ສາກົນຕີລາຄາສູງຕໍ່ແງ່ຫວັງພັດທະນາເສດຖະກິດ ຫວຽດນາມ 2023

(VOVWORLD) -ບັນດາອົງການການເງິນສາກົນຄື: ທະນາຄານໂລກ, ທະນາຄານພັດທະນາ ອາຊີ ແລະ ກອງທຶນເງິນຕາສາກົນ ໄດ້ຕີລາຄາທີ່ໜ້າປະເອີບໃຈກ່ຽວກັບເສດຖະກິດ ຫວຽດນາມ
 
ສາກົນຕີລາຄາສູງຕໍ່ແງ່ຫວັງພັດທະນາເສດຖະກິດ ຫວຽດນາມ 2023 - ảnh 1(ພາບປະກອບ: VGP)

        ດ້ວຍຕົວເລກ 8,02%, ປີ 2022, ຫວຽດນາມ ບັນລຸລະດັບເຕີບໂຕສູງທີ່ສຸດນັບແຕ່ປີ 1997 ມານີ້. ໃນສະພາບການພູມສາດການເມືອງໄດ້ຜັນແປຍາກທີ່ຈະຄາດຄະເນລ່ວງໜ້າໄດ້ນັ້ນ, ເສດຖະກິດໂລກຖືກຜົນສະທ້ອນຢ່າງຫຍໍ້ທໍ້ ຍ້ອນໂລກລະບາດ ແລະ ການປະທະກັນ, ຫວຽດນາມ ໄດ້ຮັບການຕີລາວ່າແມ່ນພື້ນຖານເສດຖະກິດບັນລຸການເຕີບໂຕດີທີ່ສຸດ ດ້ວຍບັນດານະໂຍບາຍມະຫາພາກທີ່ສອດຄ່ອງ ແລະ ມີການດັດປັບຢ່າງມີໄຫວພິບ. ເຖິງຢ່າງໃດກໍ່ຕາມ, ເພື່ອສາມາດຮັບຄວາມສ່ຽງໂຊມຂອງທົ່ວໂລກ, ລັດຖະບານ ຫວຽດນາມ ຕ້ອງມີບັນດາມາດຕະການແກໄຂຢ່າງມີໄຫວພິບກວ່າ ເພື່ອຊ່ວຍຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ. ແງ່ຫວັງເຕີບໂຕເສດຖະກິດຂອງ ຫວຽດນາມ ຍັງໄດ້ຮັບການຕີລາຄາວ່າແມ່ນມີຄວາມປະເອີບໃຈທີ່ສຸດຢູ່ພາກພື້ນ.

        ບັນດາອົງການການເງິນສາກົນຄື: ທະນາຄານໂລກ, ທະນາຄານພັດທະນາ ອາຊີ ແລະ ກອງທຶນເງິນຕາສາກົນ ໄດ້ຕີລາຄາທີ່ໜ້າປະເອີບໃຈກ່ຽວກັບເສດຖະກິດ ຫວຽດນາມ, ດ້ວຍຂໍ້ສັງເກດວ່າ ຫວຽດນາມ ແມ່ນປະເທດທີ່ມີພື້ນຖານເສດຖະກິດພັດທະນາດີທີ່ສຸດໃນປີນີ້ຢູ່ພາກພື້ນ ອາຊີ - ປາຊີຟິກ.

ນະໂຍບາຍທີ່ເໝາະສົມ, ມີໄຫວພິບຂອງລັດຖະບານ

        ຕາມບັນດານັກຊ່ຽວຊານເສດຖະກິດສາກົນແລ້ວ, ເຖິງວ່າຖືກຜົນສະທ້ອນຢ່າງໜັກໜ່ວງຈາກວິກິດການໂລກລະບາດໂຄວິດ-19, ແຕ່ລັດຖະບານ ຫວຽດນາມ ຍັງມີນະໂຍບາຍຮັບມືທີ່ໜ້ານັບຖື. ພື້ນຖານເສດຖະກິດເປີດປະຕູຄືນໃໝ່ ແລະ ລັດຖະບານມີຫຼາຍນະໂຍບາຍໜູນຊ່ວຍວິສາຫະກິດ, ປະຊາຊົນເພື່ອຟື້ນຟູການຜະລິດ, ດຳເນີນທຸລະກິດ. ພ້ອມກັນນັ້ນ, ຫວຽດນາມ ກໍຮັບປະກັນໄດ້ 2 ປັດໄຈສຳຄັນທີ່ສຸດຂອງການເຕີບໂຕແມ່ນ ການສົ່ງອອກ ແລະ ດຶງດູດເງິນລົງທຶນຈາກຕ່າງປະເທດ. ທ່ານ Michael Kokolari, ຫົວໜ້ານັກຊ່ຽວຊານດ້ານເສດຖະກິດ ກອງທຶນລົງທຶນ VinaCapilal, ໃຫ້ຂໍ້ສັງເກດວ່າ: ບັນດາປັດໄຈພື້ນຖານຊ່ວຍໃຫ້ພື້ນຖານເສດຖະກິດ ຫວຽດນາມ ເຕີບໂຕໃນປີຜ່າມານັ້ນແມ່ນການສົ່ງອອກ ແລະ ການລົງທຶນຈາກຕ່າງປະເທດ. ທີ 2 ແມ່ນດຶງດູດແຫຼ່ງເງິນລົງທຶນຕ່າງປະເທດ. ເມື່ອ ຈີນ ຍັງຮັກສານະໂຍບາຍ Zero Covid ແລະ ອາເມລິກາ ເພີ່ມອັດຕາພາສີສຳລັບບັນດາວິສາຫະກິດ ຈີນ ນັ້ນແມ່ນກາລະໂອກາດໃຫ້ແກ່ ຫວຽດນາມ. ສິ່ງດັ່ງກ່າວໄດ້ສະແດງອອກຜ່ານກະແສຫັນປ່ຽນຂອງບັນດາວິສາຫະກິດລົງທຶນຈາກຕ່າງປະເທດ ເຂົ້າມາ ຫວຽດນາມ ໃນປີ 2022.

        ໃນຂະນະນັ້ນ, ຕາມການຈັດອັນດັບຂອງອົງການການຄ້າສາກົນ (WTO) ແລ້ວ, ຫວຽດນາມ ນອນຢູ່ໃນກຸ່ມ 30 ປະເທດ, ເຂດແຄວ້ນທີ່ມີມູນຄ່າສົ່ງອອກ - ນຳເຂົ້າສິນຄ້າຫຼາຍທີ່ສຸດໃນຂອບເຂດທົ່ວໂລກຢ່າງລຽນຕິດ. ພິເສດ, ເມື່ອອັນດັບຂອງບັນດາປະເທດຂຶ້ນກັບ ອາຊຽນ ບໍ່ເພີ່ມຂຶ້ນໃນ 2-3 ປີຜ່ານມານັ້ນ ແຕ່ອັນດັບຂອງ ຫວຽດນາມ ໄດ້ມີບາດກ້າວເຕີບໂຕກະໂດດຂັ້ນ ຂະນະທີ່ຍອດມູນຄ່າສົ່ງອອກ - ນຳເຂົ້າຂອງ ຫວຽດນາມ ໃນປີ 2022 ໄດ້ລື່ນກາຍລະດັບ 700 ຕື້ USD.

ຜ່ານຜ່າສິ່ງທ້າທາຍເພື່ອຮັກສາທ່າເຕີບໂຕ

ສາກົນຕີລາຄາສູງຕໍ່ແງ່ຫວັງພັດທະນາເສດຖະກິດ ຫວຽດນາມ 2023 - ảnh 2ທ່ານ Adrew Jeffries, ຜູ້ອຳນວຍການແຫ່ງຊາດທະນາຄານພັດທະນາ ອາຊີ
(ພາບ: bnews)

        ເຖິງຢ່າງໃດກໍ່ຕາມ, ນັກຊ່ຽວຊານເສດຖະກິດຫຼາຍທ່ານລ້ວນແຕ່ໃຫ້ຂໍ້ສັງເກດວ່າ ເສດຖະກິດ ຫວຽດນາມ ໃນປີ 2023 ຈະບໍ່ນອນຢູ່ນອກເໜືອສະພາບການຂອງສາກົນທີ່ຍາກຈະຄາດຄະເນໄດ້, ບັນດາຕະຫຼາດສົ່ງອອກຄູ່ຮ່ວມມືອາດຈະຫຼຸດຜ່ອນຄວາມຕ້ອງການ... ເພື່ອກຽມພ້ອມຮັບມືກັບບັນດາສິ່ງທ້າທາຍນັ້ນ, ມີນັກຊ່ຽວຊານສາກົນຫຼາຍທ່ານໄດ້ຍົກອອກຂໍ້ສະເໜີແນະ. ໃນຂົງເຂດການປ່ອຍເງິນລົງທຶນສາທາລະນະ, ທ່ານ Adrew Jeffries, ຜູ້ອຳນວຍການແຫ່ງຊາດທະນາຄານພັດທະນາ ອາຊີ, ຖືວ່າ:

        “ສະພາບການໂລກໄດ້ປ່ຽນແປງຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ອັດຕາແລກປ່ຽນເງິນຕາກໍ່ມີການປ່ຽນແປ ແລະ ລາຄາພະລັງງານເພີ່ມຂຶ້ນ, ວັດຖຸດິບສົ້ນເຂົ້າເພີ່ມຂຶ້ນ, ຄາອະສັງຫາລິມະຊັບກໍ່ມີການເໜັງຕີງ, ໃນຂະນະທີ່ເງິນລົງທຶນພາກລັດ ມັກຈະດຳເນີນໃນໄລຍະຍາວ ດ້ວຍລະດັບງົບປະມານບໍ່ປ່ຽນແປງ ສະນັ້ນ, ໃນສະພາບການເໜັງຕີງຄືຂ້າພະເຈົ້າຫາກໍ່ກ່າວມານັ້ນ, ເລື່ອງປ່ອຍເງິນ ຈະປະສົບກັບຄວາມຫຍຸ້ງຍາກ. ພວກເຮົາຄວນສ້າງນະໂຍບາຍຢ່າງມີໄຫວພິບ, ສຸມໃສ່ໝາກຜົນທີ່ບັນລຸໄດ້”.

ສາກົນຕີລາຄາສູງຕໍ່ແງ່ຫວັງພັດທະນາເສດຖະກິດ ຫວຽດນາມ 2023 - ảnh 3ທ່ານ Ahmed Eiweida, ນັກຊ່ຽວຊານເສດຖະກິດຂອງທະນາຄານໂລກ
(ພາບ: ຕຸງດິງ)

        ຄຽງຂ້າງນັ້ນ, ລັດຖະບານກໍ່ຕ້ອງມອບສິດໃຫ້ບັນດາທ້ອງຖິ່ນຫຼາຍກວ່າ ໃນສະພາບກອບນິຕິກຳຍັງບໍ່ທັນໄປທັນກັບສະພາບຕົວຈິງ. ນັ້ນແມ່ນທັດສະນະຂອງທ່ານ Ahmed Eiweida, ນັກຊ່ຽວຊານເສດຖະກິດຂອງທະນາຄານໂລກ:

        ຂ້າພະເຈົ້າຄິດວ່າ, ລັດຖະບານ ຫວຽດນາມ ໄດ້ປະຕິບັດການສ້າງນະໂຍບາຍມີລັກສະນະກຳນົດທິດ, ພາທາງເປັນຢ່າງດີທີ່ສຸດ. ເຖິງຢ່າງໃດກໍ່ຕາມ, ໃນວິວັດການປະຕິບັດຢູ່ບັນດາທ້ອງຖິ່ນຈະມີຂໍ້ຕິດຄັດທີ່ມີລັກສະນະົວຈິງ. ຍ້ອນເຫດນັ້ນ, ຖ້າມີກົນໄກຢ່າງມີໄຫວພິບ, ມອບສິດໃຫ້ທ້ອງຖິ່ນຫຼາຍກວ່າ, ລັດຖະບານຕິດຕາມກວດກາ ແລະ ກວດກາ”.

        ເຖິງຢ່າງໃດກໍ່ຕາມ, ປີ 2023, ເສດຖະກິດ ຫວຽດນາມ ຍັງໄດ້ຮັບການຄາດຄະເນອາດຈະບັນລຸການເຕີບໂຕທີ່ໜ້າປະເອີບໃຈເມື່ອທຽບໃສ່ສະພາບການລວມຂອງພາກພື້ນ. ຕາມທະນາຄານໂລກແລ້ວ, ການເຕີບໂຕເສດຖະກິດຂອງ ຫວຽດນາມ ໃນປີ 2023 ຄາດວ່າຈະບັນລຸ 6,7%, ສູງກວ່າເປົ້າໝາຍຂອງລັດຖະບານແມ່ນ 6,5%. ຫວຽດນາມ ຍັງສາມາດຮັກສາທ່າເຕີບໂຕຂອງການສົ່ງອອກໄດ້ ໂດຍອີງໃສ່ບັນດາຜະລິດຕະພັນສົ່ງອອກຫຼັກແຫຼ່ງຂອງ ຫວຽດນາມ ແມ່ນສິນຄ້າທີ່ຈຳເປັນຄື: ຜະລິດຕະພັນກະເສດ, ເຄື່ອງຕ່ຳແຜ່ນຕັດຫຍິບ… ພິເສດ, ດ້ວຍບັນດາຄຳໝັ້ນສັນຍາປະຕິຮູບນັບມື້ນັບແຮງກວ່າ, ກຳລັງດຶງດູດເງິນລົງທຶນຈາກຕ່າງປະເທດຂອງ ຫວຽດນາມ ຍັງໄດ້ຮັບການຕີລາຄາແມ່ນຢູ່ top ນຳໜ້າຂອງພາກພື້ນ ອາຊີ - ປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ