຍ. ປະຊາ​ຄົມ​ໂລກ ພວມ​ລໍຄອຍ​ວ່າ ລັດ​ເຊຍ ​ສາມາດ​ນຳ​ໃຊ້​ໂອກາດ​ນີ້​ເພື່ອ​ຢັ້ງຢືນ​ບົດບາດ​ຂອງ​ຕົນ​ໃນ​ເວທີ​​ການ​ເມືອງ​ໂລກ​ໄດ້​ຫຼື​ບໍ່?

 

 



ຕອບກັບ

ຂ່າວ/ບົດ​ອື່ນ